ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍ​ງານ​ ຂອງ​ອົງ​ການ Freedom House ​ກ່ຽວ​ກັບ​ ການ​ຫຼຸດ​ນ້ອຍ​ຖອຍ​ລົງ ​ຂອງອິດ​ສະ​ຫລະ​ພາບ ດ້ານ​ການ​ຂ່າວ ໃນ​ທົ່ວ​ໂລກ


Media Repression on the Rise in 'Free' Countries
please wait

No media source currently available

0:00 0:02:21 0:00

ເສ​ລີ​ພາບໃນ​ດ້ານ​ຂ່າວສານກຳ​ລັ​ງ​ນັບ​ມື້​ ນັບຫຼຸດ​ນ້ອຍ​ຖອຍ​ລົງ ຢູ່ໃນ​ທົ່ວ​ໂລກ,
ລວມ​ທັງ ຢູ່ໃນ​ປະ​ເທດ​ທີ່​ໄດ້ຕັດ​ສິນ​ໃຈຢ່າງແນ່ວ​ແນ່ມາ​ເປັນ​ເວ​ລາ​ດົນນານວ່າ
ຈະໃຫ້​“​ມີເສ​ລີ​ພາບ” ນັ້ນ. Freedom House, ​ອົງ​ການອິດ​ສະ​ຫລະສິ້ງ​ຊອມ​
ເສ​ລີ​ພາບ​ໃນດ້ານຂ່າວ​ສານລາຍ​ງານ​ວ່າ ​ການ​ກົດ​ດັນ​ ແລະການ​ຊັກ​ຈູງໃນ​ຮູບ
​ແບບ​ໃໝ່ກຳ​ລັງແຜ່ຂະ​ຫຍາຍຫລາຍຢູ່ໃນ​ສັງ​ຄົມ​ທີ່​ເມື່ອ​ກ່ອນເຄີຍ​ເປີດກວ້າງ
ນັບ​ແຕ່​ເຂດຢູ​ໂຣບກາງຈົນ​ຮອດສະ​ຫະ​ລັດ ບ່ອນ​ທີ່ອົງ​ການ​ດັ່ງ​ກ່າວໄດ້​ເວົ້າ​
ເຖິງວ່າມີ​ການ​ໂຈມ​ຕີ“ແບບໃໝ່ ແລະໜ້າເປັນຫ່ວງຫລາຍ” ​ຕໍ່​ພວກ​ນັກ​ຂ່າວ
ແລະອົງ​ການສື່ມວນ​ຊົນຕ່າງ​ໆໂດຍ​ລັດ​ຖະ​ບານທ່ານ​ທ​ຣຳ. ນັກ​ຂ່າວ​ຂອງວີ​ໂອ​ເອ
Ramon Taylor ມີ​ລາຍ​ງານ​ເລື້ອງນີ້ຈາກ​ນິວຢອກ ຊຶ່ງວັນ​ນະ​ສອນ​ຈະ​ນຳ​
ລາຍ​ລະ​ອຽດມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ບັນ​ດາຜູ້​ຜະ​ເດັດ​ການສຳ​ຄັນ ​ທີ່ດຳ​ເນີນ​ງານ​ເພື່ອບ່ອນ​ທຳ​ລາຍເສ​ລີ​ພາບ​ດ້ານ​ຂ່າວ
ສານ​ ສືບ​ຕໍ່​ຮວ​ບ​ຮ​ວມ​ເອົາ​ອຳ​ນາດ. ແຕ່​ວ່າຢູ່ປະ​ເທດ​ທີ່ມີ​ລະ​ບົບປະ​ຊາ​ທິ​ປະ​ໄຕ
ອັນ​ອ່ອນ​ແອນັ້ນ ກຳ​ລັງ​ມີວິ​ທີ​ການ​ໃໝ່ເລີ້ມ​ປາ​ກົດ​ຂຶ້ນ​ມາ​ເຊັ່ນ​ກັນ, ​ອີງ​ຕາມ​ບົດລາຍ​
ງານໃໝ່​ກ່ຽວ​ກັບເສ​ລີ​ພາບ ແ​ລະ​ສື່​ສານມວນ​ຊົນ. ອົງ​ການຊິ້ງ​ຊອມເສ​ລີ​ພາບ​ດ້ານ
​ຂ່າ​ວ​ສານ Freedom House ເວົ້າ​ວ່າ ອັນ​ຕະ​ລາຍ​ແມ່ນນອນ​ຢູ່ໃນ ອິດ​ທິ​ພົນ​ຂອງ
​ຈີນໃນ​ທົ່ວ​ໂລກ ທີ່​ລວມ​ທັງການ​ດຳ​ເນີນຄວາມ​ພະ​ຍາ​ຍາມເພື່ອ​ຈະ​ຄວບ​ຄຸມຊັກ​ນຳ​
ສື່​ສານມວນ​ຊົນຢູ່​ທົ່ວ​ທະ​ວີບອາ​ຟ​ຣິ​ກາ.

​ທ່ານ​ນາງ Sarah Repucci ຜູ້​ອຳ​ນວຍ​ການ​ລະ​ດັບ​ສູງດ້ານ​ການ​ຄົ້ນ​ຄວ້າ​ແລະ​ວິ​ໄຈ
ຂອງ​ອົງ​ການ Freedom House ກ່າວ​ວ່າ “ພວກ​ເຂົາ​ກະ​ທຳເຊັ່ນ​ນັ້ນ ໂດຍໄດ້ນຳ​ເອົາຄວາມຄິດເຫັນຂອງຕົນ​ອອກ​ໄປ ແລະ​ຊອກ​ຫາອົງ​ການຂ່າວ​ທີ່​ເປັນ​ມິດ​ກັບ​ຕົນ
ທີ່ຈະ​ພິມ​ເຜີຍ​ແຜ່ ແລະ​ອອກອາ​ກາດຄວາມຄິດເຫັນ​ນັ້ນ. ພວກ​ເຂົາ​ເຈົ້າ​ເຮັດ​ເຊັ່ນ​ນັ້ນ
ໂດຍ​ທຳການ​ກົດ​ດັນ​ຕໍ່ພວກ​ນັກ​ຂ່າວ, ແຕ່ ຂະ​ນະ​ດຽວກັນ​ນັ້ນ ກໍ​ຍັງກົດ​ດັນ​ຕໍ່ພວກ
ເຈົ້າ​ໜ້າ​ທີ່​ທາງການ​ທູດ ແລະ​ເຈົ້າ​ຂອງ​ບໍ​ລິ​ສັດ​ສື່ສານ​ມວນ​ຊົນ​ທັງ​ຫຼາຍ ຢູ່ໃນ​ປະ​ເທດ​
ຕ່າງໃຫ້​ກວດກາເບິ່ງ, ​ໂດຍພື້ນ​ຖານແລ້ວ​ກໍແມ່ນ​ ເຮັດ​ໂດຍ​ຕາງ​ໜ້າ​ໃຫ້​ປັກ​ກິ່ງ.”

ອີງ​ຕາມ​ອົງ​ການ Freedom House ພາບ​ລວມ​ອັນ​ມືດ​ມົວ​ຂອງເສ​ລີ​ພາບ​ໃນ​ດ້ານ
ຂອງຂ່າວ​ສານມວນ​ຊົນ ແມ່ນ​ເປັນ​ຜົນພອຍ​ໄດ້​ຮັບ​ຈາກສະ​ຖິ​ຕິ​ທີ່​ຂີ້​ຮ້າຍ​ລົງ ຢູ່​ທົ່ວ​ແຜນທີ່
​ທີ່ຢູ່​ຄຽງ​ຄູ່​ກັນ​ໄປ​ກັບການເພີ້ມ​ຂຶ້ນ​ຂອງ​ຄວາມນິ​ຍົມຊົມ​ຊອບ​ຝ່າຍ​ຂວາ.

ໂດຍ​ທີ່ຖືກ​ຈັດ​ໃຫ້​ເປັນ​ 2 ຂົງ​ເຂດ​ທີ່​ມີເສ​ລີ​ພາບ​ໜ້ອຍ​ທີ່​ສຸດໃນໂລກ, ເຂດເຄິ່ງຢູ​ໂຣ-
ເຄິ່ງ​ເອ​ເຊຍ ແລະເຂດ​ຕາ​ເວັນ​ອອກ​ກາງ-ທາງ​ພາກ​ເໜືອທະ​ວີບອາ​ຟ​ຣິ​ກາ​ແມ່ນ​ພົບ
ເຫັນວ່າ​ຄະ​ແນນສະ​ເລ່ຍ​ຂອງ​ເສ​ລີ​ພາບດ້ານ​ຂ່າວ​ສານ​ຂອງ​ເຂົາ​ເຈົ້າ ​ຫຼຸດ​ລົງຈາກ
9 ເປີ​ເຊັນ ແລະ 11 ເປີ​ເຊັນ ຕາມ​ລຳ​ລັດ ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ. ແຕ່ວ່າ ເຂດ​ທີ່
​ປະ​ກອບ​ສ່ວນເຮັດ​ໃຫ້ມີ​ການຫຼຸດລົງ​ໃນ​ທົ່ວ​ໂລກ ​ແມ່ນຢູ​ໂຣບ ຊຶ່ງ​ເປັນ​ເຂດ​ທີ່ມີ 4
ປະ​ເທດ​ໃດ​ໃນ​ຈຳ​ນວນ 5 ປະ​ເທດ ແມ່ນ​ມີ​ “ເສ​ລີ​ພາບ” ນັ້ນ. ແຕ່ເຖິງ​ແນວ​ໃດກໍ​ຕາມ
ຄະ​ແນນ​ເສ​ລີ​ພາບທາງ​ດ້ານຂ່າວສານ​ໂດຍສະ​ເລ່ຍ ຂອງ​ຢູ​ໂຣບແມ່ນ​ຫຼຸດ​ລົງ 8 ເປີ​ເຊັນ.

ອົງ​ການ Freedom House ລາຍ​ງານວ່າ ທັງໝົດ 16 ປະ​ເທດທີ່ໄດ້​ຖືກ​ຈັດ​ວ່າ​ມີ
“ເສ​ລີ​ພາບ” ແມ່ນພົບ​ວ່າ ມີ​ຄະ​ແນນ​ເສ​ລີ​ທາງ​ດ້ານຂ່າວ​ສານຫຼຸດ​ຕ່ຳ​ລົງ ໃນໄລ​ຍະ
5 ປີຜ່ານ​ມາ.

ທ່ານ​ນາງ Repucci, ຜູ້​ນຳ​ພາ​ໃນ​ການ​ຂຽນ​ບົດ​ລາຍ​ງານກ່າວ​ວ່າ ສະ​ຫະ​ລັດ-ທີ່​ທາງ
​ອົງ​ການ Freedom House ຂະ​ໜານ​ນາມ​ໃຫ້​ວ່າ​ເປັນມະ​ຫາ​ອຳ​ນາດທາງ​ປະ​ຊາ
​ທິ​ປະ​ໄຕທີ່ນຳ​ໜ້າ​ໂລກນັ້ນ ​ຍັງ​ໃຫ້​ການ​ປົກ​ປ້ອງ​ທາງ​ກົດໝາຍທີ່​ແຂງແກ່ນ​ເມື່ອ​ມີການ
​ປະ​ເຊີນ​ກັບສະ​ພາບ​ທີ່ມີ​ການ​ຂົ່ມ​ຂູ່ແລະ​ການ​ໂຈມ​ຕີຕໍ່ອົງ​ການຂ່າວນຶ່ງໆ.

ທ່ານ​ນາງ Repucci ກ່າວ​ດັ່ງ​ນີ້ “ອົງ​ການຂ່າວສານທີ່​ໃຫຍ່ໆ ແມ່ນ​ມີຄວາມ​ແຂງ​
ແກ່ນ​ອີ່​ຫລີ​ໃນການ​ພັກ​ດັນ​ຄືນຕໍ່​ການ​ໂຈມ​ຕີ​ເຫລົ່າ​ນີ້ ແລະ​ສືບ​ຕໍ່ເຜີຍ​ແຜ່​ຂໍ້​ມູນ
ທີ່ຈະ​ເຮັດ​ໃຫ້​ພວກ​ຜູ້​ນຳທັງ​ຫຼາຍ​ຮັບ​ຜິດ​ຊອບຕໍ່​ການ​ໂຈມ​ຕີນັ້ນ. ແຕ່​ວ່າຄວາມ​ເປັນ​ຫ່ວງກໍແມ່ນວ່າ ບັນ​ທັດ​ຖານນັ້ນ​ອາດ​ຈະ​ກຳ​ລັງປ່ຽນ​ໄປ ແລະຫ່ວງ​ວ່າມັນ​ຈະ​ເປັນ​
ການ​ຍາກ ທີ່​ຈະ​ກັບ​ຄືນໄປ​ຍັງ​ທີ່​ເດີມທີ່ພ​ວກ​ເຮົາເຄີຍ​ຢູ່​ນັ້ນ ໄດ້.”

ໃນ​ສະ​ພາບ​ການ​ທີ່​ສື່​ມວນຊົນ​ປະ​ສົບ​ບັນ​ຫາ​ ເຊັ່ນຊູ​ດານ ແລະ​ເວ​ເນ​ຊູ​ເອ​ລາ,
ທ່ານນາງຣີປູ​ຈິ ໃຫ້​ການ​ຢືນ​ຢັນ​ວ່າ ​ສື່​ສັງ​ຄົມອອນ​ລາຍ - ເຖິງ​ແມ່ນ​ວ່າຈະ​ມີຄວາມ
​ບົກ​ຜ່ອງ​ຢູ່​ກໍ​ຕາມ - ສືບ​ຕໍ່ມີ​ບົດ​ບາດຢ່າງ​ຫລວງ​ຫລາຍ ໃນ​ນາມທີ່​ເປັນສາຍ​ຊູ​ຊີບ
ໃຫ້​ແກ່ພວກ​ນັກ​ຂ່າວ ແລະ​ແກ່​ປະ​ຊາ​ທິ​ປະ​ໄຕໂດຍ​ລວມ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Global press freedom is on the decline, including in countries that have long been determined to be "free." Freedom House, an independent watchdog organization, reports that new forms of media repression and manipulation are spreading in traditionally open societies, from Central Europe to the United States, where it cited "new and are very worrying" attacks on journalists and media outlets by the Trump administration. VOA's Ramon Taylor reports from New York.

Authoritarian figures who work to undermine independent journalism continue to consolidate power. But among fragile democracies, new tactics are also emerging, according to a new report on freedom and the media. The watchdog organization Freedom House says a danger lies in China's globalizing influence, including efforts to harness media across Africa.

Sarah Repucci, Senior Director for Research and Analysis, Freedom House: "They're doing it by exporting their message and finding friendly outlets that will publish and broadcast that message. They're doing it by putting pressure on journalists, but also diplomats and media owners in countries to censor, basically, on Beijing's behalf."

According to Freedom House, the bleak outlook for global media freedom is the result of worsening records across the map, alongside the rise of right-wing populism.

Classified as the two least-free regions in the world, Eurasia and Middle East-North Africa saw their average press freedom scores decline by 9% and 11%, respectively, since 2014. But also contributing to the overall global decline is Europe, where four out of every five countries are "free." However, Europe's average press freedom score dropped 8%.

Freedom House reports that a total of 16 nations designated as "free" have seen a reduction in press freedom scores during that five-year span.

Sarah Repucci, the report's lead author, says the United States — which Freedom House labels 'the world's leading democratic power' — maintains strong legal protections in the face of threats and attacks against individual media outlets.

Sarah Repucci, Senior Director for Research and Analysis, Freedom House: "The major news media have been really strong in pushing back against these attacks and in continuing to publish information that holds leaders to account. But the concern is that norms may be changing, and that it will be difficult to get back to where we were before."

In troubled media environments like Sudan and Venezuela, Repucci maintains that social media — despite its flaws — continues to play an outsized role as a lifeline to journalists and to democracy as a whole.

XS
SM
MD
LG