ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກລົງທຶນຊາວຕ່າງຊາດ ເນັ້ນຢໍ້າວ່າ ລັດຖະບານຊຸດໃໝ່ຂອງ ລາວ ຈະຕ້ອງດຳເນີນການພັດທະນາ ປັບປຸງກົດໝາຍໃຫ້ທັນສະໄໝ


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ນັກລົງທຶນຊາວຕ່າງຊາດເນັ້ນຢໍ້າວ່າ ລັດຖະບານຊຸດໃໝ່ຂອງ ລາວ ຈະຕ້ອງດຳເນີນການພັດທະ ນາປັບປຸງກົດໝາຍໃຫ້ທັນສະໄໝ ເພື່ອສົ່ງເສີມ ແລະ ດຶງດູດການລົງທຶນຂອງຕ່າງຊາດໃຫ້ເຂົ້າມາ ລາວ ເພີ່ມເຕີມ.


ນັກທຸລະກິດ ໄທ ທີ່ລົງທຶນໃນ ລາວ ໃຫ້ທັດສະນະວ່າການກ້າວຂຶ້ນຕຳແໜ່ງເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດ ລາວ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ອັນຈະເປັນຜົນເຮັດໃຫ້ທ່ານ ທອງລຸນ ໄດ້ກ້າວຂຶ້ນເປັນປະທານປະເທດ ລາວ ຄົນໃໝ່ພາຍຫຼັງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ລາວ ຊຸດທີ 9 ຊຶ່ງກຳນົດຈະມີຂຶ້ນໃນວັນທີ 21 ກຸມພາ 2021 ນັ້ນຖືເປັນບາດກ້າວສຳຄັນທີ່ສາມາດຮັບປະກັນໄດ້ວ່ານະໂຍບາຍຕ່າງໆຂອງລັດຖະບານ ລາວ ຊຸດປັດຈຸບັນຍັງຈະມີ ການຈັດຕັ້ງປະຕິບັດຕໍ່ໄປໃນຄະນະລັດຖະບານ ລາວ ຊຸດໃໝ່ ແລະ ນາຍົກລັດຖະມົນຕີຄົນໃໝ່ດ້ວຍນັ້ນ ເພາະການກ້າວຂຶ້ນເປັນປະທານປະເທດ ລາວ ນັ້ນ ຍ່ອມເຮັດໃຫ້ທ່ານ ທອງລຸນ ມີອຳ ນາດສັ່ງການ ແລະ ຊີ້ນຳການບໍລິຫານງານຂອງຄະນະລັດຖະບານ ລາວ ໄດ້ໃນທຸກດ້ານນັ້ນເອງ.

ແຕ່ຢ່າງໃດກໍຕາມ ຄະນະລັດຖະບານ ລາວ ຊຸດໃໝ່ກໍມີພາລະໜ້າທີ່ຮີບດ່ວນທີ່ຈະຕ້ອງດຳເນີນການແກ້ໄຂໃຫ້ໄດ້ຢ່າງເປັນຮູບປະທຳໃນ 3 ດ້ານດ້ວຍກັນ ຄືການຊ່ວຍເຫຼືອພາກທຸລະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19, ການດຳເນີນມາດຕະການເພື່ອເສີມສ້າງສະຖຽນລະພາບທາງການເງິນ ແລະ ເຮັດໃຫ້ຄ່າເງິນກີບມີຄວາມໝັ້ນທ່ຽງ ແລະ ການພັດທະນາປັບປຸງກົດໝາຍລົງທຶນໃຫ້ເທົ່າທັນກັບສະພາບຕົວຈິງ ເພື່ອດຶງເອົາການລົງທຶນຂອງຕ່າງຊາດເພີ່ມ ຂຶ້ນ ດັ່ງທີ່ນັກທຸລະກິດ ໄທ ໄດ້ຢືນຢັນວ່າ

“ປະການທີ 1 ເລື່ອງການແກ້ໄຂບັນຫາເລື່ອງ COVID ໃຫ້ກັບພາກເສດຖະກິດທີ່ໄດ້ຮັບຜົນກະທົບ ແລະ ເດືອດຮ້ອນ ບໍ່ວ່າຈະເປັນເລື່ອງມາດຕະການໃນການຫຼຸດພາສີໃຫ້ການພາກທຸລະກິດຕ່າງໆ ອັນທີ 2 ກໍຄືການວາງກອບໃນການແກ້ໄຂບັນຫາເລື່ອງການເງິນທີ່ຜັນຜວນຢູ່ຂ້ອນຂ້າງຫຼາຍ ແລະ ມາດຕະການຊຶ່ງຂ້ອນຂ້າງສຳຄັນຄືການວາງກອບໃຫ້ມີການປັບປຸງພັດທະນາລະບຽບກົດໝາຍ ໝາຍຄວາມວ່າແມ່ນຫຍັງທີ່ເປັນອຸປະສັກ ກໍຕ້ອງແກ້ໄຂກົດໝາຍເພື່ອຫຼຸດຂັ້ນຕອນ ແລະ ອຸປະສັກຕ່າງໆ ກ່ຽວກັບ ມາດຕະການໃນການດຶງດູດນັກລົງທຶນຕ່າງປະເທດທີ່ຈະເຂົ້າມາ.”

ທາງດ້ານທ່ານ ທອງລຸນ ສີສຸລິດ ກໍຍອມຮັບວ່າການອຳນວຍຄວາມສະດວກໃຫ້ແກ່ການລົງທຶນພາຍໃນ ແລະ ຈາກຕ່າງປະເທດຍັງດຳເນີນໄປຢ່າງຊັກຊ້າ ເພາະພາກສ່ວນຮັບຜິດຊອບໃນການສົ່ງເສີມການລົງທຶນທີ່ຜ່ານລະບົບໃຫ້ບໍລິການແບບປະຕູດຽວນັ້ນຍັງມີຂໍ້ຈຳກັດທາງດ້ານບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ຈຶ່ງເຮັດໃຫ້ສາມາດດຶງເອົາການລົງທຶນຈາກຕ່າງປະເທດເຂົ້າມາໃນ ລາວ ໄດ້ຕໍ່າກວ່າແຜນການທີ່ວາງໄວ້ ຈຶ່ງຕ້ອງແກ້ບັນຫາດັ່ງກ່າວດ້ວຍການຍົກລະດັບປະສິດທິ ພາບໃນການປະຕິບັດໜ້າທີ່ຂອງພະນັກງານລັດໃຫ້ສູງຂຶ້ນຢ່າງແທ້ຈິງ ດັ່ງທີ່ທ່ານ ທອງລຸນ ໄດ້ຢືນ ຢັນວ່າ

“ການລົງທຶນພາຍໃນ ແລະ ຕ່າງປະເທດຈະເຮັດແນວໃດເຮົາຈຶ່ງຈະມີກົນໄກສະດວກກວ່ານີ້ ໄວກວ່ານີ້ ຜ່ານປະຕູດຽວແທ້ ພວກເຮົາກະສັງເກດເຫັນມີຫຼາຍອັນກະຕຶກກະຕັກ ຂ້າພະເຈົ້າກະໄດ້ເວົ້າໃຫ້ພວກປະຕູດຽວນີ້ໄປແລ່ນໃຫ້ເຂົ້າ ແລ່ນການລົງທຶນຫັ້ນນະ ແຕ່ວ່າດຽວນີ້ຍັງເຮັດບໍ່ທັນໄດ້ດີປານໃດ ຕ້ອງຍອມຮັບວ່າຜູ້ລົງທຶນຍັງຈົ່ມຢູ່ ຂ້າພະເຈົ້າກະຮັບເອົາໄປພິຈາລະນາ ຈະເອົາໃຈໃສ່ເພື່ອແກ້ບັນຫາຕ່າງໆໃຫ້ພາກທຸລະກິດ ໃຫ່ພາກຈຸລະພາກສາມາດດຳເນີນການໄປດີກວ່ານີ້.”

ການລະບາດຂອງໄວຣັສ COVID-19 ໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງຊາດເຂົ້າມາລົງທຶນໃນ ລາວ ພຽງແຕ່ 23 ໂຄງການ ມີມູນຄ່າລົງທຶນລວມ 2,064 ລ້ານໂດລາໃນປີ 2020 ຫຼຸດລົງເກີນກວ່າ 80 ເປີເຊັນທຽບກັບປີ 2019 ຍິ່ງໄປກວ່ານັ້ນ ການລະບາດຂອງໄວຣັສ COVID-19 ກໍຍັງເຮັດໃຫ້ຕ່າງຊາດນຳເງິນທຶນເຂົ້າມາໃນ ລາວ ພຽງ 350 ລ້ານໂດລາ ຫຼື 17 ເປີເຊັນຂອງມູນຄ່າລົງທຶນທັງໝົດອີກດ້ວຍ.

ທັງນີ້ທະນາຄານໂລກໄດ້ຈັດໃຫ້ ລາວ ເປັນປະເທດທີ່ໜ້າລົງທຶນອັນດັບທີ 154 ໃນ 190 ປະເທດໃນປີ 2020 ໂດຍພິຈາລະນາຈາກຄວາມຍາກ ຫາ ງ່າຍ ໃນການເລີ່ມຕົ້ນທຸລະກິດ, ການອະນຸຍາດກໍ່ສ້າງສຳນັກງານການຕອບສະໜອງໄຟຟ້າ, ການແຈ້ງທະບຽນສິນຊັບ, ການເຂົ້າເຖິງສິນເຊື່ອ, ມາດຕະຖານການຊຳລະພາສີການຄ້າຂ້າມແດນທີ່ສະດວກ, ການບັງຄັບສັນຍາລົງທຶນໃນກໍລະນີລົ້ມລະລາຍ ຊຶ່ງ ລາວ ໄດ້ຄະແນນສະເລ່ຍ 50.8 ເປີເຊັນ ແລະ ຕ້ອງປັບປຸງການເລີ່ມຕົ້ນດຳເນີນທຸລະກິດ ແລະ ການຕອບສະໜອງໄຟຟ້າ ສ່ວນການຕັດສິນໃນກໍລະນີລົ້ມລະລາຍ ແລະ ການຄຸ້ມຄອງຜູ້ລົງທຶນນັ້ນ ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ.

XS
SM
MD
LG