ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດ​ ປະ​ທາ​ນາ​ທິ​ບໍ​ດີ ເກົາ​ຫີຼໃຕ້ ຖືກ​ຕັດສິນ​ລົງ​ໂທດ ໃຫ້ຕິ​ດ​ຄຸ​ກ 15 ປີ


ອະ​ດີດ​ປະ​ທາ​ນາ​ທິ​ບໍດີ​ເກົາ​ຫຼີ​ໃຕ້ ທ່ານ​ລີ ມຸງ ບັກ (ຊ້າຍ) ກຳ​ລັງ​ຖຶກ​ຊ່ວຍ​ເວ​ລາ​ໄປ​ເຖິງ​ສານ ໃນ​ນະ​ຄອນ​ໂຊ​ລ ວັນ​ທີ 6 ກັນ​ຍາ 2018.
ອະ​ດີດ​ປະ​ທາ​ນາ​ທິ​ບໍດີ​ເກົາ​ຫຼີ​ໃຕ້ ທ່ານ​ລີ ມຸງ ບັກ (ຊ້າຍ) ກຳ​ລັງ​ຖຶກ​ຊ່ວຍ​ເວ​ລາ​ໄປ​ເຖິງ​ສານ ໃນ​ນະ​ຄອນ​ໂຊ​ລ ວັນ​ທີ 6 ກັນ​ຍາ 2018.

ອະ​ດີດ​ປະ​ທາ​ນາ​ທິ​ບໍດີ​ເກົາ​ຫຼີ​ໃຕ້ ທ່ານ​ລີ ມຸງ ບັກ ໄດ້​ຖືກ​ຕັດ​ສິນ​ລົງ​ໂທດໃຫ້ຕິດ​ຄຸກ 15
ປີ ໃນ​ວັນ​ສຸກ​ມື້​ນີ້ ໃນ​ຂໍ້​ຫາ​ສໍ້​ລາດບັງ​ຫຼວງ​ຫຼາຍ​ຢ່າງ.

ນ​ອກນັ້ນ ທ່ານ​ລີ​ຍັງ​ໄດ້​ຖືກ​ສັ່ງ​ໃຫ້​ຈ່າຍ​ຄ່າ​ປັບໃໝ​ເກືອບ 11 ລ້ານ 5 ແສນ​ໂດ​ລາ.

ທ່ານ​ໄດ້​ຖືກ​ກ່າວ​ຫາ​ຮັບ​ສິນ​ບົນ​ຫຼາຍ​ລ້ານ​ໂດ​ລ​າ ຈາກ​ບໍ​ລິ​ສັດ​ຊຳ​ຊຸງ ແລະ​ບັນ​ດາ​ບໍ​ລິ​
ສັດ​ຕ່າງໆ ໃນ​ຂະ​ນະ​ທີ່​ຍັງຢູ່​ໃນ​ຕຳ​ແໜ່ງ ພ້ອມ​ດ້ວຍ​ຊຸກ​ເຊື່ອງເງິນ​ເກືອບ 35 ລ້ານ
​ໂດ​ລາ ​ຈາກ​ບໍ​ລິ​ສັດ​ນຶ່ງ ທີ່​ທ່ານ​ພົວ​ພັນ​ນຳ.

ບັນ​ດາ​ໄອ​ຍະ​ການ​ ຕົ້ນ​ຕໍ​ນັ້ນ ຢາກ​ໃຫ້​ລົງ​ໂທດທ່ານ 20 ປີ ກ່ຽວ​ກັບກິດ​ຈະ​ການທີ່ຜິດ​
ກົດ​ໝາຍຕ່າງໆຂອງ​ທ່ານ.

ທ່ານ​ລີ​ໄດ້​ປະ​ຕິ​ເສດຕໍ່ການ​ກະ​ທຳ​ຜິດ​ທັງ​ໝົດ ແລະ​ໄດ້​ຮ້ອງການ​ດຳ​ເນີນຄະ​ດີ​ຕໍ່ ທ່ານ
ນີ້​ວ່າ “ເປັນ​ການ​ແກ້​ແຄ້ນ​ທາງ​ການ​ເມືອງ.” ທ່ານ​ໄດ້​ຖືກ​ຄຸມ​ຂັງມາແຕ່​ວັນ​ທີ 23 ເດືອນ
ມີ​ນາ​ທີ່​ແລ້ວ.

ທ່ານ​ລີ​ເປັນ​ຜູ້​ນຳທີ່ຖືກເລືອກຕັ້ງຂອງເກົາ​ຫຼີ​ໃຕ້​ຄົນ​ທີ​ສີ່ ທີ່​ໄດ້​ຖືກ​ຕັດ​ສິນ​ໂທດ​ໃຫ້ ຕິ​ດ
​ຄຸກ ລຸນຫຼັງ​ອອກ​ຈາກ​ໜ້າ​ທີ່​ບໍ​ລິ​ຫານປະ​ເທດ.

ຢູ່​ໃນ​ການ​ດຳ​ເນີນ​ຄະ​ດີ 90 ນາ​ທີ ​ຜ່ານ​ທາງ​ໂທ​ລະ​ພາບ ສານ​ໄດ້​ຕັດ​ສິນ​ວ່າ​ອະ​ດີດ​ປະ
​ທາ​ນາ​ທິ​ບໍ​ດີ​ລີ ຄວາມ​ຈິງ​ແລ້ວ ເປັນ​ເຈົ້າ​ຂອງບໍ​ລິ​ສັດ DAS ​ຂອງ​ນ້ອງ​ຊາຍ​ທ່ານ. ສານ​
ໄດ້​ພົບ​ເຫັນ​ວ່າ​ທ່ານ​ລີ ໄດ້​ສັ່ງ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ຢູ່​ທີ່​ນັ້ນຕັ້ງ​ກອງ​ທຶນ​ໃນ​ທາງ​ຜິດ​ກົດ​
ໝາຍ ແລະ​ເຮັດ​ບັນ​ຊີ​ແບບ​ບໍ່​ຖືກ​ຕ້ອງ. ທ່ານ​ລີໄດ້​ເປັນ​ທີ່​ຕ້ອງ​ສົງ​ໄສວ່າ​ເປັນ​ເຈົ້າ​ຂອງ
​ບໍ​ລິ​ສັດ DAS ມາ​ເປັນ​ເວ​ລາ​ນານ​ແລ້ວ ຊຶ່ງເປັນ​ບໍ​ລິ​ສັດ​ທີ່​ເປັນຈຸດ​ໃຈ​ກາງ​ຂອງ​ຂ່າວ
ນອງ​ນັນ ​ທີ່​ນຳ​ພາ​ທ່ານ​ໄປ​ສູ່​ການ​ຕິດ​ຄຸກ.

ທ່ານ​ລີ​ຍັງ​ໄດ້​ຖືກ​ພົບ​ເຫັນ​ມີ​ຄວາມ​ຜິດ​ໃນ​ການ​ຮັບ​ເອົາ​ການ​ຈ່າຍ​ເງິນ 5 ລ້ານ 8
ແສນ 5 ໝື່ນ​ໂດ​ລາ ຈາກ​ບໍ​ລິ​ສັດອີ​ເລັກ​ໂ​ທ​ຣ​ນິກ​ຊຳ​ຊຸງ. ສານ​ໄດ້​ພົບ​ເຫັນ​ວ່າ​ຈຸດ​
ປະ​ສົງ​ຂອງ​ກອງທຶນ​ດັ່ງ​ກ່າວ​ ແມ່ນ​ເພື່ອ​ກະ​ກຽມ​ສຳ​ລັບ​ການຫລຸດ​ຜ່ອນໂທດ ໃນ
ການ​ສືບ​ສ​ວນຫລົບ​ຫລີກພາ​ສີຕໍ່​ປະ​ທານ​ບໍ​ລິ​ສັດ ​ທ່ານ​ລີ ກຸນ ຮີ.

ສານເຂດໃຈ​ກາງ​ນະ​ຄອນ​ຫຼວງ​ໂຊ​ລ ໄດ້​ພົບ​ເຫັນ​ວ່າທ່ານ​ລີ ພຽງ​ແຕ່​ຮັບ​ຜິດ​ຊອບ
​ປະ​ມານ 21 ລ້ານ 7 ແສນ​ໂດ​ລາ​ ໃນ​ການ​ຊຸກ​ເຊື່ອງ​ເງິນ​ທຶນໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ​
ຂາດ​ຫລັກ​ຖານ​ ຈາກ​ບັ​ນ​ດາ​ໄອ​ຍະ​ການ ກ່ຽວ​ກັບ​ເງິນ​ທັງ​ໝົດ ​ຈຳ​ນວນ 35 ລ້ານ
​ໂດ​ລາ.

ທ່ານ​ລີ ​ບໍ່​ໄດ້ໄປ​ປາ​ກົດ​ໂຕ​ຢູ່​ທີ່​ສານ​ໃນ​ວັນ​ສຸກ​ມື້​ນີ້ ເວ​ລາ​ມີ​ການ​ອ່ານ​ ຄຳ​ຕັດ​ສິນ
ເພື່ອ​ປະ​ທ້ວງຕໍ່​ການ​ດຳ​ເນີນ​ຄະ​ດີ ​ທີ່ອອກ​ອ​າ​ກາດ​ສົດ​ທາງ​ໂທ​ລະ​ພາບ. ​

Former South Korean President Lee Myung-bak was sentenced to
15 years in prison Friday on a range of corruption allegations.

Lee also was ordered to pay an almost $11.5 million fine.

He had been alleged to have taken several million dollars in bribes
from Samsung and other companies while in office, as well as
embezzling almost $35 million from a company he was involved
with.

Prosecutors had originally sought a sentence of 20 years for his
illegal activities.

Lee has denied all wrongdoing and called the case against him
“political revenge.” He has been in custody since March 23.

Lee is the fourth elected South Korean leader to receive jail time
after leaving the executive position.

In the nearly 90-minute televised trial session, the court ruled that
former President Lee was the de facto owner of his brother’s company,
DAS. The court found that Lee had ordered officials there to create
slush funds and partake in accounting irregularities. Lee had long
been suspected of being the owner of DAS, which was the company
at the center of the scandal that led to his imprisonment.

Lee was also found guilty of accepting a $5.85 million payment from
Samsung Electronics Company. The court found that the purpose of
the funds was to arrange clemency for a tax evasion probe against its chairman, Lee Kun-hee.

The Seoul Central District Court found Lee only responsible for about
$21.7 million in embezzled funds, citing a lack of evidence from the prosecution for the full $35 million.

Lee was not present in the courtroom Friday when the sentence was
read in protest of the proceeding being carried live on television.

XS
SM
MD
LG