ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີ 10 ຄົນ ເສຍຊີວິດ ແລະອີກ 10 ຄົນ ຕົກຄ້າງ ຢູ່ຂ້າງໃນ ຕຶກທີ່ພັງລົງ ຢູ່ເກົາຫຼີໃຕ້ (ວີດີໂອ/ສະໄລດ໌)


ເມືອງ Gyeongju, ເກົາຫຼີໃຕ້
ເມືອງ Gyeongju, ເກົາຫຼີໃຕ້

ພວກ​ພະນັກງານ​ກູ້​ໄພ​ໃນ​ເກົາຫຼີ​ໃຕ້ ຍັງ​ສືບ​ຕໍ່ ​ດຳເນີນຄວາມ
​ພະຍາຍາມ​ ເຂົ້າ​ເຖິງ​ຢ່າງ​ນ້ອຍ 10 ຄົນ ທີ່​ຍັງ​ຕົກຄ້າງ​ຢູ່​ໃນ
ຊາກ​ຫັກ​ພັງຂອງ​ຕຶກທີ່​ພູ​ຕາກ​ອາກາດແຫ່ງນຶ່ງ ຊຶ່ງໄດ້​ພັງ​ລົງ​
ມາ​ໃນ​ວັນ​ຈັນ​ວານ​ນີ້​.

ມີ​ຢ່າງ​ນ້ອຍ 10 ຄົນ ຊຶ່ງ​ຮວມທັງນັກ​ສຶກສາ​ມະຫະວິທະຍາ​
ໄລ 9 ຄົນ ​ໄດ້​ເສຍ​ຊີວິດ ​ແລະ​ອີກ​ສິບ​ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ ເວລາ​ທີ່​ຫຼັງຄາ​ຂອງ​ຫໍ
ສະ​ແດງ ​ໄດ້​ພັງລົງມາ​ໃສ່ ພວກນັກ ສຶກສາຮຽນພາສາຕ່າງປະເທດ ຫຼາຍ​ກວ່າ 500 ຄົນ
​ ທີ່​ໄດ້ເຕົ້າ​ໂຮມ​ກັນ ໃນ​ພິທີການ​ຕ້ອນຮັບ​ນ້ອງ​ໃໝ່ ​ໃນ​ເມືອງ Gyeongju ນັ້ນ.

​ໄດ້​ມີພວກນັກ​ສຶກສາຫຼາຍ​ຄົນ ສາມາດລົບ​ໜີ​ອອກ​ຈາກ​ຕຶກ​ໄດ້ຢ່າງ​ປອດ​ໄພ ​ແຕ່​ສື່​ລາຍ​
ງານ​ວ່າ ​ມີ​ປະມານ 70 ຄົນ ໄດ້​ຖືກນໍາ​ສົ່ງໂຮງ​ພະຍາບານ ຍ້ອນ​ອາການ​ບາດ​ເຈັບ.

SOKOR BUILDING COLLAPSE VOSOT
please wait

No media source currently available

0:00 0:01:12 0:00
XS
SM
MD
LG