ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ວ່າ ທ່ານໄບເດັນ ແລະທ່ານມາກຣົງ ຈະໂອ້ລົມກັນ ກ່ຽວກັບການຍົກເລີກ ສັ່ງຊື້ເຮືອດຳນ້ຳ ຂອງອອສເຕຣເລຍ


ປະທານາທິບໍດີຝຣັ່ງ ເອມແມນູແອລ ມາກຣົງ ແນມອອກໄປໃນລະຫວ່າງກ່າວຄຳຖະແຫລງ ຢູ່ທີ່ກອງປະຊຸມສຸດຍອດ ຄັ້ງທີ 8 ຂອງບັນດາປະເທດໃນເຂດທະເລເມດີເທີເຣນຽນ ຫຼື MED7, ໃນນະຄອນຫຼວງເອເທັນ ຂອງກຣິສ, ວັນທີ 17 ກັນຍາ 2021.
ປະທານາທິບໍດີຝຣັ່ງ ເອມແມນູແອລ ມາກຣົງ ແນມອອກໄປໃນລະຫວ່າງກ່າວຄຳຖະແຫລງ ຢູ່ທີ່ກອງປະຊຸມສຸດຍອດ ຄັ້ງທີ 8 ຂອງບັນດາປະເທດໃນເຂດທະເລເມດີເທີເຣນຽນ ຫຼື MED7, ໃນນະຄອນຫຼວງເອເທັນ ຂອງກຣິສ, ວັນທີ 17 ກັນຍາ 2021.

ຝຣັ່ງກ່າວວ່າ ປະທານາທິບໍດີສະຫະລັດ ໂຈ ໄບເດັນ ແລະປະທານາທິບໍດີຝຣັ່ງ ເອມແມນູແອລ ມາກຣົງ ວາງແຜນທີ່ຈະປຶກສາຫາລືກັນໃນບໍ່ເທົ່າໃດວັນຂ້າງໜ້ານີ້ ກ່ຽວກັບການປະເຊີນໜ້າດ້ານການທູດທີ່ໄດ້ເກີດຂຶ້ນລະຫວ່າງສອງພັນທະມິດທີ່ເກົ່າແກ່ ເມື່ອອອສເຕຣເລຍ ໄດ້ຍົກເລີກສັນຍາຊື້ເຮືອດຳນ້ຳກັບປາຣີ ເພື່ອສະໜັບສະໜຸນພັນທະມິດ ໃນດ້ານຄວາມໝັ້ນຄົງໃໝ່ ກັບສະຫະລັດແລະອັງກິດ.

ໂຄສົກລັດຖະບານຂອງຝຣັ່ງ ໄດ້ກ່າວໃນວັນອາທິດວານນີ້ ວ່າ ຜູ້ນຳສະຫະລັດ ໄດ້ຂໍລົມນຳທ່ານມາກຣົງ ແລະວ່າ ການໂທລະສັບລົມກັນຈະເກີດຂຶ້ນໃນໄວໆນີ້. ທ່ານເກບຣີແອລ ອາດໂທລ (Gabriel Attal) ໄດ້ກ່າວຕໍ່ອົງການຂ່າວໂທລະພາບຊ່ອງ BFM ວ່າ ຝຣັ່ງຕ້ອງການ “ຄວາມແຈ່ມແຈ້ງ” ກ່ຽວກັບການຍົກເລີກຂອງການສັ່ງຊື້ເຮືອດຳນ້ຳທີ່ຕົນມີກັບອອສເຕຣເລຍນັ້ນ.

ປາຣີໄດ້ສະແດງຄວາມຕື່ນຕົກໃຈທີ່ວ່າ ເມື່ອອາທິດແລ້ວນີ້ອອສເຕຣເລຍໄດ້ຍົກເລີກສັນຍາກັບຕົນ ໃນປີ 2016 ມູນຄ່າ 66 ຕື້ໂດລາ ເພື່ອໃຫ້ບໍລິສັດ Naval Group ທີ່ເປັນລັດວິສາຫະກິດໂດຍສ່ວນໃຫຍ່ຂອງຝຣັ່ງ ສ້າງເຮືອດຳນ້ຳພະລັງງານນ້ຳມັນກາຊວນແລະໄຟຟ້າລຸ້ນທຳມະດາຫຼາຍລຳ ເຖິງແມ່ນວ່າ ອອສເຕຣເລຍ ກ່າວວ່າ ຕົນໄດ້ກ່າວສະແດງຄວາມເປັນຫ່ວງມາໄດ້ຫຼາຍເດືອນ ກ່ຽວກັບຂໍ້ຕົກລົງດັ່ງກ່າວ. ໂຄສົກຂອງຝຣັ່ງໄດ້ກ່າວວ່າ ປາຣີພວມຫາທາງ ເພື່ອປຶກສາຫາລືກ່ຽວກັບການຊົດເຊີຍຄ່າເສຍຫາຍ ສຳລັບການຍົກເລີກຂໍ້ຕົກລົງ.

ຂໍ້ຕົກລົງລະຫວ່າງຝຣັ່ງແລະອອສເຕຣເລຍ ໄດ້ພັງທະລາຍລົງ ໃນຂະນະທີ່ສະຫະລັດ ອອສເຕຣເລຍ ແລະອັງກິດ ທີ່ເປັນພັນທະມິດມາຍາວນານແລ້ວນັ້ນ ໄດ້ຮ່ວມກັນປະກາດການຈັດຕັ້ງພັນທະມິດດ້ານຄວາມໝັ້ນຄົງໃໝ່ ທີ່ຈະສ້າງຝູງເຮືອດຳນ້ຳພະລັງນິວເຄລຍ ຢ່າງໜ້ອຍແປດລຳຂອງອອສເຕຣເລຍ.

ຝຣັ່ງ ສະແດງຄວາມໂກດແຄ້ນນຳການບໍ່ຫົວຊາ ຈຶ່ງໄດ້ຮຽກໂຕໃຫ້ເອກອັກຄະລັດຖະທູດຂອງຕົນ ຈາກວໍຊິງຕັນແລະແຄນເບີຣາ ກັບຄືນປະເທດ ຍົກເວັ້ນແຕ່ລອນດອນ.

ໃນວັນອາທິດວານນີ້ ນາຍົກລັດຖະມົນຕີອອສເຕຣເລຍ ທ່ານສະກັອດ ມໍຣິສັນ ໄດ້ກ່າວວ່າ ປະເທດຂອງທ່ານ ເປັນຫ່ວງນຳເຮືອດຳນ້ຳລຸ້ນທຳມະດາ ທີ່ຕົນໄດ້ສັ່ງຈາກຝຣັ່ງນັ້ນ ຈະບໍ່ຕອບສະໜອງຕໍ່ຄວາມຕ້ອງການໃນດ້ານຍຸດທະສາດຂອງຕົນ. ທ່ານໄດ້ຖິ້ມໂທດໃນການຍຸຕິຂໍ້ຕົກລົງກັບຝຣັ່ງນັ້ນ ໃສ່ຄວາມເຄັ່ງຕຶງທີ່ເພີ້ມຂຶ້ນນັບມື້ຢູ່ໃນເຂດອິນໂດ-ປາຊີຟິກ ເຖິງແມ່ນວ່າ ທ່ານບໍ່ໄດ້ກ່າວອ້າງເຖິງການເສີມຂະຫຍາຍດ້ານການທະຫານຂະໜາດໃຫຍ່ຂອງຈີນ ໂດຍສະເພາະເຈາະຈົງ ທີ່ວ່າ ສະຫະລັດກໍໄດ້ສະແດງຄວາມເປັນຫ່ວງກ່ຽວກັບເລື້ອງນີ້.

ຈີນ ໄດ້ກ່າວປະນາມການແບ່ງປັນເທັກໂນໂຈຈີນິວເຄລຍເຊັ່ນນີ້ ລະຫວ່າງສະຫະລັດແລະອັງກິດນັ້ນວ່າ ເປັນການຂາດຄວາມຮັບຜິດຊອບ.

ທ່ານມໍຣິສັນ ໄດ້ກ່າວໃນວັນອາທິດວານນີ້ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ວ່າ ທ່ານເຂົ້າອົກເຂົ້າໃຈ ຄວາມຜິດຫວັງຂອງຝຣັ່ງ ກ່ຽວກັບການຍົກເລີກຂອງການສັ່ງຊື້ເຮືອດຳນ້ຳ ແຕ່ທ່ານໄດ້ກ່າວວ່າ “ຜົນປະໂຫຍດແຫ່ງຊາດຂອງອອສເຕຣເລຍ ຕ້ອງມາກ່ອນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG