ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການຄຸ້ມຄອງ ຂອງສາກົນ ເຕືອນ ກ່ຽວກັບ ໄພຂົ່ມຂູ່ ຕໍ່ ສິດເສລີພາບ ໃນການອອກຂ່າວ ຢູ່ທົ່ວໂລກ


ສະມາຊິກຂອງອົງການນັກຂ່າວບໍ່ມີພົມແດນ ພາກັນ ຖືຮູບນັກຂ່າວເທີກີ ທີ່ຖືກຄຸມຂັງ ໃນລະຫວ່າງ ການປະທ້ວງ ຕໍ່ໜ້າສະຖານທູດເທີກີ ທີ່ນະຄອນປາຣີ (ວັນທີ 5 ມັງກອນ 2018)
ສະມາຊິກຂອງອົງການນັກຂ່າວບໍ່ມີພົມແດນ ພາກັນ ຖືຮູບນັກຂ່າວເທີກີ ທີ່ຖືກຄຸມຂັງ ໃນລະຫວ່າງ ການປະທ້ວງ ຕໍ່ໜ້າສະຖານທູດເທີກີ ທີ່ນະຄອນປາຣີ (ວັນທີ 5 ມັງກອນ 2018)

ການໂຈມຕີຢ່າງບໍ່ຢຸດຢັ້ງຕໍ່ສື່ມວນຊົນຂອງພວກນັກການເມືອງທີ່ຢາກເປັນຜູ້ຕາງໜ້າ
ປົກປ້ອງຜົນປະໂຫຍດ ຂອງປະຊາຊົນ ກຳລັງເປັນໄພຂົ່ມຂູ່ຕໍ່ປະເທດປະຊາທິປະໄຕ
ໃຫຍ່ໆ ອີງຕາມລາຍງານຂອງອົງການຄຸ້ມຄອງສື່ມວນຊົນສາກົນ 2 ອົງການ ທີ່ອອກ
ໃນວັນພຸດມື້ນີ້.

ໃນລາຍງານປະຈຳປີ ກ່ຽວກັບສິດເສລີພາບໃນການອອກຂ່າວຢູ່ໃນທົ່ວໂລກນັ້ນ ອົງ
ການນັກຂ່າວບໍ່ມີພົມແດນແລະອົງການຟຣີດອມເຮົ້າ (Freedom House) ໄດ້ຕ້ອງ
ຕິຢ່າງໜັກ ຕໍ່ພວກຜູ້ນຳປະຊານິຍົມຕາເວັນຕົກ ທີ່ບໍ່ໃຫ້ຄວາມເຊື່ອຖືຕໍ່ສື່ມວນຊົນ ປະ
ນາມພວກນັກຂ່າວ ແລະຂົ່ມຂູ່ທີ່ຈະຈຳກັດຮັດແຄບ.

ອົງການຟຣີດອມເຮົ້າກ່າວຢູ່ໃນລາຍງານວ່າ “ເມື່ອ 5 ປີກ່ອນ ການກົດດັນຂອງໂລກ ຕໍ່ສື່ມວນຊົນ ປາກົດວ່າບໍ່ໄດ້ມີຜົນກະທົບ ຕໍ່ສະຫະລັດ ຫຼືປະເທດປະຊາທິປະໄຕໃນ
ຢູໂຣບ ໃນວິທີທາງທີ່ສຳຄັນໃດໆ ແຕ່ສະຖານະການ ກ່ຽວກັບສິດເສລີພາບໃນດ້ານ
ການຂ່າວຂອງໂລກ ສຳລັບປີ 2017 ຫາ 2018​ ໃນທຸກມື້ນີ້ ພວກຜູ້ນຳປະຊານິຍົມ ແມ່ນປະກອບເປັນຜູ້ຂົ່ມຂູ່ທີ່ສຳຄັນຕໍ່ສິດເສລີພາບ ໃນການສະແດງຄວາມຄິດເຫັນ ຢູ່ໃນສັງຄົມທີ່ເປີດກວ້າງເຫຼົ່ານີ້.”

Press Freedom
please wait
Embed

No media source currently available

0:00 0:00:38 0:00

ອົງການນັກຂ່າວບໍ່ມີພົມແດນ ກໍໄດ້ໃຫ້ການຊັ່ງຊາທີ່ຄ້າຍຄືກັນໂດຍເຕືອນວ່າ “ນັບ
ມື້ນັບຫຼາຍຂຶ້ນເລື້ອຍໆ ທີ່ພວກຜູ້ນຳຖືກເລືອກ ແບບປະຊາທິປະໄຕ ບໍ່ໄດ້ມອງເຫັນ
ວ່າ ສື່ມວນຊົນເປັນພາກສ່ວນນຶ່ງຂອງສິ່ງຄ້ຳຈຸນປະຊາທິປະໄຕແຕ່ກັບມອງເຫັນວ່າ
ເປັນສັດຕູ ທີ່ພວກເຂົາເຈົ້າທີ່ພວກເຂົາເຈົ້າບໍ່ມັກຢ່າງເປີດເຜີຍ.”

ປະທານາທິບໍດີດໍໂນລ ທຣຳ ໄດ້ຖືກຕ້ອງຕິຢ່າງໜັກຈາກອົງການທັງສອງ. ອົງການ
ນັກຂ່າວບໍ່ມີພົມແດນເອີ້ນທ່ານວ່າ “ເປັນຜູ້ໂຈມຕີສື່ມວນຊົນດ້ວຍຄວາມກະຕືລືລົ້ນ”
ໃນຂະນະທີ່ອົງການຟຣີດອມເຮົ້າ ເຕືອນວ່າ ການລະບຸສື່ມວນຊົນ ຂອງທ່ານທຣຳ
ວ່າເປັນ “ສັດຕູຂອງ ປະຊາຊົນອາເມຣິກັນ” ແລະການກ່າວໂຈມຕີ ຕໍ່ພວກນັກຂ່າວ ແລະອົງການຂ່າວຕ່າງໆ “ໄດ້ບ່ອນທຳລາຍ ຕໍ່ຄວາມເຊື່ອຖື ຂອງປະຊາຊົນ ທີ່ມີຕໍ່ ການຂຽນຂ່າວທີ່ອີງຕາມມູນຄວາມຈິງ.”

ໃນເວລານີ້ ຍັງບໍ່ສາມາດຕິດຕໍ່ກັບທຳນຽບຂາວໄດ້ ເພື່ອໃຫ້ຄຳຕອບຕໍ່ການຕ້ອງຕິ
ດັ່ງກ່າວ.

ລາຍງານປະຈຳປີຂອງອົງການນັກຂ່າວບໍ່ມີພົມແດນກ່ຽວກັບດັດຊະນີສິດເສລີພາບ
ດ້ານການຂ່າວ ໄດ້ຊັ່ງຊາເບິ່ງອິດສະຫຼະພາບດ້ານການຂ່າວຢູ່ໃນ 180ປະເທດນັບ
ແຕ່ 1 ຫາ 180 ໂດຍທີ່ອັນດັບ 1 ແມ່ນມີສິດເສລີພາບຫຼາຍທີ່ສຸດແລະ 180 ແມ່ນມີ
ໜ້ອຍທີ່ສຸດ.

ໃນດັດຊະນີ ຂອງປີ 2018​ ນີ້ ນໍເວ ໄດ້ຍາດເອົາທີ 1 ໄປຈາກຟິນແລນ ໃນຂະນະທີ່
ເກົາຫຼີເໜືອ ຍັງຕິດອັນດັບລາກທ້າຍ ຂອງ 180 ປະເທດຄືເກົ່າ.

ສ່ວນ ສປປ ລາວ ແມ່ນຕິດອັນດັບທີ 170 ຂອງຈຳນວນທັງໝົດ 180 ປະເທດໃນປີ
2018 ຊຶ່ງຢູ່ໃນອັນດັບດຽວກັນ ກັບປີ 2017.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG