ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດ ປ. ຈອ​ຣ໌​ຈ ເອ​ຈ ດັບ​ເບິນ​ຢູ ບຸ​ຊ ເຖິງ​ແກ່ ອະ​ສັນ​ຍະ​ກຳ​ແລ້ວ ຮວມ​ອາ​ຍຸ ໄດ້ 94 ປີ


ອະ​ດີດ​ ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ແລະ​ສະ​ຕິ​ໝາຍ​ເລກ​ນຶ່ງ (ແຕ່​ຊ້າຍ​ຫາ​ຂວາ) ທນ. ລໍ​ຣາ ບຸ​ຊ, ທ. ​ຈອ​ຣ໌​ຈ ດັບ​ເບິນ​ຢູ ບຸ​ຊ, ທ. ​ບິ​ລ ຄ​ລິນ​ຕັນ, ທນ. ​ຮິ​ລ​ລາ​ຣີ ຄ​ລິນ​ຕັນ, ທ. ​ບາ​ຣັກ​ໂອ​ບາ​ມາ, ທນ. ​ມິ​ແຊ​ລ ໂອ​ບາ​ມາ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ​ມີ​ລາ​ເນຍ ທ​ຣຳ ຖ່າຍ​ຮູບ​​ ​ກັບ ທ. ຈອ​ຣ໌​ຈ ບຸຊ
ອະ​ດີດ​ ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ແລະ​ສະ​ຕິ​ໝາຍ​ເລກ​ນຶ່ງ (ແຕ່​ຊ້າຍ​ຫາ​ຂວາ) ທນ. ລໍ​ຣາ ບຸ​ຊ, ທ. ​ຈອ​ຣ໌​ຈ ດັບ​ເບິນ​ຢູ ບຸ​ຊ, ທ. ​ບິ​ລ ຄ​ລິນ​ຕັນ, ທນ. ​ຮິ​ລ​ລາ​ຣີ ຄ​ລິນ​ຕັນ, ທ. ​ບາ​ຣັກ​ໂອ​ບາ​ມາ, ທນ. ​ມິ​ແຊ​ລ ໂອ​ບາ​ມາ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ​ມີ​ລາ​ເນຍ ທ​ຣຳ ຖ່າຍ​ຮູບ​​ ​ກັບ ທ. ຈອ​ຣ໌​ຈ ບຸຊ

ທ່ານ ຈອ​ຣ໌​ຈ ເອ​ຈ ດັບ​ເບີນ​ຢູ ບຸ​ຊ (George H. W. Bush) ປະ​ທາ​ນາ​ທິ​ບໍ​ດີຄົນ​ທີ 41 ຂອງ​ສະ​ຫະ​ລັດ ຊຶ່ງ​ເກີດ​ມາ​ໃນ​ຄອບ​ຄົວ​ທີ່​ມີ​ຕະ​ກູນ​ສູງ​ສັກແຕ່ດ້ວຍກຽດ​ສັກ​ສີ ໜ້າທີ່ແລະ​ການ​ຮັບ​ໃຊ້​ປະ​ເທດ​ຊາດ​ຂອງ​ທ່ານ ທີ່​ມີ​ມາ​ເປັນ​ເວ​ລາ 60 ກວ່າ​ປີ ໃນ​ສັດ​ຕະ​ວັດ​ທີ 20 ນັ້ນ ໄດ້​ເຖິງ​ແກ່​ອະ​ສັນ​ຍະ​ກຳ​ແລ້ວ​ທີ່​ບ້ານ​ພັກ​ຂອງ​ທ່ານຢູ່​ນະ​ຄອນ​ຮິວ​ສ໌​ຕັນໃນ​ລັດ​ເທັກ​ຊັ​ສ. ໂຄ​ສົກ​ຂອງ​ທາງ​ຄອບ​ຄົວ ໄດ້​ປະ​ກາດ ​ໃຫ້ຊາບ ໃນ​ຕອນ​ແລງວັນ​ສຸກວານນີ້.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ ອາ​ຍຸ 94 ປີ​ທ່ານນີ້ ໄດ້​ມີ​ສຸ​ຂະ​ພາບ​ຊຸດ​ໂຊມ​ມາ​ໄດ້​ຫຼາຍ​ປີ​ແລ້ວ ຍ້ອນ​ເປັນ​ໂຣກພາກ​ກິງນສັນ​ຊະ​ນິດ​ນຶ່ງ ແລະ​ການ​ເຈັບ​ປ່ວຍ​ອື່ນໆ.

ໃນ​ຊີ​ວິດ​ຢູ່​ເທິງ​ເວ​ທີ​ຂອງ​ໂລກ ແລະ​ການ​ເມືອງ​ໃນ​ລະ​ດັບ​ສູງ​ສຸດ​ຂອງ​ສະ​ຫະ​ລັດ​ນັ້ນ ທ່ານ​ບຸ​ຊ​ເຄີຍ​ໄດ້​ເສຍ​ໄຊແລະ​ຊະ​ນະ​ການ​ເລືອກ​ຕັ້ງ ກ່ອນ​ທີ່​ຈະ​ກາຍ​ມາ​ເປັນຜູ້​ນຳ​ຂອງ​ອາ​ເມ​ຣິ​ກັນ​ໃນ​ປີ 1989 ແລະ​ຫລັງ​ຈາກນັ້ນ ຍ້ອນ​ການ​ຫຼຸດ​ຖອຍ​ຂອງເສດ​ຖະ​ກິດ​ສະ​ຫະ​ລັດ ແລະ​ຄົນ​ຫວ່າງ​ງານ​ທີ່​ມີ​ເພີ້ມ​ຂຶ້ນ ທ່ານ​ຈຶ່ງ​ໄດ້​ເສຍ​ໄຊ ໃນການ​ເລືອກ​ຕັ້ງເອົາ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ຕື່ມ​ອີກ ໃນ​ປີ 1982 ຫຼັງ​ຈາກທີ່​ໄດ້​ເຂົ້າ​ໄປ​ຢູ່​ໃນ​ທຳ​ນຽບ​ຂາວ​ແລ້ວ 4 ປີ.

ທ່ານ​ໄດ້ເລີ້ມ​ຕົ້ນ ຂີດ​ໝາຍ​ການ​ເປັນປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ດ້ວຍ​ຄຳ​ປະ​ກາດໃນ​ພິ​ທີ​ສາ​ບານ​ຕົວ ​ເຂົ້າ​ຮັບ​ຕຳ​ແໜ່ງວ່າ “​ສາຍລົມ​ໃໝ່​ກຳ​ລັງ​ເລີ້ມ​ພັດ ແລະ​ໂລກຈະ​ໄດ້​ຊົດ​ຊື່ນ ​ຂຶ້ນ​ດ້ວຍ​ອິດ​ສະ​ຫຼະ​ພາບ ​ທີ່​ເບິ່ງ​ຄື​ກັນ​ກັບ​ວ່າ​ເກີດ​ໃໝ່ ຊຶ່ງ​ຢູ່​ໃນ​ຈິດ​ໃຈ​ຂອງ​ຄົນ​ຜູ້​ນຶ່ງ ຖ້າ​ຫາກ​ບໍ່​ແມ່ນ​ວ່າຄວາມ​ຈິງ​ແລ້ວ ວັນ​ເວ​ລາ​ຂອງ​ພວກຜະເດັດ ​ການ​ໄດ້​ໝົດ​ລົງ​ແລ້ວ. ຍຸກ​ສະ​ໄໝ​ຂອງ​ລະ​ບອບ​ຜະ​ເດັດ​ການ ກຳ​ລັງ​ຜ່ານ​ພົ້ນ​ໄປ ອຸ​ດົມ​ການເກົ່າໆ ​ພວມ​ຖືກ​ພັດ​ໜີ​ໄປ ຄື​ກັນ​ກັບ​ໃບ​ໄມ້​ເກົ່າ ຈາກ​ຕົ້ນ​ໄມ້​ທີ່​ຕາຍ​ໄປ​ແລ້ວ.”

ປະ​ທາ​ນາ​ທິ​ບໍ​ດີ​ໂຊ​ຫວຽດ ທ່ານ​ມີ​ຄາຍ​ລ໌ ກໍ​ບາ​ຊັອ​ຟ (ຊ້າຍ) ແລະ​ປະ​ທາ​ນາ​ທິ​ບໍ​ດີ ຈອ​ຣ໌​ຈ ເອ​ຈ ດັບ​ເບິນ​ຢູ ບຸ​ຊ ຈັບ​ມື​ກັນ​ຍ ທີ່​ທຳ​ນຽບ​ຂາວ. (1 ມິ​ຖຸ​ນາ 19909
ປະ​ທາ​ນາ​ທິ​ບໍ​ດີ​ໂຊ​ຫວຽດ ທ່ານ​ມີ​ຄາຍ​ລ໌ ກໍ​ບາ​ຊັອ​ຟ (ຊ້າຍ) ແລະ​ປະ​ທາ​ນາ​ທິ​ບໍ​ດີ ຈອ​ຣ໌​ຈ ເອ​ຈ ດັບ​ເບິນ​ຢູ ບຸ​ຊ ຈັບ​ມື​ກັນ​ຍ ທີ່​ທຳ​ນຽບ​ຂາວ. (1 ມິ​ຖຸ​ນາ 19909

ການ​ປະ​ກາດ​ຂອງ​ທ່ານ ໃນ​ອີກ​ບໍ່​ດົນ​ແມ່ນ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າເປັນ​ການ​ທຳ​ນາຍລ່ວງ​ໜ້າ ດ້ວຍ​ການ​ພັງ​ລົງ​ຂອງ​ກຳ​ແພງ​ເບີ​ລິນແລະ​ຫຼົ້ມ​ສະ​ຫຼາຍ​ຂອງ​ສະ​ຫະ​ພາບໂຊ​ຫວຽດ ມີ​ຂຶ້ນ​ໃນ​ຕອນ​ເລີ້ມ​ຕົ້ນ ​ການ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງທ່ານ. ທ່ານ​ບຸ​ຊ​ໄດ້​ພົບ​ປະ​ກັບ​ຜູ້​ນຳ​ຂອງ​ສະ​ຫະ​ພາບ​ໂຊ​ຫວຽດ ທ່ານ​ມີ​ຄາ​ຍ​ລ໌ ກໍ​ບາ​ຊັອ​ຟ ບໍ່​ດົນ​ຫຼັງ​ຈາກ ​ການ​ພັງ​ລົງ​ຂອງ​ກຳ​ແພງ​ເບີ​ລິນ ຊຶ່ງ​ການ​ເຈ​ລະ​ຈາ​ຂອງ​ພວກ​ທ່ານ​ທີ່​ເກາະ​ມາ​ລ​ຕາ ແມ່ນ​ເບິ່ງ​ກັນ​ວ່າ ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ​ສຸດ ທີ່ຊ່ວຍໃຫ້​ພວກຜູ້​ນຳ​ທັງ​ສອງ ​ໄດ້​ລົງ​ນາມ​ໃນສົນ​ທິ​ສັນ​ຍາ​ຫລຸດ​ກຳ​ລັງ​ອາ​ວຸດ​ຍຸດ​ທະ​ສາດ​ປີ 1991.

ໃນ​ລະ​ຫວ່າງ​ການ​ດຳ​ລົງ​ຕຳ​ແໜ່ງ ​ເປັນ​ເວ​ລາ 4 ປີ​ ທີ່​ທຳ​ນຽບ​ຂາວນັ້ນ ທ່ານ​ບຸ​ຊ​ໄດ້ສັ່ງ​ໃຫ້​ມີ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຢູ່​ປາ​ນາ​ມາເພື່ອ​ໂຄ່ນ​ລົ້ມ​ຜູ້​ນຳ​ທີ່​ຄ້າ​ຢາ​ເສບ​ຕິດ​ຂອງ​ປະ​ເທດ​ດັ່ງ​ກ່າວ ທ່ານ​ມາ​ນູ​ແອ​ລ ນໍ​ຣີ​ເອ​ກາ. ຕໍ່​ມາທ່ານ​ກໍ​ໄດ້​ສົ່ງ​ທະຫານ​ໄປ​ພາກ​ຕາ​ເວັນ​ອອກ​ກາງ ເພື່ອ​ຂັບ​ໄລ່​ຊາດ​ດຳ ຮຸ​ສ​ເຊນ ຈອມ​ຜະ​ເດັດ​ການອີ​ຣັກ ທີ່​ພະ​ຍາ​ຍາມ​ຈະເຂົ້າ​ຄວບ​ຄຸມ​ປະ​ເທດ​ຄູ​ເວດທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ນ້ຳ​ມັນ​.ບາງ​ທີ ນັ້ນອາດ​ຈະ​ແມ່ນ​ຈຸດ​ສູງ​ສຸດ​ ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ອັດ​ຕາ​ການ​ເຫັນ​ພ້ອມ​ໃນ​ໝູ່​ພວກ​ມີ​ສິດ​ປ່ອນ​ບັດ​ຊາວ​ອາ​ເມ​ຣິ​ກັນ​ແມ່ນ
ສູງ​ເຖິງ 89 ເປີ​ເຊັນ ດ້ວຍ​ການ​ຈູດບັ້ງ​ໄຟ​ດອກທົ່ວ​ທ້ອງ​ຟ້າ​ໃນ​ຍາມ​ຄ່ຳ​ຄືນ​ຢູ່​ນະ​ຄອນ​ຫຼວງວໍຊິງ​ຕັນ ເພື່ອສະ​ເຫຼີມ​ສະ​ຫຼອງ ແລະ​ສະ​ແດງການ​ຄຳ​ນັບ ຕໍ່​ການ​ປະ​ຕິ​ບັດ​ງານ​ທີ່​ສຳ​ເລັດ​ຜົນ​ຂອງ​ທ່ານ.

ດັ່ງ​ທີ່ສະ​ທ້ອນ​ໃຫ້​ເຫັນ ​ໃນ​ເວ​ລາ​ຕໍ່​ມາ ການ​ສົ່ງ​ກຳ​ລັງ​ໄປ​ຍັງ​ຄູ​ເວດ​ຂອງ​ທ່ານ​ບຸ​ຊ​ແມ່ນ​ເບິ່ງ​ກັນ​ວ່າ ເປັນ​ໄຊ​ຊະ​ນະ​ທີ່​ບໍ່​ສົມ​ບູນ ຊຶ່ງ​ກຳ​ລັງ​ອີ​ຣັກ​ເປັນ​ຈຳ​ນວນ​ຫລວງຫຼາຍ​ໄດ້​ຖືກ​ຂັບ​ໄລ່ ໃຫ້​ຖອຍ​ຄືນ​ເຂົ້າ​ໄປ ​ໃນ​ດິນ​ແດນ​ຂອງ​ຕົນ ແທນ​ທີ່​ຈະ​ຖືກ​ຈັບເປັນ​ຊະ​ເລີຍ ຫຼື​ຖືກ​ສັງ​ຫານ ແລະ​ຊາດ​ດາມ ຮຸ​ສ​ເຊນ ​ກໍ​ຍັງ​ກຳ​ອຳ​ນາດ​ ຢູ່​ຄື​ເກົ່າແລະ​ຜູ້ກ່ຽວ​ໄດ້​ຖືກ​ໂຄ່ນ​ລົ້ມ​ໃນ​ເວ​ລາ​ຕໍ່​ມາເມື່ອ​ປີ 2003 ໃນ​ການ​ບຸກ​ເຂົ້າ​ໄປ​ຂອງສະ​ຫະ​ລັດ ທີ່​ສັ່ງ​ໂດຍ​ລູດ​ຊາຍ​ຂອງ​ທ່ານ​ບຸ​ຊ ປະ​ທາ​ນາ​ທິ​ບໍ​ດີ ຈອ​ຣ໌​ຈ ດັບ​ເບິນ​ຢູ
ບຸ​ຊນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG