ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຮີຣິເຄນ ພັດຂຶ້ນລັດ ຟລໍຣິດາ ແຕ່ບໍ່ຮ້າຍແຮງເທົ່າເຮີຣິເຄນ ອຽນ


ປະຊາຊົນ ແລະ ໝາຂອງລາວຍ່າງຢູ່ຖະໜົນທີ່ຖືກນໍ້າຖ້ວມຫຼັງຈາກພາຍຸເຮີຣິເຄນ ນິໂຄລ໌ ໄດ້ຜ່ານໄປ, ຫາດຊາຍ ເວໂຣ, ລັດ ຟລໍຣິດາ, 10 ພະຈິກ 2022
ປະຊາຊົນ ແລະ ໝາຂອງລາວຍ່າງຢູ່ຖະໜົນທີ່ຖືກນໍ້າຖ້ວມຫຼັງຈາກພາຍຸເຮີຣິເຄນ ນິໂຄລ໌ ໄດ້ຜ່ານໄປ, ຫາດຊາຍ ເວໂຣ, ລັດ ຟລໍຣິດາ, 10 ພະຈິກ 2022

ລັດຟລໍຣິດາໄດ້ປະເຊີນກັບພາຍຸເຮີຣິເຄນອີກຫົວນຶ່ງຊື່ວ່າ ນິໂຄລ ຫຼັງຈາກຖືກກະທົບຢ່າງໜັກໂດຍ ພາຍຸເຮີຣິເຄນ ອຽນ ເມື່ອທ້າຍເດືອນກັນຍາທີ່ຜ່ານມາ ທີ່ໄດ້ເຮັດໃຫ້ຢ່າງໜ້ອຍ 114 ຄົນເສຍຊີວິດ. ແຕ່ພາຍຸເຮີຣິເຄນ ນິໂຄລ ແມ່ນນ້ອຍກວ່າຫຼາຍ, ເຊິ່ງມີຄວາມແຮງລະດັບ 1 ເວລາທີ່ມັນພັດຂຶ້ນຝັ່ງເມື່ອຕອນເຊົ້າວັນພະຫັດວານນີ້.

ເຖິງແມ່ນພາຍຸ ນິໂຄລ ຈະບໍ່ແຮງເທົ່າພາຍຸ ອຽນ, ແຕ່ມັນກໍມີລົມພັດແຮງສຸດ 70​ ໄມຕໍ່ຊົ່ວໂມງ ຫຼື 110 ກິໂລແມັດຕໍ່ຊົ່ວໂມງ ຢູ່ແຄມຝັ່ງມະຫາສະໝຸດ ແອັດແລນຕິກ ແລະ ເຮັດໃຫ້ຝົນຕົກຢ່າງຫຼວງຫຼາຍເຖິງ 10 ຊັງຕີແມັດ, ອີງຕາມກົມອຸຕຸນິຍົມ. ຄົນລາວທີ່ອາໄສຢູ່ເມືອງ ແທມປາ ເຊິ່ງເປັນບໍລິເວນທີ່ຖືກກະທົບໂດຍ ພາຍຸດັ່ງກ່າວນັ້ນ ໄດ້ບອກວີໂອເອພາກພາສາລາວວ່າ “ພວກເອື້ອຍກະມີແຕ່ລະວັງໂຕເນາະ ຢູ່ແທມປາ ບ່ອນເອື້ອຍຢູ່ນີ້ມັນກະບໍ່ແຮງຫຼາຍ ມັນເປັນຄືພາຍຸລະດູຮ້ອນ. ພວກເອື້ອຍມີຮ້ານອາຫານແຕ່ກະບໍ່ໄດ້ປິດ, ຍັງເປີດໃຫ້ຄົນເຂົ້າມາກິນຕາມປົກກະຕິ. ກະລຶ້ງແລ້ວຢູ່ພີ້ມີເຮີຣິເຄນຕະຫຼອດ ກະຖືວ່າ ນິໂຄລ ແມ່ນຍັງ ທຳມະດາຢູ່.”

ມີຫຼາຍເມືອງໄດ້ຖືກແຈ້ງເຕືອນ ກ່ຽວກັບ ພາຍຸເຂດຮ້ອນທີ່ເກີດມາຈາກເຮີຣິເຄນ ນິໂຄລ ນັ້ນໄດ້ແກ່ເມືອງ ອໍແລນໂດ, ແທມປາ ແລະ ທາລລາຮາຊີ ພ້ອມກັບເມືອງ ຊາວານນາ, ຈໍເຈຍ ແລະ ຊາລສຕັນ ໃນລັດຄາໂຣໄລນາໃຕ້, ອີງຕາມກົມອຸຕຸນິຍົມ.

ລະດູເຮີຣິເຄນໃນປີນີ້ໄດ້ເລີ່ມຂຶ້ນແຕ່ເດືອນມິຖຸນາ ໄປຈົນຮອດທ້າຍເດືອນພະຈິກ. ພາຍຸເຮີຣິເຄນ ມັກຈະເກີດຂຶ້ນຢູ່ພາກຕາເວັນອອກສຽງໃຕ້ ຂອງ ສະຫະລັດ ຕິດກັບມະຫາສະໝຸດແອັດແລນຕິກ.

XS
SM
MD
LG