ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດປະທານ ຄະນະໂຄສະນາ ຫາສຽງ ຂອງ ທ່ານ ທຣຳ ໄປຂຶ້ນສານ ໃນວັນອັງຄານນີ້


ທ່ານ ພອລ ມານາຟອຣຕ໌ ເດີນທາງໄປເຖິງ ສານເພື່ອຮັບຟັງ ການດຳເນີນຄະດີ ຢູ່ທີ່ສານເມືອງ ໃນນະຄອນຫຼວງ ວໍຊິງຕັນ ດີ ຊີ, ວັນທີ 15 ມິຖຸນາ 2018.
ທ່ານ ພອລ ມານາຟອຣຕ໌ ເດີນທາງໄປເຖິງ ສານເພື່ອຮັບຟັງ ການດຳເນີນຄະດີ ຢູ່ທີ່ສານເມືອງ ໃນນະຄອນຫຼວງ ວໍຊິງຕັນ ດີ ຊີ, ວັນທີ 15 ມິຖຸນາ 2018.

ທ່ານ ພອລ ເມນາຟອຣຕ໌ ອະດີດປະທານ ຄະນະໂຄສະນາຫາສຽງ ຂອງທ່ານທຣຳ ຈະ
ໄປຂຶ້ນສານ ໃນວັນອັງຄານມື້ນີ້ ຢູ່ໃນເມືອງ ອາແລັກແຊນເດຣຍ ໃນລັດເວີຈີເນຍ ເຊິ່ງ
ເປັນນຶ່ງໃນສອງຄະດີ ທີ່ທ່ານໄດ້ຖືກຟ້ອງຮ້ອງໂດຍ ໄອຍະການພິເສດ ທ່ານ ໂລເບີດ
ມັລເລີ.

ເລື້ອງພື້ນໆ ຂອງຂໍ້ກ່າວຫາທາງຄະດີອາຍາ ຕໍ່ທ່ານ ເມນາຟອຣຕ໌ ຖານ ການໜີພາສີ
ບໍ່ລາຍງານບັນຊີທະນາຄານໃນຕ່າງປະເທດ ແລະ ຂໍກູ້ຢືມເງິນ ຈາກທະນາຄານ ໂດຍ
ບໍ່ສຸດຈະລິດ ເຫຼົ່ານີ້ ແມ່ນ ບໍ່ກ່ຽວຂ້ອງກັບແກນແທ້ ໃນການສືບສວນສອບສວນຂອງ
ທ່ານ ມັລເລີ ທີ່ວ່າ ຄະນະໂຄສະນາຫາສຽງ ຂອງທ່ານ ທຣຳ ໄດ້ສົມຮູ້ຮ່ວມຄິດ ກັບ
ຣັດເຊຍ ເພື່ອທຳລາຍລະບົບການເລືອກຕັ້ງແຫ່ງຊາດ ປີ 2016 ຂອງສະຫະລັດ ຫຼືບໍ່.

ຂໍ້ກ່າວຫາດັ່ງກ່າວ ເລີ້ມຕົ້ນຈາກ ການແລ່ນເຕັ້ນຜັກດັນ ບັນດາສະມາຊິກສະພາ ມາ
ເປັນເວລາຍາວນານ ແລະ ວຽກງານໃຫ້ການປຶກສາດ້ານການເມືອງ ແກ່ ທ່ານ ວິກເຕີ
ຢານູໂຄວິຈ໌ ອະດີດປະທານາທິບໍດີ ຂອງຢູເຄຣນ.

ທ່ານ ຣິກ ເກຕສ໌ ອະດີດ ທີ່ປຶກສາ ຄະນະໂຄສະນາຫາສຽງ ຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກຳລັງອອກມາຈາກ ສານແຫ່ງນຶ່ງ ຫລັງຈາກທີ່ໄດ້ ເຂົ້າຟັງການພິຈາລະນາ ການປະກັນໂຕ ໃນນະຄອນຫຼວງ ວໍຊິງຕັນ ດີ ຊີ.
ທ່ານ ຣິກ ເກຕສ໌ ອະດີດ ທີ່ປຶກສາ ຄະນະໂຄສະນາຫາສຽງ ຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກຳລັງອອກມາຈາກ ສານແຫ່ງນຶ່ງ ຫລັງຈາກທີ່ໄດ້ ເຂົ້າຟັງການພິຈາລະນາ ການປະກັນໂຕ ໃນນະຄອນຫຼວງ ວໍຊິງຕັນ ດີ ຊີ.

ໃນຂະນະທີ່ເຮັດວຽກໃຫ້ແກ່ ທ່ານ ຢານູໂຄວິຈ໌ ແລະພັກການເມືອງຂອງທ່ານ ທີ່ນິຍົມ
ຣັດເຊຍ ຢູ່ໃນຂົງເຂດ ໃນລະຫວ່າງ ປີ 2006 ຫາ 2015 ຢູ່ນັ້ນ ທ່ານ ເມນາຟອຣຕ໌
ແລະ ອະດີດຜູ້ມີຮຸ້ນສ່ວນທຸລະກິດ ທ່ານ ຣິກ ເກຕສ໌ ປາກົດວ່າ ໄດ້ຮັບເງິນຄ່າຈ້າງ
ຫຼາຍສິບລ້ານໂດລາ ແລ້ວຊຸກເຊື່ອງລາຍໄດ້ເຫຼົ່ານີ້ ເພື່ອບໍ່ໃຫ້ ກົມພາສີຂອງສະຫະລັດ
ຫຼື IRS ຮູ້.

ເພື່ອຫລີກລ່ຽງການຈ່າຍພາສີລາຍໄດ້ທີ່ໜັກ ບັນດາໄອຍະການ ກ່າວວ່າ ພວກເຂົາເຈົ້າ
ໄດ້ຕັ້ງພວກບໍລິສັດລັບ ແລະບັນຊີທະນາຄານ ຢູ່ນອກປະເທດ ຂຶ້ນມາເພື່ອໂອນເງິນ
ຄ່າຊຳລະຈາກພວກຢູເຄຣນເຂົ້າໃນບັນຊີ ແລ້ວໂອນໄປຍັງບັນຊີຕ່າງໆ ໃນສະຫະລັດ
ໂດຍປອມແປງ ວ່າເປັນ “ເງິນກູ້” ເພື່ອຊື້ອະສັງຫາລິມະຊັບ ແລະຜະລິດຕະພັນຟຸມ
ເຟືອຍ ຫຼາຍລ້ານໂດລາ.

ຫຼັງຈາກ ທ່ານ ຢານູໂຄວິຈ໌ ໄດ້ຖືກປົດລົງຈາກຕຳແໜ່ງ ໃນປີ 2014 ແລະລາຍຮັບຈາກ
ພວກຢູເຄຣນ ໄດ້ຫລຸດໜ້ອຍຖອຍລົງ ທ່ານ ເມນາຟອຣຕ໌ ແລະ ທ່ານ ເກຕສ໌ ປາກົດວ່າ
ໄດ້ສ້າງກົນອຸບາຍອີກອັນນຶ່ງຂຶ້ນມາ ເພື່ອຈະເອົາເງິນເຫຼົ່ານັ້ນ ເຊັ່ນວ່າ ທັງສອງຄົນ ໄດ້ໃຊ້
ອະສັງຫາລິມະຊັບ ຢູ່ໃນສະຫະລັດ ຂອງພວກເຂົາ ເປັນວັດຖຸຄ້ຳປະກັນ ເພື່ອການກູ້ຢືມ
ເງິນຈາກທະນາຄານ ຫຼາຍກວ່າ 20 ລ້ານໂດລາ ໂດຍການແຈ້ງລາຍຮັບຂອງພວກເຂົາ
“ສູງເກີນຄວາມຈິງ”.

ໃນເລື້ອງລາວທັງໝົດ ບັນດາໄອຍະການ ກ່າວວ່າ ຫຼາຍກວ່າ 75 ລ້ານໂດລາ ໄດ້ໂອນ
ຜ່ານບັນຊີທະນາຄານຢູ່ນອກປະເທດ ທີ່ ທ່ານ ເມນາຟອຣຕ໌ ແລະ ທ່ານ ເກຕສ໌ ໄດ້
ສ້າງຕັ້ງຂຶ້ນ.

ທ່ານ ເມນາຟອຣຕ໌ ບໍ່ຍອມຮັບຜິດ ຕໍ່ຂໍ້ກ່າວຫາ ໃນສານລັດເວີຈີເນຍ ພ້ອມດ້ວຍ ຂໍ້ກ່າວ
ຫາ ໃນສານລັດຖະບານກາງ ໃນນະຄອນ ວໍຊິງຕັນ ດີ ຊີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG