ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມກໍ່ການຮ້າຍທາລິບານ ໂຈມຕີ ຊາວຕ່າງປະເທດ ໃນອັຟການິສຖານ


ຕຳຫລວດອັຟການິກຖານກວດກາຢູ່ບ່ອນເກີດເຫດ ທີ່ມີການໂຈມຕີ.
ຕຳຫລວດອັຟການິກຖານກວດກາຢູ່ບ່ອນເກີດເຫດ ທີ່ມີການໂຈມຕີ.

ກຸ່ມ​ກໍ່​ການ​ຮ້າຍ​ Taliban ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​ຕໍ່​ການ​ລອບຍິງ ກຸ່ມ​ນັກ​ທ່ອງ​ທ່ຽວ​ສະຫະລັດ ​ແລະ​ຢູ​ໂຣບ​ໃນແຂວງ Herat ທາງພາກ​ຕາ​ເວັນ​ຕົກ​ຂອງ​ອັຟກາ​ນິສຖານ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວໄດ້​ຮັບ​ບາດ​ເຈັບ​ 6 ​ຄົນ ​ແລະ​ຄົນ​ຂັບ​ລົດ​ອັ​ຟກາ​ນິສຖານ.

​ໂຄ​ສົກ​ຂອງ​ພວກ​ກະບົດ​ກ່າວ​ວ່າ ພວກ​ນັກ​ລົບ Taliban ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ອັນ​ທີ່​ລາວ​ເອີ້ນ​ວ່າ “ຂະ​ບວນສັດຕູຮ່ວມ” ​ແລະໄດ້​ວາງ​ແຜນ​ທີ່​ຈະ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ໃນ​ຈຳນວນ​ສູງ ​ເຖິງ​ແມ່ນ​ວ່າ​ກຸ່ມ​ດັ່ງກ່າວ​ ​ແມ່ນເປັນ​ທີ່​ຮູ້ກັນ​ວ່າ ມັກ​ຈະ​ປ່ອຍ​ຂ່າວ​ອອກ​ມາ​ໃນ​ຈຳ​ນວນ​ໂຕ​ເລກ​ສູງ​ ​ເກີນ​ຈິງ.

​ໂຄສົກ​ຕຳຫລວດ​ປະຈຳ​ແຂວງ ທ່ານ Jilani Farhad ​ໄດ້ກ່າວ​ຕໍ່ ວີ​ໂອ​ເອ ວ່າ ການໂຈ​ມຕີ​ນີ້ ​ໄດ້ເກີດ​ຂຶ້ນ​ຢູ່​ໃນ​ເຂດ Chrishti Sharif ບໍ່​ດົນ ຫລັງ​ຈາກ​ພວກ​ນັກ​ທ່ອງທ່ຽວ​ໄດ້​ມາ​ເຖິງຂົບ​ເຂດ ​ຈາກ​ພາກ​ກາງຂອງ​ແຂວງ Bamiyan.

“ຜູ້​ໄດ້​ຮັບ​ບາດ​ເຈັບແມ່ນ​ມີ​ອາການ​ທຸ່ນທ່ຽງ ​ແລະ​ຮວມຢູ່​ໃນ​ນັ້ນ​ກໍ​ມີ​ແມ່ຍິງຜູ້​ນຶ່ງ​” ທ່ານ​ໄດ້​ກ່າວ​ເພີ້​ມຕື່ມ ​ໂດຍ​ທີ່ປາດ​ສະ​ຈາກ​ການ​ກ່າວ​ເຖິງ​ສັນຊາດຂອງ​ຜູ້ເຄາະ​ຮ້າຍ ຫລື​ສາ​ເຫ​ດ ຂອງການໂຕມຕີ ​ແຕ່​ເຖິງ​ຢ່າງ​ນັ້ນ​ກໍຕາມ ລາຍ​ງານ ​ລະບຸ​ວ່າ ພວກ​ນັກ​ທ່ອງ​ທ່ຽວ ​ແມ່ນ​ຮວມທັງ​ຊາວ​ອາ​ເມຣິກັນ 3 ​ຄົນ ​ເຢຍຣະມັນ 1 ​ຄົນ ​ແລະ​ອັງກິດ 8 ​ຄົນ.


ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG