ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມ ຕັດສິນໂທດ ຈຳຄຸກ 15 ເດືອນ ນັກ​ຂຽນຂ່າວ ອິນເຕີແນັດ


ນັກ​ຂຽນຂ່າວ ລົງອິນເຕີແນັດ ຫວຽດນາມ ທ່ານ Phạm Viết Đào
ນັກ​ຂຽນຂ່າວ ລົງອິນເຕີແນັດ ຫວຽດນາມ ທ່ານ Phạm Viết Đào
ນັກ​ຂຽນຂ່າວລົງອິນເຕີແນັດຫລື blogger ທີ່​ມີ​ຊື່​ສຽງ​ຄົນນຶ່ງ
ຂອງຫວຽດນາມ ​ໄດ້​ຖືກຕັດສິນ ​ໂທດໃຫ້ຕິດ​ຄຸກ ​ເປັນ​ເວລາ
15 ​ເດືອນ ຍ້ອນພິມ​ເຜີຍ​ແຜ່ເອກກະສານທີ່ມີຄວາມຫລໍ່
ແຫລມ ຕໍ່ພວກ​ຜູ້ນຳ​ຂອງ​ພັກ​ຄອມມຸຍນີສຫວຽດນາມ.

ຫຼັງ​ຈາກ​ການ​ດຳ​ເນີນ​ຄະດີ​ແບບ​ສັ້ນໆ ​ທີ່​ກຸງ​ຮາ​ໂນ່​ຍໃນ
​ວັນ​ພຸດ​ມື້​ນີ້ ທ່ານ Pham Viet Dao ໄດ້​ຖືກພົບເຫັນວ່າ
ມີ​ຄວາມ​ຜິດໃນ​ການ​ສວຍໃຊ້ສິດເສລີ​ພາບປະຊາທິປະໄຕ
ໄປໃນທາງທີ່ບໍ່ຖືກຕ້ອງ ເພື່ອລ່ວງລະເມີດຕໍ່ຜົນປະໂຫຍດ
ຂອງປະເທດຊາດ.

ຜູ້​ພິພາກສາ​ ​ໄດ້​ກ່າວ​ວ່າ ການ​ພິມ​ເຜີຍ​ຂໍ້ຄວາມຂອງທ່ານ Dao ເພື່ອທຳລາຍຊື່ສຽງ
ພວກຜູ້ນຳຂອງພັກແລະລັດນັ້ນ​ ໄດ້ພາໃຫ້ເກີດຄວາມວິຕົກກັງວົນໃນໝູ່ປະຊາຊົນ
ແລະເຮັດໃຫ້ ຄວາມເຊື່ອໝັ້ນໃນພວກຜູ້ນຳຂອງປະຊາຊົນຫລຸດນ້ອຍຖອຍລົງ.

ທ່ານ Dao ອາຍຸ 61 ປີ ​ໄດ້​ຂໍ​ຂະ​ມາ​ໂທດ ກ່ຽວກັບການພິມເຜີຍແຜ່ຂໍ້ມູນບາງຢ່າງທີ່
ບໍ່ຖືກ ຕ້ອງ ​ແຕ່ທ່ານ​ໄດ້​ປະຕິ​ເສດວ່າ ການ​ປະ​ພຶດ​ປະຕິບັດ​ຂອງ​ທ່ານ​ນັ້ນ ບໍ່​ໄດ້​ເປັນ
ໄພອັນຕະລາຍ ຕໍ່​ສັງຄົມ ​ແຕ່​ຢ່າງ​ໃດເລີຍ.

ເມື່ອ​ບໍ່​ດົນ​ມາ​ນີ້ ຫວຽດນາມ ​ໄດ້ດຳເນີນການເພີ້ມຂຶ້ນ​ເພື່ອ​ປາບປາມພວກຄັດຄ້ານ
ລັດຖະບານ ໂດຍໄດ້ຕັດສິນລົງໂທດພວກຂຽນຂ່າວລົງອິນເຕີແນັດທີ່ມີຊື່ສຽງຫລາຍໆ
ຄົນ ໃນຂໍ້ຫາຕ້ານລັດ ຖະບານ.

ກຸ່ມ​ປົກປ້ອງ​ສິດ​ທິມະນຸດ Human Rights Watch ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ທ່ານ
Dao ​ໃນ​ທັນທີ ໂດຍກ່າວ​ວ່າ “ຫວຽດນາມ​ ພວມສ້າງຄວາມອັບ​ອາຍຂາຍໜ້າ
ຕົນເອງ”
ທີ່​ໄດ້​ດຳເນີນ ຄະດີທາງດ້ານການເມືອງ ຕໍ່ຜູ້ຕໍາ​ນິຕິ​ຕຽນ​ລັດຖະບານ
ແບບສັນຕິອີກຄົນນຶ່ງ.
XS
SM
MD
LG