ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ແລະ ສື່ມວນຊົນ ສະຫະລັດ ກ່າວວ່າ ນັກສຶກສາອາເມຣິກັນ 4 ຄົນ ຖືກແທງຢູ່ສວນສາທາລະນະ ໃນພາກຕາເວັນອອກສ່ຽງເໜືອຂອງຈີນ


ມີລາຍງານວ່ານັກສຶກສາອາເມຣິກັນ ຖືກແທງຢູ່ສວນສາທາລະນະ ໃນເມືອງຈີ້ຫຼິນ ຂອງຈີນ.
ມີລາຍງານວ່ານັກສຶກສາອາເມຣິກັນ ຖືກແທງຢູ່ສວນສາທາລະນະ ໃນເມືອງຈີ້ຫຼິນ ຂອງຈີນ.

ເຈົ້າ​ໜ້າ​ທີ່​ລັດຖະບານ​ຈີນ ​ແລະ​ສະຫະລັດ ກ່າວ​ວ່າ ນັກ​ສຶກສາ​ອາ​ເມຣິກັນ 4 ຄົນ ຈາກ​ມະຫາວິທະຍາ​ໄລນ້ອຍໆໃນລັດ ໄອໂອວາ ​ໄດ້​ຮັບ​ບາດ​ເຈັບຈາກ​ເຫດການໂຈມຕີດ້ວຍການ​ແທງ​ໃນ​ສວນສາທາລະນະ​ແຫ່ງ​ນຶ່ງ ​ຢູ່​ແຂວງຈີ້ຫຼິນ (Jilin) ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ​ຈີນ ​ໃນ​ວັນ​ຈັນ​ວານ​ນີ້, ອີງຕາມອົງການຂ່າວ Reuters.

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ເຫດການ​ດັ່ງກ່າວ​ເປັນ​ການ​ໂຈມ​ຕີ​ແບບບໍ່ເລືອກ ​ແລະ​ມັນ​ຈະ “ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ການ​ແລກປ່ຽນໂດຍປົກກະຕິຂອງປະຊາຊົນ ລະຫວ່າງ ​ຈີນ ​ກັບ ​ສະຫະລັດ.”

ຜູ້ແທນສະພາຕໍ່າຂອງລັດໄອໂອວາ ທ່ານ ອາດາມ ແຊບເນີ (Adam Zabner) ບອກກັບອົງການຂ່າວ Reuters ວ່າ ນ້ອງຊາຍຂອງທ່ານ ແມ່ນນຶ່ງໃນຜູ້ເຄາະຮ້າຍຈາກວິທະຍາໄລ Cornell ໃນລັດ ໄອໂອວາ.

ທ່ານກ່າວວ່າ “ນ້ອງຊາຍຂອງຂ້າພະເຈົ້າ, ທ້າວ ເດວິດ ແຊບເນີ (David Zabner), ໄດ້ຮັບບາດເຈັບຢູ່ແຂນ ໃນລະຫວ່າງການໂຈມຕີດ້ວຍການແທງໃນຂະນະທີ່ໄປຢ້ຽມຢາມວັດໃນເມືອງ ຈີ້ຫຼິນ (Jilin) ໃນປະເທດຈີນ.”

“ຂ້າພະເຈົ້າໄດ້ລົມກັບ ເດວິດ ... ລາວກໍາລັງຟື້ນຕົວຈາກອາການບາດເຈັບຂອງລາວ ແລະ ລາວກໍສະບາຍດີ. ຄອບຄົວຂອງຂ້າພະເຈົ້າຮູ້ສຶກຂອບໃຈຢ່າງຍິ່ງທີ່ ເດວິດ ລອດຊີວິດຈາກການໂຈມຕີຄັ້ງນີ້.”

ທ່ານ ແຊບບເນີ ກ່າວຕື່ມວ່າ ກຸ່ມດັ່ງກ່າວໄດ້ເດີນທາງໄປຢ້ຽມຢາມວັດແຫ່ງນຶ່ງ ໃນສວນສາທາລະນະ ເປຊານ (Beishan) ໃນເວລາທີ່ພວກເຂົາຖືກໂຈມຕີດ້ວຍມີດໂດຍຜູ້ຊາຍຄົນນຶ່ງ.

ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານ ຫຼີນ ຈຽນ (Lin Jian) ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມສະຫຼຸບປະຈໍາວັນຂອງວັນອັງຄານມື້ນີ້ວ່າ “ຕໍາຫລວດໄດ້ຕັດສິນໃນເບື້ອງຕົ້ນແລ້ວວ່າ ນີ້ແມ່ນເຫດການທີ່ເກີດຂຶ້ນໂດຍບັງເອີນ ແຕ່ການສືບສວນຍັງຄົງດໍາເນີນຢູ່.”

ອ່ານຂ່າວເປັນພາສາອັງກິດຂ້າງລູ່ມນີ້:

BEIJING, June 11 (Reuters) - Four American educators from a small Iowa university were injured in a stabbing attack in a public park in northeast China's Jilin province on Monday, according to Chinese and U.S. government officials.

China's foreign ministry on Tuesday said the incident was a random attack and that it would "not affect normal people-to-people exchanges between China and the United States".

Iowa Representative Adam Zabner told Reuters his brother was one of the victims from Cornell College in Iowa.

"My brother, David Zabner, was wounded in the arm during a stabbing attack while visiting a temple in Jilin City, China," he said.

"I spoke to David... He is recovering from his injuries and doing well. My family is incredibly grateful that David survived this attack."

The group had been visiting a temple in Beishan Park when they were attacked by a man with a knife, he added.

"The police have preliminarily judged that this was a random incident but an investigation is ongoing," China's foreign ministry spokesperson Lin Jian told reporters at a daily briefing on Tuesday.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG