ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສີ່ຄົນເສຍຊີວິດ ຫຼາຍຄົນຕິດຄ້າງໃຕ້ຊາກຫັກພັງຂອງປ້າຍໂຄສະນາ ໃນອຸບັດເຫດທີ່ບໍ່ຄາດຄິດ ໃນລະຫວ່າງພາຍຸຝົນ ໃນມຸມໄບ ຂອງອິນເດຍ


ພາບທາງອາກາດ ສະແດງໃຫ້ເຫັນ ປ້າຍໂຄສະນາຂະໜາດໃຫຍ່ ທີ່ພັງລົງມາທັບປ້ຳນ້ຳມັນ ຫຼັງຈາກມີລົມພາຍຸພັດແຮງຕໍ່ເນື່ອງ ໃນເຂດມຸມໄບ ຂອງອິນເດຍ, ວັນທີ 13 ພຶດສະພາ 2024.
ພາບທາງອາກາດ ສະແດງໃຫ້ເຫັນ ປ້າຍໂຄສະນາຂະໜາດໃຫຍ່ ທີ່ພັງລົງມາທັບປ້ຳນ້ຳມັນ ຫຼັງຈາກມີລົມພາຍຸພັດແຮງຕໍ່ເນື່ອງ ໃນເຂດມຸມໄບ ຂອງອິນເດຍ, ວັນທີ 13 ພຶດສະພາ 2024.

ຢ່າງໜ້ອຍສີ່ຄົນໄດ້ເສຍຊີວິດ, 61 ຄົນໄດ້ຮັບບາດເຈັບ ແລະຫຼາຍກວ່າ 40 ຢ້ານວ່າ ຍັງຕິດຄ້າງຢູ່ ຫຼັງຈາກປ້າຍໂຄສະນາຂະໜາດໃຫຍ່ພັງລົງມາໃນລະ ຫວ່າງພາຍຸຝົນ ຢູ່ເຂດດ້ານການເງິນໃນເມືອງເອກ ມຸມໄບ ຂອງປະເທດ ເມື່ອວັນຈັນວານນີ້ ດັ່ງທີ່ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ກ່າວ ອີງຕາມອົງການ ຂ່າວຣອຍເຕີສ໌.

ພາຍຸຝົນຫົວນີ້ ຕິດຕາມມາດ້ວຍລົມພັດແຮງ ເຮັດໃຫ້ປ້າຍໂຄສະນາຂະໜາດ ທີ່ຕັ້ງຢູ່ແຄມທາງສາຍນຶ່ງທີ່ແອອັດໄປດ້ວຍລົດຍົນ ໃນເຂດຊານເມືອງ ກາດໂກປາຣ (Ghatkopar) ທາງພາກຕາເວັນຕົກຂອງປະເທດ ພັງລົງມາ ທັບເຮືອນຈຳນວນນຶ່ງ ແລະປ້ຳນ້ຳມັນ.

ການປະຕິບັດງານກູ້ໄພເພື່ອຊ່ອຍປະຊາຊົນທີ່ຍັງຄົງຕິດຄ້າງພາຍໃຕ້ຊາກຫັກພັງຂອງປ້າຍໂຄສະນາ ແມ່ນຍັງມີຢູ່ຢ່າງຕໍ່ເນື່ອງ. ສ່ວນໜ່ວຍງານດັບເພີງ ເຈົ້າໜ້າທີ່ຕຳຫຼວດ ບັນດາເຈົ້າໜ້າທີ່ຮັບມືກັບໄພພິບັດ ແລະບັນດາເຈົ້າໜ້າ ທີ່ອື່ນໆ ທັງໝົດກໍໄດ້ມີສ່ວນຮ່ວມໃນຄວາມພະຍາມກູ້ໄພ, ໂດຍທີ່ ບໍລິສັດ Brihanmumbai Municipal Corporation ຊຶ່ງເປັນອົງການຈັດຕັ້ງພົນລະ ເຮືອນທີ່ເບິ່ງແຍງເຂດມຸມໄບ ໄດ້ຂຽນລົງໃນສື່ສັງຄົມ X.

ຊ່ອງຂ່າວຕ່າງໆ ແລະການນຳເອົາເຫດການລົງໃນສື່ສັງຄົມທັງຫຼາຍ ໄດ້ສະ ແດງໃຫ້ເຫັນປ້າຍໂຄສະນາສູງໃຫຍ່ຖືກລົມພັດຊ່ວງໄລຍະນຶ່ງ ແລ້ວກໍຫັກພັງລົງ ມາສູ່ພື້ນດິນ.

ກົມອຸຕຸນິຍົມຂອງທ້ອງຖິ່ ໄດ້ພະຍາກອນວ່າ ຈະມີຝົນຕົກໃນລະດັບປານກາງ ໂດຍຕິດຕາມມາດ້ວຍລົມພັດແຮງເຖິງ 40 ຫາ 50 ກິໂລແມັດຕໍ່ຊົ່ວໂມງ ແມ່ນເປັນໄປໄດ້ສູງວ່າ ຈະເກີດຂຶ້ນໃນພາກສ່ວນນຶ່ງຂອງເຂດມຸມໄບ ໃນວັນ ຈັນວານນີ້.

ຖ້ຽວບິນຕ່າງໆຢູ່ທີ່ສະໜາມບິນ ມຸມໄບ ໄດ້ຖືກລົບກວນເປັນການຊົ່ວຄາວ ໂດຍມີ 15 ຖ້ຽວບິນ ໄດ້ຖືກແຈ້ງໃຫ້ປ່ຽນທິດທາງ ແລະການປະຕິບັດງານ ໄດ້ຖືກໂຈະເປັນເວລານຶ່ງຊົ່ວກວ່າ ອີງຕາມອົງການຂ່າວສາກົນຂອງເອເຊຍ ຊຶ່ງອົງການຂ່າວຣອຍເຕີສ໌ ທີ່ມີສ່ວນໄດ້ສ່ວນເສຍເລັກນ້ອຍ ກໍໄດ້ລາຍງານ.

ມຸມໄບ ຄືກັນກັບເມືອງອື່ນໆຂອງອິນ ແມ່ນມັກຈະເກີດໄພນ້ຳຖ້ວມ ແລະອຸບັດ ເຫດທີ່ພົວພັນກັບຝົນຕົກ ໃນຊ່ວງລະດູຝົນມໍລະສຸມ ທີ່ຮ້າຍແຮງຢູ່ເລື້ອຍໆ ຊຶ່ງໂດຍທົ່ວໄປເກີດຂຶ້ນໃນຊ່ວງ ເດືອນມິຖຸນາ ຈົນຮອດເດືອນກັນຍາ ໃນແຕ່ລະປີ.

At least four people are dead, 61 injured and more than 40 feared trapped after a massive billboard fell during a rainstorm in India's financial capital of Mumbai on Monday, local officials said.

The rainstorm was accompanied by gusty winds, causing the billboard, located next to a busy road in the eastern suburb of Ghatkopar, to collapse on some houses and a gas station.

A rescue operation for the people remaining trapped under the billboard is ongoing. Fire services, police, disaster response officials and other authorities are all involved in the rescue efforts, the Brihanmumbai Municipal Corporation, the civic body that runs Mumbai, said on X.

News channels and posts on social media showed the towering billboard billowing in the wind for a while before it gave way and crashed to the ground.

The local weather department had predicted that moderate spells of rain, accompanied by gusty winds reaching 40-50 kilometers per hour were likely to occur in parts of Mumbai district on Monday.

There were temporary flight disruptions at the Mumbai airport, with 15 flight diversions and operations suspended for a little over an hour, Asian News International, in which Reuters has a minority stake, reported.

Mumbai, like several Indian cities, is prone to severe flooding and rain-related accidents during the monsoon season, which usually lasts from June until September every year.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG