ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ ຝ​ຣັ່ງ ແລະ ສາ​ຂາ​ໃນ​ປະ​ເທດ ຊີ​ເຣຍ ສາ​ລະ​ພາບ​ຜິດ ຕໍ່​ການ​ສະ​ໜັບ​ສະ​ໜູນ​ດ້ານ​ວັດ​ຖຸ​ໃຫ້​ແກ່​ກຸ່ມ​ກໍ່​ການ​ຮ້າຍ


ໜ້າ​ກໍ​ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ໂຮງ​ງານ​ຊີ​ເມັນ​ຂອງ​ບໍ​ລິ​ສັດ ລາ​ຟາ​ຊ ໃນ​ເມືອງ ຈາ​ລາ​ບີ​ເຢ ປະ​ເທດ ຊີ​ເຣຍ, ໃນ​ຂະ​ນະ​ທີ່​ຮອງ​ໄອ​ຍະ​ການ​ໃຫຍ່ ສະ​ຫະ​ລັດ ທ່ານນາງ ລີ​ຊາ ໂມ​ນາ​ໂຄ ກ່າວ​ຄຳ​ປາ​ໄສ ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່​າ​ວ ຢູ່​ຫ້ອງ​ການ​ໄອ​ຍະ​ການ ສະ​ຫະ​ລັດ ໃນ​ນະ​ຄອນ ນິວຢອກ, 18 ຕຸ​ລາ 2022.
ໜ້າ​ກໍ​ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ໂຮງ​ງານ​ຊີ​ເມັນ​ຂອງ​ບໍ​ລິ​ສັດ ລາ​ຟາ​ຊ ໃນ​ເມືອງ ຈາ​ລາ​ບີ​ເຢ ປະ​ເທດ ຊີ​ເຣຍ, ໃນ​ຂະ​ນະ​ທີ່​ຮອງ​ໄອ​ຍະ​ການ​ໃຫຍ່ ສະ​ຫະ​ລັດ ທ່ານນາງ ລີ​ຊາ ໂມ​ນາ​ໂຄ ກ່າວ​ຄຳ​ປາ​ໄສ ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່​າ​ວ ຢູ່​ຫ້ອງ​ການ​ໄອ​ຍະ​ການ ສະ​ຫະ​ລັດ ໃນ​ນະ​ຄອນ ນິວຢອກ, 18 ຕຸ​ລາ 2022.

ໃນ​ກໍ​ລະ​ນີ​ທຳ​ອິດ​ທີ່ບໍ່​ຄື​ກໍ​ລະ​ນີ​ອື່ນ, ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່​ຂອງປະ​ເທດ ຝ​ຣັ່ງ ແຫ່ງ​ນຶ່ງ ແລະ ສາ​ຂາ​ຍ່ອ​ຍ​ທີ່​ໄດ້​ຢຸດປະ​ຕິ​ບັດ​ການ​ຢູ່​ປະ​ເທດ ຊີ​ເຣຍ ໃນ​ປັດ​ຈຸ​ບັນ​ນີ້, ເຊິ່ງ​ທັງ​ສອງ​ໄດ້​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ໃນ​ລະ​ຫວ່າງ​ຄວາມ​ຂັດ​ແຍ້ງ ຊີ​ເຣຍ ນັ້ນ, ໄດ້​ສາ​ລະ​ພາບ​ຜິດ​ໃນ​ວັນ​ອັງ​ຄານ​ວານນີ້ ຕໍ່​ການ​ສົມ​ຮູ້​ຮ່ວມ​ຄິດ​ ເພື່ອ​ສະ​ໜອງ​ວັດ​ຖຸ​ການ​ສະ​ໜັບ​ສະ​ໜູນ​ໃຫ້​ກຸ່ມລັດ​ອິ​ສ​ລາມ ແລະ ​ກຸ່ມແນວ​ໂຮມ ອາ​ລ-ນຸ​ສ​ຣາ (al-Nusrah Front).

ບໍ​ລິ​ສັດ ລາ​ຟ​າ​ຊ ເອັ​ສ ເອ (Lafarge S.A.), ເຊິ່ງ​ແມ່ນ​ນຶ່ງ​ໃນ​ບໍ​ລິ​ສັດ​ທີ່​ໃຫຍ່​ທີ່​ສຸດ​ຂອງ ຝ​ຣັ່ງ​, ແລະ ບໍ​ລິ​ສັດ ລາ​ຟ​າ​ຊ ເຊ​ເມັ້ນ ຊີ​ເຣຍ (Lafarge Cement Syria), ຖືກ​ກ່າວ​ຫາ​ວ່າ​ ໄດ້​ຈ່າຍ​ເງິນ​ເກືອບ 6 ລ້ານ​ໂດ​ລາ ​ໃຫ້​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ​ທີ່​ຖືກ​ລະ​ບຸ​ຊື່ໂດ​ຍ ສະ​ຫະ​ລັດ ໃນ​ການ​ແລກ​ປ່ຽນ​ສຳ​ລັບ​ການ​ອະ​ນຸ​ຍາດ​ໃຫ້​ປະ​ຕິ​ບັດ​ໂຮງ​ງານ​ຊີ​ເມັນ ໃນ​ປະ​ເທດ ຊີ​ເຣຍ ຈາກ​ປີ 2013 ຫາ 2014, ອີງ​ຕາມ​ເອ​ກະ​ສານ​ຂອງສານ.

ການ​ຈ່າຍ​ເງິນ​ດັ່ງ​ກ່າວ​ແມ່ນ​ປະ​ກອບ​ມີ​ການ “ບໍ​ລິ​ຈາກເງິນ” ໃນ​ແຕ່​ລະ​ເດືອນ​ໃຫ້​ສອງ​ກຸ່ມ​ດັ່ງ​ກ່າວ, ຊື້​ວັດ​ຖຸ​ດິບ​ຈາກ​ຜູ້​ສະ​ໜອງ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ກຸ່ມ​ລັດ​ອິ​ສ​ລາມ, ແລະ “ຈ່າຍ​ພາ​ສີ” ໂດຍ​ອີງ​ໃສ່​ຈຳ​ນວນ​ຂອງ ຊີ​ເມັນ ທີ່​ບໍ​ລິ​ສັດ​ນັ້ນ​ໄດ້​ຂາຍ, ອີ​ງ​ຕາມ​ບັນ​ດາ​ໄອ​ຍະ​ການ.

ກົນ​ໄກ​ດັ່ງ​ກ່າວ​ໄດ້​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ ຊີ​ເຣຍ ສ້າງ​ລາຍ​ໄດ້ຫຼາຍກວ່າ 70 ລ້ານ​ໂດ​ລາ​ໃນ​ລະ​ຫວ່າງ​ປະ​ມານ​ໄລ​ຍະ​ນຶ່ງ​ປີ ​ໃນ​ຈຸດ​ສູງ​ສຸດ​ຂອງ​ຄວາມ​ຂັດ​ແຍ້ງ ຊີ​ເຣຍ, ອີງ​ຕາມ​ການ​ກ່າວ​ຫາ​ໂດຍ​ບັນ​ດາ​ໄອ​ຍະ​ການ​ໃນ​ເອ​ກະ​ສານ​ຂອງ​ສານ.

ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ​ໃນ​ນະ​ຄອນ​ ນິວຢອກ ໄດ້​ຕັດ​ສິນ​ໃຫ້​ຄວບ​ຄຸມ​ການ​ປະ​ພຶດ​ຂອງ​ຈຳ​ເລີຍ. ເຂົາ​ເຈົ້າ​ຖືກ​ສັ່ງ​ໃຫ້​ຈ່າຍ​ເງິນ​ຄ່າ​ໂທດ​ດ້ານ​ການ​ເງິນ​ໃນ​ຈຳ​ນວນ​ເງິນ​ທັງ​ໝົດ ເຈັດ​ຮ້ອຍ​ເຈັດ​ສິບ​ເຈັດ​ລ້ານ, ເຈັດ​ແສນ​ແປດ​ສິບ​ພັນ​ໂດ​ລາ.

ກະ​ຊ​ວງ​ຍຸ​ຕິ​ທຳ​ໄດ້​ກ່າວ​ວ່າ​ຄະ​ດີ​ດັ່ງ​ກ່າວ​ໄດ້​ເປັນ​ຂີດ​ໝາຍ​ການ​ລົງ​ໂທດ​ຄັ້ງ​ທຳ​ອິດ​ຕໍ່​ບໍ​ລິ​ສັດນຶ່ງ ​ສຳ​ລັບ​ການ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ວັດ​ຖຸ ​ໃຫ້​ອົງ​ການ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ.

ຂໍ້​ກ່າວ​ຫາ ກ່ຽວ​ກັບ ການ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ວັດ​ຖຸ​ໃຫ້​ອົງ​ການ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ ປົກ​ກະ​ຕິ​ແມ່ນ​ຈະ​ຖືກ​ຕັ້ງ​ຕໍ່​ບຸກ​ຄົນ​.

ກໍ​ລະ​ນີ​ດັ່ງ​ກ່າວ​ຍັງ​ໄດ້​ອະ​ທິ​ບາຍ​ວິ​ທີ “ທີ່​ອາ​ຊະ​ຍາ​ກຳ​ຂອງ​ບໍ​ລິ​ສັດ​ສາ​ມາດ​ພົວ​ພັນ​ກັບ​ຄວາມ​ປອດ​ໄພ​ແຫ່ງ​ຊາດ,” ອີງ​ຕາມ​ການ​ກ່າວ​ຢ້ຳ​ໂດຍ​ຮອງ​ໄອ​ຍະ​ການ​ໃຫຍ່ ທ່ານ​ນາງ ລີ​ຊາ ໂມ​ນາ​ໂຄ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG