ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບີ​ລ ຣີ​ຊາດ​ສັນ, ອະດີດເອກອັກຄະລັດຖະທູດ ສະຫະລັດ ກຳ​ລັງ​ເດີນ​ທາງ​ໄປ ​ມຽນ​ມາ


ທ່ານບີ​ລ ຣີ​ຊາດ​ສັນ (Bill Richardson), ອະດີດເອກອັກຄະລັດຖະທູດສະຫະລັດແລະອະດີດຜູ້ປົກຄອງລັດນິວເມັກຊິໂກ ຍ່າງອອກຈາກ​ຫ້ອງ​ການ​ທ່ານ​ໃນ​ເມືອງ Santa Fe, ລັດ​ນິວເມັກຊິໂກ, ວັນ​ທີ 9 ມີ​ນາ, 2020
ທ່ານບີ​ລ ຣີ​ຊາດ​ສັນ (Bill Richardson), ອະດີດເອກອັກຄະລັດຖະທູດສະຫະລັດແລະອະດີດຜູ້ປົກຄອງລັດນິວເມັກຊິໂກ ຍ່າງອອກຈາກ​ຫ້ອງ​ການ​ທ່ານ​ໃນ​ເມືອງ Santa Fe, ລັດ​ນິວເມັກຊິໂກ, ວັນ​ທີ 9 ມີ​ນາ, 2020

ອະດີດເອກອັກຄະລັດຖະທູດສະຫະລັດແລະອະດີດຜູ້ປົກຄອງລັດນິວເມັກຊິໂກ ບີ​ລ ຣີ​ຊາດ​ສັນ (Bill Richardson) ກໍາລັງເດີນທາງໄປຍັງ ມຽນມາ ເພື່ອພາ ລະກິດດ້ານມະນຸດສະທໍາໃນ​ນາມສ່ວນຕົວທີ່ຈະສຸມໃສ່ການຊ່ວຍ​ເຫລືອເພື່ອ​ແກ້​ໄຂບັນ​ຫາການລະບາດຂອງ​ພະ​ຍາດ, ອີງ​ຕາມໂຄສົກຂອງທ່ານ​ທີ່ກ່າວໃນ ວັນອາທິດວານນີ້ ແລະການລາຍ​ງານ​ໂດຍ​ອົງ​ການ​ຂ່າວ​ເອ​ພີ (AP).

ມຽນມາ​ ໄດ້​ຈົມ​ຢູ່​ໃນການກໍ່​ຄວາມ​ຮຸນ​ແຮງ ​ແລະ​ຄວາມ​ວຸ້ນ​ວາຍ​ໃນ​ກາງ​ເມືອງ ນັບ​ຕັ້ງ​ແຕ່​ການ​ກໍ່​ລັດຖະປະຫານ​ຂອງ​ທະຫານ​ທີ່​ຍຶດເອົາອຳນາດ​ໃນ​ເດືອນ​ກຸມພາ​ເປັນ​ຕົ້ນມາ. ພວກ​ປະ​ທ້ວງ​ໄດ້​ປະ​ເຊີນ​ກັບ​ການ​ທຸບ​ຕີ ​ແລະ​ຖືກ​ຈັບ​ກຸມ. ສະ​ຫະ​ລັດ ​ໄດ້​ໂຈະ​ຂໍ້​ຕົກລົງ​ດ້ານການ​ຄ້າ​ກັບ​ ມຽນມາ​ ຈົນ​ກວ່າວ່າ ​ລັດຖະບານ​ປະຊາທິປະ​ໄຕ​ຈະຖືກ​ຟື້ນ​ຟູ​ຄືນ​ໃໝ່​ໃນ​ປະ​ເທດທີ່ຢູ່​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແຫ່ງນັ້ນ.

ທ່ານ ​ຣີຊາດສັນ (Richardson) ກ່າວ​ວ່າ ສູນ​ກາງ​ຂອງ​ທ່ານ​ມີ​ປະຫວັດ​ອັນ​ຍາວ​ນານ​ໃນ​ການ​ໃຫ້ການ​ສະໜັບສະໜູນ​ປະຊາຊົນ​ ມຽນມາ ​ແຕ່​ທ່ານ​ບໍ່​ໄດ້​ກ່າວ​ເຖິງ​ການ​ກໍ່ລັດຖະປະຫານ​ໃນ​ການ​ປະກາດ​ການ​ເດີນທາງ​ຂອງ​ທ່ານເລີຍ ຫລື​ລາຍ​ລະ​ອຽດ​ວ່າ ທ່ານ​ມີ​ແຜນ​ຈະ​ພົບ​ປະ​ກັບ​ໃຜ​ໃນ​ຂະນະຢູ່​ທີ່​ນັ້ນ.

ທ່ານກ່າວໃນບົດຖະແຫຼງຂ່າວສະບັບນຶ່ງວ່າ: "ໃນການປະສານງານກັບຜູ້ຕິດຕໍ່ ຂອງພວກເຮົາໃນປະເທດ ມຽນມາ, ພວກເຮົາກຳລັງຢ້ຽມຢາມປະເທດນັ້ນ ເພື່ອປຶກສາຫາລືກ່ຽວກັບເສັ້ນທາງການຈັດສົ່ງການ​ຊ່ວຍ​ເຫລືອດ້ານມະນຸດ ສະທຳໂດຍ​ມີວັກຊີນກັນ COVID-19, ອຸປະກອນການແພດ, ແລະສິ່ງຕ້ອງ ການດ້ານສາທາລະນະສຸກອື່ນໆອີກ,".

ທາງເລຂາທິການ​ໃຫຍ່ອົງ​ການ​ສະຫະ​ປະຊາ​ຊາດ, ທ່ານ ແອນ​ໂຕ​ນິ​ໂອ ກູ​ເຕ​ເຣ​ສ (Antonio Guterres) ຮູ້​ກ່ຽວ​ກັບ​ການ​ເຮັດ​ພາລະກິດ​ດັ່ງກ່າວນີ້ດີ, ອີງ​ຕາມໂຄສົກ​ຂອງ​ທ່ານ ຣີ​ຊາ​ດ​ສັນ (Richardson), ທ່ານ​ນາງ ມາ​ເດີ​ໄລນ໌ ມາ​ໂຮ​ນີ (Madeleine Mahony).

ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ລັດ ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃນ​ທັນ​ທີ​ກ່ຽວ​ກັບ​ການ​ເດີນ​ທາງ​ທີ່​ວ່ານີ້.

ທ່ານ​ນາງ ​ມາ​ໂຮ​ນີ ປະຕິເສດທີ່ຈະເວົ້າວ່າທ່ານ ​ຣີ​ຊາດ​ສັນ (Richardson) ຈະ ​ເຮັດ​ວຽກ​ເພື່ອ​ໃຫ້ມີການປ່ອຍຕົວນັກຂ່າວຊາວ ອາເມຣິກັນ ທີ່ຖືກຈໍາຄຸກຕັ້ງແຕ່ ວັນທີ 24 ເດືອນພຶດສະພາຜ່ານ​ມາ​ຫລືບໍ່.

ທ່ານ ​ແດນ​ນີ ເຟັນ​ສ​ເຕີ (Danny Fenster) ຖືກກັກຕົວຢູ່ທີ່ສະຫນາມບິນນາໆ ຊາດຢ່າງ​ກຸ້ງ ໃນຂະນະທີ່ທ່ານກໍາລັງຈະຂຶ້ນເຮືອ​ບິນ​ເພື່ອມາ ສະຫະລັດ. ທ່ານ ເປັນບັນນາທິການລະ​ດັບບໍລິຫານຂອງວາ​ລະ​ສານ Frontier Myanmar, ຊຶ່ງ​ເປັນວາລະສານທາງອອນລາຍນ໌ ທີ່ຕັ້ງຢູ່ໃນນະ​ຄອນ​ຢ່າງ​ກຸ້ງ,​ ນະ​ຄອນທີ່ໃຫຍ່ທີ່ ສຸດຂອງມຽນມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG