ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຜູ້ນຳກຸ່ມກະບົດ ໄນເຈີ ເປີດໂຕກຸ່ມເພື່ອຕໍ່ຕ້ານລັດຖະບານທະຫານ


ແຟ້ມພາບ - ອະດີດຜູ້ນຳກຸ່ມກະບົດ​ຊົນ​ເຜົ່າ ທູອາເຣັກ (Tuareg), ທ່ານ ຣິສຊາ ອັກ ບູລາ (Rhissa Ag Boula) , ຖ່າຍຮູບຢູ່ທີ່ເມືອງທາງພາກເໜືອຂອງ Agadez, ປະເທດໄນເຈີ, ວັນທີ 20 ກໍລະກົດ 2011. (ພາບໂດຍ Boureima Hama / ອົງການຂ່າວ AFP)
ແຟ້ມພາບ - ອະດີດຜູ້ນຳກຸ່ມກະບົດ​ຊົນ​ເຜົ່າ ທູອາເຣັກ (Tuareg), ທ່ານ ຣິສຊາ ອັກ ບູລາ (Rhissa Ag Boula) , ຖ່າຍຮູບຢູ່ທີ່ເມືອງທາງພາກເໜືອຂອງ Agadez, ປະເທດໄນເຈີ, ວັນທີ 20 ກໍລະກົດ 2011. (ພາບໂດຍ Boureima Hama / ອົງການຂ່າວ AFP)

ທູດ​ພິ​ເສດ​ຂອງ​ໄນ​ຈີ​ເຣຍ 2 ຄົນ ​ໄດ້​ເດີນທາງ​ໄປ​ນະຄອນຫຼວງຂອງ ໄນເຈີ (Niger) ເພື່ອການ​ເຈ​ລະ​ຈາ​ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ຂະນະ​ທີ່​ອະດີດ​ຜູ້ນຳ​ກະບົດ ​ແລະ​ນັກ​ການ​ເມືອງໄນເຈີ ​ໄດ້​ເປີດ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ລັດຖະບານ​ທະຫານ​ທີ່​ໄດ້​ຍຶດ​ເອົາ​ອຳນາດ​ເມື່ອ​ສອງ​ອາທິດ​ກ່ອນ ​ເຊິ່ງເປັນ​ສັນຍານ​ທຳ​ອິດ​ຂອງ​ການ​ຕໍ່ຕ້ານ​ການ​ປົກຄອງ​ຂອງ​ກອງທັບ​ໃນ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ.

ໃນຖະແຫຼງການທີ່ໄດ້ຖືກເຜີຍແຜ່ໃນວັນພຸດວານນີ້, ທ່ານ ຣິສຊາ ອັກ ບູລາ (Rhissa Ag Boula) ກ່າວວ່າ ກຸ່ມຂອງທ່ານ, ສະພາການຕໍ່ຕ້ານເພື່ອສາ ທາລະນະລັດ (CRR), ມີເປົ້າໝາຍເພື່ອຄືນສະຖານະໃຫ້ແກ່ປະທານາທິບໍດີ ໂມຮາມເມດ ບາຊູມ (Mohamed Bazoum) ທີ່ຖືກຂັບໄລ່ອອກຈາກຕຳແໜ່ງ , ເຊິ່ງໄດ້ຖືກຄຸມຂັງໃນເຮືອນພັກຂອງທ່ານ ນັບຕັ້ງແຕ່ບັນດາສະມາຊິກໜ່ວຍ ຮັກສາປະທານາທິບໍດີເຂົ້າຢຶດອໍານາດ ເມື່ອວັນທີ 26 ກໍລະກົດ.

ທ່ານ ບູລາ (Boula) ​ເປັນ​ອະດີດ​ລັດຖະມົນຕີ​ກະຊວງ​ການທ່ອງທ່ຽວ ​ແລະ​ເປັນ​ຜູ້ນຳ​ຂອງກຸ່ມ​ກະບົດ​ຊົນ​ເຜົ່າ ທູອາເຣັກ (Tuareg) ສອງ​ຄັ້ງ ​ໃນໄນເຈີ, ຄັ້ງທີ່ນຶ່ງ​ໃນ​ຊຸມ​ປີ 1990, ອີກ​ຄັ້ງ​ນຶ່ງ​ໃນ​ປີ 2007 ຫາ​ປີ 2009.

ໃນ​ຂະ​ນະ​ດຽວ​ກັນ, ພັກ​ຂອງ​ທ່ານບາຊູມ (Bazoum) ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ ແລະ​ຄອບ​ຄົວ​ຂອງ​ທ່ານ ກຳລັງ​ຂາດ​ສະ​ບຽງ​ອາ​ຫານ ແລະ ຢູ່ໂດຍ​ບໍ່​ມີ​ໄຟ​ຟ້າ ແລະ​ນ້ຳ​ໃຊ້​ ມາ​ເປັນ​ເວ​ລາ​ນຶ່ງ​ອາ​ທິດ. ທີ່ປຶກສາຄົນນຶ່ງ ກ່າວຕໍ່ ອົງການຂ່າວ AP ວ່າ ຄອບຄົວນີ້ ເຫຼືອແຕ່ເຂົ້າ ແລະອາຫານກະປ໋ອງເທົ່ານັ້ນ.

ຜູ້ນໍາຂອງກຸ່ມປະຊາຄົມເສດຖະກິດຂອງບັນດາປະເທດອາຟຣິກາຕາເວັນຕົກ ຫຼື ECOWAS ມີກໍານົດທີ່ຈະຈັດກອງປະຊຸມສຸດຍອດໃນວັນພະຫັດ ຢູ່ນະຄອນ ຫຼວງ ອາບູຈາ (Abuja) ຂອງໄນຈີເຣຍ, ເພື່ອຫາລື ກ່ຽວກັບວິກິດການໄນເຈີ.

ຈົນ​ຮອດ​ວັນ​ພຸດ​ວານນີ້, ລັດ​ຖະ​ບານ​ທະ​ຫານ​ຂອງ​ໄນ​ເຈີ ໄດ້​ປະ​ຕິ​ເສດ​ການ​ທາບທາມ​ທາງ​ການ​ທູດ.

​ເຖິງ​ແມ່ນ​ວ່າ​ ​ຊາຍ​ແດນຈະຖືກ​ປິດກໍຕາມ, ພວກ​ເຂົາ​ເຈົ້າ​ໄດ້​ອະນຸຍາດ​ໃຫ້​ທູດ​ສອງ​ຄົນ​ ທີ່​ປະທານາທິບໍດີ​ໄນ​ຈີ​ເຣຍ ທ່ານ ໂບລາ ຕີນູບູ (Bola Tinubu) ສົ່ງ​ເຂົ້າ​ມາ​ໃນ​ປະ​ເທດ, ​ຄື ທ່ານ ລາມີໂດ ມູຮາມມາດ ຊານູຊີ (Lamido Muhammad Sanusi) ​ແລະ ທ່ານ ອັບດູລຊາລາມີ ອາບູບາຣ໌ກາຣ໌ (Abdullsalami Abubarkar), ເຊິ່ງເປັນ​ຜູ້ນຳ​ພື້ນ​ເມືອງ​ທີ່​ມີ​ຊື່​ສຽງ ທັງ 2 ທ່ານ.

ທ່ານ ຊານູຊີ (Sanusi) ໄດ້ພົບປະກັບ ນາຍພົນອັບດູຣາ ຮາມານ ຈີອານີ (Abdourahamane Tchiani), ຜູ້ນໍາຄະນະລັດຖະປະຫານ, ໃນຂະນະທີ່ທ່ານ ອາບູບາຣ໌ກາຣ໌ (Abubarkar) ໄດ້ພົບປະກັບຜູ້ຕາງຫນ້າອື່ນໆທີ່ສະໜາມບິນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG