ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດຜູ້ນໍາຂັ້ນສູງຂອງທໍານຽບຫ້າແຈ ເຕືອນວ່າກອງ​ທັບ ທີ່​ບໍ່​ຫຼິ້ນການເມືອງ ຂອງອາເມຣິກາ ຕົກຢູ່ໃນອັນຕະລາຍ


ແຟ້ມ-ພັນເອກ ແພັດທຣິກ ແອັສ. ຣາຍເດີ້, ໂດສົກຂອງກອງທັບອາກາດສະຫະລັດໃນເວນັ້ນ, ກ່າວປາໄສກັບບັນດານັກຂ່າວຢູ່ທີ່ທໍານຽບຫ້າແຈ ໃນນະຄອນຫຼວງວໍຊິງຕັນ, ວັນທີ 19 ກັນຍາ 2019. (Petty Officer 2nd Class James K. Lee/D
ແຟ້ມ-ພັນເອກ ແພັດທຣິກ ແອັສ. ຣາຍເດີ້, ໂດສົກຂອງກອງທັບອາກາດສະຫະລັດໃນເວນັ້ນ, ກ່າວປາໄສກັບບັນດານັກຂ່າວຢູ່ທີ່ທໍານຽບຫ້າແຈ ໃນນະຄອນຫຼວງວໍຊິງຕັນ, ວັນທີ 19 ກັນຍາ 2019. (Petty Officer 2nd Class James K. Lee/D

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ແລະເຈົ້າໜ້າທີ່ທາງທະຫານລະດັບສູງຂອງສະຫະລັດຫຼາຍສິບຄົນ ກໍາລັງເຕືອນວ່າ ກອງທັບສະຫະລັດທີ່ໄດ້ຮັບການຄວບຄຸມໂດຍພົນລະເຮືອນ, ແລະບໍ່ໄດ້ຂຶ້ນຢູ່ກັບຝ່າຍໃດນຶ່ງ ເຊິ່ງເປັນການປະຕິບັດມາແຕ່ດົນນານ ອາດຈະຕົກ​ຢູ່ອັນຕະລາຍເນື່ອງມາຈາກສະພາບການແບ່ງແຍກທາງການເມືອງ.

ຢູ່ໃນຈົດໝາຍ ທີ່ລົງນາມໂດຍອະດີດລັດຖະມົນຕີກະຊວງປ້ອງກັນປະເທດ 8 ຄົນ ແລະອະດີດປະທານເສນາທິການຮ່ວມ, ເຊິ່ງມີ​ການ​ພິມເຜີຍແຜ່ໂດຍ War on the Rock, ເຊິ່ງເປັນເວັບໄຊທ໌ທີ່ຮ້ອງຕົນເອງວ່າ “ເວທີສໍາລັບການວິເຄາະ ແລະອະ​ພິ​ປາຍກ່ຽວກັບຍຸດທະສາດ, ຄວາມໝັ້ນຄົງ ແລະການຕ່າງປະເທດ.”

ຢູ່ໃນຈົດໝາຍ, ອະດີດເຈົ້າໜ້າທີ່ທັງຫຼາຍ ແລະບັນດາເຈົ້າໜ້າທີ່​ໃນ​ປັດ​ຈຸ​ບັນ ໄດ້ເຕືອນກ່ຽວກັບອົງປະກອບຕ່າງໆ, ເຊິ່ງລວມມີສະຖານະການການລະບາດໃຫຍ່ຂອງພະຍາດໂຄວິດ-19 ໄປຈົນເຖິງຄວາມທ້າທາຍທາງດ້ານເສດຖະກິດ ໂດຍໄດ້ວາງຮາກຖານຄວາມສໍາພັນຂອງພົນລະເຮືອນ ແລະທະຫານແບບດັ້ງ ເດີມຂອງປະເທດໄວ້ພາຍໃຕ້ “ຄວາມກົດ​ດັນສູງສຸດ” ​ໂດຍ​ສະ​ພາບ​ຄວາມ​ແຕກ ແຍກທາງການເມືອງພາຍໃນປະເທດ ເປັນໄພຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ເປັນ​ພິ​ເສດ.

ອີງຕາມການເປີດເຜີຍຂອງຈົດໝາຍທີ່ໄດ້ລະບຸວ່າ “ຜູ້ຊ່ຽວຊານທາງດ້ານການ ເມືອງ ແລະການທະຫານ ທີ່ປະເຊີນກັບສະພາບແວດລ້ອມ ທີ່ກົງກັນຂ້າມກັນ ເຊິ່ງມີລັກສະນະອາລົມທີ່ແຕກຕ່າງກັນທີ່ສຸດ ໃນການເລືອກຕັ້ງຄັ້ງທໍາອິດທີ່ມີມາຫຼາຍກວ່າສັດຕະວັດ ເມື່ອການໂອນ​ອຳນາດທາງການເມືອງທີ່ເປັນອິດສະຫຼະໄດ້ຖືກຂັດຂວາງ ໂດຍມີຂໍ້ສົງໄສຫຼາຍອັນ.”

ຢູ່ໃນຈົດໝາຍຍັງໄດ້ກ່າວຕື່ມວ່າ “ເມື່ອແນມໄປຂ້າງໜ້າ, ອົງປະກອບຕ່າງໆທັງ ຫຼາຍເຫຼົ່ານີ້ ອາດຈະທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ ກ່ອນທີ່ພວກມັນຈະໄປໃນທິດທາງທີ່ດີຂຶ້ນ.”

ອະດີດລັດຖະມົນຕີກະຊວງປ້ອງກັນປະເທດທີ່ໄດ້ລົງນາມໃນຈົດໝາຍດັ່ງກ່າວປະກອບດ້ວຍ ທ່ານມາກ ເອສເປີ ແລະ ທ່ານຈິມ ແມັດທິສ, ຜູ້ເຊິ່ງເຄີຍປະຕິ ບັດງານພາຍໃຕ້ລັດຖະບານອະດີດປະທານາທິບໍດີ ດໍໂນລ ທຣໍາ; ທ່ານແອສ ຄາຣ໌ເຕີ້, ທ່ານຊັກ ເຮໂກລ ແລະທ່ານລີ​ອອນ ພາເນັດຕ້າ, ຜູ້ເຊິ່ງເຄີຍດໍາເນີນງານພາຍໃຕ້ລັດຖະບານຂອງອະດີດປະທານາທິບໍດີບາຣັກ ໂອບາມາ; ທ່ານບັອບ ເກດສ໌ ຜູ້ເຊິງເຄີຍດໍາລົງຕໍາແໜ່ງພາຍໃຕ້ລັດຖະບານຂອງອະດີດປະທານາທິບໍດີ ຈອ​ຣສ໌ ດັບເບິນຢູ ບຸສ; ທ່ານວິລລຽມ ໂຄເຮັນ ແລະ ທ່ານວິລລຽມ ​ແພຣີ, ຜູ້ເຊິ່ງເຄີຍປະຕິບັດງານພາຍໃຕ້ລັດຖະບານຂອງອະດີດປະທາ ນາທິບໍດີ ບີລ ຄລິນຕັນ.

ນອກນັ້ນ, ຈົດໝາຍດັ່ງກ່າວຍັງໄດ້ຮັບການລົງນາມໂດຍອະດີດປະທານເສນາທິການຮ່ວມອີກຫຼາຍທ່ານ ເຊິ່ງນັບຢ້ອນ​ຄືນ​ໄປ​ຫາຊ່ວງປີ 2001.

More than a dozen top former U.S. defense officials and military officers are warning that a civilian controlled, non-partisan United States military — a long-standing tradition — may be in danger, due in part to a divisive political climate.

The letter, signed by eight former U.S. defense secretaries and five former chairmen of the Joints Chiefs of Staff, was published Tuesday by War on the Rocks, a website that bills itself as a "platform for analysis and debate on strategy, defense and foreign affairs."

In it, the former officials and officers warn that a variety of factors, ranging from the coronavirus pandemic to economic challenges, have put the foundation for the country's traditional civilian-military relationship under "extreme strain" — with the country's polarized politics posing an especially dire threat.

"Politically, military professionals confront an extremely adverse environment characterized by the divisiveness of affective polarization that culminated in the first election in over a century when the peaceful transfer of political power was disrupted and in doubt," according to the letter.

"Looking ahead, all of these factors could well get worse before they get better," it adds.

Former defense secretaries signing the letter include Mark Esper and Jim Mattis, who served under former President Donald Trump; Ash Carter, Chuck Hagel and Leon Panetta, who served under former President Barack Obama; Bob Gates, who served under former President George W. Bush; and William Cohen and William Perry, who served under former President Bill Clinton.

In addition, the letter was signed by every former chairman of the Joint Chiefs of Staff dating back to 2001.

XS
SM
MD
LG