ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຝຣັ່ງ ພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງທາງການທູດ ຈາກການສະແດງຄວາມເຫັນກ່ຽວກັບ ຈີນ-ໄຕ້ຫວັນ ຂອງທ່ານມາກຣົງ


ປະທານາທິບໍດີຂອງ ຈີນ ທ່ານສີ ຈິ້ນຜິງ ຈັບມືກັບຄູ່ຮ່ວມຕໍາແໜ່ງຈາກຝຣັ່ງ ຂອງທ່ານ ທ່ານເອມມານູເອລ ມາກຣົງ ລຸນຫຼັງພິທີເຊັນລົງນາມ ໃນນະຄອນຫຼວງປັກກິ່ງ, ວັນທີ 6 ເມສາ 2023.
ປະທານາທິບໍດີຂອງ ຈີນ ທ່ານສີ ຈິ້ນຜິງ ຈັບມືກັບຄູ່ຮ່ວມຕໍາແໜ່ງຈາກຝຣັ່ງ ຂອງທ່ານ ທ່ານເອມມານູເອລ ມາກຣົງ ລຸນຫຼັງພິທີເຊັນລົງນາມ ໃນນະຄອນຫຼວງປັກກິ່ງ, ວັນທີ 6 ເມສາ 2023.

ຝຣັ່ງ ກໍາລັງຈໍາກັດຜົນກະທົບທາງດ້ານການທູດ ລຸນຫຼັງທີ່ປະທານາ ທິບໍດີ ເອັມມານູແອລ ມາກຣົງ ກ່າວວ່າ ຢູໂຣບ ຄວນຫຼຸດການເພິ່ງພາອາໄສ ສະຫະລັດ ແລະຫຼີ້ລ້ຽງ ‘ການຕິດຄ້າງຢູ່ໃນວິກິດການ ທີ່ບໍ່ແມ່ນຂອງພວກເຮົາ’ ຫຼັງຈາກການຢ້ຽມຢາມຈີນຢ່າງ​ເປັນ​ທາງການໃນຕົ້ນເດືອນເມສານີ້. ເຮັນຣີ ຣິດຈ໌ແວລ (Henry Ridgwell) ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະທານາທິບໍດີຂອງຝຣັ່ງ ທ່ານເອັມມານູແອລ ມາກຣົງ ໄດ້ເດີນທາງໄປ ນະຄອນຫຼວງປັກກິ່ງ ເພື່ອຂໍໃຫ້ຈີນ ຊ່ວຍຍຸຕິການຮຸກຮານຢູເຄຣນຂອງ ຣັດເຊຍ. ຄວາມມຸ້ງໝັ້ນດັ່ງກ່າວນັ້ນ ແມ່ນບໍ່ໄດ້ເກີດຂຶ້ນ. ແຕ່ຫຼັງຈາກນັ້ນ ທ່ານມາກຣົງ ໄດ້ຂຽນຂໍ້ຄວາມລົງໃນທວິດເຕີ້ວ່າ ‘ຂໍໃຫ້ມິດຕະພາບລະຫວ່າງ ຈີນ ແລະ ຝຣັ່ງ ຈົ່ງໝັ້ນຍືນ,’ ເຊິ່ງຈີນ ໄດ້ພັນ​ລະ​ນາກ່ຽວກັບການຢ້ຽມຢາມໃນ ຄັ້ງນີ້ວ່າ ‘ປະສົບຜົນສໍາເລັດ ແລະມີ​ຜົນ​ດີ​ຫລາຍ.’

ພຽງບໍ່ເທົ່າໃດມື້ຫຼັງຈາກນັ້ນ, ກອງທັບຈີນ ກໍໄດ້ທຳ​ການຊ້ອມລົບ​ທີ່ຍິງດ້ວຍ ລູກປືນແທ້ ຢູ່ບໍລິເວນອ້ອມຮອບເກາະໄຕ້ຫວັນ, ເຊິ່ງປັກກິ່ງອ້າງວ່າ ເປັນສ່ວນ ນຶ່ງຂອງດິນແດນຕົນ.

ຢູ່ໃນລະຫວ່າງການເດີນທາງກັບຄືນປະເທດນັ້ນ ທ່ານມາກຣົງ ກ່າວວ່າ ຢູໂຣບ ຕ້ອງວາງຂໍ້ກໍານົດນະໂຍບາຍຈີນຂອງຕົນເອງ ແທນທີ່ຊິເດີນຕາມແນວທາງ ຂອງສະຫະລັດ ເຊິ່ງເປັນພັນທະມິດຂ້າມທະວີບຂອງຕົນ, ເຊິ່ງ ທ່ານມາກຣົງ ກ່າວວ່າ:

“ຝຣັ່ງຍັງຢູ່ສະ​ໜັບ​ສະ​ໜູນສະຖານະພາບທີ່ເປັນຢູ່ທຸກມື້ນີ້ກ່ຽວກັບໄຕ້ຫວັນ. ຝຣັ່ງ ສະໜັບສະໜຸນນະໂຍບາຍຈີນດຽວ ແລະພະຍາຍາມຫາ​ທາງ ແກ້​ໄຂສະຖານະການແບບ​ສັນ​ຕິວິ​ທີ. ນອກຈາກນັ້ນ, ນີ້​ເປັນ​ທ່າ​ທີຂອງຊາວຢູໂຣບ ເຊິ່ງ ມັນແມ່ນທ່າທີ ທີ່ສອດຄ່ອງກັນກັບບົດບາດຂອງປະເທດພັນທະມິດ. ແຕ່ຂໍສະ ແດງຄວາມແຈ່ມແຈ້ງຢູ່ທີ່ນີ້ວ່າ ການທີ່ຂ້າພະເຈົ້າອອກມາຢືນຢັນກ່ຽວກັບ ຄວາມສໍາຄັນຂອງ​ການ​ມີ​ສິດ​ປົກ​ຄອງ​ຕົນ​ເອງໃນທາງຍຸດທະສາດ, ການເປັນພັນທະມິດກັນ ບໍ່ໄດ້ໝາຍຄວາມວ່າເປັນຜູ້ຮັບໃຊ້ກັນ.”

ຄຳເຫັນດັ່ງກ່າວນັ້ນ ເປັນແຮງກະຕຸ້ນໃຫ້ເກີດກະແສຕໍ່ຕ້ານຢ່າງຮຸນແຮງ ໂດຍ ສະເພາະຢູ່ທາງທິດຕາເວັນອອກຂອງຢູໂຣບ. ລັດຖະມົນຕີການຕ່າງປະເທດ ຂອງເຊັກ ໄດ້ຕອບໂຕ້ໃນທັນທີ ໂດຍກ່າວວ່າ ການມີສາຍພົວພັນຂ້າມທະວີບ ທີ່ເຂັ້ນແຂງ ແມ່ນພື້ນຖານທາງດ້ານຄວາມໝັ້ນຄົງຂອງຢູໂຣບ.

ທ່ານເຈີຣາດ ອາຣອດ (Gerard Araud), ອະດີດເອກອັກຄະລັດຖະທູດຝຣັ່ງ ປະຈໍາສະຫະລັດ, ເຊິ່ງປັດຈຸບັນປະຈໍາການຢູ່ສະພາແອັດແລນຕິກ ກ່າວວ່າ ການທີ່ທ່ານມາກຣົງອອກມາກ່າວແບບນີ້ ເປັນຊ່ວງເວລາທີ່ບໍ່ສະຫຼາດເລີຍ, ເຊິ່ງທ່ານ ກ່າວຜ່ານຊູມວ່າ:

“ຂະນະນີ້ ພວກເຮົາກໍກໍາລັງມີການຕໍ່ສູ້ຢູ່, ພວກເຮົາທັງໝົດນີ້ ຮ່ວມມືກັນ ສະໜັບສະໜຸນຊາວອາເມຣິກັນ, ພວກເຮົາຕໍ່ສູ້ກັບຣັດເຊຍ ທີ່ກໍາລັງດໍາເນີນ ການຮຸກ​ຮານຢູເຄຣນ. ແລະຂ້າພະເຈົ້າກໍມີຄວາມເຂົ້າໃຈວ່າ ສໍາລັບປະເທດ ພາຄີຂອງພວກເຮົາຫຼາຍ​ປະ​ເທດ ມັນບໍ່ແມ່ນຊ່ວງເວລາເໝາະສົມ ທີ່ຈະຍົກປະເດັນ ກ່ຽວກັບພັນທະມິດຂ້າມທະວີບຂອງພວກເຮົາອອກ​ມາ​ເວົ້າ.”

ບັນດານັກວິຈານກ່າວວ່າ ການສະແດງຄໍາຄິດເຫັນຂອງທ່ານມາກຣົງ ມີຄວາມ ສ່ຽງ ຕໍ່​ການບ່ອນທໍາລາຍສາຍພົວພັນຂອງພັນທະມິດນັ້ນ.

ທ່ານນາງລີອານາ ຟິກສ໌ (Liana Fix), ນັກ​ຄົ້ນ​ຄວ້າ ຈາກສະພາການພົວພັນ ຕ່າງປະເທດ ກ່າວຜ່ານຊູມວ່າ:

ມັນ​ເປັນ​ການຢືນຢັນກ່ຽວກັບແນວຄວາມຄິດຂອງຈີນທີ່ວ່າ ມີຄວາມເປັນໄປໄດ້ທີ່ ຈະເຮັດໃຫ້ເກີດບັນຫາແຕກແຍກກັນລະຫວ່າງ ສະຫະຫັດ ແລະ ຢູໂຣບ.”

ລຸນຫຼັງມໍລະສຸມທາງດ້ານການທູດໄດ້ພັດຜ່ານໄປ, ຄະນະຜູ້ແທນຈາກລັດຖະສະ ພາຂອງຝຣັ່ງ ໄດ້ພາກັນເດີນທາງໄປຢ້ຽມຢາມເກາະໄຕ້ຫວັນໃນອາທິດ ທີ່ແລ້ວນີ້ ເພື່ອເຮັດໃຫ້ພວກເຂົາເຈົ້າໝັ້ນໃຈກ່ຽວກັບການສະໜັບສະໜຸນ ຂອງປະເທດຝຣັ່ງ.

ທ່າມກາງສົງຄາມຂອງຣັດເຊຍ ຢູ່ໃນຢູເຄຣນ, ແລະຄວາມເຄັ່ງຕຶງທີ່ເພີ້ມຂຶ້ນ ລະຫວ່າງ ຈີນ ແລະບັນດາປະເທດຕາເວັນຕົກ, ມີບາງຄົນໂຕ້ຖຽງວ່າ ທ່ານ ມາກຣົງ ກໍາລັງພະຍາຍາມທີ່ຈະຫຼີກລ້ຽງການປະເຊີນໜ້າທີ່ກວ້າງຂຶ້ນກວ່ານີ້.

ທ່ານເຣໂນດ ຟູຄາດທ໌ (Renaud Foucart), ອາ​ຈານ​ສອນອາວຸໂສ ຢູ່ທີ່ ມະຫາວິທະຍາໄລແລນ​ແຄັ​ສ​ເຕີ ກ່າວຜ່ານຊູມວ່າ:

“ຈີນຮຽກຮ້ອງໃຫ້ມີໂລກທີ່​ມີ​ຫລາຍ​ຝ່າຍ. ແລະ ທ່ານມາກຣົງ ກໍາລັງມາ ແລະ​ກຳ​ລັງຈະກ່າວວ່າ ‘ໂອເຄ, ຖ້າທ່ານບໍ່ໄດ້​ປະ​ກອບ​ອາ​ວຸດ​ໃຫ້ຣັດເຊຍ ພວກ​ເຮົາສາ​ມາດ​ເປັນ​ປະ​ເທດ​ຝ​ຣັ່ງ​ໄດ້, ສາມາດກ່າວອ້າງໄດ້ວ່າພວກເຮົາບໍ່​ແມ່ນ​ຜູ້​ຮັບ​ໃຊ້ ສະ​ຫະ​ລັດ, ພວກ​ເຮົາ​ສາ​ມາດ​ກ່າວອ້າງໄດ້​ວ່າ ພວກ​ເຮົາ​ທັງ​ໝົດເປັນກຸ່ມ ທີ່ແຕກຕ່າງກັນ, ອ້າງ​ວ່າ ພວກເຮົາມີຄວາມອ່ອນໄຫວ ຕໍ່ນະໂຍບາຍຈີນດຽວ ກ່ຽວກັບໄຕ້ຫວັນ, ແລະທຸກສິ່ງທຸກ​ຢ່າງເຫຼົ່ານັ້ນ.’”

ການເລືອກຕັ້ງຂອງສະຫະລັດ ໃນປີ 2024, ອາດຈະເຫັນປະທານາທິບໍດີ ມີຄວາມກະຕືລືລົ້ນທີ່ຈະປົກປ້ອງຢູໂຣບໜ້ອຍກວ່າປະທານາທິບໍດີ ໂຈ ໄບເດັນ.

ອີກຄັ້ງນຶ່ງທ່ານອາຣອດ ກ່າວຜ່ານຊູມວ່າ:

“ຂ້າພະເຈົ້າຄິດວ່າ ການໂຕ້ວາທີກັນ ອາຈະເປີດຄືນອີກ ໂດຍການບີບບັງຄັບ. ຊາວຢູໂຣບຜູ້ທີ່ຕ້ອງການນອນຢູ່ພາຍໃຕ້ທຸງຂອງອາເມຣິກາ, ຈະຕ້ອງຖືກບັງຄັບ ໃຫ້ຕື່ນຂຶ້ນມາ.”

ໃນຂະນະດຽວກັນ ນັກວິເຄາະກໍກ່າວວ່າ ສິ່ງທີ່ຮ້ອງວ່າ ພັນທະມິດ AUKUS ກັບອອສເຕຣເລຍ ແລະສະຫະລັດຂອງອັງກິດນັ້ນ ອາດຈະດຶງເອົາລອນດອນ ເຂົ້າສູ່ການປະເຊີນໜ້າຢູ່ໃນຂົງເຂດ ອິນໂດ-ປາຊີຟິກ.

France is trying to limit the diplomatic fallout after President Emmanuel Macron said that Europe should reduce its dependence on the U.S. and avoid ‘getting caught up in crises that are not ours’ after a state visit to China earlier this month. Henry Ridgwell reports from London.

French President Emmanuel Macron traveled to Beijing seeking China’s help in ending Russia’s invasion of Ukraine. That commitment was not forthcoming. But Macron later wrote on Twitter: ‘Long live the friendship between China and France.’ China described the visit as ‘successful and rewarding.’

Just days later, the Chinese military conducted live fire exercises encircling Taiwan – which Beijing claims as part of its territory.

On his return home, Macron said Europe must formulate its own China policy – rather than following the path of its transatlantic ally, the United States.

Emmanuel Macron, French President in French

“France is for the status quo in Taiwan. France supports the One China policy and the search for a peaceful settlement of the situation. This is, moreover, the position of the Europeans and it is a position which has always been compatible with the role of ally. But it is precisely here that I insist on the importance of strategic autonomy. Being allies does not mean being a vassal.”

Those comments triggered a backlash – especially in eastern Europe. The Czech Foreign Minister responded saying strong transatlantic relations are the foundation of Europe’s security.

Macron’s timing was unwise, says former French ambassador to the U.S. Gerard Araud, now with the Atlantic Council.

Gerard Araud, Atlantic Council, Zoom

“We are just right now fighting – all of us, together, behind the Americans – we are fighting the Russian aggression in Ukraine. And I do understand that for a lot of our partners, it was not the right moment frankly to raise the issue of our transatlantic alliance.”

Critics say Macron’s comments risk undermining that alliance.

Council on Foreign Relations fellow Liana Fix, Zoom

“It confirmed Chinese thinking that it's possible to drive a wedge between the United States and Europe.”

In the wake of the brewing diplomatic storm, a delegation from the French parliament visited Taiwan last week to reassure them of French support.

Amid Russia’s war on Ukraine – and rising tensions between the West and China - some argue Macron is trying to avert wider confrontation.

Renaud Foucart, Lancaster University, Zoom

“China is asking for a multilateral world. And Macron is coming and saying, ‘OK, if you don't arm Russia, we can be France and claim that we are not a vassal to the U.S., we can claim that we are all different blocs, that we have our own sensitivities to the One China policy of Taiwan, and all those things.’”

The 2024 U.S. election could see a president less keen than Joe Biden to defend Europe.

Gerard Araud, Atlantic Council, Zoom

“I think that the debate would be reopened by force. The Europeans who want to sleep under the American flag will be obliged to wake up.”

Meanwhile analysts say Britain’s so-called AUKUS alliance with Australia and the United States would likely draw London into any confrontation in the Indo-Pacific.

XS
SM
MD
LG