ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດສະມາຊິກສະພານິຕິບັນຍັດຂອງຮົງກົງ ກ່າວວ່າ ຈີນ ນໍາໃຊ້ 'ການກົດຂີ່' ເຮັດໃຫ້ຜູ້ທີ່ດໍາລົງຊີວິດຢູ່ໃນຕ່າງປະເທດ ມິດງຽບ


ອະດີດສາມາຊິກສະພານິຕິບັນຍັດຂອງຮົງກົງ ທ່ານເທັດ ຮຸຍ ຖືກຖ່າຍຮູບຢູ່ດ້ານນອກສານເວັັສທ໌ ກາວລູນ ໃນຮົງກົງ, ວັນທີ 24 ສິງຫາ 2020—ລາວກ່າວວ່າ ຕ້ອງການກົດຂີ່ປະຊາຊົນຂອງພວກເຂົາທີ່ອາໄສຢູ່ຕ່າງປະເທດ ມິດງຽບ. ທ່ານຮຸຍ ອາໄສຢູ່ໃນອອສເຕຣເລຍ.
ອະດີດສາມາຊິກສະພານິຕິບັນຍັດຂອງຮົງກົງ ທ່ານເທັດ ຮຸຍ ຖືກຖ່າຍຮູບຢູ່ດ້ານນອກສານເວັັສທ໌ ກາວລູນ ໃນຮົງກົງ, ວັນທີ 24 ສິງຫາ 2020—ລາວກ່າວວ່າ ຕ້ອງການກົດຂີ່ປະຊາຊົນຂອງພວກເຂົາທີ່ອາໄສຢູ່ຕ່າງປະເທດ ມິດງຽບ. ທ່ານຮຸຍ ອາໄສຢູ່ໃນອອສເຕຣເລຍ.

ຄົນຕ່າງດ້າວ​ຜູ້​ນຶ່ງ ອາໄສຢູ່ໃນອອສເຕຣເລຍ ທີ່ຮົງ​ກົງຕ້ອງ​ການ​ໂຕ​ໃນຂໍ້ຫາດ້ານຄວາມໝັ້ນຄົງ​ແຫ່ງ​ຊາດ ກ່າວວ່າ ຈີນ ຕ້ອງການຢາ​ກ​ຂົ່ມ​ຂູ່ ​ສ້າງ​ຄວາມ​ຢ້ານ​ກົວ ໃຫ້ບັນດາຜູ້ວິພາກວິຈານທີ່ອາໄສໃນຕ່າງປະເທດ ມິດງຽບ. ທ່ານເທັດ ຮຸຍ (Ted Hui), ເຊິ່ງເປັນອະດີດສະມາຊິກສະພານິ​ຕິ​ບັນ​ຢັດຂອງຮົງກົງ, ເປັນນຶ່ງໃນນັກເຄື່ອນໄຫວ 8 ຄົນ ທີ່ຖືກຂໍ້ຫາ ດ້ານຄວາມໝັ້ນຄົງແຫ່ງຊາດ, ພ້ອມກັບການສົມຮູ້ຮ່ວມຄິດກັບກອງກຳລັງຕ່າງປະເທດ. ຟີລ ເມີເຊີ ມີລາຍງານເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດຖະມົນຕີກະຊວງການຕ່າງປະເທດຂອງ ຈີນ ໄດ້ບອກອອສເຕຣເລຍ ວ່າ ຈົ່ງຢຸດໃຫ້ບ່ອນພັກເຊົາແກ່ຜູ້ລີ້ໄພ ແລະ “ຍຸຕິໃຫ້ການສະໜັບສະໜຸນ ອົງປະ ກອບຕ່າງໆ ເພື່ອຕໍ່ຕ້ານລັດຖະບານ.”

ໃນນະຄອນຫຼວງແຄນເບີຣາ, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານນາງເພັນນີ ວອງ ກ່າວວ່າ ທ່ານນາງມີຄວາມກັງວົນສູງກ່ຽວກັບໝາຍຈັບນັກປຸກລະ ດົມເພື່ອປະຊາທິປະໄຕຊາວຮົງກົງສອງຄົນ ທີ່ອາໄສຢູ່ໃນອອສເຕຣເລຍ, ເຊິ່ງ ປັກກິ່ງ ກ່າວຫາພວກເຂົາເຈົ້າວ່າ “ດໍາເນີນການຕໍ່ຕ້ານຈີນ ເພື່ອທໍາລາຍສະຖຽນລະພາບຂອງຮົງກົງ.”

ທ່ານເທັດ ຮຸຍ, ເປັນອະດີດສະມາຊິກສະພານິ​ຕິ​ບັນ​ຢັດ ຂອງຮົງກົງ, ແລະປັດຈຸບັນນີ້ອາໄສຢູ່ໃນເມືອງອາ​ດີເລດ (Adelaide) ເຊິ່ງຕັ້ງຢູ່ທາງພາກໃຕ້ຂອງອອສເຕຣເລຍ. ທ່ານແລະນັກປຸກລະດົມອີກ 7 ຄົນ ພາກັນໜີອອກມາຈາກອະດີດດິນແດນຂອງອັງກິດ ຫຼັງຈາກຈີນ ​ນຳ​ໃຊ້ກົດໝາຍຄວາມໝັ້ນຄົງແຫ່ງຊາດໃນປີ 2020 ລຸນຫຼັງມີການປະທ້ວງເພື່ອປະຊາທິປະໄຕ.

ມີການສະເໜີ​ໃຫ້ລາງວັນຫຼາຍກວ່າ 125,000 ໂດລາ ສໍາລັບນັກເຄື່ອນໄຫວແຕ່ລະຄົນ ໃນ 8 ຄົນນັ້ນ.

ຜູ້ບໍລິຫານລະດັບສູງຂອງຮົງກົງ ທ່ານຈອນ ລີ ເຕືອນວ່າ ພວກເຂົາຈະຕ້ອງຖືກ “ຕິດຕາມຕະຫຼອດຊີວິດ.”

ທ່ານຮຸຍ ບອກກັບສະຖານີໂທລະພາບຂອງອອສເຕຣເລຍໃນວັນພຸດແລ້ວນີ້ວ່າ ໝາຍຈັບດັ່ງກ່າວ ຈະບໍ່ສົ່ງຜົນກະທົບໃດໆຕໍ່ຄວາມປອດໄພສ່ວນໂຕຂອງລາວ, ແລະ ຈີນ ກໍໄດ້ພະຍາຍາມທີ່ຈະກໍາຈັດຜູ້ທີ່ມີຄວາມເຫັນແຕກຕ່າງ, ເຊິ່ງ ທ່ານຮຸຍ ກ່າວວ່າ:

“ມັນເປັນທ່າທີທາງການເມືອງ ທີ່ພວກເຂົາຕ້ອງການທີ່ຈະສ້າງມັນຂຶ້ນ ແລະພວກເຂົາກໍຕ້ອງການທີ່ຈະຂະຫຍາຍການ​ກົດ​ຂີ່​ທາງ​ການ​ເມືອງນີ້ ເພື່ອເຮັດໃຫ້ຜູ້ທີ່ກໍາລັງໃຫ້ການສະໜັບສະໜຸນອິດສະຫຼະພາບປະຊາທິປະໄຕ ທີ່ດໍາລົງຊີວິດຢູ່ໃນຕ່າງປະເທດເຫຼົ່ານັ້ນ ຕ້ອງມິດງຽບ ແລະບໍ່ຕໍານິວິຈານພວກເຂົາອີກຕໍ່ໄປ.”

ນັກເຄື່ອນໄຫວທັງ 8 ຄົນ ແມ່ນອາໄສຢູ່ໃນປະເທດອອສເຕຣເລຍ, ສະຫະລັດ ແລະອັງກິດ, ເຊິ່ງບໍ່ມີປະເທດໃດໆເ​ຫຼົ່ານີ້ ມີສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນກັບ ຈີນ.

ກະຊວງການຕ່າງປະເທດຂອງສະຫະລັດກ່າວໃນວັນອັງຄານແລ້ວນີ້ວ່າ ໝາຍຈັບຂອງຈີນ “ເປັນແບບຢ່າງທີ່ເປັນອັນຕະລາຍ, ເປັນໄພຄຸກຄາມຕໍ່ສິດທິມະນຸດ ແລະເສລີພາບຂັ້ນພື້ນຖານຂອງມວນມະນຸດຢູ່ໃນທົ່ວໂລກ.”

ຄວາມຮູ້ສຶກດັ່ງກ່າວນີ້ ຖືກສະທ້ອນໂດຍອອສເຕຣເລຍ. ທ່ານນາງເພັນນີ ວອງ ກ່າວໃນວັນຈັນແລ້ວນີ້ວ່າ “ການສະແດງອອກທາງເສລີພາບ ແລະການໂຮມຊຸມນຸມ ແມ່ນຄວາມໝາຍສໍາຄັນຕໍ່ປະຊາທິປະໄຕຂອງພວກເຮົາ, ແລະພວກເຮົາຈະສະໜັບສະໜຸນຜູ້ທີ່ອາໄສຢູ່ໃນອອສເຕຣເລຍ ທີ່ເຄື່ອນໄຫວເພື່ອສິດທິເຫຼົ່າ ນັ້ນ.”

ອອສເຕຣເລຍ ພວມດໍາເນີນການຟື້ນຟູຄວາມສໍາພັນ ທີ່ຊຸດໂຊມຂອງພວກເຂົາ ກັບຈີນຄືນໃໝ່ ນັບຕັ້ງແຕ່ການເລືອກຕັ້ງປີ 2022 ໂດຍລັດຖະບານທີ່​ເປັນ​ກາງ ອ່ຽງຊ້າຍໃນນະຄອນຫຼວງແຄນເບີຣາ, ເຊິ່ງມີຄວາມກະຕືລືລົ້ນ ທີ່ຈະສ້າງສາຍສໍາພັນທີ່ໝັ້ນຄົງກັບຈີນ ລຸນຫຼັງທີ່ມີຄວາມບາດໝາງກັນ ແລະບໍ່ເຊື່ອໝັ້ນກັນມາເປັນເວລາຫຼາຍປີ ເນື່ອງຈາກຂໍ້ພິພາດກ່ຽວກັບປະຊາທິປະໄຕຢູ່ໃນຮົງກົງ, ພ້ອມທັງຄວາມທະເຍີທະຍານ ກ່ຽວກັບດິນແດນຢູ່ໃນທະເລຈີນໃຕ້ແລະ​ມະ​ຫາ​ສະ​ໝຸດປາຊີຟິກຂອງ ຈີນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG