ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ການລົງທຶນຂອງຕ່າງຊາດຢູ່ໃນເຂດ ເສດຖະກິດພິເສດ ສະຫວັນ-ເຊໂນ ມີເພິ່ມຂຶ້ນ


ທາງໄປສູ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ທາງໄປສູ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ

ທາງ​ການ​ລາວ​ຢືນຢັນ​ວ່າ ການ​ລົງ​ທຶນ​ຂອງ​ຕ່າງ​ຊາດ​ຢູ່​ໃນ​ເຂດ​​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ​ເພີ່ມ​ຂຶ້ນຢ່າງ​ຕັ້ງໜ້າ ຫາກ​ແຕ່​ວ່າການ​ຂາດ​ແຄນ​ແຮງ​ງານ​ທີ່​ມີ​ຝີ​ມື ຍັງ​ຄົງ​ເປັນ​ບັນຫາ​ໃຫຍ່. ສ່ວນ​ແຮງ​ງານ​ທີ່ບໍ່​ມີ​ຝີ​ມື​ນັ້ນ ​ກໍ​ຍັງ​ຄົງ​ພາກັນ​ລັກລອບ​ໄປ​ທໍາ​ງານ​ຢູ່ໃນ​ໄທ ​ເພີ່ມ​ຂຶ້ນນັບ​ມື້.

ທ່ານ​ບົວ​ຄໍາ ສີ​ສຸລາ​ດ ຜູ້ວ່າການ​ອົງການ​ພັດທະນາ​ເຂດ​ເສ​ດ ຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ຖະ​ແຫລ​ງຢືນຢັນ​ວ່າ ຈົນ​ເຖິງ​ປັດຈຸ​ບັນ​ນີ້ ມີ​ບໍລິສັດ​ຈາກ​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ລົງທຶນ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ແລ້ວ​ຈໍານວນ 16 ບໍລິສັດ​ດ້ວຍ​ກັນ ​ແລະ​ກໍ​ຍັງ​ມີ​ທ່າ​ອຽງ​ທີ່​ຈະ​ເພີ່ມ​ຂຶ້ນອີກ​ຢ່າງ​ຕັ້ງໜ້າ ​ເນຶ່ອງຈາກ​ວ່າ​ຍັງ​ມີ​ອີກ 7 ບໍລິສັດ​ທີ່​ໄດ້​ສະ​ແດງ​ຕົວ​ຕໍ່​ທາງ​ການ​ລາວ​ໃນ​ເວລາ​ນີ້​ວ່າ ​ຕ້ອງ​ການ​ຈະ​ລົງທຶນ​ຢູ່​ໃນ​ເຂດເສ​ດຖະກິດ​ພິ​ເສດ​ທັງ​ໃນ​ດ້ານ​ອຸດສາ​ຫະກໍາ​ແປ​ຮູບ​ອາຫານ ​ໂຮງງານ​ປະກອບ​ລົດຍົນ ​ໂຮງງານ​ຜະ​ລິດ​ຊິ້ນ​ສ່ວນ​ເຄຶ່ອງບິນ ​ໂຮງງານ​ຜະລິດ​ໂມງ ​ແລະ​ເຄຶ່ອງປະດັບ​ເພັດ​ພອຍ​ເປັນ​ຕົ້ນ.

ທາງ​ການ​ລາວ​ໄດ້​ແບ່ງ​ເຂດ​ເສດຖະກິດ​ພິ​ເສດ ​ອອກ​ເປັນ 4 ​ເຂດ​ດ້ວຍ​ກັນ ​ໂດຍ​ເຂດ​ທີ່​ຖື​ວ່າ ​ມີ​ຄວາມ​ຄື​ບໜ້າ​ໃນ​ການ​ດຳ​ເນີນ​ງານ​ຫລາຍ​ທີ່​ສຸດ​ນັ້ນ ກໍ​ຄື​ເຂດ C ຊຶ່ງ​ເປັນ​ການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ Pacifica Stream Development ຈາກ​ປະ​ເທດ​ມາ​ເລເຊຍ ​ໂດຍ​ການ​ດຳ​ເນີນ​ງານ​ນັບ​ຕັ້ງ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດຈຸບັນ​ນີ້ ​ໄດ້​ຄືບ​ໜ້າ​ໄປ​ແລ້ວກວ່າ 40% ຂອງ​ແຜນການ ຊຶ່ງ​ກໍ​ຄື​ໄດ້​ທຳ​ການ​ເປີດ​ໜ້າດິນ ດຳ​ເນີນ​ການກໍ່ສ້າງ​ຖະໜົນ ​ແລະ​ຕິດ​ຕັ້ງ​ລະບົບ​ໄຟຟ້າສໍາ​ເລັດ​ຮຽບຮ້ອຍ​ແລ້ວ. ຫາກ​ແຕ່​ເນຶ່ອງຈາກ​ວ່າການ​ສ້າງ​ຕັ້ງ​ໂຮງງານ​ອຸດສາຫະກໍາ​ນັ້ນ ຈໍາ​ເປັນ​ທີ່​ຈະ​ຕ້ອງ​ມີ​ລະບົບ​ການ​ບໍາບັດ​ນໍ້າ​ເປື້ອນ ​ແລະ​ສິ່ງ​ເສດ​ເຫລື​ອຈາກ​ໂຮງງານ​ອຸດສາຫະກໍາ​ຕ່າງໆ​ນັ້ນ ຈຶ່ງ​ເຮັດ​ໃຫ້​ບໍລິສັດ​ຕ່າງ​ຊາດ​ທີ່​ຈະ​ມາ​ລົງທຶນ​ຢູ່​ໃນ​ເຂດ​ເສດ​ຖະກິດ​ພິ​ເສດ​ ຍັງ​ຈະ​ຕ້ອງ​ລໍຖ້າ​ໃຫ້​ບໍລິສັດ​ມາ​ເລ​ເຊຍ​ດໍາເນີນ​ການ​ວາງ​ລະບົບ​ບໍາບັດ​ນໍ້າ​ເປື້ອນ ​ແລະ​ສິ່ງ​ເສດ​ເຫລືອ​ດັ່ງກ່າວ​ໃຫ້​ສໍາ​ເລັດ​ເສຍ​ກ່ອນ ຊຶ່ງ​ລວມ​ເຖິງ​ການວາງລະບົບ​ສື່ສານ​ໂທລະ​ຄົມມະນາຄົມ ລະບົບ​ນໍ້າ​ປະປາ ​ແລະ​ສິ່ງ​ອໍານວຍ​ຄວາມ​ສະດວກ​ຕ່າງໆ​ຢ່າງ​ຄົບ​ຊຸດ​ດ້ວຍ.

ທາງ​ດ້ານ​ທ່ານ​ພະນົມ​ກອນ ດາລາ​ລັດສະໝີ ຜູ້​ອໍ​ານວຍ​ການ​ຝ່າຍ​ກົດໝາຍ ​ແລະ​ສົ່ງ​ເສີມ ​ການ​ລົງທຶນ​ໃນ​ເຂດ​ເສດຖະກິດ​ພິ​ເສດ ກໍ​ໄດ້​ຖະ​ແຫລ​ງຊີ້​ແຈງ​ວ່າ ຖ້າ​ຫາກ​ບໍ່​ເກີດ​ບັນຫາ​ວິ​ກິດ​ການ​ທາ​ງການ​ເງິນ​ໂລກ​ຂຶ້ນ ນັບ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ​ນັ້ນ ກໍ​ເຊຶ່ອວ່າ​ຈະ​ມີ​ບໍລິສັດ​ຕ່າງ​ຊາດ​ຫລາຍ​ກວ່າ 40 ບໍລິສັດ​ແລ້ວ ​ທີ່​ຈະ​ເຂົ້າມາ​ລົງທຶນ​ຢູ່​ໃນເຂດ​ເສດຖະກິດ​ພິ​ເສດ ຫາກ​ແຕ່​ວ່າ​ເມື່ອ​ເກີດ​ບັນຫາ​ວິ​ກິດ​ການ​ທາງ​ການ​ເງິນ​ຂຶ້ນ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ບໍລິສັດຕ່າງ​ຊາດ​ສ່ວນ​ໃຫຍ່​ຕ້ອງ​ພາກັນ​ໂຈ໊ະ​ແຜນການ​ລົງທຶນ​ ຈົນ​ເຖິງ​ທຸກ​ມື້​ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ບັນຫາ​ວິ​ກິດ​ການ​ທາງ​ການ​ເງິນ​ດັ່ງກ່າວ​ກໍ​ຍັງ​ເ​ຮັດ​ໃຫ້​ກຸ່ມ​ບໍລິສັດ TAGS ຈາກ​ໄທ​ ທີ່​ໄດ້ຮັບອະນຸຍາດ​ໃຫ້​ລົງທຶນ​ພັດທະນາ​ເຂດ A ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ນັ້ນ ບໍ່​ສາມາດ​ດໍາ​ເນີນ​ງານ​ໄດ້​ຕາມ​ແຜນການ ທີ່​ວາງ​ໄວ້​ອີກ​ດ້ວຍ ​ເນຶ່ອງຈາກ​ປະສົບ​ບັນຫາ​ຂາດແຄນ​ດ້ານ​ເງິນ​ລົງ​ທຶນ​ຢ່າງ​ໜັກ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງການລາວ​ກໍ​ເຊຶ່ອໝັ້ນ​ວ່າ​ບັນຫາ​ເຫລົ່າ​ນີ້​ຈະ​ໝົດໄປ ​ເມື່ອ​ເສດ​ຖະກິດ​ໂລກ​ໄດ້​ຮັບ​ການ​ຟື້ນ​ຟູ​ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ ​ໃນ​ໝໍ່ໆ​ນີ້ ​ແລະ​ໃນ​ຂະນະ​ດຽວ​ກັນ ການ​ປະຕິບັດ​ດໍາລັດ​ຂອງ​ນາ​ຍົດ​ລັດຖະມົນຕີ​ລາວ​ ວ່າ​ດ້ວຍ​ລະບົບ​ໃຫ້​ບໍລິການ ​ແບບ​ປະຕູ​ດຽວ ຫລື One-Stop Service ຢູ່​ເຂດເສດ​ຖະກິດ​ພິ​ເສດ​ນັ້ນ​ ກໍ​ຈະ​ມີ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ​ພາຍ​ໃນ​ທ້າຍ​ປີ​ນີ້​ດ້ວຍແລ້ວ ກໍ​ຍັງ​ເຮັດ​ໃຫ້​ທາງ​ການ​ລາວ​ເຊື່ອ​ໝັ້ນ​ວ່າ ບໍລິສັດ​ຕ່າງ​ຊາດ​ ຈະ​ພາກັນ​ເຂົ້າມາ​ລົງທຶນ​ໃນ​ເຂດ​ເສດຖະກິດ​ພິ​ເສດຫລາຍ​ຂຶ້ນນັບ​ມື້​ອີກ​ດ້ວຍ.

ຫາກ​ແຕ່​ວ່າ​ບັນຫາ​ສໍາຄັນ​ອີກ​ປະການ​ນຶ່ງ​ທີ່​ທາງ​ການ​ລາວ​ຍອມຮັບ​ວ່າ​ເປັນ​ບັນຫາ​ທີ່​ຍາກ ​ທີ່​ຈະ​ແກ້​ໄຂ​ກໍ​ຄື​ການຂາດແຄນ​ແຮງ​ງານ​ທີ່​ມີ​ຝີ​ມື ຈຶ່ງ​ເຮັດ​ໃຫ້​ບໍລິສັດ​ຕ່າງ​ຊາດ​ສ່ວນ​ໃຫຍ່ ​ຍັງ​ບໍ່​ຕັດສິນ​ໃຈ​ເຂົ້າມາ​ລົງທຶນ​ໃນ​ເຂດ​ເສດຖະກິດ​ພິ​ເສດດັ່ງກ່າວ​ ນອກຈາກ​ນີ້ ການ​ທີ່​ຄ່າ​ຈ້າງ​ແຮງ​ງານ​ໃນ​ລາວ​ກໍ​ຕໍ່າ​ກວ່າ​ຢູ່​ໃນ​ໄທ​ເກີນ​ກວ່າ 2 ​ເທົ່າ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ​ສ່ວນ​ໃຫຍ່ ​ພາກັນ​ເດີນທາງ​ໄປ​ລັກລອບ​ທໍາ​ງານ​ຢູ່​ໃນ​ໄທ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນຶ່ອງ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ແຮງ​ງານ​ແລະ​ສະ​ວັດ​ດີກາ​ນສັງຄົມ​ລາວ​ ໄດ້​ໃຫ້ການ​ອະທິບາຍ​ເຖິງສະພາບ​ການ​ທີ່​ເກີດ​ຂຶ້ນດັ່ງກ່າວ​ນີ້​ວ່າ:

“ການ​ໄປ​ອອກ​ແຮງ​ງານ​ຢູ່​ຕ່າງປະ​ເທ​ດນັ້ນ ມັນ​ກໍ​ມີ​ຫລາຍ​ສາ​ເຫດ ອັນ​ທີ່​ນຶ່ງ​ ກໍ​ແມ່ນ​ຕໍາ​ແໜ່​ງງານ​ຢູ່​ໃນ​ບ້ານ​ເຮົາ​ມັນ​ກໍ​ບໍ່​ຫລາຍ ສອງ​ມາ​ກໍ​ຍ້ອນ​ວ່າ​ຊາວ​ໜຸ່ມ​ລາວ​ກໍ​ບໍ່​ມັກ​ເຮັດ​ວຽກ​ໃນ​ພາກ​ກະສິກໍາ ​ໂດຍ​ສ່ວນ​ໃຫຍ່​ທີ່​ໄປ​ອອກ​ແຮງ​ງານ​ຢູ່​ຕ່າງປະ​ເທດ​ນັ້ນ ກໍ​ແມ່ນ​ໃນ​ຂົງ​ເຂດ ອຸດສາຫະກໍາ ​ແລະ​ການ​ບໍລິການ​ເປັນ​ຫລັກ ບັດ​ນີ້​ຕໍາ​ແໜ່​ງງານ​ໃນ​ບ້ານ​ເຮົາຜັດ​ມີ​ໜ້ອຍ​ ແລ້ວ​ກໍ​າລັງ​ແຮງ​ງານ​ກໍ​ມີ​ຫລາຍ ກໍ​ເລີຍ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າພາກັນ​ໄປ​ຢູ່​ພຸ້ນ ​ເຖິງ​ແມ່ນ​ວ່າ​ຈະ​ສ່ຽງ​ຕໍ່​ການ​ຖືກ​ຈັບ​ກຸມ​ຄຸມ​ຂັງ ​ແຕ່​ກໍ​ຍັງ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າ ດີກ​ວ່າ​ຢູ່​ໃນ​ລາວ ​ເພາະວ່າ ໄດ້​ຄ່າ​ຈ້າງ​ແຮງ​ງານ​ດີກ​ວ່າ”

XS
SM
MD
LG