ປະທານາທິບໍດີຝຣັ່ງທ່ານ Sarkozy ພ້ອມດ້ວຍພັນລະຍາ ທ່ານນາງ Carla Bruni
ໄດ້ອອກໄປປ່ອນບັດໃນວັນອາທິດມື້ນີ້ ໃນການເລືອກຕັ້ງປະທານາທິບໍດີຮອບທີນຶ່ງ
ຂອງຝຣັ່ງ.
ທ່ານ Francois Hollande ຄູ່ແຂ່ງຄົນສໍາຄັນຂອງທ່ານ Sarkozyສັງກັດພັກສັງຄົມ
ນິຍົມ ກໍໄດ້ອອກໄປປ່ອນບັດ ໃນເຊົ້າມື້ນີ້ເຊ່ນກັນ.
ການສໍາຫຼວດຫາງສຽງປະຊາຊົນກ່ອນວັນເລືອກຕັ້ງ ສະແດງໃຫ້ເຫັນວ່າ ທ່ານ Sar
kozy ມີຄະແນນສຽງລ້າຫຼັງທ່ານ Hollande ຫລາຍຄະແນນ.
ພວກສໍາຫຼວດຫາງສຽງປະຊາຊົນກ່າວວ່າ ທ່ານ Marine Le Pen ຫົວນິຍົມຂວາ
ຈັດ ແລະທ່ານ Jean-Luc Melenchon ຫົວນິຍົມຊ້າຍຈັດ ຄາດວ່າຈະໄດ້ຮັບສຽງ
ສະໜັບສະໜຸນມາໃນອັນດັບ3 ແລະ4 ຕາມລໍາດັບ.
ການປ່ອນບັດເລືອກຕັ້ງໃນວັນອາທິດມື້ນີ້ ຈະຕັດຈໍານວນຜູ້ສະມັກແຂ່ງຂັນຈາກ
10 ຄົນ ລົງມາເປັນ 2 ແລະຄາດວ່າ ທ່ານ Sarkozy ແລະ ທ່ານ Hollande ຈະ
ແຂ່ງຂັນກັນໃນການເລືອກຕັ້ງຮອບທີສອງ ໃນວັນທີ 6 ພຶດສະພາ ເດືອນໜ້ານີ້ ຊຶ່ງ
ຈະຕັດສິນຊີ້ຂາດວ່າຜູໃດຈະດໍາລົງຕໍາແໜ່ງປະທານາທິບໍດີຄົນຕໍ່ໄປຂອງຝຣັ່ງ.
ກົດໝາຍຂອງຝຣັ່ງ ຫ້າມສື່ມວນຊົນປະກາດຜົນຂອງການເລືອກຕັ້ງໃຫ້ຮູ້ລ່ວງໜ້າ
ຫຼືໃຫ້ຮູ້ເປັນບາງສ່ວນ ກ່ອນໜ່ວຍປ່ອນບັດເລືອກຕັ້ງທັງໝົດອັດລົງໃນແລງວັນອາ
ທິດມື້ນີ້ຕາມເວລາໃນທ້ອງຖິ່ນ.