ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສີ່​ຄົນ ​ເສຍ​ຊີ​ວິດ ຫຼັງ​ຈາກ ​ໄຕ້​ຝຸ່ນ ພັດ​ຖະ​ຫຼົ່ມ ​ພາກ​ເໜືອ ຟິ​ລິບ​ປີນ


ພະ​ພະ​ນັກ​ງານ​ກຳ​ລັງ​ມ້ຽນ​ມັດ ຖະ​ໜົນ​ຫົນ​ທາງ ທີ່​ມີ​ຕ​ົ້ນ​ໄມ້​ລົ້ມ ຫຼັງ​ຈາກ​ພາ​ຍຸຢູ​ຕູ ວັນ​ທີ 30 ຕຸ​ລາ 2018.
ພະ​ພະ​ນັກ​ງານ​ກຳ​ລັງ​ມ້ຽນ​ມັດ ຖະ​ໜົນ​ຫົນ​ທາງ ທີ່​ມີ​ຕ​ົ້ນ​ໄມ້​ລົ້ມ ຫຼັງ​ຈາກ​ພາ​ຍຸຢູ​ຕູ ວັນ​ທີ 30 ຕຸ​ລາ 2018.

ປະ​ຊາ​ຊົນ​ຟິ​ລິບ​ປິນ ກຳ​ລັງ​ປະ​ເຊີນ​ໜ້າ​ກັບໄຕ້​ຝຸ່ນ​ອີກ​ຫົວ​ນຶ່ງ ທີ່​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສີ່​
ຄົນ​ເສຍ​ຊີ​ວິດ ໃນ​ຂະ​ນະ​ທີ່​ໄຕ້​ຝຸ່ນ​ຫົວ​ນີ້​ພັດ​ຖະ​ຫລົ່ມພາກ​ເໜືອ​ຂອງ​ປ​ະ​ເທດ​ໃນ​ວັນ​ອັງ​
ຄານ​ວານ​ນີ້ ດ້ວຍລົມ​ແຮງເຖິງ 230 ກິ​ໂລ​ແມດ​ຕໍ່​ຊົ່ວ​ໂມງແລະ ​ມີ​ຝົນ​ຕົກ​ໜັກ.

ກ່ອນ​ມຸ່ງ​ໜ້າ​ສູ່​ພາກ​ຕາ​ເວັນ​ຕົກ​ ໄປ​ຫາ​ທະ​ເລຈີນ​ໃຕ້ ​ໄຕ້​ຝຸ່ນ​ຢູ​ຕູ​ໄດ້​ເຮັດ​ໃຫ້​ເກີດ​ດິນ
​ເຈື່ອນ ແລະ​ຕັນ​ທາງ​ຫຼວງ​ສາຍ​ຫຼັກ​ຢູ່​ເກາະ​ໃຫຍ່​ລູ​ຊອນ. ພວກ​ນັກ​ຂ່າວ​ກ່າວ​ວ່າ​ຖະ
​ໜົນ​ຫົນ​ທາງ​ໃຊ້​ການ​ບໍ່​ໄດ້ ຍ້ອນ​ດິນ​ເຈື່ອນ​ລົງ​ມາ​ໃສ່​ຕຶກ​ລັດ​ຖະ​ບານ​ທ້ອງ​ຖິ່ນ ທີ່​
ຢູ່​ພາຍ​ໃຕ້​ການ​ກໍ່​ສ້າງຢູ່​ໃນ​ແຂວງພູ​ຜາ ​ທີ່ເຮັດ​ໃຫ້ 20 ກວ່າ​ຄົນຕິດ​ຄ້າງຢູ່​ຂ້າງ​ໃນ.

​ໃນຈຳ​ນວນຜູ້​ຕິດ​ຄ້າງ​ນັ້ນ ​ແມ່ນ​ພວກ​ສັນ​ຍາ​ຈ້າງ​ສ້າງ​ທາງ​ຫຼວງ ພ​ວກ​ຮັກ​ສາ​ຄວາມ​
ປອດ​ໄພ ແລະ​ອື່ນໆ ຜູ້​ທີ່​ຊອກ​ຫາ​ບ່ອນ​ພັກ​ເຊົາ ອີງ​ຕາມ​ຫົວ​ໜ້າປ້ອງ​ກັນ​ພົນ​ລະ​ເຮືອນ
​ ໃນ​ເມືອງ​ຄໍ​ດີ​ລ​ລີ​ຣາ​ສ ທີ່​ເປັນ​ເຂດ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ໃນ​ເກາະ ​ລູ​ຊອນ. ຢູ​ຕູແມ່ນ​
ໄຕ້ຝຸ່ນຫົວ​ທີ 18 ທີ່​ໄດ້ພັດ​ຖະ​ຫລົ່ມ​ຟິ​ລິບ​ປິນ ​ໃນ​ປີ​ນີ້.

ຫຼາຍ​ພັນ​ຄົນ ​ໄດ້​ພ​າ​ກັນ​ຍົກ​ຍ້າຍ ກ່ອນ​ພາ​ຍຸຫົວ​ນີ້ມາ​ເຖິງ. ໃນ​ຄ່ຳ​ຄືນ​ວັນ​ທີ 24 ຂອງ
ເດືອນ​ຕຸ​ລານີ້ຢູ​ຕູຊຶ່ງ​ຖືກ​ຈັດ​ວ່າ ​ເປັນ​ໄຕ້​ຝຸ່ນ​ທີ່ແຮງ​ສຸດ ໃນ​ຂະ​ນະ​ທີ່​ມັນ ພັດ​ຖະ​ຫລົ່ມ​
ໂດຍ​ກົງ​ໃສ່​ເກາະໄຊ​ປັນ ແລະ​ຕີ​ນຽນ ໃນ​ໝູ່​ເກາະ​ມາ​ຣິອ​າ​ນາ​ເໜືອ ທີ່​ເປັນ​ດິນ​ແດນ​
ຂອງ​ສະ​ຫະ​ລັດ ປະ​ມານ 9,000 ກິ​ໂລ​ແມັດ ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງແຜ່ນ​ດິນ​
ໃຫຍ່​ສະ​ຫະ​ລັດ. ຢູ​ຕູ​ໄດ້​ເຮັດ​ໃຫ້​ໄຟ​ຟ້າ​ມອດ ທຳ​ລາຍ​ບ້ານ​ເຮືອນ​ຫຼາຍ​ຫລັງ ແລະ
​ເຮັດ​ໃຫ້​ການ​ເລືອກ​ຕັ້ງ​ ມີ​ການ​ຊັກ​ຊ້າ.

ຊາວ​ບ້ານ​ຄົນ​ນ​ຶ່ງ​ຍ່າງ​ຕາມ​ທາງ​ຮາຍ​ເວ ທີ່​ມີ​ເສົາ​ໄຟ​ຟ້າ​ລົ້ມ ທ່າມ​ກາງໄຕ້​ຝຸ່ນ​ຢູ​ຕູ ໃນ​ແຂວງອິ​ຊາ​ເບີ​ລາ ທາງ​ພາ​ເໜືອ ຂອງ​ຟິ​ລິບ​ປີນ ວັນ​ທີ 30 ຕຸ​ລາ 2018.
ຊາວ​ບ້ານ​ຄົນ​ນ​ຶ່ງ​ຍ່າງ​ຕາມ​ທາງ​ຮາຍ​ເວ ທີ່​ມີ​ເສົາ​ໄຟ​ຟ້າ​ລົ້ມ ທ່າມ​ກາງໄຕ້​ຝຸ່ນ​ຢູ​ຕູ ໃນ​ແຂວງອິ​ຊາ​ເບີ​ລາ ທາງ​ພາ​ເໜືອ ຂອງ​ຟິ​ລິບ​ປີນ ວັນ​ທີ 30 ຕຸ​ລາ 2018.

ຊູ​ເປີ້ໄຕ້​ຝຸ່ນຫົວ​ນີ້ ​ເປັນ​ພາ​ຍຸ​ແຮ​ງ​ທີ່​ສຸດ ​ທີ່​ໄດ້​ພັດຖະ​ຫລົ່ມ​ບັນ​ດາ​ໝູ່​ເກາະ​ໝູ່ດອນ
ຕ່າງໆ ໃນ​ຮອບ 50 ປີ​. ຢູຕູໄດ້​ອ່​ອນ​ກຳ​ລັງ​ລົງ​ຢ່າງ​ຫຼວງ​ຫຼາຍ​ ໃນ​ຂະ​ນະທີ່​ພັດ ​
ເຂົ້າຖະ​ຫຼົ່ມ​ຟິ​ລິບ​ປີນ ແຕ່​ວ່າ​ບັນ​ດາ​ນັກ​ພະ​ຍາ​ກອນ​ອາ​ກາດ​ກ່າວ​ວ່າ ​ພາ​ຍຸ​ຫົວ​ນີ້​ຄາດ
​ວ່າ ຈະ​ເພີ້ມ​ຄວາມ​ແຮງຂຶ້ນ​ອີກ ​ຢູ່​ທະ​ເລ​ຈີນ​ໃຕ້.

ໃນ​ເດືອນ​ກັນ​ຍາ​ຜ່ານ​ມານີ້ ຊູ​ເປີ້ໄຕ້​ຝຸ່ນ​ມັງ​ຄຸດ ​ກໍໄດ້​ເຮັດ​ໃຫ້ມີ​ຝົນ​ຕົກ​ໜັກ​ຢູ່​ເກາະ
​ລູ​ຊອນ ພາ​ໃຫ້​ເກີດ​ດິນ​ເຈື່ອນ ແລ​ະ​ໄດ້​ເຮັດ​ໃຫ້​ກວ່າ 70 ຄົນ​ເສຍ​ຊີ​ວິດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG