ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Bloomberg ຖືກສະເໜີ ໃຫ້ເປັນ ທູດພິເສດ ສປຊ


ອະດີດເຈົ້າຄອງນະຄອນນິວຢອກ ທ່ານ Michael Bloomberg
ອະດີດເຈົ້າຄອງນະຄອນນິວຢອກ ທ່ານ Michael Bloomberg
ອົງການສະຫະປະຊາຊາດ ໄດ້ແຕ່ງຕັ້ງ ໃຫ້ອະດີດເຈົ້າຄອງນະ
ຄອນນິວຢອກທ່ານ Michael Bloomberg ເປັນທູດພິເສດປະ
ສານງານ ກັບນະຄອນຕ່າງໆ ແລະການປ່ຽນແປງ ຂອງດິນຟ້າ
ອາກາດ.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-
moon ຖະແຫຼງໃນມື້ວັນສຸກວານນີ້ວ່າ ທ່ານ Bloomberg ຈະ
ຊ່ອຍທ່ານໃນການປຶກສາຫາລືກັບນະຄອນຕ່າງໆໃນທົ່ວໂລກ
ເພື່ອຍົກສູງ ການຕັດສິນໃຈທາງດ້ານການເມືອງ ໃນການຕໍ່ສູ້
ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານ Bloomberg ໄດ້ນຳສະເໜີ ຂໍ້ລິເລີ່ມຈຳນວນນຶ່ງ ເພື່ອຮັບມືກັບການປ່ຽນແປງຂອງ
ດິນຟ້າອາກາດໃນລະຫວ່າງທີ່ທ່ານເປັນເຈົ້າຄອງນະຄອນນິວຢອກເປັນເວລາ 12 ປີຮວມ ທັງການບັງຄັບໃຫ້ນຳໃຊ້ລົດແທັກຊີ ທີ່ໃຊ້ຈັກ hybrid ແລະສ້າງທາງແລ່ນໃຫ້ແກ່ລົດຖີບ.

ນັກທຸລະກິດພັນລ້ານແລະຜູ້ໃຈບຸນທ່ານນີ້ໄດ້ປະກາດໃນເດືອນທັນວາຜ່ານມາກ່ອນອອກ ຈາກຕຳແໜ່ງວ່າ ການປ່ອຍແກັສເຮືອນແກ້ວ ຂອງນະຄອນນິວຢອກ ໄດ້ຫລຸດລົງ 19 ເປີ ເຊັນ ນັບແຕ່ປີ 2005 ເປັນຕົ້ນມາ.

ນອກນັ້ນແລ້ວ ທ່ານ Bloomberg ຍັງເປັນຕົວຕັ້ງຕົວຕີ ໃນກຸ່ມການນຳພາ ດ້ານອາກາດ ຂອງ 40 ຫົວເມືອງຊຶ່ງເປັນກຸ່ມຈັດຕັ້ງເຈົ້າຄອງກຳແພງນາໆຊາດທີ່ໄດ້ອຸທິດຕົນເພື່ອການ ຫຼຸດຜ່ອນກ່ຽວກັບການປ່ອຍແກັສເຮືອນແກ້ວ. ທ່ານໄດ້ກໍານົດທີ່ຈະເປັນເຈົ້າພາບຮ່ວມຈັດ ກອງປະຊຸມສຸດຍອດຄັ້ງຕໍ່ໄປຂອງກຸ່ມດັ່ງກ່າວ ທີ່ນະຄອນ Johannesburg ອາຟຣິກາໃຕ້ ໃນກຸມພານີ້.
XS
SM
MD
LG