ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ເທັນ​ນິສ ຊິື່​ສຽງ​ດັງ​ຊາວ ອາ​ເມຣິກັນ ​ເຊ​ຣີນ່າ ວິນ​ລຽມ​ ຊະນະການ​ແຂ່ງຂັນ French Open


ນາງ Serena Williams ຮ້ອງສະຫຼອງ ຫຼັງຈາກໄດ້ຊະນະ ການແຂ່ງຂັນ
ນາງ Serena Williams ຮ້ອງສະຫຼອງ ຫຼັງຈາກໄດ້ຊະນະ ການແຂ່ງຂັນ

ນັກ​ເທັນ​ນິສຊິື່​ສຽງ​ດັງ​ຊາວ ອາ​ເມຣິກັນ ​ເຊ​ຣີນ່າ ວິນ​ລຽມ ​ໄດ້ຄວ້າ​ເອົາ ແຊັ້ມ ​Grand Slam ສະ​ໄໝ​ທີ 20 ຂອງ​ລາວ ​ໂດຍ​ການ​ເອົາ​ຊະນະ​ນັກ​ເທັນ​ນິສຈາກ​ປະ​ເທດ Czech ນາງ Lucie Safarova ​ມື້​ວັນ​ເສົາ​ວານ​ນີ້​ໃນ​ການ​ແຂ່ງຂັນ French Open ຢູ່​ນະຄອນຫຼວງ Paris.

ຫຼັງ​ຈາກ​ເອົາ​ຊະນະ​ເຊັດ​ທຳ​ອິ​ດ 6 ເກມຕໍ່ 3, ນາງ ວິນ​ລຽມ ​ກໍໄດ້​ນຳ ໜ້າ 4 ເກ​ມຕໍ່​ 1 ​ໃນ​ເຊັດ​ທີ​ສອງ. ​ແຕ່​ຈັ່ງໃດ​ກໍ​ຕາມ ມື​ເທັນນິສ​ອັນ​ດັບ 13 ຂອງ​ໂລກ ນາງ Safarova ກໍໄດ້ຮຶດກັບຄືນມາຊະນະເຊັດທີ 2 ໂດຍການເອົາຊະນະໃນການມີຄະແນນຈາວກັນ ແລະ ເຮັດໃຫ້ຕ້ອງ ໄດ້ມີ​ການແຂ່ງຂັນກັນຕໍ່ ໃນເຊັດຕັດສິນທີ່ເດີ່ນດິນແດງ Roland Garlos.

ໃນເຊັດສຸດທ້າຍ ນາງ ວິນລຽມ ເປັນຜູ້ຄວບຄຸມສະຖານະການໄດ້ທັງໝົດໂດຍເອົາຊະນະຄູ່ ຕໍ່ສູ້ຂອງລາວ 6 ເກມຕໍ່ 2. ນາງ ວິນ​ລຽມ ຍັງ ຕ້ອງການຊະນະ Grand Slam ອີກພຽງແຕ່ 2 ເທື່ອເທົ່ານັ້ນ ກໍ່ຈະ ສ້າງສະຖິຕິເທົ່າກັບອະດິດນັກເທັນນິສໃນຕຳນານຊາວເຢຍຣະມັນ ນາງ Steffie Graff ເຊິ່ງເປັນຜູ້ຄອບຄອງ ສະຖິຕິເປັນຊະນະເລີດ Grand Slam ປະເພດຍິງດ່ຽວ ຫຼາຍທີ່ສຸດ ຄື 22 ຄັ້ງດ້ວຍກັນ.

ນາງວິນລຽມ ຊະນະການແຂ່ງຂັນໃນ Paris ຄັ້ງນີ້ ຫຼັງຈາກທີ່ລາວໄດ້ ປິ່ນປົວພະຍາດໄຂ້ຫວັດ, ແລະ ຈະຕຽມພ້ອມ ເພື່ອເຂົ້າແຂ່ງຂັນຕໍ່ ທີ່ Wimbledon ​ເຊິ່ງເປັນການແຂ່ງຂັນ Grand Slam ປະ​ເພດ​ເດີ່ນ​ຫຍ້າ ​ແລະ ນາງ ວິ​ລຽມ ກໍ່​ເປັນ​ຕົວ​ເຕັງ​ອີກ​ຄັ້ງ​ທີ່​ຈະ​ຊະນະ​ເປັນ​ສະ​ໄໝ​ທີ 6 ຂອງ​ລາວ​ໃນ​ການ​ແຂ່ງ​ຂັນ​ເທັນ​ນິສ​ເດີ່ນ​ຫຍ້າ​ຂອງ​ປະ​ເທດອັງກິດ.

ສຳລັບ​ການ​ແ​ຂ່ງຂັນ​ຮອງ​ຊິງ​ຊະນະ​ເລີດ​ປະ​ເພ​ດຊາຍ​ ຊຶ່ງຈະເລີ່​ມຂຶ້ນໃນ​ ວັນ​ອາທິດ​ມື້​ນີ້​ ຈະ​ເປັນ​ການ​ປະ​ທະ​ກັນ​ລະຫວ່າງນັກເທັນນິສມືນຶ່ງຂອງ ໂລກ Novak Djokovic ຈາກ​ປະ​ເທດ​ເຊີ​ເບຍ ​ແລະ ນັກ​ເທັນ​ນິສ ອັນ​ດັບ 8 ຊາວ​ສະ​ວິດ​ເຊີ​ແລ​ນ Stanislav Wakrinka.

ການແຂ່ງຂັນ ເທັນນິສ FRENCH OPEN
please wait

No media source currently available

0:00 0:00:29 0:00

XS
SM
MD
LG