ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ້າວ Floyd Mayweather ຊະນະ ການຊົກຄັ້ງທີ 50 ດ້ວຍການນັອກຄູ່ຕໍ່ສູ້


ທ້າວ Floyd Mayweather Jr. ຍິງໝັດແຢັບໃສ່ທ້າວ Conor McGregor ໃນການຊົກມວຍລຸ້ນນໍ້າໜັກບໍ່ເກີນ 60 - 61.6 ກິໂລກຣາມ. 26 ສິງຫາ, 2017, ທີ່ເມືອງ Las Vegas.
ທ້າວ Floyd Mayweather Jr. ຍິງໝັດແຢັບໃສ່ທ້າວ Conor McGregor ໃນການຊົກມວຍລຸ້ນນໍ້າໜັກບໍ່ເກີນ 60 - 61.6 ກິໂລກຣາມ. 26 ສິງຫາ, 2017, ທີ່ເມືອງ Las Vegas.

ນັກມວຍທີ່ໄຮ້ຄວາມປານີ ທ້າວ Floyed Mayweather ໄດ້ຊະນະນັອກ ແຊັ້ມນັກຕໍ່ສູ້ສິນລະປະປ້ອງກັນຕົວປະສົມ ທ້າວ Conor McGregor ໃນຍົກທີ 10 ໃນວັນເສົາວານ
ນີ້, ເປັນການຢໍ້າໃຫ້ລາວມີສະຖິຕິເປັນນັກມວຍທີ່ເກັ່ງທີ່ສຸດຕະຫຼອດການ.

ທ້າວ McGregor ທີ່ເປີດຕົວຊົກມວຍອາຊີບຂອງລາວເປັນຄັ້ງທຳອິດ, ໄດ້ເວົ້າໂອ້ອວດ
ວ່າ ລາວຈະນັອກນັກມວຍ ອາເມຣິກັນ ອາຍຸ 40 ປີຄົນນີ້ ຢ່າງໄວວາ, ແຕ່ການຂາດປະ
ສົບການຄວາມຊຳນານໃນເວທີ ໄດ້ເຮັດໃຫ້ລາວຜ່າຍແພ້ໃຫ້ ທ້າວ Mayweather ເຮັດ
ໃຫ້ລາວມີສະຖິຕິຊະນະ 50 ຕໍ່ 0 ແຊງກາຍສະຖິຕິຂອງນັກມວຍລຸ້ນຍັກຜູ້ຍິ່ງໃຫຍ່
Rocky Marciano ທີ່ມີສະຖິຕິຊະນະຫຼາຍທີ່ສຸດ 49 ຕໍ່ 0 ໂດຍບໍ່ມີການເສຍ ຫຼື ສະເໝີ.

ບໍ່ວ່າເສິກການຕໍ່ສູ້ຄັ້ງໃຫຍ່ນີ້ ຈະເປັນການຊົກທີ່ລາຄາແພງທີ່ສຸດຕະຫຼອດການ ດັ່ງທີ່ຜູ້
ສະໜັບສະໜູນໄດ້ຄາດເດົາໄວ້ ຫຼືບໍ່ນັ້ນ, ແມ່ນຍັງຈະຖືກພິຈະລະນາຢູ່, ແຕ່ທ້າວ
Mayweather ບໍ່ໄດ້ສ້າງຂໍ້ສົງໄສໃດໆເລີຍ ກ່ຽວກັບ ສະຖານະຂອງລາວ ທີ່ວ່າເທບ
ພະເຈົ້າແຫ່ງກິລາຕີມວຍທີ່ຍິ່ງໃຫຍ່ ໃນສິ່ງທີ່ລາວໄດ້ເວົ້າວ່າ ມັນແມ່ນການຊົກຄັ້ງສຸດ
ທ້າຍຂອງລາວ.

ດັ່ງທີ່ໄດ້ສັນຍາໄວ້, ທ້າວ McGregor ໄດ້ອອກມາຕໍ່ສູ້ດ້ວຍຄວາມໂມໂຫຈັດ ແລະ ອັນ
ຕະລາຍ ແຕ່ທ້າວ Mayweather ເຊິ່ງຖືກເຄົາລົບມາແຕ່ດົນນານ ວ່າເປັນນັກສູ້ຝ່າຍ
ຮັບທີ່ເກັ່ງທີ່ສຸດ ໃນເວທີມວຍ, ໄດ້ເປີດໂອກາດໃຫ້ທ້າວ McGregor ສອງສາມຄັ້ງ
ແລະ ໃຊ້ສາມຍົກທຳອິດເພື່ອອ່ານເກມຂອງຄູ່ຕໍ່ສູ້ຂອງລາວ.

ຈົນຮອດຍົກທີ 4 ທ້າວ Mayweather ໄດ້ເປີດການໂຈມຕີ ແລະ ເລີ່ມຊົກເຂົ້າເປົ້າຊໍ້າ
ແລ້ວຊໍ້າອິກ ຕໍ່ McGregor ທີ່ມີຄວາມໝົດຫວັງໃນທັນທີທັນໃດ, ເຊິ່ງລາວໄດ້ປະຄອງ
ຕົນໄວ້ຢ່າງກ້າຫານ ໃນຂະນະທີ່ລາວກອດ ແລະ ຈັບນັກມວຍ ອາເມຣິກັນ ເອົາໄວ້.

ໃນຍົກທີ 10 ທ້າວ Mayweather ໄດ້ເຄື່ອນໄຫວເພື່ອປິດເກມ ດ້ວຍການດັນທ້າວ
McGregor ທີ່ເມື່ອຍລ້າ, ເຂົ້າໃນເຊືອກຂອງເວທີ ແລະ ຍິງໝັດທີ່ໜັກເຂົ້າໃສ່ ແລະ
ໃນເວລາດຽວກັນກຳມະການກໍໄດ້ກ້າວເຂົ້າໄປຂັດຂວາງໄວ້ເພື່ອໃຫ້ຢຸດການຕໍ່ສູ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG