ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ຊາຍ ຈາກ​ລັດ ຟ​ລໍ​ຣິ​ດາ ຖືກ​ກ່າວ​ຫາ ຖານ​ພົວ​ພັນ ໃນ​​ຖານ​ສົ່ງ ​ອຸບ​ປະ​ກອນລະ​ເບີດ


ທ້າວ​ຊີ​ຊາ ຊາ​ຢັອກ ນຸ່ງ​ເສື້ອ​ສີ​ດຳ ຖືກ​ຈັບ ໃນ​ຂໍ້​ຫາ​ສົ່ງ​ຫໍ່​ອຸບ​ປະ​ກອນ​ລະ​ເບີດ ແລະ​ຖືກນຳ​ຕົວ​ໄປຈາກ​ຫ້ອງ​ການ​ສັນ​ຕິ​ບານ​ກາງ ທີ່​ເມືອງມີ​ຣາ​ມາ ໃນ​ລັດ​ຟ​ລໍ​ຣິ​ດາ. (ວັນ​ທີ 26 ຕຸ​ລາ 2018)
ທ້າວ​ຊີ​ຊາ ຊາ​ຢັອກ ນຸ່ງ​ເສື້ອ​ສີ​ດຳ ຖືກ​ຈັບ ໃນ​ຂໍ້​ຫາ​ສົ່ງ​ຫໍ່​ອຸບ​ປະ​ກອນ​ລະ​ເບີດ ແລະ​ຖືກນຳ​ຕົວ​ໄປຈາກ​ຫ້ອງ​ການ​ສັນ​ຕິ​ບານ​ກາງ ທີ່​ເມືອງມີ​ຣາ​ມາ ໃນ​ລັດ​ຟ​ລໍ​ຣິ​ດາ. (ວັນ​ທີ 26 ຕຸ​ລາ 2018)

ຜູ້​ຊາຍ​ຈາກ​ລັດ​ຟ​ລໍ​ຣິ​ດາຄົນ​ນຶ່ງທີ່​ມີ​ປະ​ຫວັດ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ມາ​ເປັນ​ເວ​ລາ​ຫຼາຍທົ​ດ​ສະ​ວັດ ໄດ້​ຖືກ​ຈັບ ​ແລະ​ກ່າວ​ຫາ ​ໃນ​ວັນ​ສຸກວານນີ້ ຖານສົ່ງ​ຫໍ່ ​ທີ່​ບັນ​ຈຸ​ອຸບ​ປະກອນ​ລະ​ເບີດ ຢ່າງ​ໜ້ອຍ 13 ຫໍ່ ​ໄປ​ໃຫ້​ຜູ້ຕ້ອງ​ຕິ ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລທ​ຣຳ ອີງ​ຕາມ​ການ​ເປີດ​ເຜີຍ​ຂອງ​ເຈົ້າ​ໜ້າ​ທີ່.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ທ່ານ​ແຈັ​ຟ ແຊັ​ສ​ຊັນ​ສ໌ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ທ້າວ​ຊີ​ຊາ ຊາຢັອກ ອາ​ຍຸ 56 ປີ ຈາກ​ເມືອງ​ອາ​ເວັນ​ຕູ​ຣາໃນ​ລັດຟ​ລໍຣິ​ດາ ໄດ້​ຖືກ​ຟ້ອງໃນ​ຖານ​ກໍ່​ອາ​ຊະ​ຍາ​ກຳ 5 ກະ​ທົງ​ຂອງ​ລັດ​ຖະ​ບານ​ກາງຮວມທັງ​ການ​ສົ່ງ​ອຸບ​ປະ​ກອນ​ລະ​ເບີດ ຢ່າງ​ຜິດ​ກົດ​ໝາຍ ແລະ​ຂົ່ມ​ຂູ່ເຈົ້າ​ໜ້າ​ທີ່ລັດ​ຖະ​ບານ. ທ່ານ​ກ່າວ​ຕື່ມ​ວ່າ ທ້າວຊາ​ຢັອກປະ​ເຊີນ​ກັບ​ການ​ຕິດ​ຄຸກ 48 ປີ ຖ້​າ​ຫາກຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ.

Mail Bomb Suspect Charged With Five Federal Crimes
please wait

No media source currently available

0:00 0:01:56 0:00

ລະ​ເບີດ​ທໍ່​ທີ່​ເຮັດ​ຂຶ້ນ​ເອງ​ໄດ້​ຖືກ​ສົ່ງ​ໄປ​ຫາ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ ຕະ​ຫຼອດ​ທັງ​ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນ​ອື່ນໆ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ລວມ​ມີ​ອະ​ດີດລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮິ​ລ​ລາ​ຣີ ຄ​ລິ​ນ​ຕັນ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງຍຸ​ຕິ​ທຳ​ສະ​ຫະ​ລັດ ສະ​ມາ​ຊິກ​ລັ​ດ​ຖະ​ສະ​ພາ​ຂອງ​ພັກ​ເດ​ໂມ​ແຄ​ຣັດ 2 ທ່ານ​ແລະອະ​ດີດ​ຫົວ​ໜ້າ​ອົງ​ການ​ສືບ​ລັບ​ຊີ​ໄອ​ເອ ທ່ານ​ຈອນ ເບ​ຣັນ​ແນນ.

ຜູ້​ອຳ​ນວຍ​ການ​ອົງ​ການ​ສັນ​ຕິ​ບານ​ກາງ ຫຼື​ແອັ​ຟ​ບີ​ອາຍ​ຂອງ​ສະ​ຫະ​ລັດ ທ່ານ​ຄ​ຣິ​ສ​ຕົບ​ເຟີ ເວ​ຣ ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ດຽວ​ກັນ​ນີ້​ວ່າ ລະ​ເບີດ​ທີ່​ເຮັດເອງ 13 ລູກ ໄດ້​ຖືກ​ສົ່ງ​ໃນ​ຫໍ່ ຊຶ່ງ​ໃນ​ແຕ່​ລະ​ຫໍ່​ນັ້ນ ແມ່ນ​ມີທໍ່ທີ່​ຍາວ 6 ນິ້ວ ໂມງ​ນ້ອຍໜ່ວຍ​ນຶ່ງ ແລະ​ວັດ​ຖຸ​ທີ່​ອາດ​ເປັນ​ດິນ​ລະ​ເບີດ.

ທ່ານ​ເວ​ຣ ກ່າວ​ວ່າ “ສິ່ງ​ເຫຼົ່າ​ນີ້ ​ບໍ່​ແມ່ນ​ອຸບ​ປະ​ກອນ ​ທີ່​ຫຼອກ​ລວງ” ແຕ່​ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ບໍ່​ມີ​ລະ​ເບີດ​ລູກ​ໃດ ​ໄດ້​ແຕກ​ຂຶ້ນ. ເຈົ້າ​ໜ້າ​ທີ່​ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ​ວ່າອຸບ​ປະ​ກອນ​ເຫຼົ່າ​ນີ້​ບໍ່​ໄດ້​ຫ້າງທີ່​ຈະ​ໃຫ້​ມັນ​ລະ​ເບີດເວ​ລາ​ມີ​ການ​ໄຂ​ຫໍ່ ແຕ່​ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ແນ່​ໃຈ​ວ່າ ອຸບ​ປະ​ກອນ​ລະ​ເບີດ​ເຫຼົ່າ​ນີ້​ໄດ້​ເຮັດຂຶ້ນ​ແບບ​ບໍ່​ມີ​ຄຸນ​ນະ​ພາບ ຫຼື​ເປັນ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ໃຫ້​ມັນ​ລະ​ເບີດ​ກັນ​ແທ້.

ທ່ານ​ເວ​ຣ ກ່າວ​ຕື່ມ​ວ່າ ອາດ​ຍັງ​ຈະ​ມີ​ການ​ຄົ້ນ​ພົ​ບ​ລູກ​ລະ​ເບີດ​ອື່ນໆ​ຕື່ມ​ອີກ.

ທ່ານ​ເວ​ຣ ກ່າວ​ວ່​າ ຮອຍນິ້ວ​ມື​ທີ່​ພົບ​ເຫັນ​ຢູ່​ໃນ​ຫໍ່​ອັນ​ນຶ່ງ ໄດ້​ພາ​ໃຫ້​ເຈົ້າ​ໜ້າ​ທີ່​ສືບ​ສວນໄປ​ຫາ​ທ້າວຊາ​ຢັອກ. ທ່ານ​ເວົ້າ​ວ່າ ອາດ​ແມ່ນ​ຫຼັກ​ຖານ​ທາງ DNA ໄດ້​ຖືກພົບ​ເຫັນ​ໃນ​ຫໍ່​ອີກ​ອັນນຶ່ງ.

​ທ້າວຊາ​ຢັອກ​ແມ່ນ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ສຳ​ລັບ​ພວກ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ແລະເຄີຍ​ຖືກ​ຈັບ​ມາ​ແລ້ວ​ສິບກວ່າ​ເທື່ອ​ຢູ່​ລັດ​ຟ​ລໍ​ຣິ​ດາຮວມ​ທັງ​ການ​ຈັບ​ກຸມ​ໃນ​ປີ 2002ຍ້ອນ​ຂົ່ມ​ຂູ່​ຈະ​ວາງ​ລະ​ເບີດ. ຜູ້​ກ່ຽວ​ຖືກ​ຈັບ​ເທື່ອ​ທຳ​ອິດ​ ຢູ່​ລັດ​ດັ່ງ​ກ່າວ ເວ​ລາ​ລາວມີ​ອາ​ຍຸ 29 ປີ ໃນ​ຂໍ້​ຫາລັກ​ຂະ​ໂມຍ. ສ່ວນ​ຂໍ້​ຫາ​ອື່ນໆ​ຕໍ່​ຜູ້​ກ່ຽວນັ້ນ ແມ່ນ​ຮວມ​ທັງການ​ລັກ​ຂະ​ໂມຍ​ໃຫຍ່ ການ​ສໍ້​ໂກງ ແລະ​ຢາ​ຊູ​ກຳ​ລັງ​ຢູ່​ໃນ​ຄວາມ​ຄອບ​ຄອງ​ແບບຜິດ​ກົດ​ໝາຍ.

ການ​ຈັບທ້າວຊາ​ຢັອກ ໃນ​ວັນ​ສຸກວານນີ້ ​ທີ່​ເມືອງ​ແພ​ລນເຕ​ຊັ່ນ ລັດ​ຟ​ລໍ​ຣະ​ດາ ປະມານ 30 ໄມ​ລ໌ ຢູ່​ທາງ​ເໜືອ​ນະ​ຄອນ​ໄມ​ອາ​ມີນັ້ນ ເຮັດ​ໃຫ້​ຄວາມ​ກັງ​ວົນ​ທີ່​ມີມາ​ເປັນ​ເວ​ລາ​ເກືອບ​ນຶ່ງ​ອາ​ທິດ ໃນ​ການ​ພົບ​ເຫັນ​ລະ​ເບີດ​ຢ່າງ​ໜ້ອຍ​ນຶ່ງ​ລູກ​ໃນ​ແຕ່ລະ​ມື້ນັ້ນ ສິ້ນ​ສຸດ​ລົງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG