ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນ​ຍາ​ຢຸດ​ຍິງ "ທີ່​ແຕກ​ຫັກ​ໄດ້​ງ່າຍ" ລະ​ຫວ່າງ ອິ​ສ​ຣາ​ແອ​ລ ກັບ ພວກ​ຈີ​ຮາດ ອິ​ສ​ລາມ ຍັງ​ມີ​ຜົນ​ບັງ​ຄັບ​ໃຊ້


ແມ່​ຍິງ​ຊາວ​ປາ​ແລັ​ສ​ໄຕ​ນ໌ ຫ້ອຍ​ເຄື່ອງ​ນຸ່ງ​ທີ່​ລາວ​ເກັບ​ຈາກ​ຊາກ​ຫັກ​ພັງຢູ່ນອກ​ບ້ານ​ຂອງ​ລາວ, 8 ສິງ​ຫາ, 2022.
ແມ່​ຍິງ​ຊາວ​ປາ​ແລັ​ສ​ໄຕ​ນ໌ ຫ້ອຍ​ເຄື່ອງ​ນຸ່ງ​ທີ່​ລາວ​ເກັບ​ຈາກ​ຊາກ​ຫັກ​ພັງຢູ່ນອກ​ບ້ານ​ຂອງ​ລາວ, 8 ສິງ​ຫາ, 2022.

ສັນ​ຍາ​ຢຸດ​ຍິງ “ທີ່​ແຕກ​ຫັກ​ໄດ້​ງ່າຍ" ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ພວກ​ຫົວ​ຮຸນ​ແຮງ ຈີ​ຮາດ ອິ​ສ​ລາມ ໃນ​ເຂດ​ກາ​ຊາ, ​ເຊິ່ງ​ຖືກ​ໄກ່​ເກ່ຍໂດຍລັດ​ຖະ​ບານ ອີ​ຈິບ ນັ້ນ ປາ​ກົດ​ວ່າ​ ຍັງ​ມີ​ຜົນ​ບັງ​ຄັບ​ໃຊ້​ຢູ່ ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້ນີ້, ເຮັດ​ໃຫ້​ມີ​ຄວາມ​ຫວັງ​ວ່າຄວາມ​ຂັດ​ແຍ້ງ​ທີ່​ຮຸນ​ແຮງ​ຄັ້ງຫຼ້າ​ສຸດນີ້ ທີ່​ໄດ້​ເຮັດ​ໃຫ້​ຊາວ ປາ​ແລັ​ສ​ໄຕ​ນ໌ ເສ​ຍ​ຊີ​ວິດຢ່າງ​ໜ້ອຍ 44 ຄົນ​ນັ້ນ, ໄດ້​ສິ້ນ​ສຸດ​ລົງ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ສັນ​ຍາ​ຢຸດ​ຍິງດັ່ງ​ກ່າວ, ເຊິ່ງ​ໄດ້​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການເວ​ລາ 11:30 ຕ​ອນ​ແລງ​ຂອງວັນ​ອາ​ທິດ​ວານນີ້, ໄດ້​ແນ​ເປົ້າ​ເພື່ອ​ຍັບ​ຢັ້ງ​ການ​ຕໍ່​ສູ້​ໃນ​ເຂດ ກາ​ຊາ ນັບ​ຕັ້ງ​ແຕ່​ສົງ​ຄາມ 11 ວັນ​ເມື່ອ​ປີ​ກາຍນີ້ ທີ່​ໄດ້​ທຳ​ລາຍ​ເຂດ​ແດນ​ຊາຍ​ຝັ່ງ​ຂອງ ປາ​ແລັ​ສ​ໄຕ​ນ໌.

ແນວ​ໃດ​ກໍ່​ຕາມ​ການ​ໂຈມ​ຕີໄລ​ຍະ​ສັ້ນໆ ແລະ ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ໄດ້​ເກີດ​ຂຶ້ນ​ກ່ອນ​ຈະ​ມີ​ການ​ເຊັນ​ສັນ​ຍາ​ຢຸດ​ຍິງ, ດ້ວຍ​ສຽງ​ສັນ​ຍານ​ເຕືອນ​ໄພໄດ້​ດັງ​ຂຶ້ນ​ໃນ​ພາກ​ໃຕ້​ຂອງ ອິ​ສ​ຣາ​ແອ​ລ ໃນ​ໄລ​ຍະ​ກ່ອນ ແລະ ຫຼັງ​ຈາກ​ຂີດ​ເສັ້ນ​ຕາຍ, ແຕ່ບໍ່​ມີ​ລາຍ​ງານ​ວ່າ​ມີ​ຝ່າຍ​ໃດ​ໄດ້​ລະ​ເມີດ​ຂໍ້​ຕົກ​ລົງຫຼັງ​ຈາກ​ສີ່​ຊົ່ວ​ໂມງ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ຖືກ​ສົ່ງ​ອອກ​ສາມ​ນາ​ທີຫຼັງ​ຈາກ​ການ​ຢຸດ​ຍິງ​ໄດ້​ເລີ່ມ​ຂຶ້ນ​ນັ້ນ, ກອງ​ທັບ​ບົກ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ “ໃນ​ການ​ຕອບ​ໂຕ້​ ຕໍ່​ຈະຫຼວດ​ທີ່​ຖືກ​ຍິງ​ເຂົ້າ​ໃສ່​ເຂດ​ແດນ​ຂອງ ອິ​ສ​ຣາ​ແອ​ລ ນັ້ນ, ກອງ​ທັບ​ປັດ​ຈຸ​ບັນ​ນີ້​ແມ່ນ​ກຳ​ລັງ​ໂຈມ​ຕີ​ເປົ້າ​ໝາຍ​ທີ່ກວ້າງ​ຂວາງ” ທີ່​ເປັນ​ຂອງ​ພວກ ຈີ​ຮາ​ດ ອິ​ສ​ລາມ ໃນ​ເຂດ ກາ​ຊາ.

ໃນ​ຖະ​ແຫຼງ​ການ​ຕໍ່​ມາ, ກອງ​ທັບ​ບົກ​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າການ​ໂຈມ​ຕີ “ຄັ້ງ​ສຸດ​ທ້າຍ​” ຂອງ​ເຂົາ​ເຈົ້າ​ໄດ້​ເກີດ​ຂຶ້ນ​ເວ​ລາ 11:25 ຕອນ​ແລງ.

ໃນ​ຂະ​ນະ​ທີ່​ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​ທີ່​ຈະຢຸດ​ຍິງ​ກັນນັ້ນ, ແຕ່​ລະ​ຝ່າຍຕ່າງ​ກໍໄດ້​ເຕືອນວ່າ ເຂົາ​ເຈົ້າ​ຈະ​ຕອບ​ໂຕ້​ດ້ວຍ​ກຳ​ລັງ ​ຖ້າ​ມີ​ຄວາມ​ຮຸນ​ແຮງ​ໃດໆ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ການ​ຢຸດ​ຍິງ​ດັ່ງ​ກ່າວ, ໂດຍ​ຂອບ​ໃຈ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ອີ​ຈິບ ທ່ານ ອັບ​ແດ​ລ໌ ຟັດ​ທາ ອາ​ລ-ຊິ​ສ​ຊີ ສຳ​ລັບ​ບົດ​ບາດ​ຂອງ​ປະ​ເທດ​ຂອງ​ທ່ານ​ໃນ​ການ​ໄກ່​ເກ່ຍ​ມັນ. ທ່ານ ໄບ​ເດັນ ຍັງ​ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ສືບ​ສວນ​ສອບ​ສວນ​ ກ່ຽວ​ກັບ ການ​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ຂອງ​ພົນ​ລະ​ເຮືອນ, ເຊິ່ງ​ທ່ານ​ໄດ້​ເອີ້ນ​ວ່າ “ໄພ​ຫາ​ຍະ​ນະ.”

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ທູດ​ພິ​ເສດ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ຂອງ ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ທ່ານ ຕໍ ເວັນ​ເນັ​ສ​ແລນ ໄດ້​ກ່າວ​ວ່າ “ສະ​ຖາ​ນະ​ການ​ດັ່ງ​ກ່າວ​ແມ່ນ​ຍັງ​ຄົງບອບ​ບາງຫຼາຍ, ແລະ ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ທຸກ​ຝ່າຍ​ໃຫ້​ປະ​ຕິ​ບັດ​ການ​ຢຸດ​ຍິງ.”

ນັບ​ຕັ້ງ​ແຕ່​ວັນ​ສຸກ​ເປັນ​ຕົ້ນ​ມາ, ອິ​ສ​ຣາແອ​ລ ໄດ້​ດຳ​ເນີນ​ການ​ລະ​ດົມ​ຍິງ​ທາງ​ອາ​ກາດ ແລະ ປືນ​ໃຫຍ່​ຢ່າງ​ໜັກ​ໃສ່​ຕຳ​ແໜ່ງ​ຂອງ​ພວກ ຈີ​ຮາດ ອິ​ສ​ລາມ ໃນ​ເຂດ ກາ​ຊາ, ດ້ວຍ​ພ​ວກ​ຫົວ​ຮຸນ​ແຮງ​ໄດ້​ຍິງ​ຈະຫຼວດຫຼາຍ​ຮ້ອຍ​ລູກ​ໃນ​ກາ​ນ​ຕອບ​ໂຕ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG