ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ຝ​ຣັ່ງ ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຊີ້​ຂາດ​ໃນ​ເບື້ອງ​ຕົ້ນ


ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ​ຂວາ​ຈັດ ຊຸມ​ນຸມ​ແຫ່ງ​ຊາດ ນຶ່ງວັນຫຼັງ​ຈາກ​ການ​ເລືອກ​ຕັ້ງ​ສະ​ພາ​ນິ​ຕິ​ບັນ​ຍັດກະ​ທັນ​ຫັນ 2024.
ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ​ຂວາ​ຈັດ ຊຸມ​ນຸມ​ແຫ່ງ​ຊາດ ນຶ່ງວັນຫຼັງ​ຈາກ​ການ​ເລືອກ​ຕັ້ງ​ສະ​ພາ​ນິ​ຕິ​ບັນ​ຍັດກະ​ທັນ​ຫັນ 2024.

ປະ​ເທດ ຝ​ຣັ່ງ ໄດ້​ປະ​ເຊີນ​ກັບ​ສະ​ພາ​ແຫ່ງ​ຊາດ​ທີ່ບໍ່​ມີ​ພັກ​ໃດ​ໄດ້​ຮັບ​ບ່ອນ​ນັ່ງ​ທີ່​ພຽງ​ພໍ​ເພື່ອ​ກຳ​ສຽງ​ສ່ວນຫຼາຍ​ໂດຍ​ລວມ ແລະ ຄວາມ​ຄາດ​ຫວັງ ກ່ຽວ​ກັບ ການ​ເຈ​ລະ​ຈາ​ເກັບ​ພາ​ສີໃນ​ວັນ​ຈັນ​ມື້ນີ້ ເພື່ອ​ຕັ້ງ​ລັດ​ຖະ​ບານ​ຂຶ້ນ, ຫຼັງ​ຈາກ​ການ​ສະ​ໜັບ​ສະ​ໜູນ​ປີ​ຊ້າຍ​ທີ່​ເພີ່ມ​ຂຶ້ນ​ແບບບໍ່​ຄາດ​ຄິດ ໄດ້​ກີດ​ກັ້ນ​ຄວາ​ມ​ພະ​ຍາ​ຍາມ​ຂອງ ທ່ານ​ນາງ ມາ​ຣີນ ເລີ ເພັນ ທີ່​ຈະ​ນຳ​ເອົາ​ຝ່າຍ​ຂວາ​ຈັດ​ມາ​ກຳ​ອຳ​ນາດ.

ປະ​ຊາ​ຊົນ​ໄດ້​ພາ​ກັນ​ຮ້ອງ​ໄຫ້​ດີ​ໃຈຢູ່​ທົ່ວ​ນະ​ຄອນຫຼວງ ປາ​ຣີ ໃນ​ຂະ​ນະ​ທີ່​ຜົນ​ເບື້ອງ​ຕົ້ນ​ການ​ເລືອກ​ຕັ້ງ​ຂັ້ນ​ຊີ​ຂາດ​ຂອງ ຝ​ຣັ່ງ ໄດ້​ປະ​ກາດ​ອອກ​ມາ​ເມື່ອ​ວັນ​ອາ​ທິດ​ວານີ້, ດ້ວຍ​ພັນ​ທະ​ມິດ​ຝ່າຍ​ຊ້າຍ ແນວ​ໜ້າປະຊາ​ນິ​ຍົມ​ໃໝ່ ໄດ້​ປາ​ກົດ​ອອ​ກ​ມາ​ເປັນ​ກຳ​ລັງ​ທີ່​ສຳ​ຄັນ​ໃນ​ສະ​ພາ​ແຫ່ງ​ຊາດ ຫຼັງ​ຈາກ​ໄດ້​ຊະ​ນະ​ພຽງ 180 ບ່ອນ​ນັ່ງ​ເທົ່າ​ນັ້ນ.

ທ່ານ ໂອ​ລີ​ເວຍ ຟາວ​ເອີ ຜູ້​ນຳ​ພັກ​ສັງ​ຄົມ​ນິ​ຍົມ ຝ​ຣັ່ງ ກ່າວ​ວ່າ “ແລງມື້ນີ້, ຝ​ຣັ່ງ​ໄດ້​ບອກວ່າ “ບໍ່” ຕໍ່​ການ​ມາ​ຮອດ​ເພື່ອ​ກຳ​ອຳ​ນາດ​ຂອງພັກຊຸມ​ນຸມ​ແຫ່ງ​ຊາດ ຫຼື RN. ​ຂ້າ​ພ​ະ​ເຈົ້າ​ຢາກ​ມາ​ທີ່ນີ້, ໂດຍຜ່ານ​ພວກ​ທ່ານ, ເພື່ອກ່າວຂອບ​ໃຈ​ປະ​ຊາ​ຊົນ ຝ​ຣັ່ງ ຫຼາຍ​ລ້ານ​ຄົນ ຜູ້​ທີ່ອະ​ນຸ​ຍາດ​ໃຫ້​ພວກ​ເຮົາ​ຖອນ​ຫາຍ​ໃຈ​ໄດ້ ​ໃນ​ຄ່ຳ​ຄືນມື້ນີ້. ການ​ລົງ​ຄະ​ແນນ​ສຽງ​ນີ້​ແມ່ນ​ຄັ້ງ​ທຳ​ອິດ ແລະ ໄຊະ​ນະ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພັກແນວ​ໜ້າປະ​ຊາ​ນິ​ຍົມ​ໃໝ່ ​ເຊິ່ງ​ສາ​ມາດ​ທີ່​ຈະ​ລວມ​ເຂົ້າ​ກັບ​ຝ່າຍ​ຊ້າຍ, ລວບ​ລວມ​ຄວາມ​ຫວັງ, ກຳ​ນົດ​ແນວ​ຮ່ວມ​ສາ​ທາ​ລະ​ນະ​ລັດ​ເພື່ອ​ຕໍ່​ຕ້ານ​ອັນ​ຕະ​ລາຍ​ຈາກ​ຝ່າຍ​ຂວາ​ຈັດ.”

​ພັນ​ທະ​ມິດພັກ​ຊຸມ​ນຸມ​ແຫ່ງ​ຊາດ​ຂອງ​ທ່າ​ນ​ນາງ ເລີ ເພັນ ໄດ້​ຮັບ 140 ບ່ອນ​ນັ່ງ, ເຊິ່ງ​ແມ່ນ​ຄວາມ​ຜິດ​ຫວັງ​ຄັ້ງ​ໃຫຍ່ຫຼັງ​ຈາກ​ໄດ້​ຊະ​ນະ​ຮອບ​ທຳ​ອິດ​ເມື່ອ​ວັນ​ທີ 30 ມິ​ຖຸ​ນາ​ທີ່​ຜ່ານ​ມາ​ດ້ວຍ​ຄະ​ແນນ​ທີ່​ຊັດ​ເຈນ.

ທ່ານ​ນາງ ເລີ ເພັນ ກ່າວ​ວ່າ “ບັນ​ຫາ​ທີ່​ຫຍຸ້ງ​ຍາດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຕືອນ​ແມ່ນ​ໄດ້​ກາຍ​ເປັນ​ຈິງ​ຢ່າງ​ແນ່ນອນ​ແລ້ວ. ຝ​ຣັ່ງ ຈະ​ຖືກ​ປິດ​ຢ່າງ​ສິ້ນ​ເຊີງ​ດ້ວຍ​ສາມ​ກຸ່ມ​ທີ່​ມີ​ອິດ​ທິ​ພົນຫຼາຍກວ່າ ຫຼື ໜ້ອຍກວ່າ​ໃນ​ສະ​ພາ​ແຫ່ງ​ຊາດ. ສະ​ນັ້ນ, ພວກ​ເຮົາ​ກຳ​ລັງ​ມຸ່ງ​ໜ້າ​ໄປ​ສູ່​ຈຸດ​ນັ້ນ. ມັນ​ເສົ້າຫຼາຍ. ພວກ​ເຮົາ​ກຳ​ລັງ​ຜ່າຍ​ແພ້​ອີກ​ປີ​ນຶ່ງ, ອີກ​ປີ​ນຶ່ງ​ຂອງ​ການ​ອົບ​ພະ​ຍົບ​ແບບບໍ່​ມີ​ການ​ຄວບ​ຄຸມ, ອີກ​ປີ​ນຶ່ງ​ຂອງ​ການ​ສູນ​ເສຍ​ອຳ​ນາດ, ອີກ​ປີ​ນຶ່ງ​ຂອງ​ຄວາມບໍ່​ໝັ້ນ​ຄົງ​ທີ່​ໄດ້​ລະ​ເບີດ​ຂຶ້ນ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ. ແຕ່​ຖ້າ​ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ຜ່ານ​ມັນ​ໄປ, ເຮົາ​ກໍ​ຈະ​ຜ່ານ​ມັນ​ໄປ​ໄດ້.”

ພັນ​ທະ​ມິດ​ທີ່​ມີ​ແນວ​ທາງ​ເປັນ​ກາງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ໄດ້​ອັນ​ດັບ​ທີ​ສອງ ຫຼັງ​ຈາກ​ໄດ້​ຊະ​ນະຫຼາຍກວ່າ 160 ບ່ອນ​ນັ່ງ.

ຜົນ​ຄະ​ແນນ​ແມ່ນ​ດີກວ່າ​ທີ່​ຄາດ​ໄວ້​ສຳ​ລັບ​ທ່ານ ມາກ​ຣົງ ແຕ່​ເປັນ​ອຸ​ປະ​ສັກ​ທີ່​ສຳ​ຄັນ​ຕໍ່​ການ​ຕັດ​ສິນ​ໃຈ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຂອງ​ທ່ານ​ໃນ​ເດືອນ​ແລ້ວນີ້ ເພື່ອ​ຮຽກ​ການ​ລົງ​ຄະ​ແນນ​ສຽງ​ກະ​ທັນ​ຫັນ ຫຼັງ​ຈາກ​ໄຊ​ຊະ​ນະ​ຂອງ​ພັກ​ຊຸມ​ນຸມ​ແຫ່ງ​ຊາດ ໃນ​ການ​ລົງ​ຄະ​ແນນ​ສຽງ​ສຳ​ລັບ​ສະ​ພາ​ແຫ່ງ​ຊາດ ຢູ​ໂຣບ.

ຜົນ​ຄະ​ແນນ​ດັ່ງ​ກ່າວ ໄດ້​ເຮັດ​ໃຫ້ ຝ​ຣັ່ງ ບໍ່​ມີ​ກຸ່ມ​ໃດ​ໄດ້​ຮັບ​ສຽງ​ສ່ວນຫຼາຍ​ໃນ​ສະ​ພາ​ແຫ່ງ​ຊາດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ກາບ​ຣີ​ແອ​ລ ອັດ​ຕາ​ລ ໄດ້​ກ່າວ​ວ່າ​ທ່ານ​ຈະ​ຍື່​ນ​ໃບ​ລາ​ອອກ​ຂອງ​ທ່ານ, ແຕ່​ມັນ​ບໍ່​ແນ່ນອນ​ວ່າ​ທ່ານ ມາກ​ຣົງ ຈະ​ຮັບ​ເອົາ​ມັນ​ໃນ​ທັນ​ທີຫຼືບໍ່.

ທ່ານ ອັດ​ຕາ​ລ ກ່າ​ວ​ວ່າ​ທ່ານ​ມີ​ຄວາມ​ຍິນ​ດີ​ທີ່​ຈະ​ຢູ່​ຕໍ່​ໃນ​ບົດ​ບາດ​ຜູ້​ເບິ່ງ​ແຍງ​ຊົ່​ວ​ຄາວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

France faced a hung parliament and the prospect of taxing negotiations starting Monday to form a government, after a surprise left-wing surge blocked Marine Le Pen's quest to bring the far right to power.

Cries of joy and tears of relief broke out around Paris as the preliminary results of France's legislative run-off were announced on Sunday, with the leftist New Popular Front coalition emerging as the dominant force in the National Assembly after winning just over 180 seats.

"This evening, France said 'no' to the arrival of the RN (far-right National Rally) to power. I want here, through you, to thank the millions of French people who allow us this evening a sigh of relief. This vote is first and foremost the victory of the New Popular Front which was able to unite the left, embody a hope, impose a republican front against the danger of the far right."

Le Pen's National Rally coalition won 143 seats, a major disappointment after winning the June 30 first round by a clear margin.

"The quagmire that I warned about has of course come true. France will be totally blocked with three groups that have more or less the same influence in the National Assembly. Well, we're going towards that. It's sad. We're losing one more year, one

more year of unregulated immigration, one more year of losing purchasing power, one more year of a blowing up of insecurity in our country. But if we need to go through that, then we'll go through that."

President Emmanuel Macron's centrist alliance came in second place after winning more than 160 seats.

The results were better than expected for Macron but are a major setback to his risky decision last month to call the snap ballot after the National Rally’s victory in the French voting for the European Parliament.

The results leave France with no single group securing a working majority in parliament.

Prime Minister Gabriel Attal said he would tender his resignation, but it was not clear whether Macron would immediately accept it.

Attal said he would be willing to stay on in a caretaker role.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG