ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ຈິມ​ມີ ຄາ​ເຕີ ມີ​ອາ​ຍຸ ຄົບ​ຮອບ 95 ປີ


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ຈິມ​ມີ ຄາ​ເຕີ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ເມືອງ ເພ​ລນ​ສ໌, ລັດ ຈໍ​ເຈຍ. 18 ກັນ​ຍາ, 2018.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ຈິມ​ມີ ຄາ​ເຕີ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ເມືອງ ເພ​ລນ​ສ໌, ລັດ ຈໍ​ເຈຍ. 18 ກັນ​ຍາ, 2018.

ສີ່​ປີຫຼັງ​ຈາກ​ການ​ຕໍ່​ສູ້​ກັບ​ໂຣກ​ມະ​ເຮັງ ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ​ໃນ​ຕັບ ແລະ ສະ​ໝອງ​ຂອງ
​ທ່ານ, ແລະ ສີ່​ເດືອນຫຼັງ​ຈາກ​ໄດ້​ລົ້ມ ແລະ ກະ​ດູກ​ສະ​ໂພກ​ຫັກ, ເຊິ່ງ​ຕ້ອງ​ໄດ້​ທຳ​ການ​ຜ່າ
​ຕັດ ແລະ ກາ​ຍະ​ບຳ​ບັດ​ແບບ​ເລັ່ງ​ລັດຫຼາຍ​ອາ​ທິດ​ນັ້ນ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ
ທ່ານ ຈິມ​ມີ ຄາ​ເຕີ ກໍ​ໄດ້​ກ້າວ​ຂຶ້ນ​ສູ່​ເວ​ທີ​ໂດຍບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ວັນ​ທີ 18 ກັນ​ຍາ​
ທີ່​ຜ່ານ​ມາ, ສຳ​ລັບ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ສາ​ທາ​ລະ​ນະ​ປະ​ຈຳ​ປີ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຈິມ​ມີ
ຄາ​ເຕີ ເອ​ມໍ​ຣີ, ເຊິ່ງ​ທ່ານ​ໄດ້​ເຂົ້າ​ຮ່ວມ, ໂດຍບໍ່​ໄດ້​ມີ​ການ​ລົບ​ກວນ​ເປັນ​ເວ​ລາ 38 ປີ.

ໃນ​ການ​ຢືນ​ດົນ​ກວ່າ 30 ນາ​ທີ​ໂດຍບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ນັ້ນ, ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ​
ກ່ຽວ​ກັບຫຼາຍ​ຫົວ​ຂໍ້ ນັບ​ຈາກ​ການ​ເມືອງ​ ສະ​ຫະ​ລັດ ທີ່​ແຕກ​ແຍ​ກັນ​ໃນ​ປັດ​ຈຸ​ບັນ​ນີ້ ເຖິງ​ສັດ
​ທີ່​ທ່ານ​ມັກ. ທ່ານ ຄາ​ເຕີ ເຊິ່ງ​ແມ່ນ​ອາ​ຈານ​ສອນ​ທີ່​ມີ​ກຽດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ເອ​ມໍ​ຣີ ນັ້ນ,
ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ສັນ​ຍານ​ຂອງ​ຄວາມ​ອິດ​ເມື່ອຍ ຫຼື ຄວາມ​ເຈັບ​ປວດ ໃນ​ຂະ​ນະ​ທີ່​
ທ່ານ​ຕອບ​ຄຳ​ຖາມ​ຢ່າງ​ກະ​ຕື​ລື​ລົ້ນ ຫຼັງ​ຈາກ​ໄດ້​ຍິນ​ຄຳ​ຖາມ​ຈາກ​ຜູ້​ທີ່​ໄດ້​ເຕົ້າ​ໂຮມ​ກັນ ​ເພື່ອ​
ຟັງ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ​ໃນ​ຕຶກຫຼິ້ນ​ກິ​ລາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ.

ນັກ​ສຶກ​ສາ​ປີ​ທີ​ນຶ່ງ ນາງ ສ​ເຕ​ຟາ​ນີ ເທັງ ໄດ້​ກ່າວ​ວ່າ “ກ່ອນ​ໜ້ານີ້ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮູ້​ຫຍັງ
ຫຼາຍ​ກ່ຽວ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຄາ​ເຕີ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໂຊກ​ດີຫຼາຍ​ທີ່​ໄດ້​ມາ​ຢູ່​ທີ່ນີ້. ຂ້າ​ພະ​
ເຈົ້າ​ຮູ້​ວ່າ​ນັກ​ສຶກ​ສາຫຼາຍ​ຄົນບໍ່​ໄດ້​ມີ​ໂອ​ກາດ​ແບບນີ້​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ແລະ ນີ້​ແມ່ນ​
ສິ່​ງທີ່​ເປັນ​ເອ​ກະ​ລັກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ເອ​ມໍ​ຣີ, ແລະ ເປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຈົດ​ຈຳ​
ໄປ​ຕະຫຼອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.”

ນັກ​ສຶກ​ສາ​ປີ​ທຳ​ອິດ​ອີກ​ຄົນ​ນຶ່ງ, ທ້າວ ຈຽນ ລຸຍ​ຈິ ຊາ​ນິ​ແນ​ລ​ລີ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ
​ວ່າ​ມັນ​ເປັນ​ບັ​ນ​ຫາ​ເມື່ອ​ພວກ​ເຮົາ​ຍົກ​ຍ້ອງ​ນັກ​ການ​ເມືອງຫຼາຍ​ເກີນ​ໄປ, ແຕ່​ຂ້າ​ພະ​ເຈົ້າ​ມີ
​ຄວາມ​ເຄົາ​ລົບ​ຢ່າງຫຼວງຫຼາຍ​ສຳ​ລັບ​ທ່ານ ຈິມ​ມີ ຄາ​ເຕີ.”

ລ​າວ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຍິນ​ນັກ​ຫົວ​ອະນຸ​ລັກ​ນິ​ຍົມຫຼາຍ​ຄົນ​ໄດ້​ຕຳ​ໜິ​ວິ​ຈານ​ທ່ານ
ຈິມ​ມີ ຄາ​ເຕີ ຢ່າງຫຼວງຫຼາຍ ແລະ ໂດຍ​ພື້ນ​ຖານ​ແລ້ວ​ໄດ້​ພິ​ຈາ​ລະ​ນາ​ວ່າ​ທ່ານ​ເປັນ​ປະ​ທາ​
ນາ​ທິ​ບໍ​ດີ​ທີ່​ຂາດ​ຄວາມ​ສາ​ມາດ. ແນວ​ໃດ​ກໍ​ຕາມ ທ້າວ ຊາ​ນິ​ແນ​ລ​ລີ ໄດ້​ກ່າວ​ວ່າ ນັ້ນ​ມາ​
ຈາກ​ສະ​ໄໝ​ການ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ຄາ​ເຕີ, ຈາກ​ປີ 1977 ຫາ
1981.

ທ້າວ ຊາ​ນິ​ແນ​ລ​ລີ ໄດ້​ກ່າວ​ວ່າ “ຍ້ອນ​ການ​ເຮັດ​ວຽກ​ທີ່​ດີ​ໃນ​ໄລ​ຍະ 30 ປີ​ທີ່​ຜ່ານ​ມາ ຫຼື
ຫຼາຍກວ່າ​ນັ້ນ, ພວກ​ເຮົາມີ​ຄວາມ​ຂໍ້​ຄິດ​ເຫັນ​ທີ່​ສູງ​ກ່ຽວ​ກັບ​ທ່ານ ດັ່ງ​ກັບ​ມະ​ນຸດ​ຄົນ​ນຶ່ງ. ມີ​
ສິ່ງ​ນຶ່ງ​ທີ່​ປະ​ຕິ​ເສດບໍ່​ໄດ້​ກໍ​ແມ່ນ ທ່ານ ຈິມ​ມີ ຄາ​ເຕີ ເປັນ​ຫ່ວງ ກ່ຽວ​ກັບ ຄົນ​ຜູ້​ອື່ນ ແລະ
ໄດ້​ອຸ​ທິດ​ຕົນ​ເອງ​ເພື່ອ​ການ​ຮັບ​ໃຊ້ ແລະ ເມື່ອ​ທ່ານ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​, ໂດຍບໍ່​ຄຳ​ນຶງ​
ເຖິງ​ຄວາມ​ສຳ​ເລັດ​ໃນ​ນະ​ໂຍ​ບາຍ​ຕ່າງໆ​ຂອງ​ທ່ານນັ້ນ, ທ່ານ​ກໍ​ໄດ້​ປະ​ຕິ​ບັດ​ຕົນ​ດັ່ງ​ກັບ​ຜູ້​
ນຳ​ຮັບ​ໃຊ້ ແລະ ບໍ່​ແມ່ນ​ຄົນ​ຜູ້​ທີ່​ມີ​ຈຸດ​ປະ​ສົງ​ທີ່​ຈະ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ຕົນ​ເອງ.”

ທ່ານ ຄາ​ເຕີ ປີນີ້​ໄດ້​ກາຍ​ເປັນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອາ​ຍຸ​ສູງ​ທີ່​ສຸດ​ທີ່​ຍັງ​ມີ​ຊີ​ວິດ​ຢູ່ ໃນ​ປະ
​ຫວັດ​ສາດ​ຂອງ​ ສະ​ຫະ​ລັດ, ແຊງ​ກາຍ​ທ່ານ ຈອ​ຈ໌ ດັບ​ເບິນ ຢູ ເອັ​ຈ໌ ບຸ​ຊ໌ ສຳ​ລັບ​ສະ​ຖິ​ຕິ​ດັ່ງ​
ກ່າວ, ແລະ ວັນ​ທີ 1 ຕຸ​ລານີ້ ທ່ານ​ຈະ​ໄດ້​ກາຍ​ເປັນ​ຄົນ​ທຳ​ອິດ​ທີ່​ເຄີຍ​ຢູ່​ໃນ​ທຳ​ນຽບ​ຂາວ ທີ່​
ມີ​ອາ​ຍຸ​ຮອດ 95 ປີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG