ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໕ ເມສາ ໒໐໒໔

ການລົງທຶນຕ່າງປະເທດທີ່ເນັ້ນໃສ່ການຂຸດຄົ້ນຊັບພະຍາກອນທໍາມະຊາດ ບໍ່ໄດ້ຊ່ວຍສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ


ໂຄງການຂຸດຄົ້ນແຮ່ທາດຂະໜາດໃຫຍ່ ທີ່ບໍລິສັດຈີນ ໄດ້ຮັບສຳປະທານ ຢູ່ໃນແຂວງອັດຕະປື, ສປປ ລາວ
ໂຄງການຂຸດຄົ້ນແຮ່ທາດຂະໜາດໃຫຍ່ ທີ່ບໍລິສັດຈີນ ໄດ້ຮັບສຳປະທານ ຢູ່ໃນແຂວງອັດຕະປື, ສປປ ລາວ

ການລົງທຶນຈາກຕ່າງປະເທດທີ່ສຸມໃສ່ການຂຸດຄົ້ນຊັບພະຍາກອນທໍາມະຊາດເພື່ອຜະລິດສິນຄ້າ ແລະໄຟຟ້າ ສົ່ງອອກໄປຂາຍຕ່າງປະເທດໃນຊຸມປີຜ່ານມານັ້ນ ໄດ້ຊ່ວຍໃຫ້ເສດຖະກິດຂະຫຍາຍຕົວລະດັບນຶ່ງ ແຕ່ບໍ່ໄດ້ຊ່ວຍສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ ແລະ ບໍ່ໄດ້ຊ່ວຍຫຼຸດບັນຫາຂາດແຄນເງິນຕາຕ່າງປະເທດໃນລາວ ຫຼາຍປານໃດ, ອີງຕາມນັກຊ່ຽວຊານ ແລະທະນາຄານໂລກ. ບົວສະຫວັນ ມີລາຍລະອຽດມາສະເໜີ ທ່ານໃນອັນດັບຕໍ່ໄປ.

ການລົງທຶນຂອງຕ່າງປະເທດໃນລາວເພີ້ມຂຶ້ນຢ່າງວ່ອງໄວຈາກ 1.5 ຕື້ໂດລາຕໍ່ປີໃນປີ 2012 ມາເປັນຫຼາຍກວ່າ 7.92 ຕື້ໂດລາໃນປີ 2019 ແລະໄດ້ເປັນຕົວຜັກດັນຕົ້ນຕໍໃຫ້ເສດຖະກິດລາວຂະຫຍາຍໂຕມາໄດ້ທົດສະວັດກວ່າແລ້ວ, ອີງຕາມລາຍງານຂອງອົງການ CEIC ຊຶ່ງເປັນອົງການຂອງກຸ່ມນັກຊ່ຽວຊານດ້ານເສດຖະກິດທີ່ຕັ້ງຢູ່ນະຄອນ ນິວຢອກ. ໃນນັ້ນການລົງທຶນຂອງຈີນແມ່ນກວມອັດຕາສ່ວນໃຫຍ່ຂອງມູນຄ່າການລົງທຶນທັງໝົດໃນລາວ ເຊັ່ນໃນ ປີ 2017 ແລະ 2018 ມັນກວມເອົາ 77 ເປີເຊັນ ແລະ 79 ເປີເຊັນຕາມລໍາດັບຊຶ່ງເພີ້ມຂຶ້ນຢ່າງຫຼວງຫຼາຍ ເມື່ອທຽບໃສ່ປີ 2003 ທີ່ກວມເອົາພຽງແຕ່ 1.5 ເປີເຊັນຂອງການລົງທຶນໃນລາວ, ອີງຕາມບົດລາຍງານດ້ານການລົງທຶນໃນກຸ່ມອາຊຽນໃນປີ 2022. ແຕ່ວ່າການລົງທຶນຂອງປະເທດທີ່ວ່ານີ້ ເນັ້ນໃສ່ໂຄງການຂຸດຄົ້ນຊັບພະຍາກອນທໍາມະຊາດ ເຊັ່ນຂະແໜງຂຸດຄົ້ນບໍ່ແຮ່, ການສ້າງເຂື່ອນໄຟຟ້າ ແລະໂຄງລ່າງພື້ນຖານ ຊຶ່ງເປັນໂຄງການໃຫຍ່ ແລະໃຊ້ທຶນຫຼາຍ ແຕ່ບໍ່ໄດ້ຊ່ວຍສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວຫຼາຍປານໃດ ໂດຍມີພຽງແຕ່ 1 ເປີເຊັນ ເທົ່ານັ້ນ, ອີງຕາມລາຍງານຂອງທະນາຄານໂລກ ໃນເດືອນທັນວາປີ 2023.

ມັນທັງບໍ່ໄດ້ຊ່ວຍຍັບຍັ້ງທ່າອ່ຽງຂອງໄພເງິນເຟີ້ ແລະຄ່າຄອງຊີບທີ່ນັບມື້ເພີ້ມຂຶ້ນນັ້ນໄດ້ຫລາຍເຊັ່ນກັນ ສະ ນັ້ນ ຈຶ່ງພາໃຫ້ຄົນລາວທີ່ມີລາຍໄດ້ຕໍ່າພາກັນໄປຊອກວຽກເຮັດຢູ່ໄທ ຊຶ່ງເປັນປະເທດເພື່ອນບ້ານນັ້ນຫຼາຍທີ່ສຸດ ດັ່ງທີ່ ດຣ. ອຽນ ແບດ, ນັກຄົ້ນຄວ້າດ້ານພູມສາດ, ສິ່ງແວດລ້ອມ ແລະຊຸມຊົນໃນລາວ, ໄທ ແລະ ກໍາປູເຈຍ ເລົ່າຕາມທີ່ທ່ານເຫັນສະພາບຕົວຈິງໃນເດືອນແລ້ວນີ້ສູ່ຟັງວ່າ:

“ດຽວນີ້ເຫັນຊັດເຈນຢູ່ໃນເມືອງລາວໜະ ບໍ່ວ່າແຕ່ຢູ່ພາກເໜືອຫລືວ່າຢູ່ພາກໃຕ້ ເນາະ ຄົນລາວທີ່ຂ້າມໄປຢູ່ໃນໄທ ຄືແຕ່ກ່ອນກະມີຢູ່ດອກຂ້າມໄປເມືອງໄທໄປເຮັດວຽກເນາະ ແຕ່ວ່າຮູ້ສຶກວ່າ ດຽວນີ້ ມັນຫຼາຍກວ່າເກົ່າ ຫຼາຍທີ່ສຸດດຽວນີ້ໜະ ທີ່ເຄີຍເປັນຜ່ານມາ ເພາະວ່າສ່ວນນຶ່ງທີ່ເຂົາໄປ ທີ່ຈິງມັນໄປງ່າຍກວ່າເກົ່າ ລະກະຖືກກົດໝາຍ ຄືແຕ່ກ່ອນບໍ່ ໄດ້ຖືກກົດໝາຍ ເຮັດໃຫ້ມັນມີຄວາມສ່ຽງເນາະ ດຽວນີ້ຄວາມສ່ຽງມັນໜ້ອຍລົງ ສ່ວນດີ ຂອງມັນຄືວ່າໄດ້ເງິນຫຼາຍກວ່າ ເພາະວ່າ ສົມມຸດວ່າໃນເມືອງລາວໜີ້ບາງທີເຮັດວຽກ ກະໄດ້ແສນນຶ່ງເນາະ ແສນປາຍຕໍ່ມື້ນະ ແຕ່ວ່າໄປໄທໜີ້ ມັນໄດ້ 300 (ບາດ) 350 ຫລືວ່າ 400 ບາດນະ ກະສອງທົບກວ່າເນາະ. ຈັັ່ງຊີ້ອັນນີ້ກະເຮັດໃຫ້ຄົນຢາກໄປ.”

ພ້ອມກັນນັ້ນມັນບໍ່ເໝືອນແຕ່ກ່ອນ ມີຄົນລາວຈາກຫຼາຍຂະແໜງອາຊີບເພີ້ມຂຶ້ນລວມທັງພະນັກງານລັດ ໂດຍສະເພາະແມ່ນຄູທີ່ມີລາຍຮັບຕໍ່າ ກໍໄປຊອກອອກແຮງງານຢູ່ໄທເຊັ່ນກັນ, ອີງຕາມນາງ ສົມໃຈ, ນາມແຝງຊຶ່ງນາງເອງ ແຕ່ກ່ອນເຄີຍມີອາຊີບຄ້າຂາຍ, ຮັບຊື້ຜັກ ແລະໝາກໄມ້ຂາຍສົ່ງໃຫ້ຕະຫລາດຫຼາຍແຫ່ງໃນນະຄອນຫຼວງວຽງຈັນ. ແຕ່ມາຮອດປີ 2023 ນາງພ້ອມດ້ວຍສາມີໄດ້ຍົກເລີກກິດຈະການຄ້າຂາຍ ແລ້ວໄປຮັບຈ້າງຕັດອ້ອຍຢູ່ຟາມຕ່າງໆໃນໄທ ໂດຍທີ່ປະລູກນ້ອຍອາຍຸ 1 ປີໄວ້ນໍາແມ່ຍ່າເປັນຜູ້ລ້ຽງດູ. ນາງປຽບທຽບຄ່າແຮງງານ ແລະ ຄ່າຄອງຊີບຢູ່ໄທໃສ່ກັບລາວວ່າ:

“ກະໄກກັນເຕີບຄືຫຼານສອງຜົວເມຍໜີ້ເນາະ ເຊັ່ນກັບເຂົ້າໜີ້ 50 ບາດໜິກຸ້ມເຊົ້າ, ສວຍ, ແລງ. ບັດຢູ່ບ້ານເຮົາມັນ ຊິໄດ້ບໍ້ 50 ບາດມັນກະຕົກ 30 ພັນນຶ່ງ ແລ້ວເຮົາຫາເງິນໄດ້ມື້ ພັນກວ່າຂຶ້ນ ບັດນີ້ ບາງມື້ໝານກະໄດ້ສອງພັນກວ່າ ມື້ໃດແດດບໍ່ຮ້ອນຫລາຍຫັ້ນນະ.”

ສະພາບການນີ້ເຮັດໃຫ້ລາວຂາດແຄນແຮງງານເພື່ອຮອງຮັບການລົງທຶນໃນທຸລະກິດ ແລະອຸສາຫະກໍາອື່ນ ທີ່ບໍ່ແມ່ນການຄົ້ນຊັບພະຍາກອນທໍາມະຊາດ, ອີງຕາມດຣ. ແບດ.

ເມື່ອເວົ້າເຖິງການລົງທຶນຂອງຈີນແລ້ວ ແມ່ນມີມູນຄ່າການລົງທຶນທັງໝົດເກີນກວ່າ 13 ຕື້ໂດລາ ໃນຫຼາຍກວ່າ 900 ໂຄງການທີ່ກວມເອົາເກືອບທຸກຂະແໜງເສດຖະກິດຂອງລາວ, ອີງຕາມໜັງສືພິມຂ່າວສານປະເທດລາວ. ແຕ່ສ່ວນໃຫຍ່ແມ່ນສຸ່ມໃສ່ຂະແໜງທີ່ຂຸດຄົ້ນຊັບພະຍາກອນທໍາມະຊາດ ເຊັ່ນການຂຸດຄົ້ນແຮ່ທາດ, ການສ້າງເຂື່ອນ ແລະກະສິກໍາ ທີ່ກວມເອົາປະມານ 80 ເປີເຊັນຂອງມູນຄ່າລົງທຶນທັງໝົດທີ່ກ່າວມານັ້ນ. ສະເພາະແຕ່ຂະແໜງການຂຸດຄົ້ນແຮ່ທາດເທົ່ານັ້ນກໍກວມເອົາ 37 ເປີເຊັນແລ້ວ ຊຶ່ງມັນໄດ້ເປັນຕົວຜັກດັນຕົ້ນຕໍໃຫ້ການຄ້າລະຫວ່າງລາວກັບຈີນເພີ້ມຂຶ້ນຢ່າງຫລວງຫລາຍຈາກ 1.72 ຕື້ໂດລາໃນປີ 2014 ມາເປັນ 3.92 ຕື້ໂດລາ ໃນປີ 2021, ອີງຕາມບົດຄົ້ນຄວ້າຂອງຈິນດາວົງ ພິລາກອນ, ນັກສຶກສາປະລິນຍາເອກທີ່ມະຫາວິທະຍາໄລເທັກໂນໂລຈີ ເຮເຟີຍ (Hefei) ຢູ່ແຂວງແອນຮູຍ (Anhui) ຂອງຈີນ ໃນປີ 2023 ຜ່ານມານີ້. ແລະມັນກໍເຮັດໃຫ້ການສົ່ງອອກແຮ່ທາດ ແລະພະລັງ ງານໄຟຟ້າກວມເອົາມູນຄ່າສິນຄ້າສົ່ງ ອອກຂອງລາວຫຼາຍກວ່າໝູ່, ເກືອບຮອດ 40 ເປີເຊັນຂອງການສົ່ງອອກທັງ ໝົດນັບແຕ່ປີ 2018 ຫາ 2022 ຊຶ່ງພາໃຫ້ລາວໄດ້ເກີນດຸນການຄ້າກັບຕ່າງປະເທດໃນປີ 2019 ຫາ 2022. ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າຂະແໜງການເຫລົ່ານີ້ ເປັນການລົງທຶນຂະໜາດໃຫຍ່ໂດຍຕ່າງປະເທດເຊັ່ນຈີນ ມັນບໍ່ໄດ້ເຮັດໃຫ້ລາຍຮັັບຈາກການສົ່ງອອກຂອງລາວເພີ້ມຂຶ້ນ ເພາະລາຍຮັບສ່ວນໃຫຍ່ຈາກການສົ່ງອອກບໍ່ໄດ້ນໍາເຂົ້າມາໃນປະເທດ ສະນັ້ນມັນເຮັດໃຫ້ບັນຫາຂາດແຄນເງິນຕາຕ່າງປະເທດຢູ່ໃນລາວ ບໍ່ໄດ້ຮັບການແກ້ໄຂໄດ້ຫລາຍ, ອີງຕາມການວິເຄາະຂອງສູນສະຖິຕິແຫ່ງຊາດລາວໃນປີ 2022.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG