ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ນັກ​ວິ​ສະ​ວະ​ກອນ​ຊາວ ຈີນ ຂອງ​ບໍ​ລິ​ສັດ Google ຖືກ​ຕັ້ງ​ຂໍ້​ຫາ​ລັກ​ຄວາມ​ລັບ​ດ້ານ​ການ​ຄ້າ


ວັດ​ຖຸ​ຕ່າງ​ໆ​ຖືກວາງ​ສະ​ແດງ​ຢູ່​ຮ້ານ​ຂອງ​ບໍ​ລິ​ສັດ Google ໃນ​ເມືອງ ມາ​ວ​ເທັນ ວີວ, ລັດ ຄາ​ລິ​ຟໍ​ເນຍ, 11 ຕຸ​ລາ 2023.
ວັດ​ຖຸ​ຕ່າງ​ໆ​ຖືກວາງ​ສະ​ແດງ​ຢູ່​ຮ້ານ​ຂອງ​ບໍ​ລິ​ສັດ Google ໃນ​ເມືອງ ມາ​ວ​ເທັນ ວີວ, ລັດ ຄາ​ລິ​ຟໍ​ເນຍ, 11 ຕຸ​ລາ 2023.

ອະ​ດີດ​ນັກ​ວິ​ສະ​ວະ​ກອນຊັອ​ຟ​ແວຄົນ​ນຶ່ງ​ຂອງ​ບໍ​ລິ​ສັດ Google ຖືກ​ຕັ້ງ​ຂໍ້​ຫາ​ສີ່​ກະ​ທົງ ກ່ຽວ​ກັບ ການ​ລັກ​ຂະ​ໂມຍ​ຄວາມ​ລັບ ກ່ຽວ​ກັບ ການ​ຄ້າ​ຂອງ​ລັດ​ຖະ​ບານ​ກາງ ສຳ​ລັບ​ການ​ກ່າວ​ຫາ​ວາງ​ແຜນ​ທີ່​ຈະ​ລັກ​ເທັກ​ໂນ​ໂລ​ຈີ​ປັນ​ຍາ​ປະ​ດິດ ຫຼື AI​ຈາກ​ບໍ​ລິ​ສັດ Google ໃນ​ຂ​ະ​ນະ​ດຽວ​ກັນ​ກໍ​ໄດ້​ເຮັດ​ວຽກ​ຢ່າງ​ເປັນ​ຄວາມ​ລັບ​ໃຫ້​ສອງ​ບໍ​ລິ​ສັດ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ​ ຈີນ, ອີງ​ຕາມ​ການ​ຟ້ອງ​ຮ້ອງ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ໃນ​ວັນ​ພຸດ​ວານນີ້.

ທ້າວ ລິນ​ເຫວີຍ ດິ​ງ, ຄົນ​ສັນ​ຊາດ ຈີນ, ຖືກ​ຈັບ​ໃນ​ວັນ​ພຸດ​ວານນີ້​ໃນ​ເມືອງ ນີ​ວາກ, ລັດ​ຄາ​ລິ​ຟໍ​ເນຍ. ລາວ​ຖືກ​ຈ້າງ​ໂດຍ​ບໍ​ລິ​ສັດ Google ໃນ​ປີ 2019, ລາວ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຫາ​ຂໍ້​ມູນ​ລັບ​ຂອງສູນ​ກາງ​ຂໍ້​ມູນ​ສຸດຍອດ​ຄອ​ມ​ພິວ​ເຕີ​ຂອງ​ບໍ​ລິ​ສັດ. ລາວ​ຖືກ​ກ່າວ​ຫາ​ວ່າ​ໄດ້​ເລີ່ມ​ບັນ​ຈຸ​ເອ​ກະ​ສານຫຼາຍ​ຮ້ອຍ​ສະ​ບັບ​ໃສ່​ບັນ​ຊີ Google Cloud ສ່ວນ​ຕົວ​ໃນ​ລະ​ຫວ່າງ​ເດືອ​ນ​ພຶດ​ສະ​ພາ 2022 ແລະ ພຶດ​ສະ​ພາ 2023.

ໃນ​ຂະ​ນະ​ທີ່​ຖືກ​ຈ້າງ​ເຮັດ​ວຽກ​ໂດຍ​ບໍ​ລິ​ສັດ Google ນັ້ນ, ລາວ​ຖືກ​ສະ​ເໜີ​ຕຳ​ແໜ່ງ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ເທັກ​ໂນ​ໂລ​ຈີ​ໃຫ້ ຢູ່​ບໍ​ລິ​ສັດ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີທີ່​ຢູ່​ໃນຂັ້ນ​ຕອນ​ຕົ້ນໆໃນ ຈີນ ທີ່​ເນັ້ນໜັກ​ໃນ​ການ​ໃຊ້​ປັນ​ຍາ​ປະ​ດິດ. ການ​ຟ້ອງ​ຮ້ອງ​ໄດ້​ກ່າວ​ວ່າ​ທ້າວ ດິງ ໄດ້​ເດີນ​ທາງ​ໄປ ຈີນ ເພື່ອ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ນັກ​ລົງ​ທຶນ​ທີ່​ໄດ້​ແນ​ເປົ້າ​ໃສ່​ການ​ຫາ​ເງິນ​ທຶນ​ມາ​ໃຫ້​ບໍ​ລິ​ສັດ​ດັ່ງ​ກ່າວ.

ການ​ຟ້ອງ​ຮ້ອງ​ໄດ້​ກ່າວ​ວ່າ ທ້າວ ດິງ ຍັງ​ໄດ້​ກໍ່​ຕັ້ງ ແລະ ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ບໍ​ລິ​ສັດ​ລິ​ເລີ່ມ​ຕ່າງ​ຫາກ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ ຈີນ, ທີ່​ແນ​ເປົ້າ​ໃສ່​ການ​ຝຶກ​ຊ້ອມ​ຕົວ​ຢ່າງ​ປັນ​ຍາ​ປະ​ດິດ. ບໍ່​ມີ​ຜູ້​ເຂົ້າ​ຮ່ວມ​ເປັນ​ສະ​ມາ​ຊິກ​ຄົນ​ໃດ​ຂອງ​ລາວ​ຖືກ​ເປີດ​ເຜີຍ​ຕໍ່​ບໍ​ລິ​ສັດ Google ກ່ອນ​ທີ່​ລາວ​ໄດ້​ລາ​ອອກ​ໃນ​ວັນ​ທີ 26 ທັນ​ວາ. ແນວ​ໃດ​ກໍ່​ຕາມ, ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ບໍ່​ດົນ​ຫຼັງ​ຈາກ​ເວ​ລາ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ຮຽນ​ຮູ້​ວ່າ ລາວ​ໄດ້​ມີ​ໜ້າ​ເປັນ​ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ນຶ່ງ​ໃນຫຼາຍ​ບໍ​ລິ​ສັດ​ຢູ່ກອງ​ປະ​ຊຸມ​ນັກ​ລົງ​ທຶນ​ໃນ ປັກ​ກິ່ງ.

ໂຄ​ສົກ​ບໍ​ລິ​ສັດ Google ທ່ານ ໂຮ​ເຊ ຄາ​ສ​ຕາ​ເນ​ດາ ໄດ້​ກ່າວ​ວ່າ “ພວກ​ເຮົາ​ມີ​ການ​ຄຸ້ມ​ຄອງ​ຮັກ​ສາ​ທີ່​ເຂັ້ມ​ງວດ ເພື່ອ​ປ້ອງ​ກັນ​ການ​ລັກ​ຂະ​ໂມຍ​ຂໍ້​ມູນ​ການ​ຄ້າ​ທີ່​ເປັນ​ຄວາມ​ລັບ ແລະ ຄວາມ​ລັບ​ດ້ານ​ການ​ຄ້າ​ຂອງ​ພວກ​ເຮົາ. ຫຼັງ​ຈາກ​ການ​ສືບ​ສວນ​ສອບ​, ພວກ​ເຮົາ​ໄດ້​ພົບ​ວ່າ​ພະ​ນັກ​ງານ​ຄົນ​ນີ້​ໄດ້​ລັກ​ເອ​ກະ​ສານຫຼາຍ​ສະ​ບັບ, ແລະ ພວກ​ເຮົາ​ໄດ້​ກໍ​ໄດ້​ສະ​ເໜີ​ກໍ​ລະ​ນີ​ດັ່ງ​ກ່າວ​ໃຫ້​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ​ຢ່າງວ່ອງ​ໄວ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG