ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຝຣັ່ງກໍາລັງເຫີ່ກັນ ຮຽນພາສາຈີນກາງ ເພື່ອດຶງດູດເອົາລູກຄ້າ ຊາວຈີນ (ວີດິໂອລາວ/ອັງກິດ)


ພຽງ​ເມື່ອ​ບໍ່​ດົນ​ມາ​ນີ້ ຊາວ​ອາ​ເມຣິກັນ​ແລະ​ຍີ່ປຸ່ນ ແມ່ນ​ເປັນ​ກຸ່ມ​
ນັກ​ທ່ອງ​ທ່ຽວ ​ທີ່ໃຊ້​ຈ່າຍ​ເງິນ​ຢ່າງ​ບໍ່​ອັ້ນ​ຢູ່​ໃນ​ປະ​ເທດ​ຝຣັ່ງ. ​ແຕ່
​ເລື່ອງ​ນີ້​ກໍາລັງ​ປ່ຽນ​ແປງ​ໄປ ຄື​ໃນໄລຍະ​ຫຼາຍ​ເດືອນຂອງ​ຊ່ວງ​
ລະດູ​ຮ້ອນ​ປີ​ນີ້ ວົງ​ການ​ອຸດສາຫະກໍາ​ທ່ອງ​ທ່ຽວຂອງຝຣັ່ງ ປາ
ກົດ​ວ່າ ກໍາລັງ​ພະຍາ ຍາມ​ດຶງ​ດູດ​ເອົາ​ລູກ​ຄ້າຕ່າງ​ຊາດໜ້າ​ໃໝ່
ທີ່ກະ​ເປົາ​ເງິນ​ໜັກ ​ມີ​ອໍານາດ​ຊື້​ຢ່າງ​ຫລວງຫລາຍ​ອີກລາຍ​ນຶ່ງ
ນັ້ນກໍ​ຄື​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ. ດຽວ​ນີ້​ຊາວ​ຝຣັ່ງກໍາລັງພາກັນ
ກັບ​ຄືນ​ເຂົ້າຫ້ອງ​ຮຽນ​ອີກ ​ເພື່ອຕັ້ງໜ້າຮຽນພາສາ​ຈີນກັນ.

ຄູ​ສອນ Meifen Chen ສາບານ​ວ່າ ​ພາສາ​ຈີນ​ກາງ ແມນ​ດາ​ຣິນ
ຊຶ່ງ​ເປັນ​ພາສາທາງ​ການ​ຂອງ​ຈີນນັ້ນ ຮຽນງ່າຍຫຼາຍ. ບາງ​ເທື່ອ
ຄູ Chen ອາດ​ຈະເວົ້າ​ຖືກ ​ແຕ່​ການ​ເຂົ້າ​ໄປ​ຢ້ຽມຢາມ​ຫ້ອງ​ຮຽນ​
ຂອງ​ລາວ ກໍ​ພາ​ໃຫ້​ຮູ້ສຶກ​ຫວາດ​ຫວັ່ນ​ຢູ່.

ນັກຮຽນ​ຂອງ​ລາວ​ຄົນ​ນຶ່ງ​ເປັນ​ນັກ​ຂ່າວ ອີກ​ຜູ້​ນຶ່ງ​ແມ່ນ​ພຽງ​ແຕ່ສົນ​ໃຈຢາກ​ຮຽນຮູ້ ກ່ຽວກັບຈີນ​.

ສ່ວນ​ນັກຮຽນ​ຄົນ​ທີ່​ສາມ Julie Antonello ​ເປັນ​ເຈົ້າຂອງ​ທຸລະ​ກິດ ທີ່ມັກ​ເດີນທາງ​ໄປ​ຈີນ
​ເປັນ​ປະ​ຈໍາ. ນາງ ຈູ​ລີ ກ່າວ​ວ່າ ລາວ​ກໍາລັງ​ຮຽນ​ພາສາ​ຈີນ​ກາງ ​ເພື່ອ​ຮັບປະກັນ​ວ່າ ຕົນ​ຈະ​ບໍ່​ເສຍ​ປຽບ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ.

​“ແຕ່​ນອກຈາກ​ເລື້ອງ​ນີ້​ແລ້ວ ຂ້ອຍ​ພຽງ​ແຕ່​ຢາກ​ຮຽນ​ຮູ້​ປະ​ເພນີ​ຈີນ​ ​ເພາະ​ວ່າ​ຂ້ອຍທຽວ
ໄປ​ຈີນເລື້ອຍໆ ​ເພາະສະ​ນັ້ນ​
ຂ້ອຍ​ກໍ​ຢາກ​ເຂົ້າ​ໃຈພາສາ​ຈີນ ​ເພື່ອ​ພະຍາຍາມ​ຊ່ວຍ​
ເຫຼືອຕົນເອງ​ໄດ້ ເວລາ​ຈະ​ຂີ່​ລົດ​ແທ໊ກຊີ້ ຫຼື​ໄປ​ນັ່ງ​ດື່ມ​ກາ​ເຟຕາມ​ຮ້ານ ​ເປັນ​ຕົ້ນ.”

ປັດຈຸບັນ​ນີ້ ບໍ່​ແມ່ນ​ແຕ່ຊາວ​ຝຣັ່ງໄປ​ປະກອບ​ທຸລະ​ກິດ​ໃນ​ຈີນ​ ​ແຕ່ທຸລະ​ກິດ​ຈີນ​ກໍ​ກໍາລັງຫຼັ່ງ​ໄຫຼ​ເຂົ້າມາ​ໃນ​ຝຣັ່ງ​ເຊັ່ນ​ກັນ. ປັດ​ຈຸ​ບັນ​ນີ້ ມີ​ຊາວ​ຈີນ​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ຝຣັ່ງ ປະມານ​ເຄິ່ງລ້ານ​
ຄົນ​ທຸກໆ​ປີ. ຜູ້​ຈັດລາຍການ​ທ່ອງ​ທ່ຽວທັງຫຼາຍ​ທໍາ​ນາຍ​ວ່າ​ ຈໍານວນ​ນັ້ນ​ຈະ​ຖີບຕົວ​ສູງ​ຂຶ້ນ ​ເປັນ​ ສອງ​ລ້ານ​ຄົນ​ພາຍ​ໃນປີ 2020.

ພ້ອມ​ກັບ​ລາຍ​ໄດ້ທີ່​ຖີບ​ຕົວສູງຂຶ້ນ​ໃນ​ຈີນນັ້ນ ຊາວ​ຈີນ​ຖານະ​ປານ​ກາງ ​ເຊັ່ນ ກຸ່ມ​ຄູ​ສອນ​ພາສາ​ກຸ່ມ​ນີ້ ມີ​ເງິນ​ພໍ​ທີ່​ຈະ​ໄປ​ທ່ຽວ​ຕ່າງປະ​ເທດ​ໄດ້. ຄູ​ສອນ​ພາສາ​ອັງກິດ Chester ຄື​ຊື່ແບບ​ຕາ​ເວັນ​ຕົກ​ຂອງ​ລາວ ກໍາລັງ​ເພີດ​ເພີນກັບ​ການ ທ່ອງ​ທ່ຽວປາຣີ ​ເພາະ​ມີພາສາ​ທີ່​
ລາວ​ເຂົ້າ​ໃຈ.

ພວກ​ເຮົາ​ເຫັນປ້າຍ​ຕ່າງໆ​ເປັນ​ພາສາ​ຈີນ​ ຢູ່​ທຸກ​ຫົນ​ແຫ່ງ ຕາມຮ້ານ​ຄ້າຮ້ານ ອາຫານ...”

​ເຫດຜົນນຶ່ງ ກໍ​ຄື​ພວກ​ນັກທ່ອງ​ທ່ຽວ​ຊາວ​ຈີນ​ເປັນ​ຄົນ​ມັກ​ເລາະ​ຊື້​ເຄຶ່ອງຂອງ​ຂະໜາດໜັກ ​
ແມ່ນ​ແຕ່​ພວກ​ທີ່​ມີ​ງົບ​ປະມານຈໍາກັດ​ກໍ​ຕາມ ​ເຊັ່ນ​ນັກ​ສຶກສາ​ມະຫາ​ໄລ Wang Yi​.

“ຂ້ອຍ​ກໍາລັງ​ຈະໄປ​ເບິ່ງ​ຍ່ານຖະໜົນ Champs Elysee ວ່າ​ມີ​ຫຍັງ​ໜ້າ​ສົນ​ໃຈ​ ​ເປັນຕາ
ຊື້​ບໍ່.

ຊາວ​ຈີນ​ເປັນ​ນັກ​ເລາະ​ຊື້​ເຄຶ່ອງຂອງ​ລາຍ​ໃຫຍ່​ທີ່​ສຸດຂອງ​ຝຣັ່ງ ​ໂດຍ​ປະກອບ​ເປັນ​ເຖິງ
ນຶ່ງ​ສ່ວນ​ສີ່​ ຂອງ​ທຸລະ​ກິດ​ປອດ​ພາສີ​ທັງ​ໝົດ ອິງ​ຕາມ​ກຸ່ມ​ປະ​ເມີນ​ສະຖິຕິການ​ເລາະ​ຊື້
​ເຄຶ່ອງ Global Blue. ຫ້າງ​ສັບພະ​ສິນຄ້າ​ໃຫຍ່ໆ ​ເຊັ່ນ Galeries Lafayette ຈ້າງ​ພະນັກງານບໍລິການ​ ທີ່​ເວົ້າພາສາ​ຈີນ​ໄດ້.

Anne Kiefer ​ຊໍານານ​ດ້ານຈັດ​ການທ່ອງທ່ຽວ​ແບບ​ຫຼູຫຼາ. ພວກລູກ​ຄ້າ​ຂອງ​ລາວ​ ມີໂຮມທັງ​
ນັກທຸລະກິດຈີນ ​ແລະ​ເຈົ້າໜ້າ​ທີ່​ລັດຖະບານ​ຈີນ ທີ່​ລໍ້າລວຍ.

ເວລາ​ຊາວ​ຈີນ​ມາ​ທ່ຽວ​ປາຣີ ພວກ​ເຂົາ​ເຈົ້າຈະ​ໃຊ້​ຈ່າຍ​ເງິນ​ຊື້​ເຄຶ່ອງຂອງ​ກັບ​ບ້ານ​ຫຼາຍ
​ກວ່າ 60 ​ເປີ​ເຊັນຂອງ​ເງິນ​ທີ່​ຫອບ​ມາ​ນໍາ​ນັ້ນ ​ເພາະສະ​ນັ້ນ​
ການ​ເລາະຊື້ເຄຶ່ອງ ຫລືຊອບ​ປິ້ງ
ນັບ​ວ່າ​ເປັນ​ສ່ວນ​ສໍາຄັນ​ຂອງ​ການ​ທ່ອງ​ທ່ຽວ​ຂອງ​ພວກ​ເຂົາ​ເຈົ້າ.”

ນອກ​ນີ້​ແລ້ວ ນາງ Keifer ​ຍັງເຮັດ​ວຽກ​ກັບ​ໂຮງ​ແຮມລະດັບ​ສູງ​ຫຼາຍໆ​ແຫ່ງ​ໃນ​ປາ​ຣີ ເພື່ອ​
ຊ່ວຍ​ເຫຼືອ​ພະນັກງານ​ໃຫ້​ເຂົ້າໃຈ​ເຖິງ​ຄວາມ​ຕ້ອງການ​ແທ້ໆ​ຂອງ​ລູກ​ຄ້າຊາວ​ຈີນ​ທັງຫຼາຍ​ຂອງ​ເຂົາ​ເຈົ້າ ນັ້ນ​ນໍາ.

​“ແລະ​ນອກ​ນີ້​ ຂ້ອຍ​ຍັງ​ສອນ​ບັນດາ​ເຈົ້າຂອງ​ຫຼື​ຜູ້​ຈັດການ​ໂຮງ​ແຮມ ໃຫ້​ຮຽນ​ຮູ້ ​ເຂົ້າ​ໃຈ​ເຖິງ​ນໍ້າໃຈ ​ແນວ​ຄິດ ​ແລະວັດທະນະ​ທໍາ ​ເຊ່ນວ່າ​ ຊາວ​ຈີນມີອຸບປະນິ​ໄສຢ່າງ​ໃດ ​ແລະ​ສິ່ງ​ໃດ​ແດ່​ທີ່ພວກ​ເຂົາ​ເຈົ້າຫວັງຢາກ​ໄດ້​ ຈາກເຈົ້າຂອງຫຼື​ຜູ້​ຈັດການໂຮງ​ແຮມ.”

ຄວາມ​ສົນ​ໃຈ​ຮຽນ​ຮູ້​ພາສາ​ຈີນ​ກໍ​ກໍາ​ລັງຖີບ​ຕົວ​ສູງ​ຂຶ້ນນັບ​ມື້. ມີນັກຮຽນ​ຝຣັ່ງ ປະມານ 30,000 ຄົນ ທີ່​ກໍາລັງ​ຮຽນ​ພາສາ​ຈີນ​ກາງ ​ເຮັດ​ໃຫ້​ພາສາ​ຈີນ​ກາຍເປັນ​ພາສາ​ທີ່​ຄົນ​ນິຍົມ​ຫລາຍ​ກວ່າ​ພາສາ​ຣັດ​ເຊຍແລະ​ ປໍ​ຈຸ​ກີ​ສ ​ໄປ​ແລ້ວ. ​ໂຮງຮຽນ​ວິຊາ​ທຸລະ​ກິດ​ຝຣັ່ງບາງ​ແຫ່ງ​ ບັງຄັບໃຫ້​ຮຽນ​ພາສາ​ຈີນ​ກາງ.

Meifen Chen ຄູ​ສອນ​ພາສາ​ອິດສະຫຼະ ກ່າວ​ວ່າ ຈໍານວນ​ນັກຮຽນ​ຂອງລາວ ​ເພີ່ມ​ສູງ​ຂຶ້ນ​
ໃນໄລຍະບໍ່​ເທົ່າ​ປີຜ່ານມາ.

“ຄວາມ​ສົນ​ໃຈ​ນັບ​ວ່າ​ໃຫຍ່ຫລວງຫຼາຍ. ປັດຈຸບັນ​ນີ້ ຈີນ​ກາຍເປັນ​ປະ​ເທດ​ທີ່​ເປີດ​ກວ້າງ
​ຫຼາຍ​ຂຶ້ນ​ໄປ​ນັບ​ມື້ ​ເປັນ​ອໍານາດ​ເສດຖະກິດອັນ​ດັບ​ສອງ. ​ໃນ​ຮູບການ​ນີ້ ມັນ​
ຈຶ່ງສໍາຄັນ
​ທີ່​ສຸດ​ທີ່​ຕ້ອງ​ຮຽນ​ປາກ​ເວົ້າພາສາ​ຈີນ. ​ໃນໂລກ​ທຸລະ​ກິດ ສໍາລັບ​ທຸລະ​ກິດ​ການທ່ອງ
ທ່ຽວ ​
ການປາກ​ເວົ້າພາສາ​ຈີນ​ໄດ້ ​ຈະຊ່ວຍ​ໃຫ້​ຊາ​ວຕາ​ເວັນ​ຕົກ​ທັງຫຼາຍ​ ສາມາດສ້າງ​
ມິດຕະພາບ​ກັບ​ຊາວ​ຈີນ​ໄດ້​ງ່າຍ​ຂຶ້ນ.”

ຄູ Chen ​ເວົ້າ​ວ່າ ຫ້ອງ​ຮຽນ​ພາສາ​ຂອງ​ລາວກໍ​ບໍ່ຍາກ​ໄປ​ໝົດ​ທຸກ​ຢ່າງ. ພໍ​ຮຽນ​ໄປ​ແລ້ວ
ນັກຮຽນ​ທຸກໆ​ຄົນ​ຂອງ​ລາວ ຈະ​ມັກ​ແລະຊາບ​ຊຶ້ງ​ໃນພາສາ​ຈີນໄປ​ຕາມໆ​ກັນ ​ໂດຍ​ປາດ​ສະ
​ຈາກ​ຂໍ້​ຍົກ​ເວັ້ນ​ໃດໆ.

XS
SM
MD
LG