ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດນາຍົກລັດຖະມົນຕີ Borisov ແຫ່ງບຸລກາເຣຍ ຕຽມພ້ອມ ທີ່ຈະປະກອບ ລັດຖະບານຊຸດໃໝ່


ທ່ານ Boyko Borisov ຜູ້ນຳພັກນິຍົມແນວທາງປານກາງ ອຽງຂວາ ປ່ອນບັດຂອງທ່ານ ໃນການເລືອກຕັ້ງສະພາ ທີ່ນະຄອນ ຫລວງ Sofia, ວັນທີ 5 ຕຸລາ 2014.
ທ່ານ Boyko Borisov ຜູ້ນຳພັກນິຍົມແນວທາງປານກາງ ອຽງຂວາ ປ່ອນບັດຂອງທ່ານ ໃນການເລືອກຕັ້ງສະພາ ທີ່ນະຄອນ ຫລວງ Sofia, ວັນທີ 5 ຕຸລາ 2014.

ອະດີດ​ນາຍົກລັດຖະມົນຕີ ບຸລກາ​ເຣຍ ທ່ານ Boyko Borisov
ກ່າວ​ວ່າ ທ່ານ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ການ “ສ່ຽງ​ທຸກ​ຢ່າງ” ​ໃນ|
ການ​ປະກອບ​ ​ລັດຖະບານຊຸດ​ໃໝ່​ຂຶ້ນນັ້ນ ຫຼັງ​ຈາກທີ່ປາກົດ​ວ່າ
​ພັກ​ຫົວ​ນິຍົມ​ແນວທາງ​ເດີມ​ຂອງ​ທ່ານ ​ຊະນະ​ການ​ເລືອກ​ຕັ້ງ​ສະ
ພາ​ໃນວັນ​ອາທິດ​ວານ​ນີ້.

ການ​ຢັ່ງ​ຫາງ​ສຽງ​ປະຊາຊົນ ທີ່​ອອກ​ມາ​ຈາກ​ບ່ອນ​ປ່ອນ​ບັດ​ ສະ
​ແດງ​ໃຫ້​ເຫັນ​ວ່າ​ພັກ GERB ຂອງ​ທ່ານ​ Borisov ໄດ້​ຮັບ​ສຽງ​
ສະໜັບສະໜຸນ​ປະມານ 33 ​ເປີ​ເຊັນ ຂະນະ​ທີ່​ພັກ​ສັງຄົມ​ນິຍົມ
​ຝ່າຍ​ຄ້ານ​ໃຫຍ່ ຄື​ຈະ​ໄດ້​ຮັບ​ ​ປະມານ 15 ​ເປີ​ເຊັນ.

ບໍ່​ມີ​ພັກ​ໃດຄາດ​ວ່າ​ ຈະ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ພຽງພໍ ທີ່​ຈະ​ປົກຄອງ​ປະ​ເທດ​ໂດຍຕົນ
ເອງໄດ້ ຊຶ່ງ​ໝາຍ​ຄວາມ​ວ່າ ທ່ານ Borisov ​ຄົງ​ຈະ​ຕ້ອງ​ໄດ້ທຳ​ການ​ໂອ້​ລົມ​ສົນທະນາ
ເພື່ອຫາ​ທາງ​ປະກອບລັດຖະບານ​ປະສົມ​ຂຶ້ນມາ ຊຶ່ງ​ທ່ານ​ກ່າວ​ວ່າ:

“ມາ​ຮອດ​ປັດຈຸບັນ​ນີ້ ບໍ່​ມີ​ຜູ້​ໃດ​ໄດ້​ປະກາດ​ອອກ​ມາ​ວ່າ ເຕັມ​ໃຈ​ຈະ​ທຳ​ການ​
ໂອ້​ລົມສົນທະນາ​ກັບ​ພວກ​ເຮົາ. ຂ້າພະ​ເຈົ້າ​ໄດ້​ຍິນ​ແລ້​ວວ່າ ກຸ່ມ​ຫົວ​ປະຕິ​ຮູບ
ບໍ່​ຕ້ອງການ​ພວກ​ເຮົາ ຂ້າພະ​ເຈົ້າ​ໄດ້​ຍິນ​ວ່າ ພັກ​ສັງຄົມ​ນິຍົມ ຈະ​ຄົງ​ເປັນ​ພັກ
ຝ່າຍຄ້ານ​ຕໍ່​ໄປ ຍ້ອນ​ໄດ້​ຮັບ​ຜົນ​ລະດັບ​ຕໍ່າ ​ແລະ​ເຖິງ​ແມ່ນ​ພວກເຮົາ​ຈະ​ເຂົ້າ​
ຮ່ວມ​ກັນ​ກັບ​ພວກອື່ນໆ​ທີ່​ເຫຼືອ​ນັ້ນ ພວກ​ເຮົາ​ກໍ​ຍັງ​ຈະ​ບໍ່​ໄດ້​ຮັບ​ສຽງ​ຂ້າງ​ຫຼາຍ​ຢູ່.”

ທ່ານ Borisov ​ເຄີຍ​ເປັນ​ນາຍົກລັດຖະມົນຕີຈາກປີ 2009 ມາ​ຮອດ​ເວລາ​ທ່ານ​ລາ​ອອກ
ຈາກ​ຕຳ​ແໜ່​ງ​ ໃນ​ປີ​ແລ້ວ​ນີ້ ເພື່ອ​ໃຫ້​ຝ່າຍ​ພັກ​ສັງຄົມ​ນິຍົມ ຂຶ້ນ​ຄອງ​ອຳນາດ​ແທນ.

ລັດຖະບານພັກ​ສັງຄົມ​ນິຍົມ ​ໄດ້​ພັງ​ທະລາ​ຍລົງ​ໃນ​ເດືອນ​ກໍລະກົດ ລຸນ​ຫຼັງ​ປະ​ເຊີນ​ກັບ
​ຂ່າວ​ນອງ​ນັນທາ​ງທະນາຄານ ​ໂດຍ​ບັງຄັບ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຂຶ້ນ​ກ່ອນ​ກຳນົດ.

Bulgaria ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຈົນ​ທີ່​ສຸດ​ໃນ​ສະຫະພາບ​ຢູ​ໂຣບ ​ແລະ​ປະສົບ
ກັບ​ບັນຫາການ​ສໍ້​ລາດ​ບັງຫຼວງ ​ເສດຖະກິດ​ເຕີບ​ໂຕ​ຊ້າແລະ​ການ​ແຕກ​ແຍກໃນ​ໝູ່ປະຊາ
ຊົນ ລະຫວ່າງ​ພວກ​ທີ່​ນິຍົມໂລກ​ຕາ​ເວັນ​ຕົກ ​ແລະພວກ​ທີ່ຈົງ​ຮັກ​ພັກດີ​ຕໍ່​ຣັດ​ເຊຍ.

bulgariapolitics6october14
please wait

No media source currently available

0:00 0:01:06 0:00

XS
SM
MD
LG