ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານສຸດໃຈ ວົງສະຫວັນ ອະດີດນາຍພົນ ແຫ່ງຣາຊະອານາຈັກລາວ ໃຫ້ສຳພາດ ກັບວີໂອເອລາວ ກ່ຽວກັບ ຊີວິດການເປັນຢູ່ ໃນ ສຫລ


ທ່ານສຸດໃຈ ວົງສະຫວັນ ໄດ້ຮັບລາງວັນ ພະນັກງານດີເດັ່ນ ຂອງອົງການສືບລັບ ປ້ອງກັນປະເທດ ຫຼື DIA ໃນປີ 1993.
ທ່ານສຸດໃຈ ວົງສະຫວັນ ໄດ້ຮັບລາງວັນ ພະນັກງານດີເດັ່ນ ຂອງອົງການສືບລັບ ປ້ອງກັນປະເທດ ຫຼື DIA ໃນປີ 1993.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາຂອງວີໂເອລາວ ໃນຄ່ຳຄືນນີ້ ພວກເຮົາໄດ້ຮັບກຽດເປັນຢ່າງສູງຈາກທ່ານສຸດໃຈ ວົງສະຫວັນ ອະດີດນາຍພົນຂອງຣາຊະອານາຈັກລາວ ທີ່ເພິ່ນຈະມາເລົ່າກ່ຽວ ກັບປະສົບການຂອງຊີວິດເພິ່ນ ແລະປະຫວັດສາດຂອງເມືອງລາວ ທີ່ຫາຟັງໄດ້ຍາກຈາກປາກຂອງຜູ້ທີ່ໄດ້ຢູ່ໃນເຫດການໂຕຈິງໂດຍກົງ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະຫວັດສາດໂດຍສ່ວນໃຫຍ່ແລ້ວຈະຖືກບັນທຶກໄວ້ ໃນປຶ້ມ ໃນສາລະຄະດີ ຫຼືໃນວີດີໂອຊີດີ ແຕ່ໃນຍຸກສະໄໝໃໝ່ ທີ່ມີອິນເຕີເນັດ ທຸກຄົນສາມາດຊອກອ່ານຫລືເບິ່ງສາລະຄະດີຕ່າງໆໄດ້ຢ່າງງ່າຍດາຍ. ສຳລັບຄ່ຳຄືນນີ້ ຂ້າພະເຈົ້າໄດ້ເປັນກຽດຢ່າງສູງທີ່ໄດ້ມີໂອກາດສຳພາດ ອະດີດນາຍພົນ ແຫ່ງຣາຊະອານາຈັກລາວ ຊຶ່ງເພິ່ນໄດ້ເລົ່າເລື້ອງລາວ ຊີວິດຄວາມເປັນມາຈາກ ໄວເດັກຈົນໄດ້ກາຍມາເປັນນາຍພົນຂອງກອງທັບແຫ່ງຣາຊະອານາຈັກລາວ ພ້ອມດ້ວຍປະຫວັດສາດໂດຍຫຍໍ້ ຈາກສະໄໝສົງຄາມໂລກຄັ້ງທີສອງຕະຫຼອດເຖິງສົງຄາມຕ່າງໆທີ່ເກີດຂຶ້ນໃນປະເທດລາວ ເພື່ອໃຫ້ທຸກຄົນທີ່ເກີດໃໝ່ໃຫຍ່ລຸນໄດ້ຮັບຟັງດັ່ງຕໍ່ໄປນີ້:

ເວລານັ້ນ ສົງຄາມໂລກຄັ້ງທີສອງໄດ້ເລີ້ມຂຶ້ນ ແຕ່ປີ 1939 ຫາ 1945 ແລະປະເທດລາວເປັນຫົວເມືອງຂຶ້ນຂອງຝຣັ່ງ ສົງຄາມໄດ້ແຜ່ຂະຫຍາຍເຂົ້າໄປໃນລາວ ມີກອງພົນທະຫານຂອງຈີນ ໄດ້ເຂົ້າໄປໃນຫຼວງພະບາງ ຈຶ່ງເປັນສາເຫດເຮັດໃຫ້ໂຮງຮຽນຢູ່ໃນຫຼວງພະບາງ ໄດ້ປິດລົງ ຊຶ່ງ ທ່ານສຸດໃຈ ເລົ່າສູ່ຟັງວ່າ:

ໃນລະຫວ່າງສົງຄາມໂລກຄັ້ງທີສອງ ກອງກຳລັງຂອງຍີ່ປຸ່ນ ໄດ້ເຂົ້າໄປຕີພວກທະຫານຝຣັ່ງຢູ່ໃນລາວ ຂ້າພະເຈົ້າ ໄດ້ສອບຖາມທ່ານສຸດໃຈວ່າ:

ຫຼັງຈາກຍີ່ປຸ່ນໄດ້ເສຍໄຊໃນສົງຄາມໂລກຄັ້ງທີສອງໃຫ້ແກ່ກອງກຳລັງພັນທະມິດທີ່ປະກອບດ້ວຍ ຝຣັ່ງ ໂປແລນ ແລະ ອັງກິດ ສ່ວນສະຫະລັດ ໄດ້ເຂົ້າຮ່ວມໃນປີ 1941 ພ້ອມດ້ວຍປະເທດອື່ນໆໃນໄລຍະຕໍ່ມາ ຊຶ່ງທ່ານສຸດໃຈ ໄດ້ກ່າວວ່າ:

ເມື່ອຍີ່ປຸ່ນເສຍໄຊແລ້ວ ກໍໄດ້ຍົກທັບອອກໄປຈາກລາວ ຝຣັ່ງກໍໄດ້ກັບຄືນເຂົ້າມາປົກຄອງລາວອີກຕໍ່ໄປ ຊຶ່ງໃນເວລານີ້ ທ່ານສຸດໃຈກໍໄດ້ກັບຄືນໄປຮ່ຳຮຽນ ຂ້າພະເຈົ້າກໍຖາມທ່ານດັ່ງນີ້:

ນອກຈາກທີ່ໄດ້ຮ່ຳຮຽນເປັນທະຫານຢູ່ລາວ ທ່ານສຸດໃຈຍັງໄດ້ໄປຮ່ຳຮຽນຢູ່ໃນສະຫະລັດອາເມຣິກາ ສອງສາມຄັ້ງນຳດ້ວຍ ດັ່ງທີ່ເພິ່ນໄດ້ເລົ່າສູ່ຟັງດັ່ງນີ້:

ເມື່ອໄດ້ຜ່ານການຝຶກແອບທະຫານນາຍຮ້ອຍ ເປັນທີ່ສຳເລັດແລ້ວ ທ່ານສຸດໃຈ ກໍໄດ້ໄຕ້ເຕົ່າຂຶ້ນຊັ້ນມາເປັນລຳດັບໆ ແລະໄດ້ເປັນຜູ້ບັນຊາການທະຫານພາກທີສີ່ ແລະໃນທີ່ສຸດ ກໍໄດ້ຂຶ້ນຊັ້ນເປັນນາຍພົນ ດັ່ງທີ່ທ່ານໄດ້ເລົ່າສູ່ຟັງວ່າ:

ໃນໄລຍະປີ 1970 ສົງຄາມຫວຽດນາມ ກຳລັງຮ້ອນແຮງຂຶ້ນນັບມື້ ຢູ່ໃນຫວຽດແລະລາວ ໃນເວລານັ້ນ ລາວແມ່ນເປັນກາງ ແຕ່ການຕໍ່ສູ້ລະຫວ່າງຫວຽດນາມເໜືອແລະໄຕ້ ໄດ້ລຸກລາມເຂົ້າມາໃນຊາຍແດນລາວທີ່ເອີ້ນວ່າ ເສັ້ນທາງໂຮຈີມິນ ຫຼື Ho Chi Min້h Trail ຊຶ່ງທ່ານສຸດໃຈ ໃນເວລານັ້ນ ເປັນນາຍພົນຜູ້ບັນຊາການທະຫານພາກສີ່ ກໍໄດ້ມີສ່ວນຮ່ວມໃນການສູ້ລົບຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:

ບັ້ນລົບທີ່ສຳຄັນເຮັດໃຫ້ທ່ານສຸດໃຈ ໄດ້ມີຊື່ສຽງທີ່ໄດ້ຖືກບັນທຶກໄວ້ໃນສະມໍລະພູມສົງຄາມຫວຽດນາມຂອງສະຫະລັດນັ້ນ ແມ່ນການປ້ອງກັນສູນກາງປ້ອງກັນຢູ່ທີ່ພູຫຼວງ ຊຶ່ງທ່ານໄດ້ເລົ່າສູ່ຟັງວ່າ:

ຕົກມາປີ 1975 ສົງຄາມຫວຽດນາມໄດ້ສິ້ນສຸດລົງ ເມື່ອສະຫະລັດໄດ້ຖອນກຳລັງອອກໄປຈາກອິນໂດຈີນ ແລະລາວກໍໄດ້ມີການປ່ຽນແປງລະບອບການປົກຄອງ ທ່ານສຸດໃຈ ພ້ອມດ້ວຍຄອບຄົວໄດ້ອົບພະຍົບມາຢູ່ສະຫະລັດ ໃນກໍລະນີພິເສດໂດຍໄດ້ຮັບການອຸປະຖຳຈາກຄົນຮັກແພງຊາວອາເມຣິກັນຢູ່ໃນລັດເທັກຊັສ ສອງເດືອນຕໍ່ມາ ກໍໄດ້ຍົກຍ້າຍມາຢູ່ເມືອງແຊນທີລີ ລັດເວີຈີເນຍ ຊຶ່ງໃນເວລານັ້ນ ຄົນລາວອົບພະຍົມ ກໍບໍ່ຄ່ອຍມີຫຼາຍປານໃດ ແລະທ່ານໄດ້ເລົ່າສູ່ຟັງວ່າ:

ໃນເວລານັ້ນ ທ່ານສຸດໃຈເປັນຄົນລາວພຽງຜູ້ດຽວທີ່ໄດ້ເຂົ້າເຮັດວຽກໃນທຳນຽບຫ້າແຈ ຈົນໄດ້ອອກກະສຽນກິນເບຍບຳນານ ດ້ວຍບົດບາດໜ້າທີ່ໃນທຳນຽບຫ້າແຈທີ່ວາງຂໍ້ຈຳກັດໃນການເຂົ້າຮ່ວມສະມາຄົມ ເພິ່ນຈຶ່ງບໍ່ສາມາດຮັບເອົາການສະເໜີໃຫ້ເປັນປະທານສະມາຄົມຕ່າງໆໄດ້ ແຕ່ເພິ່ນກໍໄດ້ໃຫ້ຄຳປຶກສາແລະສະໜັບສະໜຸນອຸ້ມຊູ ບັນດາສະມາຄົມລາວຕ່າງໆ ແລະໂດຍສະເພາະກໍຄືວັດລາວພຸດທະວົງ ເຂດນະຄອນຫຼວງວໍຊິງຕັນ ມາໂດຍຕະຫຼອດ ຕັ້ງແຕ່ວັດໄດ້ສ້າງຂຶ້ນມານັ້ນ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນເປັນການສຳພາດກັບທ່ານສຸດໃຈ ວົງສະຫວັນ ອະດີດ ນາຍພົນທະຫານຣາຊະອານາຈັກລາວ ຜູ້ທີ່ໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນເມືອງແຊນທີລີ (Chantilly) ເຂດເທດເມືອງ ແຟຣແຟັກ ຄາວຕີ້ ລັດເວຈີເນຍ ຕັ້ງ ແຕ່ປີ 1975 ເຊີນທ່ານຕິດຕາມຮັບຟັງ ລາຍການຊຸມຊົນຊາວລາວໃນທະວີອາເມຣິກາ ຂອງວີໂອເອລາວ ໄດ້ອີກ ໃນແລງວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG