ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກພັກອະນຸລັກນິຍົມ ຝຣັ່ງ ລົງຄະແນນສຽງ ໃນການແຂ່ງຂັນ ເລືອກຕັ້ງຂັ້ນຕົ້ນ


ນັກການເມືອງ ຝຣັ່ງ ທ່ານ Alain Juppe (ຂວາ) ກັບ ທ່ານ Francois Fillon ຈັບມືກັນ ໃນຂະນະທີ່ພວກເພິ່ນ
ເດີນທາງໄປຮອດບ່ອນ ໂຕ້ວາທີອອກໂທລະພາບຄັ້ງທີ 3 ໃນຂະນະທີ່ພວກເພິ່ນໂຄສະນາຫາສຽງຮອບທີສອງ ສຳລັບການເລືອກຕັ້ງຂັ້ນຕົ້ນຂອງພັກອະນຸລັກນິຍົມ ຝຣັ່ງ ໃນນະຄອນຫຼວງ ປາຣີ, ຝຣັ່ງ. 24 ພະຈິກ, 2016.
ນັກການເມືອງ ຝຣັ່ງ ທ່ານ Alain Juppe (ຂວາ) ກັບ ທ່ານ Francois Fillon ຈັບມືກັນ ໃນຂະນະທີ່ພວກເພິ່ນ ເດີນທາງໄປຮອດບ່ອນ ໂຕ້ວາທີອອກໂທລະພາບຄັ້ງທີ 3 ໃນຂະນະທີ່ພວກເພິ່ນໂຄສະນາຫາສຽງຮອບທີສອງ ສຳລັບການເລືອກຕັ້ງຂັ້ນຕົ້ນຂອງພັກອະນຸລັກນິຍົມ ຝຣັ່ງ ໃນນະຄອນຫຼວງ ປາຣີ, ຝຣັ່ງ. 24 ພະຈິກ, 2016.

ປະຊາຊົນ ຝຣັ່ງ ຫົວອະນຸລັກນິຍົມ ກຳລັງລົງຄະແນນສຽງໃນ ການແຂ່ງຂັນເລືອກຕັ້ງຂັ້ນ ຕົ້ນທົ່ວປະເທດໃນວັນອາທິດມື້ນີ້ ເພື່ອເລືອກ ເອົາຜູ້ສະເໜີຊື່ຂອງພວກເຂົາເຈົ້າ ສຳລັບ ການເລືອກຕັ້ງປະທານາທິບໍດີ ປີໜ້ານີ້, ຫຼັງຈາກການໂຄສະນາຫາສຽງໄດ້ຊີ້ໃຫ້ເຫັນ ຄວາມເປັນຫ່ວງ ກ່ຽວກັບ ການຫຼັງໄຫຼເຂົ້າ ຢູໂຣບ ຂອງພວກຍົກຍ້າຍຖິ່ນຖານ ແລະ ການ ໂຈມຕີກໍ່ຄວາມເສຍຫາຍຫຼາຍຄັ້ງຂອງພວກ ຈີຮາດ ໃນ ຝຣັ່ງ.

ໃນການແຂ່ງຂັນການເລືອກຕັ້ງຂັ້ນຕົ້ນແບບ ສະຫະລັດ ຄັ້ງທຳອິດ ສຳລັບພັກ ຣີພັບບລີ ກັນແລ້ວທີ່ປະເທດຝຣັ່ງ, ທ່ານ Francois Fillon ອາຍຸ 62 ປີ ແລະ ທ່ານ Alain Juppe ອາຍຸ 72 ປີ, ເຊິ່ງທັງສອງທ່ານເປັນອະ ດີດນາຍົກລັດຖະມົນຕີນັ້ນ, ໄດ້ປາກົດອອກມາ ເປັນຜູ້ນຳໜ້າໃນການ ແຂ່ງຂັນ ຈາກການລົງຄະແນນສຽງຮອບທຳອິດ ເມື່ອໜຶ່ງສັບປະດາ ທີ່ຜ່ານມາ.

ການຢັ່ງຫາງສຽງ ສະແດງໃຫ້ເຫັນວ່າ ທ່ານ Fillon ນັກອະນຸລັກນິຍົມ ທົ່ວໄປ ແລະ ຫົວ ຈັດໜ້ອຍໜຶ່ງ, ຜູ້ທີ່ຢາກຈະເພັ່ງເລັງໃສ່ການຕໍ່ສູ້ກັບ ລັດທິກໍ່ການຮ້າຍ, ໄດ້ມີຄະແນນນຳ ໜ້າທ່ານ Alain Juppe ຜູ້ທີ່ມີຂໍ້ ຄິດເຫັນບໍ່ຮຸນແຮງທໍ່.

ຜູ້ນຳຫົວອະນຸລັກນິຍົມຈັດຂອງ ຝຣັ່ງ ທ່ານນາງ Marine Le Pen ກ່າວຖະແຫຼງການ ກ່ຽວກັບ ການເລືອກຕັ້ງປະທານາທິບໍດີ ໃນ ສະຫະລັດ ອາເມຣິກາ. ເມືອງ Nanterre, ຝຣັ່ງ. 9 ພະຈິກ 2016.
ຜູ້ນຳຫົວອະນຸລັກນິຍົມຈັດຂອງ ຝຣັ່ງ ທ່ານນາງ Marine Le Pen ກ່າວຖະແຫຼງການ ກ່ຽວກັບ ການເລືອກຕັ້ງປະທານາທິບໍດີ ໃນ ສະຫະລັດ ອາເມຣິກາ. ເມືອງ Nanterre, ຝຣັ່ງ. 9 ພະຈິກ 2016.

ຜູ້ແຂ່ງຂັນທີ່ຖືກເຝົ້າເບິ່ງຢ່າງໃກ້ຊິດ ແມ່ນນັກອະນຸລັກນິຍົມຫົວຈັດ ທ່ານນາງ Marine Le Pen ຜູ້ທີ່ການກ່າວວິຈານ ກ່ຽວກັບ ບັນຫາ ຄົນເຂົ້າເມືອງ ແລະ ການປະຕິບັດຂອງຊາວ ມຸສລິມຂອງເພິ່ນ ໄດ້ດຶງດູດຄວາມສົນໃຈຂອງພວກຜູ້ລົງຄະແນນສຽງຫຼາຍຄົນ.

ປະທານາທິບໍດີທີ່ດຳລົງຕຳແໜ່ງຢູ່, ຜູ້ສະໜັບສະໜູນລະບົບສັງຄົມນິຍົມ ທ່ານ Francois Holland ຄາດວ່າຈະປະກາດໃນສັບປະດາທີ່ຈະມາເຖິງນີ້ວ່າ ທ່ານຈະລົງແຂ່ງຂັນເອົາຕຳ ແໜ່ງຄືນ ຫຼື ບໍ່. ການບໍ່ໄດ້ຮັບຄວາມນິຍົມຢ່າງແຮງຂອງທ່ານ Hollande ໄດ້ເຮັດໃຫຖາ ນະຂອງພັກຝ່າຍຊ້າຍອ່ອນແອລົງ.

ການເລືອກຕັ້ງປະທານາທິບໍດີ ຝຣັ່ງ ແມ່ນກຳລັງຖືກພິຈາລະນາວ່າ ເປັນການທົດສອບສຳ ລັບບັນດາພັກການເມືອງທີ່ສຳຄັນ ຫລັງຈາກການປະສົບຄວາມສຳເລັດຂອງທ່ານ Donald Trump ໃນ ສະຫະລັດ ແລະ ການໂຄສະນາ ຂອງ Brexit ໃນ ປະເທດອັງກິດ, ທັງສອງຢ່າງນີ້ ເປັນການສວຍໂອກາດໃຫ້ມີການຕໍ່ຕ້ານຜູ້ນຳທາງການເມືອງ ແລະ ຕໍ່ຕ້ານ ຜູ້ມີອຳນາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG