ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດ​ນາ​ຍົກ​ ອັອ​ສ​ເຕ​ຣຍ ​ທ່ານ​ເຄີ​ຣ​ຊ໌ ຂອງ​ພັກ​ອາ​ນຸ​ລັກ​ນິ​ຍົມ ຊະ​ນະ ການ​ເລືອກ​ຕັ້ງ ​ກ່ອນ​ກຳ​ນົດ


​ຄົນ​ຜູ້​ນຶ່ງ​ຍ່າງ​ຜ່ານ ປ້າຍ​ໂຄ​ສະ​ນາ​ຫາ​ສຽງ ໃນ​ການ​ເລືອກ​ຕັ້ງ ທີ່​ເປັນ​ຮູບ​ໜ້າ​ຕາ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ຊາ​ແບ​ສ​ຕຽນ ເຄີ​ຣ​ຊ໌ ຂອງ​ພັກ​ປະ​ຊາ​ຊົນ (Peoples Party (OeVP) ​ໃນ​ນະ​ຄອນ ວຽນ​ນາ ຂອງ​ອັອ​ສ​ເຕ​ຣຍ, ວັນ​ທີ 23 ກັນ​ຍາ 2019.
​ຄົນ​ຜູ້​ນຶ່ງ​ຍ່າງ​ຜ່ານ ປ້າຍ​ໂຄ​ສະ​ນາ​ຫາ​ສຽງ ໃນ​ການ​ເລືອກ​ຕັ້ງ ທີ່​ເປັນ​ຮູບ​ໜ້າ​ຕາ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ຊາ​ແບ​ສ​ຕຽນ ເຄີ​ຣ​ຊ໌ ຂອງ​ພັກ​ປະ​ຊາ​ຊົນ (Peoples Party (OeVP) ​ໃນ​ນະ​ຄອນ ວຽນ​ນາ ຂອງ​ອັອ​ສ​ເຕ​ຣຍ, ວັນ​ທີ 23 ກັນ​ຍາ 2019.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັອ​ສ​ເຕ​ຣຍ ທ່ານ​ ເຊີ​ແບ​ສ​ຕຽນ ເຄີ​ຣ​ຊ໌ ຂອງ​ພັກ​ອາ​ນຸ​ລັກ
​ນິ​ຍົມ ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ ທີ່​ທ່ານໄດ້​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ເມື່ອ​ລັດ
​ຖະ​ບານ​ຂອງ​ທ່ານ ຖືກ​ຍຸບ​ລົງ ເມື່ອ​ສອງ​ສາມ​ເດືອນ​ຜ່ານ​ມາ.​

ໂດຍ​ຄະ​ແນ​ນສຽງ​ສ່ວນ​ໃຫຍ່​ໄດ້​ຖືກ​ນັບ​ໄປ​ແລ້ວ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ຂອງ​
ປະ​ຊາ​ຊົນ ໄດ້​ຮັບ​ຄະ​ແນນ​ສຽງ 37 ເປີ​ເຊັນ.

“ມື້ນີ້ ປະ​ຊາ​ຊົນ ໄດ້​ລົງ​ຄະ​ແນນ​ເ​ອົາພວກ​ເຮົາ ​ໃຫ້​ກັບ​ຄືນ​ມາ​ອີກ​ຄັ້ງ​ນຶ່ງ” ທ່ານ​ເຄີ​ຣ​ຊ໌
ອາ​ຍຸ 33 ປີ ໄດ້​ກ່າວ​ຕໍ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜຸນ ທ່າມ​ກາງ​ສຽງ​ຮ້ອງ​ເຊຍ ຫຼັງ​ຈາກ​ການ
​ເລືອກ​ຕັ້ງ​ ໃນ​ວັນ​ອ​າ​ທິດ​ວານນີ້.

ລັດ​ຖະ​ບານ​ຂອງ​ທ່ານ​ເຄີ​ຣ​ຊ໌ ໄດ້​ຖືກ​ຍຸບ​ລົງ ໃນ​ເດືອນ​ພຶດ​ສະ​ພາ ຫຼັງ​ຈາກ​ມີ​ ບັນ​ທຶກ
ວີ​ດີ​ໂອ ນຶ່ງ ທີ່​ໄດ້ປາ​ກົດ​ອອກ​ມາ ​ສະ​ແດງ​ໃຫ້​ເຫັນ ບັນ​ດາ​ຜູ້​ນຳ​ ​ຄູ່​ພາ​ຄີພົນ​ທະ​ມິດ ຂອງ
ທ່ານ ຈາກ​ພັກ​ເພື່ອ​ເສ​ລີ​ພາບ ຂວາ​ຈັດ ກຳ​ລັງພົວ​ພັນ​ແບບ​ມິດ​ສະ​ຫາຍ ກັບ​ພວກຊົນ​ຊັ້ນ
​ສູງ​ຂອງ​ຣັດ​ເຊຍ.

ເລື້ອງນອງ​ນັນ​ດັ່ງ​ກ່າວ ກໍ​ບໍ່​ໄດ້​ປ່ຽນ​ແປງ​ຄວາມ​ຄິດ​ຂອງຜູ້​ມີ​ສິດ​ອອກ​ສຽງ ໃນ​ທາງ​ລົບ
ຕໍ່​ທ່ານ​ເຄີ​ຣ​ຊ໌ ແລະ​ພັກ​ຂອງ​ທ່ານ ແຕ່​ຢ່າງ​ໃດ ຊຶ່ງ​ໄດ້​ຮັບ​ຄະ​ແນນ​ສຽງ​ຕື່ມ​ອີກ​ເກືອບ
​ເຖິງ 6 ເປີ​ເຊັນ ເມື່ອ​ທຽບ​ໃສ່​ກັ​ບປີ 2017.

ສ່ວນ​ພັກເດ​ໂມ​ແຄ​ຣັດ​ສັງ​ຄົມນິ​ຍົມ ປານ​ກາ​ງ​ອຽງຊ້າຍ ກໍ​ໄດ້​ຮັບ​ຄະ​ແນນ​ສຽງ 21.7
ເປີ​ເຊັນ ຊຶ່ງ​ຫລຸດ​ລົງຫຼາຍກວ່າ 5 ເປີ​ເຊັນ ເມື່ອທຽບ​ໃສ່​ກັບ​ປີ 2017.

ພັກ​ສີ​ຂຽວ ຂອງ​ພວກ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ກໍ​ໄດ້​ຮັບ​ຄະ​ແນນ​ສຽງ​ສູງ​ຂຶ້ນ 14 ເປີ​ເຊັນ
ຫຼັງ​ຈາກ​ທີ່ ບໍ່​ສາ​ມາດ​ຊະ​ນະ​ບ່ອນ​ນັ່ງ​ໃດໆເລີຍ ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ກ່ອນ.

ເລື້ອງນອງ​ນັນ ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ພັກເພື່ອເສ​ລີ​ພາບ ເຮັດ​ໃຫ້​ຄະ​ແນນ​ສຽງ​ຂອງ​ພັກ​ຕົກ
​ລົງ​ເຖິງ 10 ເປີ​ເຊັນ ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ ພຽງ 16 ເປີ​ເຊັນ​ເທົ່າ​ນັ້ນ.

ມາບັດ​ນີ້ ທ່ານ​ເຄີ​ຣ​ຊ໌ ​ກໍ​ຕ້ອງດ​ໄດ້​ເລືອກ​ເອົາ​ຄູ່​ພາ​ຄີ​ໃໝ່ ເພື່ອ​ທີ່​ຈະ​ຈັດ​ຕັ້ງ​ລັດ​ຖະ​ບານ
​ປະ​ສົມ​ຂຶ້ນ​.

ອ່ານ​ຂ່າວນີ້ຕື່ມ ເປັນ​ພາ​ສາ​ອັງ​ກິດ

Former Austrian Chancellor Sebastian Kurz's conservative party has won the snap election he called when his government collapsed months ago.

With most of the votes counted, the People's Party won 37% of the vote.

"Today, the people have voted us back in again,'' Kurz, 33, told cheering supporters after the election Sunday.

Kurz's government collapsed in May after a video emerged showing leaders of his coalition partner, the far-right Freedom Party, cozying up to Russian oligarchs.

The scandal did not appear to color voter opinion against Kurz and his party, which gained nearly 6 percentage points compared with 2017.

The center-left Social Democrats received 21.7%, slipping more than 5 percentage points compared with 2017.

The environmentalist Greens Party surged, winning 14% of the vote after failing to win any seats in the last election.

The scandal hit Freedom Party fell 10 percentage points, winning just 16% of the vote.

Kurz must now pick a new partner to form a coalition government.

XS
SM
MD
LG