ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນະໂຍບາຍ ຕ່າງປະເທດ ຂອງ ປ. ທຣຳ ບໍ່ໄດ້ຮັບ ຄວາມເຫັນດີ ຫລາຍພໍ


Foreign Policy Wins Elusive for Trump
please wait

No media source currently available

0:00 0:02:57 0:00

ທ່ານ ດໍໂນລ ທຣຳ ໄດ້ໂຄສະນາຫາສຽງ ໃນພາບພົດແບບເປັນນັກໄກ່ ເກ່ຍຊັ້ນຍອດ ທັງເປັນນັກເຈລະຈາຂັ້ນເດັດຂາດນຳ. ແຕ່ໃນຊ່ວງສອງປີ ຂອງ ການເປັນປະທານາ
ທິບໍດີ ຂອງເພິ່ນ ຄວາມສຳເລັດອັນຍິ່ງໃຫຍ່ ໃນດ້ານນະໂຍ ບາຍຕ່າງປະເທດ ແມ່ນ
ຍັງແນມບໍ່ເຫັນ. ນັກຂ່າວປະຈຳທຳນຽບຂາວ ແພັດຊີ ວີດາກຸສວາຣາ ລາຍງານມາ
ກ່ຽວກັບການປະເຊີນໜ້າ ໃນຕ່າງປະເທດ ທີ່ມີ ເພີ້ມທະວີຂຶ້ນ ຂອງປະທານາທິບໍດີ
ທຣຳ ດັ່ງສາລີ ຈະມີລາຍລະອຽດມາສະ​ເໜີ ທ່ານໃນອັນດັບຕໍ່ໄປ.

ການທີ່ສະຫະລັດໄດ້ສົ່ງກຳປັ່ນບັນທຸກເຮືອບິນລົບ ໄປຍັງຕາພາກເວັນອອກ ກາງ ແມ່ນ
ເປັນການໂຕ້ຕອບ ຕໍ່ອັນທີ່ວໍຊິງຕັນເອີ້ນວ່າ ການຂົ່ມຂູ່ໂຈມຕີຂອງອີ ຣ່ານ ຕໍ່ກຳລັງຂອງ
ອາເມຣິກັນ ໃນຂົງເຂດດັ່ງກ່າວ.

ໃນຂະນະດຽວກັນ ເກົາຫລີເໜືອ ກໍໄດ້ທົດລອງອາວຸດສອງຄັ້ງ ພາຍໃນໄລ​ຍະ​ບໍ່ ຮອດ
ນຶ່ງອາທິດ ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ຄວາມພະຍາຍາມຂອງສະຫະລັດໄປສູ່ການ
ລົບລ້າງອາວຸດນິເຄລຍ.

ແລະທີ່ປະເທດ ເວເນຊູເອລາ ທ່ານ ນິໂກລັສ ມາດູໂຣ ກໍຍັງຍຶດໜ່ຽວ ຢູ່ໃນອຳ ນາດ ລຸນ
ຫລັງຄວາມປັ່ນປ່ວນເປັນເວລາຫລາຍເດືອນ ແລະສະຫະລັດກໍໄດ້ສະ ໜັບສະໜູນ
ພວກຝ່າຍຄ້ານ.

ທ່ານແອນໂທນີ ຄັອກແດັສແມັນ ປະຈຳສູນກາງການສຶກສາຍຸທະສາດແລະນາໆ ຊາດ
ກ່າວວ່າ:

“ທຸກຫົນທຸກແຫ່ງຢູ່ໃນໂລກ ແມ່ນພວກເຮົາພວມມີການປະເຊີນໜ້າກັນຢູ່ໃນບາງ ເຂດ.”

ທ່ານທຣຳໄດ້ໂຄສະນາຫາສຽງຄືກັບວ່າ ເປັນນັກເຈລະຈາຜູ້ເດັດຂາດ. ເທົ້າທີ່ ຜ່ານມາ
ເພິ່ນໄດ້ເອົາສະຫະລັດອອກຈາກການຕົກລົງຕ່າງໆອັນມີລວມທັງການ ຕົກລົງດ້ານນິວ
ເຄລຍກັບອີຣ່ານ, ສັນຍາເລື້ອງດິນຟ້າອາກາດ ນະຄອນປາຣີ ແລະພາຄີການຄ້າຂ້າມ
ມະຫາສະໝຸດປາຊີຟິກ ຊຶ່ງທ່ານຍັງບໍ່ທັນໄດ້ເອົາຫຍັງ ມາສັບປ່ຽນ.

ທ່ານທຣຳໄດ້ປະກາດວ່າ ໄດ້ຮັບໄຊຊະນະ ຈາກພວກລັດອິສລາມ.

ແຕ່ແລ້ວ ການລະເບີດໃນບຸນອິສເຕີ້ທີ່ສີລັງກາ ໄດ້ບອກໃຫ້ຮູ້ວ່າ ຍັງໄກຫລາຍ ທີ່ກຸ່ມກໍ່
ການຮ້າຍຈະຜ່າຍແພ້.

ນອກເໜືອໄປຈາກຄວາມກະຈ່າງແຈ້ງທີ່ວ່າ ໄດ້ຮັບໄຊຊະນະແລ້ວ ພວກນັກ ປາດອາ
ຈານບາງຄົນ ຍັງຕັ້ງຄຳຖາມຂຶ້ນມາວ່າ ທ່ານທຣຳ ມີຍຸທະສາດອັນ ໜັກແໜ້ນກ່ຽວກັບ
ນະໂຍບາຍຕ່າງປະເທດຫລືບໍ່.

ທ່ານ ແອນໂທນີ ຄັອກແດັສແມັນ ປະຈຳສູນກາງການສຶກສາຍຸທະສາດແລະ ນາໆຊາດ
ກ່າວວ່າ:

“ມັນເປັນເລື້ອງຂອງແຕ່ເລື້ອງໄປ ມັນເປັນເລື້ອງຂອງແຕ່ລະຂົງເຂດໄປ ແລະ ໃນຫລາຍໆ
ດ້ານ ມັນເປັນເລື້ອງຂອງໂອກາດ ມັນບໍ່ແມ່ນເລື້ອງຂອງນະໂຍ ບາຍທີ່ຈະຊີ້ຂາດຢ່າງສະ
ໝໍ່າສະເໝີໄປ.”

ເຖິງແມ່ນວ່າ ວິທີການກະທຳຂອງແຕ່ລະເລື້ອງຈະມີຜົນໃນໄລຍະສັ້ນກໍຕາມ ແຕ່ ພວກ
ນັກວິເຄາະທັງຫຼາຍກໍກ່າວວ່າ ມັນເຮັດໃຫ້ເບິ່ງໄປ ແບບບໍ່ມີຄວາມໄວ້ວາງ ໃຈໄດ້ ທັງຈະ
ກໍ່ສ້າງໃຫ້ມີປະຕູເປີດກວ້າງໄວ້ ໃຫ້ມະຫາອຳນາດຕ່າງປະເທດນຳ ດັ່ງທ່ານ ອາເລັກສ໌
ວາຕັນກາປະຈຳສະຖາບັນຕາເວັນອອກກາງເວົ້າວ່າ:“ທ່ານທຣຳໄດ້ໂຄສະນາຫາສຽງ
ດ້ວຍຄຳວ່າ “ອາເມຣິກາມາກ່ອນ ຫລື Amerca First” ໃນປີ 2016 ແລະຫວັງວ່າຈະ
ຂາຍຄວາມສຳເລັດຂອງວິທີຂອງເພິ່ນໄດ້ ໃນປີ 2020. ທ່ານມັກຈະໂອ້ອວດໃນໄຊຊະ
ນະ ໃນການຊຸກຍູ້ໃຫ້ພວກສະມາ ຊິກຂອງອົງການເນໂຕ ໃຫ້ຈ່າຍເງິນຫລາຍຂຶ້ນ ສຳ
ລັບການປ້ອງກັນ. ແລະເພິ່ນ ກໍໄດ້ເຊື່ອມໂຍງໄຊຊະນະທາງດ້ານເສດຖະກິດຂອງເພິ່ນ
ຢູ່ພາຍໃນປະເທດໃສ່ ຄວາມສຳເລັດທາງດ້ານນະໂຍບາຍຕ່າງປະເທດຂອງເພິ່ນ ໂດຍ
ເວົ້າວ່າ:

“ທຸກໆເທື່ອທີ່ມີຜູ້ນຳຕ່າງປະເທດ ມີປະທານາທິບໍດີ ມີນາຍົກລັດຖະມົນຕີ ມີກະ ສັດ ມີ
ລາຊີນີ ມີຜູ້ຜະເດັດການ ພວກເຮົາກໍຈະໄດ້ຮັບອັນໃດອັນນຶ່ງຈາກພວກ ເພິ່ນ ທຸກໆ
ເທື່ອທີ່ພວກເພິ່ນເຂົ້າມາສຳນັກງານນີ້ ພວກເພິ່ນກໍຈະວ່າ ຂໍຊົມເຊີຍ ຜົນງານທີ່ທ່ານໄດ້
ເຮັດໄປ ສຳລັບເສດຖະກິດອັນນີ້. ມັນເປັນສິ່ງທີ່ດີເລີດຢູ່ໃນ ໂລກນີ້.”

ສຳລັບໜ່ວຍຢ່ັງຫາສຽງແລ້ວ ມັນບອກວ່າ ມີແຕ່ພຽງ 40 ເປີເຊັນ ທີ່ຊາວອາ ເມຣິກັນ
ເຫັນດີນຳນະໂຍບາຍຕ່າງປະເທດຂອງທ່ານ ທຣຳ ໂດຍທີ່ທັດສະນະ ດັ່ງກ່າວ ໄດ້ແຍກ
ອອກຈາກກັນໄປ ຕາມເສັ້ນຕາມສາຍຂອງພັກ. ພວກນັກວິ ເຄາະກ່າວວ່າ ການແບ່ງ
ແຍກທີ່ວ່ານີ້ ຢູ່ພາຍໃນປະເທດ ຈະມີຜົນກະທົບຕໍ່ອັນ ທີ່ຊາວໂລກ ເບິ່ງອາເມລິກາ.

ທ່ານນາງ ເວເນຊາ ບີສລີ ນັກປາດທາງດ້ານວາທະສິນຂອງປະທານາທິບໍດີ ປະຈຳ
ມະຫາວິທະຍາໄລແວນເດິບິລຕ໌ກ່າວວ່າ:

“ມັນເປັນເລື້ອງທີ່ຍາກ ທີ່ຈະເວົ້າເຖິງນະໂຍບາຍຕ່າງປະເທດ ໄປໃນທຳນອງທີ່ ຈະບໍ່
ເອີ່ຍເຕື້ອງເຖິງແນວໜ້າຂອງອາເມຣິກາ. ເວົ້າອີກໄນນຶ່ງກໍຄືວ່າ ເຈົ້າຈຳເປັນ ຈະຕ້ອງ
ສາມາດເວົ້າໄດ້ວ່າ ເຮີ້ຍ ນີ້ແມ່ນພວກເຮົາ ພວກເຮົາເປັນແນວນີ້ ຍ້ອນ ຈັ່ງຊີ້ ພວກເຮົາ
ຈຶ່ງເຮັດກັບປະເທດອື່ນ ກັບນະໂຍບາຍອື່ນ ກັບລັດຖະບານອື່ນ. ແລະຂ້າພະເຈົ້າຄິດ
ວ່າ ນັ້ນແລ໊ະ ຄືຈຸດສຳຄັນຂອງຍຸທະສາດທີ່ເພິ່ນກຳລັງໃຊ້ຢູ່ ມັນເປັນສິ່ງທີ່ເຮັດໄດ້ຍາກ
ທີ່ຈະເຮັດໃຫ້ມັນຄືກັບວ່າ ຊາວອາເມຣິກັນມີຄວາມ ສາມະຄີກັນ ໂດຍທີ່ມີການຂັດແຍ້ງ
ກັບປະເທດອື່ນ ພັກອື່ນຫລືນະໂຍບາຍອື່ນ.”

ພວກນັກວິເຄາະທັງຫລາຍກ່າວວ່າ ດ້ວຍການມີເສດຖະກິດທີ່ເຂັ້ມແຂງ ຂອງສະ ຫະ
ລັດ ປະຫວັດດ້ານນະໂຍບາຍຕ່າງປະເທດຂອງ ທ່ານ ທຣຳອາດຈະຕົກເປັນ ເປົ້າໝາຍ
ສຳລັບພວກເດໂມແຄຣັດໃນການໂຄສະນາຫາສຽງໃນປີ 2020.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG