ອີງຕາມຂໍ້ມູນຈາກສູນຄວບຄຸມ ແລະປ້ອງກັນພະຍາດ ຫລື CDC ຂອງ ສະຫະລັດ ແຈ້ງໃຫ້ຮູ້ວ່າ ໄຂ້ຫວັດໃຫຍ່, ເປັນໂຣກຕິດຕໍ່ໃນລະບົບທາງເດີນຫາຍໃຈ ທີ່ຕິດເຊື້ອຢູ່ໃນດັງ, ໃນຮູຄໍ ແລະປອດ. ໄຂ້ຫວັດໃຫຍ່ ແມ່ນມີອາການເລັກນ້ອຍເຖິງຮຸນແຮງ ແລະອາດຈະເຖິງຂັ້ນເສຍຊີວິດໄດ້, ໄຂ້ຫວັດໃຫຍ່ແມ່ນເປັນແບບກະທັນຫັນ ແລະຕ່າງຈາກໄຂ້ຫວັດທໍາມະດາ. ຍານາງຄໍາໃສ ຜູ້ທີ່ອາໄສຢູ່ເມືອງ ກຣີນວຽລ, ລັດ ຄາໂລໄລນາໃຕ້ ເຄີຍເປັນໄຂ້ຫວັດໃຫຍ່ ແລະກໍ່ມີປະສົບການຈາກການຕິດເຊື້ອໂຄວິດຫວ່າງບໍ່ດົນມານີ້ ໄດ້ມາເລົ່າສູ່ ວີໂອເອ ຟັງເຖິງຄວາມແຕກຕ່າງບາງຢ່າງ ແລະການເບິ່ງແຍງຕົນເອງວ່າ:
“ເປັນໄຂ້ຫວັດໃຫຍ່ ເຮົາຍັງກິນໄດ້ ແລະກໍດົມກິ່ນອິຫຍັງໄດ້ແດ່ໜ້ອຍນຶ່ງຫັ້ນນະ, ໂຄວິດນິນະ ມັນເປັນແບບໂຕເຮົາມັນຢາກເຈັບ ດົມກິ່ນອິຫຍັງກໍບໍ່ມີ ກິນຂອງກິນນີ້ກໍບໍ່ມີລົດຊາດເລີຍ ໂຕຢາກປວດແດ່ໜ້ອຍນຶ່ງ, ເລື້ອງອາຫານການກິນນິ ມັນຊິບໍ່ຢາກປານໃດ ແຕ່ວ່າເຮົາຕ້ອງຄຸມເຮົາກິນເອງ ເພາະວ່າມັນກໍເຫື່ອແຮງເຮົາຄືກັນ, ກິນເຂົ້າບໍ່ໄດ້ ມັນກໍບໍ່ເຫື່ອບໍ່ແຮງ, ມັນບໍ່ຢາກກໍຄຸມຕົນເອງກິນນີ້ລະ ຖ້າກິນບໍ່ໄດ້ ກໍສໍາຄັນລະຕ້ອງໄດ້ດື່ມນໍ້າຫຼາຍ ເພາະເຮົາຕ້ອງໄດ້ກິນນໍ້າຫຼາຍໆ ຖ້າດື່ມນໍ້າບໍ່ຫລາຍກໍຕ້ອງໄດ້ໄປຊື້ນໍ້າໝາກພ້າວ ເພາະວ່າສໍາຄັນທີ່ສຸດຕ້ອງໄດ້ດື່ມນໍ້າຫລາຍໆ”
ອີງຕາມຂໍ້ມູນຈາກ CDC ຍັງໄດ້ແຈ້ງຮູ້ຕື່ມອີກວ່າ ໄຂ້ຫວັດໃຫຍ່ ຫຼື ຟລູ ໄດ້ມີການລະບາດຄັ້ງໃຫຍ່ ໃນປີ 1918, ມີການປະເມີນວ່າ ທົ່ວໂລກມີຜູ້ຕິດເຊື້ອໄຂ້ ຫວັດໃຫຍ່ນີ້ ເຖິງ 500 ລ້ານຄົນ ຫຼືປະມານ 1 ສ່ວນສາມຂອງປະຊາກອນໃນທົ່ວໂລກ ແລະມີຜູ້ເສຍຊີວິດຢູ່ທີ່ປະມານ 50 ລ້ານຄົນ ໃນທົ່ວໂລກ, ສະເພາະໃນສະຫະລັດ ມີຄົນເສຍຊີວິດຍ້ອນພະຍາດດັ່ງກ່າວເຖິງ 675,000 ຄົນ. ການເສຍຊີວິດສ່ວນຫຼາຍແມ່ນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ, ຄົນໜຸ່ມ 20-40 ປີ, ແລະຜູ້ທີ່ມີອາຍຸທີ່ 65 ປີ ແລະສູງກວ່ານັ້ນ.