ສີ່ປະເທດທີ່ຕັ້ງຢູ່ເຂດເອເຊຍຕາເວັນອອກສຽງໃຕ້ ແລະ ໄຕ້ຫວັນ, ເຊິ່ງທຸກປະເທດ
ຕ່າງກໍໄດ້ອ້າງກຳມະສິດ ໃນທະເລຈີນໃຕ້ ທີ່ອຸດົມ ສົມບູນດ້ວຍແຫຼ່ງຊັບພະຍາກອນ
ແລະ ມີການຂັດແຍ້ງກັນນັ້ນ, ແມ່ນຍັງຄົງຮັບມືກັບເຫດການຕ່າງໆລະຫວ່າງພວກເຂົາ
ເຈົ້າເອງ ເຖິງແມ່ນຈະມີການເພັ່ງເລັງໃສ່ ຈີນ ທີ່ເປັນຄູ່ແຂ່ງທົ່ວໄປຂອງເຂົາເຈົ້າກໍຕາມ.
ການຍິງພວກຫາປາຄົນ ຫວຽດນາມ ເສຍຊີວິດໃນເດືອນແລ້ວນີ້ ໃນເຂດໜ່ານນໍ້າ 34
ໄມທະເລຈາກປະເທດ ຟີລິບປິນ ນັ້ນ ແມ່ນການຕອບໂຕ້ທີ່ຮຸນແຮງຕໍ່ບັນຫາທົ່ວໄປ
ເຊິ່ງເຮືອຫຼາຍລຳຈາກປະເທດນຶ່ງໄດ້ທົດສອບຂີດຈຳກັດ ຂອງອີກປະເທດນຶ່ງໃນການ
ຈັບປາ. ແຕ່ ຈີນ ເຊິ່ງເປັນຜູ້ອ້າງກຳມະສິດທີ່ມີອິດທິພົນຫຼາຍກວ່າໝູ່ ແມ່ນມັກຈະບໍ່ຈະ
ລວມຢູ່ນຳ.
ທ່ານ Huang Kwei-bo ຮອງຫົວໜ້າພະແນກ ການພົວພັນສາກົນ ທີ່ມະຫາວິທະຍາ
ໄລແຫ່ງຊາດ Chengchi ໃນນະຄອນຫຼວງ ໄທເປ ໄດ້ກ່າວວ່າ “ເຮືອຫາປາສ່ວນໃຫຍ່
ມີເຄື່ອງບອກທິດທາງ ຫລື GPS ດັ່ງນັ້ນເຂົາເຈົ້າຈະຮູ້ຕຳແໜ່ງຂອງເຂົາເຈົ້າແລະບໍ່ວ່າ
ເຂົາເຈົ້າຈະເດີນ ທາງເຂົ້າໃກ້ພວກເກາະທີ່ຖືກຄວບຄຸມໂດຍປະເທດອື່ນໆກໍຕາມ ແຕ່
ເຂົາເຈົ້າອາດຈະບໍ່ຖືກຈັບໄດ້, ຊາວປະມົງກະເປັນແນວນັ້ນລະ.”
ປະເທດ ບຣູໄນ, ຈີນ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະ ຫວຽດ ນາມ ໄດ້ອ້າງເອົາ
ເກືອບທຸກພາກສ່ວນຂອງທະເລຈີນໃຕ້ທີ່ມີເນື້ອທີ່ 3 ລ້ານ 5 ແສນຕາລາງກິໂລແມັດ
ນັ້ນ. ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ, ບັນດາລັດຖະບານຂອງປະເທດທີ່ນ້ອຍກວ່າ
ໄດ້ເພັ່ງເລັງໃສ່ການຍັບຢັ້ງ ຈີນ ທາງການທະຫານ ແລະ ທາງການທູດ. ເຂົາເຈົ້າບໍ່ພໍ
ໃຈກັບການຖົມດິນເພື່ອສ້າງເກາະທຽມ, ສ້າງພື້ນຖານໂຄງລ່າງກອງທັບແລະ ສົ່ງກຳ
ປັ່ນຍາມຝັ່ງໄປລາດຕະເວນໃນເຂດທີ່ຫ່າງຈາກຝັ່ງຂອງເຂົາເຈົ້າ.
ແຕ່ຜູ້ອ້າງກຳມະສິດທີ່ບໍ່ແມ່ນ ຈີນ ກໍໄດ້ໂຕ້ຖຽງກັນເອງເຊັ່ນກັນ ຍ້ອນວ່າ ຈຸດຈົບຂອງ
ສົງຄາມເຢັນໃນຊຸມປີ 1990 ບໍ່ໄດ້ລະບຸລະອຽດວ່າ ເຮືອຈາກປະເທດນຶ່ງ ສາມາດເດີນ
ທາງໂດຍບໍ່ລ່ວງລໍ້າປະເທດອື່ນໄດ້ໄກຊໍ່າໃດ, ອີງຕາມການກ່າວຂອງທ່ານ Collin
Koh ນັກຄົ້ນຄວ້າດ້ານຄວາມປອດໄພທາງທະເລ ທີ່ມະຫາວິທະຍາໄລ ເທັກໂລຈີ
ນານຢາງ ໃນປະເທດ ສິງກະໂປ.
ການຍິງປືນເຕືອນ ແລະ ແມ່ນກະທັ້ງຍິງປືນທີ່ແນໃສ່ເປົ້າໝາຍຫຼາຍກວ່າເກົ່າ ກໍຍັງ
ແມ່ນເລື່ອງປົກກະຕິ, ໃນຂະນະທີ່ “ເອເຊຍຕາເວັນອອກສຽງໃຕ້ ໄດ້ພະຍາຍາມທີ່ຈະ
ຫາທາງແກ້ໄຂການຂັດແຍ້ງທາງທະເລສອງຝ່າຍ.”
ໃນປີ 1999 ພຽງປີດຽວ, ຟີລິບປິນ ໄດ້ປະທະກັນເຖິງ 6 ຄັ້ງກັບ ມາເລເຊຍ ຫຼືບໍ່ກໍ
ຫວຽດນາມ, ອີງຕາມການສຶກສາໂດຍສະຖາບັນ Asan ເພື່ອການສຶກສາ ກ່ຽວກັບ
ນະໂຍບາຍໃນປະເທດ ເກົາຫຼີໃຕ້. ເຂົາເຈົ້າໄດ້ກ່າວວ່າ ການທີ່ ຟີລິບປິນ ໄດ້ຄົ້ນພົບ
ການກໍ່ສ້າງຂອງ ມາເລເຊຍ ຢູ່ໃນເກາະຫີນປະກາລັງສອງແຫ່ງຂອງໝູ່ເກາະ
Spratly ເຊີ່ງໃນປີນັ້ນ ມັນໄດ້ເຮັດໃຫ້ເກີດຄວາມເຄັ່ງຕຶງຟົດຮ້ອນຂຶ້ນເປັນພິເສດ.
ທ່ານ Koh ໄດ້ກ່າວວ່າ ໃນທົດສະວັດຕໍ່ມາ, ບັນດາປະເທດ ເອເຊຍຕາເວັນອອກສຽງ
ໃຕ້ ໄດ້ເລີ່ມຕົກລົງກັນ ກ່ຽວກັບ ເຂດແດນທີ່ຖືກຕ້ອງຕາມກົດໝາຍ ພ້ອມກັບພິທີການ
ສຳລັບການຮັບມື ກັບຜູ້ລ່ວງລະເມີດໂດຍປາສະຈາກການໃຊ້ກຳລັງ. ຂໍ້ຕົກລົງລະ
ຫວ່າງປະເທດຕ່າງ ອາດກຳນົດວ່າ ພວກຄົນຫາປາ ຈະສາມາດຖືກຄວບຄຸມຕົວໄດ້
ດົນປານໃດ ກ່ອນຈະຖືກປ່ອຍ.