ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງໄວ້ອາໄລ ຜູ້ເຄາະຮ້າຍ ຈາກການໂຈມຕີ ນະຄອນຫຼວງ ປາຣີ


ບັນດາແຂກ ເຂົ້າຮວມພິທີໄວ້ອາໄລຢູ່ເດີ່ນ Invalidesໃນນະຄອນຫລວງ Paris, ພະຈິກ. 27, 2015.
ບັນດາແຂກ ເຂົ້າຮວມພິທີໄວ້ອາໄລຢູ່ເດີ່ນ Invalidesໃນນະຄອນຫລວງ Paris, ພະຈິກ. 27, 2015.

ຝຣັ່ງ​ຈັດ​ພິທີໄວ້ອາ​ໄລ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ເປັນ​ຂີດໝາຍ​ສອງ​ອາ
ທິດນັບ ​ແຕ່ເກີດ​ການ​ໂຈມ​ຕີ​ກໍ່​ການ​ຮ້າ​ຍ​ທີ່​ຢ່າງ​ຮຸນ​ແຮງ ​ຢູ່​ໃນ​ນະ
ຄອນຫຼວງ​ປາຣີ.

ຊື່​ຂອງ​ບັນດາຜູ້​ເຄາະ​ຮ້າຍ 130 ຄົນ​ຈາກ​ການ​ໂຈມ​ຕີ ​ໄດ້​ອ່ານ​ຢູ່
​ໃນ​ພິທີ ຈັດ​ຂື້ນ​ຢູ່ທີ່ເດີ່ນຕຶກ​ອາຄານສູນ​ກາງ​ Invalides ​ໃນນະ
ຄອນ​ປາຣີ​. ​ຮວມຢູ່​ໃນບັນ​ດາ​ຜູ້​ເຂົ້າ​ຮ່ວມຄັ້ງນີ້ ກໍມີ ປະທານາທິ
ບໍດີ​ຝຣັ່ງ ທ່ານ Francois Hollande ບັນດາຄອບຄົວ​ຜູ້​ເຄາະ​
ຮ້າຍ ​ແລະ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ຮ້ອຍ​ຄົນ​ຈາກ​ການ​ໂຈມ​ຕີ.

ນອກ​ນັ້ນຍັງ​ມີ​ການ​ຮຽກຮ້ອງ​ໃຫ້​ປະຊາຊົນຝຣັ່ງ ປັກ​ທຸງ​ຊາດ​ຝຣັ່ງ
​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ເປັນກຽດໃຫ້ແກ່​ຜູ້​ເຄາະ​ຮ້າຍ ​ໃນ​ອັນ​ທີ່ຖື​ວ່າ​ເປັນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ແຮງ​ສຸດ​ ທີ່​ບໍ່​ມີ​ມາ​ກ່ອນໃນຝຣັ່ງ. ການ​ໂຈມ​ຕີ ແບບ​ມີ​ການປະສານ​ງານກັນ​ດ້ວຍ​ປືນ
ແລະ​ລະ​ເບີດດັ່ງກ່າວ ​ແມ່ນ​ໄດ້​ອ້າງ​ເອົາຄວາມ ຮັບຜິດຊອບ​ໂດຍກຸ່ມ​ລັດ​ອິສລາມ​ຫົວຮຸນ
​ແຮງ ທີ່​ຄວບຄຸມ​ບາງ​ເຂດຂອງ​ອີຣັກ ​ແລະ​ຊີ​ເຣຍ.

ປະທານາທິບໍດີ Holland ​ໃນ​ອາທິດ​ນີ້​ໄດ້ເສັດ​ສິ້ນ ປະຕິບັດ​ງານ​ດ້ານ​ການ​ທູດເພື່ອ​ສ້າງ
ກອງ​ກຳລັງ​ນາໆ​ຊາດຕໍ່ສູ້​ຕ້ານ​ລັດ​ອິສລາມ.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande, ຢືນຢູ່ກາງເບື້ອງຂວາ ໃນພິທີ່ໄວ້ອາໄລ ທີ່ນະຄອນຫລວງ Paris, ພະຈິກ. 27, 2015.
ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande, ຢືນຢູ່ກາງເບື້ອງຂວາ ໃນພິທີ່ໄວ້ອາໄລ ທີ່ນະຄອນຫລວງ Paris, ພະຈິກ. 27, 2015.

ທີ່​ນະຄອນ​ມົສກູ ໃ​ນວັນ​ພະຫັດ​ວານ​ນີ້ ທ່ານ Hollande ​ໄດ້​ປະກາດ​ວ່າ ທ່ານ ​ແລະ​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ເຫັນ​ດີ​ແລກປ່ຽນຂໍ້​ມູນສືບ​ລັບ ກ່ຽວກັບ ພວກ​ຫົວຮຸນ​ແຮງ​ລັດ​ອິສລາມ ​ແລະ​ບັນດາ​ກຸ່ມ​ຫົວ​ຮຸນ​ແຮງ​ອຶ່ນໆ​ໃນ​ຊີ​ເຣຍ ​ເພື່ອ​ໃຫ້​ການ​ຖີ້ມລະ​ເບີດໂຈມ​ຕີ ກຸ່ມ​ດັ່ງກ່າວ​ໄດ້​ຮັບ​ຜົນ​ຫຼາຍທີ່​ສຸດ.

ຣັດ​ເຊຍ ກໍ​ເປັນ​ຜູ້​ເຄາະ​ຮ້າຍ​ຄື​ກັນ​ໃນ​ການ​ກໍ່ຄວາ​ມຮຸນ​ແຮງ​ຂອງ​ລັດ​ອິສລາມ. ກຸ່ມ​ດັ່ງກ່າວ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ​ໃການ​ໂຈມ​ຕີທີ່ເຮັດ​ໃຫ້​ເຮືອບິນ​ໂດ​ຍສານ​ຣັດ​ເຊຍ​ຕົກທີ່​ແຫລມ Sinai ​ປະ​ເທດອີ​ຈິບ ເມື່ອ​ທ້າຍ​ເດືອນ​ຕຸລາຜ່ານມາ ​ທີ່ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດທັງ​ໝົດ​ 224 ຄົນຢູ່​ໃນ​ເຮືອບິນລຳ​ດັ່ງກ່າວ​.

France Shooting Belgium
please wait

No media source currently available

0:00 0:00:59 0:00

XS
SM
MD
LG