ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ນາຍົກລັດຖະມົນຕີ ປອກຕຸຍການ ຖືກກ່າວຫາວ່າ ສໍ້ລາດບັງຫລວງ


ອະດີດນາຍົກລັດຖະມົນຕີປອກຕຸຍການ ທ່ານ Jose Socrates ນັ່ງຢູ່ທາງຫລັງລົດ ຊ້າຍສຸດ.
ອະດີດນາຍົກລັດຖະມົນຕີປອກຕຸຍການ ທ່ານ Jose Socrates ນັ່ງຢູ່ທາງຫລັງລົດ ຊ້າຍສຸດ.

ຜູ້​ພິພາກສາຄົນ​ນຶ່ງ​ ກ່າວ​ຫາ ອະ​ດີດ​ນາຍົກລັດຖະມົນຕີ ປອກຕຸຍ​ການ ທ່ານ Jose Socrates ວ່າ​ ສໍ້​ລາດ​ບັງ​ຫລວງ ​ແລະ​ສັ່ງ​ໃຫ້​ກັກ​ຂັງທ່ານ ເພື່ອລໍຖ້າ​ການ​ຕັດສິນ​ຂັ້ນສຸດທ້າຍວ່າ ທ່ານ​ຈະ​ຖືກດຳເນີນຄະດີ​ຫລື​ບໍ່.

ຜູ້​ພິພາກສາ ທ່ານ Carlos Alexandre ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ມີ​ຫລັກ​ຖານ​ພຽງພໍ ກ່ຽວກັບການສໍ້ໂກງ​ພາສີ ​ແລະ​ການຟອກ​ເງິນ ທີ່​ຈະ​ຈັບ​ທ່ານ Socrates ​ໃນ​ຖານສົງໄສ​ກະທຳ​ຄວາມ​ຜິດ.

ຄະນະ​ໄອ​ຍະ​ການ​ສານ ບັດ​ນີ້​ຈະທຳ​ການ​ສືບສວນ​ຕໍ່​ໄປ ກ່ອນ​ທີ່ຈະຕັ້ງຂໍ້​ຫາ​ຢ່າງ​ເປັນ​ທາງ​ການ.

​ຫລັງຈາກນັ້ນ ຜູ້ພິພາກສາຈຶ່ງຈະ​ຕັດສິນ​ວ່າ ຈະ​ດຳເນີນຄະດີ​ທ່ານ Sacrates ຫລື​ບໍ່.

ຕຳຫລວດ​ໄດ້​ຈັບ ທ່ານ Socrates ອາຍຸ 57 ປີ ຢູ່​ທີ່​ສະໜາມ​ບິນນະຄອນ Lisbon ​ໃນ​ວັນ​ສຸກ​ແລ້ວ​ນີ້ ​ໃນ​ຂະນະ​ທີ່ທ່ານ​ກັບ​ມາ​ຈາກນະຄອນ​ປາຣີ.

ທ່ານ Socrates ​ໄດ້​ໄປຢູ່​ທີ່ປະ​ເທດຝຣັ່ງ ນັບ​ແຕ່​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ປີ 2011.

ບັນດາ​ເຈົ້າ​ໜ້າ​ທີ່ໄດ້ປະຕິ​ເສດບໍ່ຍອມ​ໃຫ້​ລາຍ​ລະອຽດໃດໆແລະ​ມັນ​ບໍ່​ເປັນ​ທີ່​ແຈ້ງ​ຂາວເທື່ອ ວ່າ ການສືບສວນທີ່ຮູ້ກັນໃນນາມ​ “ການ​ປະຕິບັດ​ງານ Marquis” ແມ່ນມີສ່ວນ​ພົວພັນ​ກັບ​ເວລາ​ທີ່ທ່ານ Sacrates ​ດຳລົງຕຳແໜ່ງເປັນນາຍົກລັດ ຖະມົນ​ຕີ ແຕ່ປີ 2005 ຫາ​ປີ 2011 ຫລືບໍ່.

XS
SM
MD
LG