ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອະດີດ ປະທານາທິບໍດີ HW Bush ເຂົ້າໂຮງພະຍາບານ ຍ້ອນລົ້ມ


Bush Hospitalized
please wait
Embed

No media source currently available

0:00 0:00:39 0:00

ອະດີດປະທານາທິບໍດີ George H.W. Bush ບິດາຂອງອະດີດ
ປະທານາທິບໍດີ George W. Bush ແລະ ທ່ານ Jeb Bush ທີ່
ສະໝັກເປັນປະທານາທິບໍດີ ໃນເວລານີ້ ໄດ້ເຂົ້າຮັບການປິ່ນປົວ ທີ່ໂຮງພະຍາບານຫລັງຈາກໄດ້ລົ້ມທີ່ເຮັດໃຫ້ ກະດູກຄໍຂອງທ່ານ
ຫັກ.

ທ່ານ Jim McGrath ໂຄສົກຂອງທ່ານ ປະກາດໃນວັນພຸດວານ
ນີ້ວ່າ ທ່ານ Bush ທີ່ມີອາຍຸ 91 ປີ ຊຶ່ງເປັນສະມາຊິກ ຂອງພັກຣີ
ພັບບລີກັນ ທີ່ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ແຕ່ປີ 1989
ຫາ 1993 ນັ້ນໄດ້ເຂົ້າໂຮງພະຍາບານທີ່ເມືອງ Portland ໃນລັດ
Maine ບໍ່ໄກປານໃດຈາກບ້ານພັກລະດູຮ້ອນຂອງຄອບຄົວທ່ານ
Bush ທີ່ Kennebunkport ຊຶ່ງຕັ້ງຢູ່ແຄມທະເລໃນພາກຕາເວັນອອກສຽງເໜືອ ຂອງສະ ຫະລັດ.

ໂຄສົກກ່າວວ່າ ທ່ານ Bush ແມ່ນບໍ່ເປັນຫຍັງຫຼາຍ ແລະກ່າວຕື່ມວ່າ ບໍ່ຄາດວ່າທ່ານຈະຢູ່
ທີ່ໂຮງພະຍາບານດົນ ແຕ່ກໍມີທ່າທາງວ່າຈະຕ້ອງໄດ້ໃສ່ເຄື່ອງຊ່ອຍຄ້ຳຄໍໄວ້ເວລາທ່ານກັບ ຄືນບ້ານ.

ທ່ານ Bush ແມ່ນຂະຫຍັນຂັນແຂງ ມັກເຄື່ອນໄຫວໄປມາເຮັດນັ້ນເຮັດນີ້ຢູ່ເລື້ອຍໆນັບຕັ້ງ ແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຄົນທີ 41 ຂອງສະຫະລັດ. ນອກຈາກໃຫ້ ການສະໜັບສະໜຸນຕໍ່ອາຊີບທາງດ້ານການເມືອງຂອງລູກຊາຍທ່ານແລ້ວ ທ່ານຍັງໄດ້ສະ ຫຼອງວັນເກີດຄົບຮອບ 80 ແລະ 85 ປີຂອງທ່ານດ້ວຍການໂດດຈ້ອງ ລ່ອງລອຍຢູ່ກາງອາ ກາດແລະສະຫລອງວັນເກີດຄົບຮອບ 90 ປີດ້ວຍການໂດດຈ້ອງແບບມີຜູ້ຊ່ອຍ. ແຕ່ການ ມີອາຍຸສູງ ແລະເປັນໂຣກພາກກິງສັນຂອງທ່ານນັ້ນ ທ່ານຕ້ອງໄດ້ໃຊ້ລົດຫຼືລໍ້ຍູໃນການໄປ ປາກົດໂຕໃນທີ່ສາທະລະນະ ເມື່ອບໍ່ດົນມານີ້.

XS
SM
MD
LG