ການລົງທຶນຂອງຕ່າງປະເທດໃນລາວຍັງສືບຕໍ່ຫຼຸດລົງ. ເນື່ອງຈາກວ່ານັກລົງທຶນຕ່າງ ປະເທດບໍ່ມີຄວາມເຊື່ອໝັ້ນຕໍ່ສະຖຽນລະພາບຂອງເງິນກີບ. ເຊິງທະນາຄານແຫ່ງຊາດລາວບໍ່ສາມາດຄວບຄຸມອັດຕາແລກປ່ຽນໄດ້ເລຍ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.
ສະມາຊິກ ສະພາ ແຫ່ງຊາດລາວ ຢືນຢັນວ່າການລົງທຶນຂອງຕ່າງປະເທດໃນລາວໄດ້ສືບຕໍ່ຫຼຸດລົງ ນັບຕັ້ງແຕ່ເດືອນທັນວາ 2023, ເຊິງການລົງທຶນຕ່າງປະເທດໃນລາວມີມູນຄ່າລວມ 394.15 ລ້ານໂດລານັ້ນ ໄດ້ຫຼຸດລົງເຫລືອພຽງແຕ່ 361 ລ້ານໂດລາ ແລະ 105 ລ້ານໂດລາເທ່ານັ້ນໃນໄຕມາດທີ່ 1 ແລະໄຕມາດທີ 2 ຂອງປີ 2024 ໂດຍມີສາເຫດທີ່ສໍາຄັນມາຈາກນັກລົງທຶນຕ່າງປະເທດ ບໍ່ມີຄວາມຫມັ້ນໃຈໃນສະຖຽນລະພາບຂອງເງິນກີບ ເຊິ່ງເມື່ອສມທບກັບຄວາມບໍ່ສາມາດຄວບຄຸມອັດຕາການແລກປ່ຽນຂອງທະນາຄານແຫ່ງຊາດລາວ ທັ້ງຍັງບໍ່ສາມາດຕອບສະໜອງການແລກປ່ຽນເງິນຕາຕ່າງປະເທດໄດ້ຢ່າງພຽງພໍກັບຄວາມຕ້ອງການຕົວຈິງ. ສະນັ້ນ, ນັກລົງທຶນຈາກຕ່າງປະເທດ ຈຶ່ງໄດ້ໂຈະແຜນການລົງທຶນໃນລາວນັ່ນເອງ ດັງສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:
“ປະກົດວ່າການລົງທຶນຂອງພາກເອກະຊົນນີ້ ທີ່ຜ່ານມານີ້ໄດ້ຫລຸດລົງ ເພາະວ່າສິເຮັດກົດໝາຍສົ່ງເສີມການລົງທຶນດີປານໃດ? ໃຫ້ນະໂຍບາຍພາສີຫຼາຍສ່ຳໃດນີ້ ເຂາເຈ້າກະບໍ່ມາ ຕາບໃດທີ່ການເງິນຂອງເຮາບໍ່ມີສະຖຽນລະພາບ ເພາະສະນັ້ນ ຢາກໃຫ້ແຕ່ລະກະຊວງໄດ້ເຮັດວຽກນຳກັນບໍ່ໃນກໍລະນີແບບນີ້ຫັ່ນຫນະ. ອັນນີ້ ແມ່ນສໍາຄັນທີ່ສຸດກະແມ່ນສະຖຽນລະພາບທາງການເງິນ. ຖ້າວ່າເຮົາຍັງບໍ່ສາມາດເຮັດຕັວນີ້ໄດ້ ເຮາສິດຶງແນວໃດ ເຮາສິໃຫ້ 100 ປີ, 50 ປີ, ມັນກະຍາກທີ່ເຂາເຈ້າຈະມາ."
ໃນປັດຈຸບັນ ບໍຣິສັດຈີນ ຍັງເປັນອັນດັບ 1 ໃນການລົງທຶນ ຢູ່ລາວ. ມີ 933 ໂຄງການ, ເຊິ່ງມີມູນຄ່າການລົງທຶນທັງຫມົດຫຼາຍກ່ວາ 18 ຕື້ໂດລາ ທັ້ງຍັງເປັນການລົງທຶນທີ່ກວມໃນທຸກດ້ານອີກດ້ວຍ. ໂດຍສະເພາະແມ່ນໃນຂົງເຂດພະລັງງານ ການຂຸດຄົ້ນແຮ່ທາດ ການຜະລິດກະສິກໍາ ການຄ້າ ແລະການບໍລິການຄົບວງຈອນນັ້ນ ຈຶ່ງເຮັດໃຫ້ບັນດາບໍລິສັດຈີນທີ່ມາລົງທຶນແລະດໍາເນີນທຸລະກິດໃນລາວ ສາມາດກໍານົດລາຄາສິນຄ້າແລະບໍລິການຕ່າງໆ ເປັນສະກຸນເງິນຫຢວນໄດ້ອີກດ້ວຍ ແຕ່ໃນຂະນະດຽວກັນ ການລົງທຶນຂອງຈີນຈຳນວນຫຼາຍ ກໍ່ໄດ້ສ້າງບັນຫາກະທົບຕໍ່ສະພາບແວດລ້ອມທຳມະຊາດແລະຊີວິດການເປັນຢູ່ຂອງຊາວລາວຍ່າງກວ້າງຂວາງ. ດັງທີ່ນັກທຸລະກິດໄທໃນລາວ ໄດ້ໃຫ້ທັດສະນະວ່າ:
“ຈີນ, ເຂົາເຈົ້າເຂົ້າມາລົງທຶນຫຼາຍ. ມັນມີທັງດ້ານບວກ ດ້ານລົບ ຄືຈີນເຂາຈະເຮັດຟາມຂະຫນາດໃຫຍ່. ແລະໃນບາງກໍລະນີ ກໍ່ສົ່ງຜົນກະທົບຕໍ່ຄົນລາວເອງ. ຕົວຢ່າງເຊັ່ນໃນກໍລະນີຈີນລົງທຶນປູກກ້ວຍ. ເຊິ່ງເປັນຟາມທີ່ໃຫຍ່ຫຼາຍ ແລະກະໃຊ້ສານເຄມີຫລາຍ ໃນທີ່ສຸດ ນໍ້າໃນພື້ນທີ່ຕ່າງໆຂອງປະຊາຊົນລາວ ກໍໃຊ້ບໍ່ໄດ້. ຈົນອຳນາດການປົກຄອງຂັ້ນແຂວງຕ້ອງສັ່ງໃຫ້ຢຸດຕິການຜະລິດກະສິກຳຂອງຈີນ ສປປ.ລາວ ເປັນກໍລະນີ ທີ່ທາງການລາວ ເຂົ້າມາຕິດຕາມ ກວດກາ ຣາຍຣະອຽດ ເພີ້ມຕື່ມ ໃນດ້ານ ການໃຊ້ ສານເຄມີ ໃນການກະເສດ. ແລ້ວສົ່ງຜົນກະທົບຕໍ່ວິຖີຊີວິດຂອງຊາວລາວ.”
ນັກທຸລະກິດໄທໃນລາວ ຢືນຢັນດ້ວຍວ່າການເພິ່ມອັດຕາແລກປ່ຽນເງິນລະຫວ່າງທະນາຄານແຫ່ງລັດ ແລະ ທະນາຄານທຸລະກິດໃຫ້ກວ້າງຂື້ນ. ເພື່ອທີ່ຂະດືງເອົາເງິນ ຕາຕ່າງປະເທດເຂົ້າສູ່ລະບົບທະນາຄານຫຼາຍຂຶ້ນນັ້ນ ບໍ່ສາມາດແກ້ໄຂບັນຫາເງິນກີບຕົກຕໍ່າລງໄດ້ ເນື່ອງຈາກວ່າປັດໃຈສໍາຄັນທີ່ເຮັດໃຫ້ເງິນກີບຕົກຕໍ່າລງ ແມ່ນຕະຫຼາດການເງິນບໍ່ເຊື່ອໃນສະຖຽນລະພາບຂອງເງິນກີບ ຊຶ່ງເປັນຜົນໂດຍກົງຈາກການຂາດດຸນການຄ້າຕ່າງປະເທດ ທີ່ເຮັດໃຫ້ປະເທດລາວຜະເຊິນກັບການຂາດດຸນການຊໍາລະເງິນຕາຕ່າງປະເທດຢ່າງຮຸນແຮງ. ດັ່ງນັ້ນ ຈຶ່ງປະເຊີນກັບການຂາດແຄນເງິນຕາຕ່າງ ປະເທດຢ່າງຮ້າຍແຮງ. ເພາະນັກທຸລະກິດລາວ ແລະຊາວຕ່າງປະເທດບໍ່ຍອມຮັບອັດ ຕາແລກປ່ຽນທີ່ທະນາຄານແຫ່ງຊາດລາວກຳນົດ. ດັ່ງນັ້ນ ເຂົາເຈົ້າຈືງແລກປ່ຽນເງິນນອກທະນາຄານ. ເຖິງແມ່ນວ່າຈະມີຄຳສັ່ງປິດຮ້ານແລກປ່ຽນເງິນເອກະຊົນທັງຫມົດແລ້ວກໍ່ຕາມ ແຕ່ກໍຍັງມີການລັກລອບແລກປ່ຽນເງິນຢູ່ເລື່ອຍມາ. ເຊິ່ງທະນາຄານແຫ່ງຊາດລາວບໍ່ສາມາດຄວບຄຸມໄດ້ເລຍ.
ໃນປີ 2023, ທະນາຄານແຫ່ງຊາດລາວ ໄດ້ຂະຫຍາຍອັດຕາແລກປ່ຽນເງິນໃນລະບົບທະນາຄານສອງຄັ້ງ, ໃນເດືອນກຸມພາແລະເດືອນມິຖຸນາ. ໂດຍໄດ້ເພີ່ມຄວາມແຕກຕ່າງຂອງອັດຕາແລກປ່ຽນລະຫວ່າງທະນາຄານແຫ່ງຊາດ ແລະ ທະນາຄານທຸລະກິດ ໃຫ້ຍູ່ທີ່ອັດຕາສະເລ່ຍ 4,5% ແລະ 7,5% ຕາມລໍາດັບ, ຫາກແຕ່ອັດຕາແລກປ່ຽນໃນຕະຫລາດຕົວຈິງນັ້ນ ສູງກວ່າອັດຕາທາງການລະຫວ່າງ 20% ຫາ 25% ເມື່ອເທີຍບໃສ່ເງິນໂດລາສະຫະລັດ ແລະ ເງິນບາດ ເຊິ່ງເປັນຍ້ອນການຂາດດຸນການຄ້າຕ່າງປະເທດຂອງລາວ. ໃນຂະນະທີ່ປະຊາຊົນລາວ ກໍ່ຍັງໄດ້ຮັບຜົນກະທົບຢ່າງຫນັກຈາກອັດຕາເງິນເຟີ້ທີ່ສູງກວ່າ 26% ແລະດັດຊະນີລາຄາການຊມໃຊ້ທີ່ສູງກວ່າ 239% ເຖິງວ່າຄ່າແຮງງານຂັ້ນຕ່ຳໄດ້ປັບຂຶ້ນຈາກ 1.3 ລ້ານກີບ ເປັນ 1.6 ລ້ານກີບຕໍ່ເດືອນ. ແຕ່ຍ້ອນຄົນລາວຕ້ອງແບກຫາບຄ່າຄອງຊີບທີ່ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າ ກໍ່ເຮັດໃຫ້ແຕ່ລະ ຄົນຈະຕ້ອງມີລາຍຮັບບໍ່ຕໍ່າກວ່າ 3.5 ລ້ານກີບ ຈືງຈະສາມາດດຳເນີນຊີວິດປະຈໍາວັນຕ່ອໄປໄດ້.
ຟໍຣັມສະແດງຄວາມຄິດເຫັນ