ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດຝຣັ່ງພວມພິຈາລະນາໃຊ້ສະພາບການ ສຸກເສີນ ເພື່ອຍຸຕິການຈະລາຈົນ


ລົດຖືກຈູດເຜົາ ຢູ່ກາງຖະໜົນໃນປາຣີ, ທີ 2 ທັນວາ, 2018, ມື້ນຶ່ງລຸນຫຼັງການປະທະກັນ ໃນລະຫວ່າງການປະທ້ວງຂອງ
ພວກເສື້ອໜາວສີເຫຼືອງ ຕ້ານການຂຶ້ນລາຄານໍ້າມັນ ແລະຄ່າ
ຄອງຊີບ ໂດຍພວກປະທ້ວງ ຈູດເຜົາລົດ ແລະຮ້ານຄ້າເວລາ
ປະທະກັບຕຳຫຼວດ.
ລົດຖືກຈູດເຜົາ ຢູ່ກາງຖະໜົນໃນປາຣີ, ທີ 2 ທັນວາ, 2018, ມື້ນຶ່ງລຸນຫຼັງການປະທະກັນ ໃນລະຫວ່າງການປະທ້ວງຂອງ ພວກເສື້ອໜາວສີເຫຼືອງ ຕ້ານການຂຶ້ນລາຄານໍ້າມັນ ແລະຄ່າ ຄອງຊີບ ໂດຍພວກປະທ້ວງ ຈູດເຜົາລົດ ແລະຮ້ານຄ້າເວລາ ປະທະກັບຕຳຫຼວດ.

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ພວມເອີ້ນກອງປະຊຸມສຸກເສີນ
ໃນວັນອາທິດມື້ນີ້ ກັບນາຍົກລັດຖະມົນຕີ ແລະລັດຖະມົນຕີ ກະຊວງພາຍໃນ ເພື່ອ
ສົນ
ທະນາກັນວ່າ ຈະເຮັດແນວໃດດີ ໃນການຮັບມືກັບການປະທ້ວງທີ່ເອີ້ນວ່າ “yellow
jacket” ຫຼືເສື້ອໜາວສີເຫຼືອງ ທີ່ທຳການປະທ້ວງທະວີຂຶ້ນ ໃນນະຄອນປາຣີແລະທົ່ວ
ປະເທດເປັນເວລາສາມທ້າຍສັບປະດາລຽນຕິດ.

ການປະທ້ວງໃນວັນເສົາວານນີ້ ໄດ້ກາຍມາເປັນການຈະລາຈົນ ໂດຍພວກປະທ້ວງ ໄດ້ທັບມ້າງປ່ອງຢ້ຽມ ລັກຂະໂມຍສິ່ງຂອງໃນຮ້ານຄ້າ ສີດນໍ້າສີ ອັນເປັນຮູບໂລເລ ໃສ່ສະໝໍລະພູມໄຊຊະນະ Arc de Triomphe ຍັງຜົນໃຫ້ເປັນການປັ່ນປ່ວນຂອງ
ພົນລະເຮືອນທີ່ຮ້າຍແຮງທີ່ສຸດໃນນະຄອນຫຼວງ ໃນຮອບຫຼາຍປີຜ່ານມາ.

ທ່ານ ມາກຣົງກ່າວວ່າ “ບໍ່ມີເຫດຜົນໃດ ອັນເປັນການສົມມາພາຄວນທີ່ພວກກຳລັງ
ຮັກສາຄວາມປອດໄພຖືກໂຈມຕີ ຮ້ານຄ້າຮ້ານຂາຍຖືກຍໍ່າຍີ ຕຶກຮານ ຂອງຫຼວງ
ຫຼືເອກກະຊົນຖືກຈູດເຜົາ ພວກຜູ້ເດີນຖະໜົນຫຼືພວກນັກຂ່າວຖືກຂົ່ມຂູ່ແລະ Arc
de Triomphe ຖືກຍໍ່າຍີທຳລາຍ.

ຕຳຫຼວດປາຣີກ່າວ ໃນວັນອາທິດມື້ນີ້ວ່າ 133 ລວມທັງຕຳຫຼວດ 23 ໄດ້ຮັບບາດເຈັບ
ໃນການປະທ້ວງທີ່ປາຣີໃນວັນເສົາວານນີ້ ໃນຂະນະທີ່ 412 ໄດ້ຖືກຈັບກຸມ.

ນາຍົກລັດຖະມົນຕີ ເອັດດວດ ຟີລິບເປ ເວົ້າວ່າ ປະມານ 36,000 ຄົນ ລວມທັງ
5,500ຄົນຢູ່ ປາຣີ ທຳການປະທ້ວງຢູ່ທົ່ວປະເທດ ໃນວັນເສົາວານນີ້.

ທ່ານ ມາກຣົງເວົ້າວ່າ ພວກປະທ້ວງຊອກຫາວິທີຂະຫຽາຍຄວາມບໍ່ພໍໃຈ ແລະ
ຄວາມວຸ້ນວາຍ ໄປທົ່ວປະເທດ ແລະຄວາມຮຸນແຮງຂອງພວກເຂົາ ບໍ່ວ່າຈະແມ່ນ
ຫຍັງກໍຕາມ ກໍແມ່ນຈະອະໄພໃຫ້ບໍ່ໄດ້.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG