ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

4 ຄົນ ໄດ້ເສຍຊີວິດ ໃນ ເຫດໄພນ້ຳຖ້ວມ ຢູ່ທີ່ລັດ Texas


ຖະໜົນຫຼາຍສາຍ ຈຳນວນໜຶ່ງ ໃນນະຄອນ Houston ລັດ Texas ໄດ້ຖືກປິດ ໂດຍນ້ຳຖ້ວມ ລວມທັງ ຖະໜົນ Flintridge ໃນ ເມືອງ The Woodlands ທີ່ຢູ່ບໍ່ໄກຈາກນະຄອນ Houston, ວັນທີ 28 ພຶດສະພາ 2016.
ຖະໜົນຫຼາຍສາຍ ຈຳນວນໜຶ່ງ ໃນນະຄອນ Houston ລັດ Texas ໄດ້ຖືກປິດ ໂດຍນ້ຳຖ້ວມ ລວມທັງ ຖະໜົນ Flintridge ໃນ ເມືອງ The Woodlands ທີ່ຢູ່ບໍ່ໄກຈາກນະຄອນ Houston, ວັນທີ 28 ພຶດສະພາ 2016.

ບັນດາເຈົ້າໜ້າທີ່ສຸກເສີນ ກ່າວວ່າ ເມື່ອສອງສາມມື້ບໍ່ດົນມານີ້ ມີຝົນຕົກໜັກ ເຮັດໃຫ້ເກີດ ນ້ຳຖ້ວມ ຢູ່ໃນລັດ Texas ຢູ່ທາງພາກໃຕ້ຂອງສະຫະລັດ ທີ່ ໄດ້ ເຮັດໃຫ້ມີ 4 ຄົນ ເສຍ ຊີວິດ.

ປະຊາຊົນ ຢູ່ໃນຫຼາຍໆເມືອງ ແມ່ນກຳລັງຄິດໜັກຢູ່ວ່າ ພວກເຂົາເຈົ້າຈະຕ້ອງໄດ້ຍົກຍ້າຍ ອອກໄປຈາກເຮືອນຊານຂອງພວກເຂົາເຈົ້າຫຼືີບໍ່ ໃນຂະນະທີ່ລະດັບນ້ຳຖ້ວມກຳລັງສູງຂຶ້ນ ຢູ່ນີ້.

ບາງເມືອງ ໄດ້ອອກຄຳສັ່ງແລ້ວ ວ່າ ໃຫ້ປະຊາຊົນຍົກຍ້າຍອອກໄປ ຈາກພື້ນທີ່.

ຝົນທີ່ເທລົງມາຢ່າງໜັກ ໄດ້ປິດຖະໜົນຫົນທາງຫຼາຍສາຍ ແລະ ໂຮງຮຽນຕ່າງໆ ແລະ ເຮັດໃຫ້ພວກຄົນທີ່ສັນຈອນຢູ່ຕາມທ້ອງຖະໜົນ ຕົກຄ້າງຢູ່ໃນລົດ.

ຄາດກັນວ່າ ຈະມີຝົນຕົກລົງມາຕື່ມອີກ ໃນຕະຫຼອດວັນພັກທ້າຍສັບປະດາ ຂອງວັນ Memorial Day ຫຼື ວັນໄວ້ອາໄລ ນີ້.

ສ່ວນຢູ່ແຫ່ງອື່ນໆ ພາຍຸເຂດຮ້ອນ ຊື່ວ່າ Bonnies ໄດ້ສົ່ງຜົນເຮັດໃຫ້ມີຝົນຕົກຢ່າງໜັກ ທົ່ວລັດແຄມທະເລ South Carolina.

ພາຍຸ Bonnies ແມ່ນຄາດກັນວ່າ ຈະກໍ່ໃຫ້ເກີດມີຄື້ນຟອງທະເລ ແລະ ສະພາບກະແສ ນ້ຳທະເລ ທີ່ເປັນອັນຕະລາຍຕໍ່ຊີວິດ ຢູ່ຕາມພື້ນທີ່ບາງສ່ວນ ຕ່າງໆ ຢູ່ທາງຕາເວັນອອກ ສຽງໃຕ້ ຂອງສະຫະລັດ.

ບັນດານັກພະຍາກອນອາກາດ ກ່າວວ່າ ອາດເປັນໄປໄດ້ວ່າ ຈະມີລົມພາຍຸທໍເນໂດ ຫຼື ພາຍຸຫົວກຸດ ຫຼາຍຫົວ ໃນຕອນເຊົ້າຂອງວັນອາທິດມື້ນີ້ ຢູ່ແຄມຝັ່ງທະເລຂອງລັດ South Carolina.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Texas Flooding
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG