ທ່ານ ເຈີໂຣລ ເດວິສ (Gerald Davis) ອາຍຸ 67 ປີ ຊຶ່ງເປັນເຈົ້າຂອງທຸລະ ກິດຂະໜາດນ້ອຍ ຢູ່ໃນເຂດນະຄອນຫລວງວໍຊິງຕັນ, ກໍາລັງຂັບລົດໄປຊື້ຢາສີດ ກັນແມງໄມ້ຕອດ ຢູ່ໃນຮ້ານ 7-11 ໃນຄືນຂອງວັນສຸກຜ່ານມາ ເມື່ອມີລົດຕູ້ຄັນ ນຶ່ງ ກໍາລັງຂັບຕາມຫລັງລາວໄປໂດຍໃຊ້ໄຟສູງ.
ທ່ານ ເດວິສ ເວົ້າວ່າ “ຂ້ອຍຫລີກໃຫ້ພວກເຂົາກາຍໄປໂດຍໄປຈອດຢູ່ແຄມ ທາງ, ພວກເຂົາຢູ່ທາງຫລັງລົດກະບະຂອງຂ້ອຍ ແລະມັນເຮັດໃຫ້ຂ້ອຍຮູ້ສຶກ ຢ້ານຫລາຍ…ມັນເປັນທີ່ຈະແຈ້ງວ່າອັນນີ້ເປັັນສະພາບການຂົ່ມຂູ່.
ທ່ານເລົ່າຕໍ່ໄປວ່າ “ແລະສິ່ງທີ່ຫາກໍ່ເກີດຂຶ້ນຢູ່ໃນລັດເມນິໂຊຕາ ນັ້ນແມ່ນຄວາມ ຄິດກໍາລັງ ແລ່ນຜ່ານຫົວຂອງຂ້ອຍ.”
ທ່ານ ເດວິສ ເວົ້າວ່າ ທ່ານເຫັນລົດຕໍາຫລວດຢູ່ນອກຮ້ານ 7-11 ແລ້ວທ່ານກໍ ໄປຈອດລົດ ທັງເພື່ອຈະຊື້ຢາສີດກັນແມງໄມ້ຕອດ ແລະເພື່ອລົມກັບເຈົ້າໜ້າທີ່ ກ່ຽວກັບ ສິ່ງທີ່ທ່ານໄດ້ປະສົບມາ.
ທ່ານ ເດວິສ ຈື່ໄດ້ວ່າ “ພວກເຂົາເຈົ້າເມີນເສີຍຂະໜາດເລີຍ. ເຂົາເຈົ້າຮອດບໍ່ ສົນໃຈຊໍ້າວ່າ ຂ້ອຍກໍາລັງເວົ້າຫຍັງຢູ່.”
ສິ່ງທີ່ເກີດຂຶ້ນໃນເວລານີ້ ສະທ້ອນໃຫ້ເຫັນເຖິງສິ່ງທີ່ພວກຊາວອາເມຣິກັນຜິວດໍາ ແລະພວກສະໜັບສະໜຸນເຂົາເຈົ້າໃນຈໍານວນຫລວງຫລາຍ ຮູ້ສຶກຢູ່ທົ່ວປະເທດ ໃນເວລານີ້.
ທ່ານ ເດວິສ ເລົ່າຕໍ່ໄປວ່າ “ຂ້ອຍຈໍາໄດ້ໃນຕອນອາຍຸ 4 ປີຕອນທີ່ຂ້ອຍບໍ່ສາ ມາດນັ່ງຢູ່ບ່ອນທີ່ມີກ໋ອກເປີດນໍ້າໂສດາຂາຍຢູ່ໃນບ້ານເກີດຂອງຂ້ອຍເອງ.
ແລ້ວນັ້ນກໍມີ. ການໄປໂຮງຮຽນມັດທະຍົມປາຍ ທີ່ມີນັກຮຽນລ້ວນແຕ່ແມ່ນຄົນ ຂາວໝົດ, ການເປັນຄົນນຶ່ງໃນນັກຮຽນຜິວດໍາ 12 ຄົນ ການຂູ່ເຂັນແລະນາບ ຂູ່ແມ່ນ ມີຢູ່ໃນຫັ້ນ. ສິ່ງນັ້ນມັນເພີ້ມຂຶ້ນຢ່າງວ່ອງໄວ. ມີຫລາຍຄັ້ງທີ່ຂ້ອຍຖືກ ຕໍາຫລວດຢຸດລົດທໍາການຂູ່ເຂັນຂ້ອຍ.”
“ຄວາມຄິດທັງໝົດທີ່ເວົ້າມານັ້ນ ລຸກຂຶ້ນໃນຫົວຂອງຂ້ອຍ… ແລ້ວຂ້ອຍກໍຫັນໄປ ຫາພວກຕໍາຫລວດ. ຂ້ອຍບໍ່ຮູ້ສຶກຢ້ານຫຍັງ. ແລະກໍມີແຕ່ເວົ້າວ່າ “ຄວາມຮູ້ສຶກ ຂອງຊາຍຜິວດໍາຄົນນຶ່ງ ບໍ່ເຄີຍໄດ້ຮັບຄວາມສົນໃຈເລີຍ ຍ້ອນວ່າ ຊາວຜິວຂາວ ໂດຍສະເພາະແລ້ວແມ່ນຕໍາຫລວດ ໄດ້ຖືກຝຶກອົບຮົມໃຫ້ຖືວ່າພວກເຂົາບໍ່ແມ່ນ ມະນຸດ.”