ອະດີດໄອຍະການສະຫະລັດ ແລະ ເຈົ້າໜ້າທີ່ກະຊວງຍຸຕິທຳ ຫຼາຍກວ່າ 1,100 ຄົນ ໄດ້ຮຽກຮ້ອງໃນວັນອາທິດວານນີ້ ໃຫ້ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລຽມ ບາ ລາອອກ ຫຼັງຈາກທີ່ທ່ານ ໄດ້ເຂົ້າແຊກແຊງເພື່ອຫລຸດຜ່ອນໂທດຖານສໍ້ໂກງດ້ານການເມືອງຂອງທ່ານ ຣໍເຈີ ສໂຕນ ໃຫ້ສັ້ນລົງ ຊຶ່ງຜູ້ກ່ຽວເປັນຜູ້ທີ່ໄວ້ເນື້ອເຊື່ອໃຈຂອງປະທານິບໍດີ ດໍໂນລ ທຣຳ.
ພະນັກງານໄອຍະການລັດຖະບານກາງສີ່ທ່ານ ທີ່ເປັນພາກສ່ວນນຶ່ງຂອງກະຊວງຍຸຕິທຳ ນຳພາໂດຍທ່ານ ບາ ໄດ້ໃຫ້ການແນະນຳສານ ທີ່ຈະຕັດສິນລົງໂທດທ່ານ ສໂຕນ ໃນສັບປະດານີ້ ໃຫ້ຂັງຄຸກຜູ້ກ່ຽວເຖິງ 9 ປີ ຫຼັງຈາກທີ່ໄດ້ຖືກພົບເຫັນວ່າມີຄວາມຜິດໃນຂໍ້ກ່າວຫາ 7 ກະທົງ ທີ່ປະກອບດ້ວຍ ການໃຫ້ຄວາມເທັດຕໍ່ລັດຖະສະພາ ແລະການເຂົ້າໄປກໍ່ກວນພະຍານ ທີ່ເຊື່ອມໂຍງກັບການສືບສວນສອບສວນເວລາຍາວນານ ໃນການເລືອກຕັ້ງເມື່ອປີ 2016 ທີ່ທ່ານ ທຣຳ ໄດ້ຮັບໄຊຊະນະນັ້ນ.
ແຕ່ທ່ານ ບາ ແລະບັນດາເຈົ້າໜ້າທີ່ຂັ້ນສູງຂອງກະຊວງຍຸຕິທຳ ໄດ້ສະແດງຄວາມຕົກໃຈຕໍ່ການສະເໜີແນະໃຫ້ລົງໂທດທີ່ຍາວນານດັ່ງກ່າວ ແລະທ່ານທຣຳ ກໍໄດ້ເອີ້ນມັນວ່າ “ການຕັດສິນຜິດພາດ” ຊຶ່ງທ່ານ ບາ ກໍໄດ້ເຂົ້າແຊກແຊງ ແລະ ຕໍ່ຈາກນັ້ນ ກະຊວງຍຸຕິທຳໄດ້ກ່າວເຖິງ ຄຳແນະນຳໃນຂັ້ນຕົ້ນວ່າ “ອາດຖືວ່າໜັກເກີນໄປ ແລະບໍ່ສົມເຫດສົມຜົນ” ແຕ່ໄດ້ປະໄວ້ໃຫ້ຜູ້ພິພາກສາທີ່ພິຈາລະນາຄະດີເປັນຜູ້ຕັດສິນໃຈວ່າ ໂທດອັນໃດສົມຄວນເປັນທີ່ເໝາະສົມ ຢູ່ທີ່ການພິຈາລະນາໃນວັນພະຫັດຈະມາເຖິງນີ້.
ບັນດາອະດີດໄອຍະການ ແລະບັນດາເຈົ້າໜ້າທີ່ກະຊວງຍຸຕິທຳ ຜູ້ທີ່ມາຈາກທົ່ວສະຫະລັດ ຈາກພັກການເມືອງຕ່າງໆ ໄດ້ກ່າວໃນໜັງສືທີ່ເປີດຊອງສະບັບນຶ່ງໃນວັນອາທິດວານນີ້ ວ່າ “ພວກເຮົາແຕ່ລະຄົນ ປະນາມຢ່າງແຮງຕໍ່ການແຊກແຊງໃນຄວາມຊອບທຳຂອງກະຊວງຍຸຕິທຳ ໂດຍທ່ານປະທານາທິບໍດີ ທຣຳ ແລະ ທ່ານລັດຖະມົນຕີ ບາ.”
ທ່ານບາ ໄດ້ກ່າວຕໍ່ລາຍການໂທລະພາບ ABC News ວ່າ ທ່ານບໍ່ໄດ້ລົມກັບທ່ານທຣຳ ກ່ຽວກັບໂທດຂອງທ່ານ ສໂຕນ ແຕ່ບັນດາອະດີດໄອຍະການທີ່ກຳລັງປະທ້ວງຢູ່ນັ້ນ ໄດ້ກ່າວວ່າ “ພຶດຕິກຳຂອງທ່ານບາ ໃນການເຮັດວຽກສ່ວນຕົວໃຫ້ແກ່ທ່ານປະທານາທິບໍດີ ຊຶ່ງເປັນທີ່ໜ້າເສຍໃຈ ມັນສົ່ງສຽງດັງຫຼາຍກວ່າ ຄຳເວົ້າຂອງທ່ານ. ພຶດຕິກຳເຫຼົ່ານັ້ນ ແລະຄວາມເສຍຫາຍທີ່ມັນໄດ້ສົ່ງຜົນຕໍ່ຊື່ສຽງຂອງຄວາມຊື່ສັດ ແລະ ຕົວບົດກົດໝາຍໃນກະຊວງຍຸຕິທຳນັ້ນ ແມ່ນຕ້ອງໃຫ້ທ່ານ ບາ ລາອອກ.”
ທ່ານ ມາກ ຊວດຕ໌ (Marc Short) ທີ່ປຶກສາຂອງຮອງປະທານາທິບໍດີ ທ່ານໄມຄ໌ ເພັສ ໄດ້ອອກມາປົກປ້ອງທ່ານບາ ໃນການໃຫ້ສຳພາດກັບອົງການຂ່າວ CNN ໃນວັນອາທິດວານນີ້ ໂດຍກ່າວວ່າ ທ່ານບາ “ໄດ້ກ່າວວ່າ ທ່ານປະທານາທິບໍດີ ບໍ່ໄດ້ໂທຫາທ່ານໂດຍກົງ ເພື່ອວໃຫ້ເຮັດສິ່ງເຫຼົ່ານີ້.”
ໂຄສົກຂອງກະຊວງຍຸຕິທຳ ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນ ກ່ຽວກັບໜັງສືສະບັບດັ່ງກ່າວຂອງບັນດາອະດີດໄອຍະການ.
ຫລັງຈາກທີ່ທ່ານບາ ໄດ້ເຂົ້າແຊກແຊງໃນຄະດີດັ່ງກ່າວແລ້ວ ທ່ານທຣຳ ກໍໄດ້ຍົກຍ້ອງທ່ານໃນທວີດເຕີ້ ໂດຍກ່າວວ່າ “ຂໍຊົມເຊີຍຕໍ່ລັດຖະມົນຕີກະຊວງຍຸຕິທຳ ທ່ານບີລ ບາ ສຳລັບການເຂົ້າໄປຮັບຜິດຊອບກ່ຽວກັບຄະດີທີ່ວ່າ ຄວບຄຸມບໍ່ໄດ້ເລີຍ ແລະບາງທີ ບໍ່ຄວນນຳຄະດີຂຶ້ນມາເລີຍ.” ບັນດາໄອຍະການ 4 ທ່ານ ຜູ້ທີ່ໄດ້ແນະນຳການລົງໂທດຕໍ່ທ່ານສໂຕນ ກໍໄດ້ພາກັນລາອອກຈາກຄະດີນີ້ ພາຍຫຼັງຈາກທີ່ທ່ານບາ ໄດ້ເຂົ້າກຳກັບ.