ອະດີດສະມາຊິກພັກຝ່າຍຄ້ານຂອງກຳປູເຈຍຄົນນຶ່ງໄດ້ຖືກຍິງເສຍຊີວິດຢູ່ບາງກອກ ໃນຕອນແລງຂອງວັນອັງຄານ ອີງຕາມລາຍງານຂອງອົງການຂ່າວວີໂອເອ.
ທ່ານ ລິມ ກິມຍາ (Lim Kimya) ອະດີດນັກການເມືອງຂອງພັກກູ້ຊາດກຳປູເຈຍ ຫຼື CNRP ໄດ້ເສຍຊີວິດຢູ່ບ່ອນເກີດເຫດໃກ້ກັບວັດ ບົວວອນ ນິເວດ ຣັດຈະວໍຣະວິຫານ ຊຶ່ງເປັນວັດພຸດທະສາດສະໜາ ທີ່ຢູ່ໃກ້ກັບແຫຼ່ງທ່ອງທ່ຽວ ໃນບໍລິເວນຖະໜົນເຂົ້າສານຂອງ ເມືອງ ພະນະຄອນ ຕາມລາຍງານຂອງໜັງສືພີມ ບາງກອກ ໂພສ.
ຕຳຫຼວດກ່າວວ່າຊາຍຄົນນຶ່ງຈອດລົດຈັກ ແລ້ວຍິງ ທ່ານ ລິມ ກິມຍາ ເສຍຊີວິດເມື່ອເວລາປະມານ 16:00 ໂມງ ກ່ອນຈະລົບໜີ ເຈົ້າໜ້າທີ່ກ່າວວ່າ ກ້ອງວົງຈອນປິດໃກ້ບ່ອນເກີດເຫດເປີດເຜີຍໃຫ້ເຫັນຊາຍຄົນດັ່ງກ່າວ ຂີ່ລົດຈັກຮອນດ້າສີແດງ ແລະ ກຳລັງຊອກຫາຜູ້ຕ້ອງສົງໄສ.
ເຈົ້າໜ້າທີ່ຕຳຫຼວດກ່າວວ່າ ຈຸດສຸມແມ່ນການຈັບຕົວຜູ້ລອບສັງຫານ ຫຼື ມືືປືນ ແຕ່ຍັງມີຄໍາຖາມກ່ຽວກັບແຮງຈຸງໃຈຂອງການສັງຫານຄັ້ງນີ້.
ທ່ານ ຟີລ ໂຣເບີດສັນ ຈາກ ອົງການ Asia Human Rights and Labor Advocates ຫຼື AHRLA ກ່າວຕໍ່ ວີໂອເອ ວ່າ ການສັງຫານໃນວັນອັງຄານວານນີ້ ແມ່ນເປັນການເພີ່ມທະວີການປາບປາມຂ້າມຊາດ ແລະເບິ່ງຄືວ່າ ເປັນການລອບສັງຫານທາງການເມືອງ.
ທ່ານກ່າວວ່າ “ ການຍິງສັງຫານອະດີດ ສະມາຊິກພັກ CNRP ຢ່າງເປີດເຜີຍທີ່ຖະໜົນໃນບາງກອກຄັ້ງນີ້ ມີລັກສະນະຄືກັບການລອບສັງຫານທາງການເມືອງ ແລະເບິ່ງຄືວ່າ ຈະເປັນການເພີ່ມທະວີຄວາມຮຸນແຮງໃນການນໍາໃຊ້ການປາບປາມຂ້າມຊາດໃນບາງກອກ.”
ທ່ານ ລິມ ກິມຍາ ອາຍຸ 73 ປີ ຍັງຖືສັນຊາດຝຣັງ ແລະ ມີລາຍງານວ່າ ໄດ້ເດີນທາງໄປບາງກອກໃນມື້ທີ່ຜ່ານມາກັບພັນລະຍາແລະລຸງຂອງລາວ ທ່ານໄດ້ຮັບເລືອກຕັ້ງເປັນສະມາຊິກພັກຝ່າຍຄ້ານຂອງກໍາປູເຈຍ ໃນປີ 2013.
ບັນດານັກເຄື່ອນໄຫວແລະນັກການເມືອງຊາວກຳປູເຈຍ ທີ່ຕໍ່ຕ້ານລະບອບການປົກຄອງຂອງປະເທດ ໄດ້ຕົກເປັນເປົ້າໝາຍທັງຢູ່ໃນແລະຕ່າງປະເທດມາເປັນເວລາດົນນານ ພວກທີ່ລົບໜີໄປຍັງປະເທດອື່ນເຊັ່ນ ໄທ ກໍໄດ້ຖືກທຳຮ້າຍ, ຈັບກຸມ ແລະ ເນລະເທດໄປກຳປູເຈຍ ນັກວິພາກວິຈານໄດ້ບັນຍັດຄໍາວ່າ “ການປາບປາມຂ້າມຊາດ” ເພື່ອອະທິບາຍເຖິງປະກົດການນີ້.
ວີໂອເອໄດ້ຕິດຕໍ່ກະຊວງການຕ່າງປະເທດຂອງໄທ ແລະສະຖານທູດຝຣັ່ງ ໃນປະເທດໄທ ເພື່ອຂໍຄວາມເຫັນແຕ່ຍັງບໍ່ໄດ້ຮັບຄໍາຕອບເທື່ອ.
ກຳປູເຈຍຢູ່ພາຍໃຕ້ການປົກຄອງຂອງພັກປະຊາຊົນກຳປູເຈຍ ມາເປັນເວລາ 45 ປີ ນັກວິພາກວິຈານກ່າວວ່າ ລະບອບດັ່ງກ່າວໄດ້ແນເປົ້າໝາຍໃສ່ພວກຕໍ່ຕ້ານ ພັກຝ່າຍຄ້ານ ແລະສື່ມວນຊົນອິດສະລະທີ່ເປັນໄພຄຸກຄາມຕໍ່ການປົກຄອງຂອງລະບອບດັ່ງກ່າວ.
ທ່ານ ຮຸນ ມາເນດ ຂຶ້ນສູ່ອຳນາດ ໃນປີ 2022 ສືບຕໍ່ຈາກ ທ່ານ ຮຸນເຊັນ ພໍ່ຂອງລາວ ຊຶ່ງປົກຄອງກຳປູເຈຍ ມາຍາວນານເກືອບສີ່ທົດສະວັດ.
ພັກ CNRP ທ້າທາຍການປົກຄອງຂອງ ທ່ານ ຮຸນເຊັນ ໃນຄວາມອັນຊອບທຳ ໃນຊ່ວງໄລຍະສັ້ນໆ ຫຼັງຈາກການສ້າງຕັ້ງພັກ ໃນປີ 2012 ແຕ່ພັກຝ່າຍຄ້ານຖືກຫຍຸບໄປ ແລ້ວຫ້າປີຕໍ່ມາຫຼັງຈາກສານກຳປູເຈຍຕັດສິນວ່າ ພັກພະຍາຍາມໂຄ່ນລົ້ມ ປະທານາທິບໍດີໃນຂະນະນັ້ນ.
ບັນດາສະມາຊິກພັກ ໄດ້ຖືກຫ້າມບໍ່ໃຫ້ເຄື່ອນໄຫວທາງດ້ານການເມືອງ ແລະຜູ້ສ້າງຕັ້ງພັກໄດ້ລົບໜີອອກນອກປະເທດ ທ່ານ ເຂມ ໂສກາ ນຶ່ງໃນຜູ້ສ້າງຕັ້ງພັກ ຖືກຕັດສີນລົງໂທດຈຳຄຸກ 27 ປີ ໃນຂໍ້ຫາກະບົດ ໃນປີ 2023.
ທ່ານ ຟີລ ໂຣເບີດສັນ ກ່າວວ່າ ການສັງຫານ ທ່ານ ລິມ ກິມຍາ ຈະມີຜົນກະທົບຕໍ່ຊາວກຳປູເຈຍຄົນອື່ນ ໆ ທີ່ລົບໜີອອກນອກປະເທດ.
“ຜົນກະທົບໂດຍກົງຈະເຮັດໃຫ້ເກີດການຂົ່ມຂູ່ຢ່າງຮຸນແຮງຕໍ່ນັກການເມືອງຝ່າຍຄ້ານຊາວກຳປູເຈຍຫຼາຍຮ້ອຍຄົນ ນັກເຄື່ອນໄຫວຈາກອົງກອນພັດທະນາເອກະຊົນ ແລະ ຜູ້ປົກປ້ອງສິດທິມະນຸດຊຶ່ງໄດ້ລົບໜີມາປະເທດໄທ ເພື່ອລົບໜີການປາບປາມທາງການເມືອງຂອງນາຍົກລັດຖະມົນຕີ ທ່ານ ຮຸນ ມາເນດ ໃນກໍາປູເຈຍ” ທ່ານ ຟີລ ໂຣເບີດສັນກ່າວຕື່ມ.
ໃນເດືອນສິງຫາ ທ່ານ ເຮ ວັນນິດ ນ້ອງຊາຍຂອງ ທ່ານ ເຮ ວັນນາ ສະມາຊິກພັກ CNRP ຖືກຈັບຢູ່ຊາຍແດນກຳປູເຈຍ ແລະ ໃນເດືອນ ພະຈິກຜ່ານມາ ອຳນາດການປົກຄອງໄທ ໄດ້ເນລະເທດ ທ່ານ ນາງ ເພັນ ຊານ ແສງຄຣີມ ຮອງອັນ ມິນ ຈັນທອນ ຍິນ ຈັນໂທ ເຊີງ ຄຸນເທຍ ແລະ ວອນ ຈັນລັດຕະນະ ກັບໄປຍັງບ້ານເກີດຂອງພວກເຂົາ ເນື່ອງຈາກວິພາກວິຈານສັນຍາການຄ້າທາງເສດຖະກິດ ທີ່ກຳປູເຈຍເປັນສ່ວນນຶ່ງຂອງຂໍ້ຕົກລົງ.
ບັນດານັກສັງເກດການແລະກຸ່ມສິດທິມະນຸດກ່າວວ່າ ໄທ ແລະ ກຳປູເຈຍ ມີຂໍ້ຕົກລົງທີ່ບໍ່ເປັນທາງການເພື່ອສົ່ງຝ່າຍຕໍ່ຕ້ານທາງການເມືອງ ກັບປະເທດຫາກພວກເຂົາລົບໜີໄປຍັງປະເທດຂອງກັນແລະກັນ.
“ແນວທາງການຮ່ວມມືກັນນີ້ບໍ່ແມ່ນເລື່ອງບັງເອີນແຕ່ໄດ້ຮັບການອອກແບບມາຢ່າງມີກົນລະຍຸດ ທັງສອງປະເທດມີແຮງກະຕຸ້ນແບບຜະເດັດການທີ່ຄ້າຍຄືກັນໂດຍມີສະຖາບັນຂອງລາຊະວົງແລະບັນດາຜູ້ມີອຳນາດທາງການເມືອງເຮັດວຽກຮ່ວມກັນເພື່ອຮັກສາອຳນາດຂອງຕົນ ໂດຍການປະສານສົມທົບກັນໃນການຕໍ່ຕ້ານ ໄທ ແລະ ກຳປູເຈຍໄດ້ສ້າງກົນໄກຄວບຄຸມການສົນທະນາທາງການເມືອງທີ່ຄົບຖ້ວນກ່ວາ” ທ່ານ ພຣິມ ຊິງ ກີລ ນັກທ່ອງທ່ຽວຢູ່ມະຫາວິທະຍາໄລ ມູຮໍາມັດດີຍາ ຍອກຢາກາຕາ ກ່າວຕໍ່ ວີໂອເອ ໃນເດືອນທັນວາ.
ອ່ານຂ່າວເປັນພາສາອັງກິດໄດ້ດ້ານລຸ່ມ
A former member of Cambodia’s opposition party was shot dead in Bangkok on Tuesday evening.
Lim Kimya, a former politician of the Cambodia National Rescue Party (CNRP), died at the scene near Wat Bowonniwet Vihara Ratchaworawihan, a Buddhist temple near the tourist area of Khao San Road in Phra Nakhon district, The Bangkok Post reports.
Police say a man parked his motorbike and then shot dead Lim Kimya at about 4 p.m. before fleeing. The authorities say surveillance cameras near the scene show the man riding a red Honda motorbike, and that they are searching for the suspect.
The focus is on catching the assassin, but questions remain about the motive of the killing, according to police
Phil Robertson of Asia Human Rights and Labor Advocates (AHRLA) told VOA the killing on Tuesday is an escalation of transnational repression and appears to be a political assassination.
"This brazen shooting of a former CNRP MP on the streets of Bangkok has all the hallmarks of a political assassination and looks to be a significant escalation in the use of transnational repression in Bangkok,” he said.
Lim Kimya, 73, also held French citizenship and had reportedly traveled to Bangkok in recent days with his wife and uncle. He was elected as a member of Cambodia’s opposition party in 2013.
Cambodian activists and politicians who have opposed the country’s regime have long been targeted at home and abroad. Those who have fled to other countries, such as Thailand, have been attacked, arrested and deported to Cambodia. Critics have coined the term “transnational repression” to describe the phenomenon.
VOA reached out to Thailand’s Ministry of Foreign Affairs and the French embassy in Thailand for comment but has not yet received a reply.
Cambodia has been ruled by Cambodia’s People’s Party for 45 years. Critics say the regime has targeted dissidents, opposition parties and independent media who pose any threat to its rule.
Hun Manet took power in 2022, succeeding his father, Hun Sen, who led Cambodia for nearly four decades.
For a short time, the CNRP posed a legitimate challenge to Hun Sen’s rule after it was founded in 2012. But the opposition party was dissolved five years later after a Cambodian court ruled the party had attempted to overthrow the then-president.
Members of the party were banned from political activities, and its founders fled the country. Kem Sokha, one of the party’s founders, was sentenced in 2023 to 27 years for treason.
Robertson said Lim Kimya’s killing will have ramifications for other Cambodians who have fled the country.
“The direct impact will be to severely intimidate the hundreds of Cambodian political opposition figures, NGO activists, and human rights defenders who have already fled to Thailand to escape PM Hun Manet's campaign of political repression in Cambodia,” he added.
In August, Hay Vannith, the brother of Hay Vanna, a CNRP member, was arrested at the Cambodian border.
And in November, Thailand authorities deported Pen Chan Sangkream, Hong An, Mean Chanthon, Yin Chanthou, Soeung Khunthea and Vorn Chanratana back to their homeland for criticizing an economic trade pact Cambodia was part of.
Observers and rights groups say Thailand and Cambodia have unofficial agreements in place to return political dissidents should they flee to one another’s country.
“This collaborative approach is not coincidental but strategically designed. Both countries share similar authoritarian impulses, with royal institutions and political elites working in concert to maintain their grip on power. By harmonizing their approach to dissent, Thailand and Cambodia create a more comprehensive mechanism of controlling political discourse,” Prem Singh Gill, a visiting fellow at Universitas Muhammadiyah Yogyakarta, told VOA in December.
Since 2014, more than 150 individuals in Thailand have been victims of transnational repression, according to a 2022 report from Freedom House.
ຟໍຣັມສະແດງຄວາມຄິດເຫັນ