ບໍ່ພໍເທົ່າໃດຊົ່ວໂມງ ຫລັງຈາກຫ້ອງການຂອງອະທິໄອຍະການ
ຂອງໄທໄດ້ປະກາດວ່າ ອະດີດນາຍົກລັດຖະມົນຕີຍິ່ງລັກ ຊິນນະ
ວັດ ຈະຖືກຟ້ອງ ໃນຂໍ້ຫາລະເລີຍຕໍ່ໜ້າທີ່ແລ້ວ ບັນດາສະມາຊິກ
ສະພານິຕິ ບັນຍັດທີ່ຖືກແຕ່ງຕັ້ງໂດຍພວກທະຫານກໍໄດ້ລົງຄະ
ແນນຢ່າງເປັນທາງລັບ ໃຫ້ຟ້ອງຮ້ອງທ່ານນາງເຊັ່ນດຽວກັນ. ນັກ
ຂ່າວ ວີໂອເອ Steve Herman ລາຍງານຈາກບາງກອກວ່າ ທັງ
ໝົດນີ້ ເກີດຂື້ນຫລັງຈາກແປດເດືອນ ທີ່ທ່ານນາງຍິ່ງລັກ ໄດ້ຖືກ
ບັງຄັບ ໃຫ້ອອກຈາກໜ້າທີ່ໃນ ການເປັນຜູ້ນຳປະເທດ ຊຶ່ງ
ກິ່ງສະຫວັນ ຈະນຳມາສະເໜີທ່ານ.
ການຟ້ອງຮ້ອງ ອະດີດນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດຈະ ເຮັດໃຫ້ທ່ານນາງບໍ່ສາ
ມາດເຂົ້າຮ່ວມການເລືອກຕັ້ງໃດໆທີ່ຈະມີຂື້ນໄດ້.
ການພົບເຫັນວ່າມີຄວາມຜິດທາງອາຍາໃດກໍຕາມ ແມ່ນເປັນລາງຮ້າຍເພີ້ມຕື່ມ ທີ່ອາດເຮັດ
ໃຫ້ທ່ານນາງ ຕ້ອງໄດ້ຕິດຄຸກດົນເຖິງ 10 ປີ.
ອະດີດນາຍົກລັດຖະມົນຕີຍິ່ງລັກ ໄດ້ທຳການຮ້ອງຂໍເທຶ່ອສຸດທ້າຍຕໍ່ໜ້າ ສະພານິຕິບັນຍັດ
ທີ່ແຕ່ງຕັ້ງໂດຍທະຫານນຶ່ງມື້ກ່ອນມີການລົງຄະແນນ ສຽງ ໂດຍຢືນຢັດວ່າ ບໍ່ໄດ້ມີການສໍ້
ລາດບັງຫລວງພົວພັນກັບໂຄງການ ຈຳນຳເຂົ້າທີ່ຜິດພາດແລະໃຊ້ຈ່າຍສູງ ຊຶ່ງເປັນໝາກ
ຫົວໃຈ ຂອງການກ່າວຫາຕ່າງໆຕໍ່ທ່ານນາງ.
ທ່ານນາງຍິ່ງລັກ ໄດ້ກ່າວຕໍ່ສະພາວ່າ ການດຳເນີນມາດຕະການຕໍ່ທ່ານນາງນັ້ນແມ່ນມີ
ຈຸດປະສົງແບບປິດບັງແລະໄດ້ຮັບແຮງຂັບດັນຈາກການ ເມືອງ.
ທ່ານນາງຍິ່ງລັກກ່າວວ່າ “ຂັ້ນຕອນການຟ້ອງຮ້ອງທີ່ອາດນຳໄປສູ່່ການ ຫ້າມບໍ່ໃຫ້
ຫລິ້ນການເມືອງເປັນເວລາຫ້າປີແກ່ ຂ້າພະເຈົ້ານັ້ນ ເປັນການ ລະເມີດຕໍ່ສິດທິພື້ນ
ຖານແລະສິດເສລີພາບຂອງຂ້າພະເຈົ້າ.”
ທ່ານນາງຍິ່ງລັກ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນການເລືອກຕັ້ງ ປີ 2011 ໂດຍເຮັດ
ໃຫ້ຄອບຄົວຂອງທ່ານນາງ ກັບຄືນມາກຳອຳນາດອີກຫ້າປີ ຫລັງຈາກອ້າຍຂອງທ່ານນາງ
ທ່ານທັກສິນ ຊິນນະວັດ ໄດ້ຖືກໂຄ່ນລົ້ມ ໃນການກໍ່ລັດຖະປະຫານ. ທ່ານທັກສິນໄດ້ໜີ
ໄປລີ້ໄພ ຢູ່ໃນ ຕ່າງປະເທດ ຂະນະທີ່ທ່ານປະເຊີນໜ້າກັບການຖືກຕິດຄຸກຍ້ອນການສໍ້
ລາດບັງຫລວງ ຖ້າຫາກທ່ານກັບຄືນປະເທດ.
ນ້ອງສາວຂອງທ່ານ ໄດ້ຖືກບັງຄັບໃຫ້ອອກຈາກຕຳແໜ່ງນາຍົກລັດ ຖະມົນຕີ ໂດຍການ
ຕັດສິນຂອງສານ ພຽງບໍ່ເທົ່າໃດອາທິດກ່ອນຈະ ມີການເຮັດລັດຖະປະຫານໃນວັນທີ 22
ເດືອນພຶດສະພາປີກາຍນີ້.
ການປະກາດໃຊ້ກົດໄອຍະການເສິກ ເປັນເວລາຫລາຍມື້ ກ່ອນມີການ ເຮັດລັດຖະປະຫານ
ນັ້ນ ຍັງດຳເນີນຢູ່ຕໍ່ມາເພື່ອບັງຄັບບໍ່ໃຫ້ມີການເດີນ ຂະບວນປະທ້ວງ. ອີກຄັ້ງນຶ່ງທະຫານ
ໄດ້ເຕືອນວ່າ ການສະແດງຄວາມ ບໍ່ເຫັນພ້ອມໃນທີ່ສາທາລະນະໃດໆ ຫລັງຈາກມີການ
ຟ້ອງຮ້ອງແລ້ວຈະ ເປັນທີ່ຮັບເອົາບໍ່ໄດ້ເດັດຂາດ.
ນັກປະຖະກະຖາ ທ່ານ Paul Chambers ທີ່ສະຖາບັນກິດຈະການ ເອເຊຍຕາເວັນອອກ
ທຳນາຍວ່າ ການຟ້ອງຮ້ອງອາດຈະກໍ່ໃຫ້ເກີດມີ ການປະທ້ວງຮອບໃໝ່ ໂດຍພວກແກນນຳ
ທີ່ໃຫ້ການສະໜັບສະໜູນຕໍ່ ຄອບຄົວຊິນນະວັດ ທີ່ຮູ້ກັນໃນນາມພວກເສື້ອແດງນັ້ນ.
ທ່ານ Chambers ກ່າວວ່າ “ຂ້າພະເຈົ້າ ຄິດວ່າ ພວກເຮົາຈະເຫັນການເລີ້ມຕົ້ນ ໃນ
ການຕໍ່ຕ້ານອຳນາດການປົກຄອງນີ້ ຕໍ່ຕ້ານໂດຍ ທ່ານທັກສິນ ຕໍ່ຕ້ານໂດຍຄອບ
ຄົວຊິນນະວັດທັງໝົດ ຕໍ່ຕ້ານໂດຍພວກເສື້ອແດງ ຜູ້ຊຶ່ງທ່ານທັກສິນ ບັດນີ້ຈະເອົາ
ຝາປິດອອກ ເພື່ອປ່ອຍໃຫ້ພວກເສື້ອແດງອອກມາໄດ້.”
ແຕ່ພວກອື່ນໆ ຮວມທັງຫາງສຽງຂອງບຸກຄົນສຳຄັນໆ ທີ່ບໍ່ເຫັນດີກັບ ພວກທະຫານແບບ
ງຽບໆນັ້ນບໍ່ໄດ້ໃຫ້ຄວາມສຳຄັນໃດໆຕໍ່ການທີ່ອາດ ຈະເກີດປະເຊີນໜ້າກັນຢູ່ຕາມຖະໜົນ
ຫົນທາງຄືນອີກ ໃນສາຍຕາທີ່ປາປົດວ່າພວກທະຫານໄດ້ເຂົ້າກຳອຳນາດທັງໝົດແລ້ວ.
ເບິ່ງຄວາມເຫັນ (6)
ໂຫລດຄວາມເຫັນ ຕື່ມອີກ