ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າ IMF ຖືກບົ່ງຊື່ ໃຫ້ເປັນພະຍານ ໃນຄະດີ ຢູ່ຝຣັ່ງ (ວີດີໂອ)


 ຫົວໜ້າອົງການ IMF ທ່ານນາງ Christine Lagarde ຖະແຫຼງຕໍ່ພວກນັກຂ່າວ ຫຼັງຈາກສານລະບຸຊື່ ໃຫ້ທ່ານນາງ ເປັນພະຍານຄົນສຳຄັນ ໃນຄະດີຈ່າຍເງິນ ທີ່ເປັນບັນຫາຖົກຖຽງ ໂຕ້ແຍ້ງ ຢູ່ຝຣັ່ງ (24 ພຶດສະພາ 2013)
ຫົວໜ້າອົງການ IMF ທ່ານນາງ Christine Lagarde ຖະແຫຼງຕໍ່ພວກນັກຂ່າວ ຫຼັງຈາກສານລະບຸຊື່ ໃຫ້ທ່ານນາງ ເປັນພະຍານຄົນສຳຄັນ ໃນຄະດີຈ່າຍເງິນ ທີ່ເປັນບັນຫາຖົກຖຽງ ໂຕ້ແຍ້ງ ຢູ່ຝຣັ່ງ (24 ພຶດສະພາ 2013)
ສານແຫ່ງນຶ່ງ ຂອງຝຣັ່ງ ໄດ້ຕັດສິນ ບໍ່ໃຫ້ທຳການສືບສວນຢ່າງ
ເປັນທາງການ ຫົວໜ້າອົງການ IMF ທ່ານນາງ Christine La-
garde ກ່ຽວກັບບົດບາດຂອງທ່ານນາງໃນການຈ່າຍເງິນທີ່ເປັນ
ບັນຫາຖົກຖຽງໂຕ້ແຍ້ງ ໃນຂະນະທີ່ທ່ານນາງຍັງເປັນລັດຖະມົນ ຕີການເງິນຢູ່ແຕ່ກໍບົ່ງຊື່ທ່ານນາງໃຫ້ເປັນພະຍານຄົນສຳຄັນໃນ
ການສືບສວນ ທີ່ພວມດຳເນີນຢູ່ໃນເວລານີ້.

ການຕັດສິນຂອງສານ ໃນວັນສຸກວານນີ້ ມີຂຶ້ນ ຫຼັງຈາກຄະນະ
ໄອຍະການໄດ້ສອບຖາມທ່ານນາງ Lagarde ເປັນເວລາ 2 ມື້
ກ່ຽວກັບການຕັດສິນໃຈຂອງທ່ານນາງ ໃນປີ 2007 ທີ່ພາໃຫ້ມີ
ການຈ່າຍເງິນ 500 ລ້ານໂດລາເພື່ອເປັນການຕົກລົງ ຊຳລະສະ
ສາງການຕໍ່ສູ້ທາງກົດໝາຍລະຫວ່າງລັດແລະເພື່ອນໃກ້ຊິດຄົນນຶ່ງຂອງອະດີດປະທານາທິ ບໍດີ Nicolas Sarkozy.

ຖານະ ໃນການເປັນພະຍານຄົນສຳຄັນຂອງທ່ານນາງ ໃນການສືບສວນກ່ຽວກັບຄະດີສໍ້ ລາດບັງຫຼວງ ແມ່ນພາໃຫ້ມີການເປີດກວ້າງ ກ່ຽວກັບຄວາມເປັນໄປໄດ້ທີ່ວ່າ ທ່ານນາງ Lagarde ອາດຈະຖືກກ່າວຫາໃນຂັ້ນຕໍ່ໄປ ຖ້າຫາກມີການພົບເຫັນຫຼັກຖານໃໝ່ຕື່ມ.

ທ່ານນາງ Lagarde ກ່າວຕໍ່ພວກນັກຂ່າວຫຼັງອອກມາຈາກສານໃນວັນສຸກວານນີ້ວ່າ ທ່ານ ນາງສາມາດສະໜອງຂໍ້ມູນເພື່ອສະແດງໃຫ້ເຫັນວ່າທ່ານນາງຈະດຳເນີນການເພື່ອເຫັນແກ່ ຜົນປະໂຫຍດສ່ວນຮວມສະເໝີ ແລະກໍມີຄວາມສອດຄ່ອງຕາມກົດໝາຍ.

ວີດີໂອ ທ່ານ Kerry
please wait

No media source currently available

0:00 0:00:59 0:00
XS
SM
MD
LG